ປະກາດຮັບຮອງເອົາແຫຼ່ງໄຫຫີນ ແຂວງຊຽງຂວາງ ເຂົ້າເປັນມໍລະດົກໂລກ


...

26.07.2019 9:45     

   ພິທີຖະແຫຼງຂ່າວການປະກາດຮັບຮອງເອົາແຫຼ່ງໄຫຫີນ ແຂວງ ຊຽງຂວາງ-ທົ່ງໄຫຫີນເຂົ້າເປັນມໍລະດົກໂລກ ໄດ້ຈັດຂຶ້ນໃນວັນທີ 25 ກໍລະກົດນີ້ ທີ່ຫໍວັດທະນະທຳແຫ່ງຊາດ ໂດຍການເປັນປະທານຂອງທ່ານ ບໍ່ແສງຄຳ ວົງດາ ລາ ກຳມະການສູນກາງພັກ ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທັງເປັນປະທານຄະນະກຳມະການລະດັບຊາດເພື່ອມໍລະດົກໂລກ ແລະ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ໂດຍມີແຂກຖືກເຊີນ ແລະ ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີທ່ານ ບໍ່ແສງຄຳ ວົງດາລາ ໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມຄັ້ງທີ 43 ຂອງຄະນະກຳມະການ ມໍລະດົກໂລກ ໄດ້ປະກາດຮັບຮອງເອົາທົ່ງໄຫຫີນ ແຂວງຊຽງຂວາງເຂົ້າເປັນມໍລະດົກໂລກ ຊຶ່ງຈົດເຂົ້າບັນຊີມໍລະດົກໂລກພາຍໃຕ້ມາດຖານ III ໃນວັນທີ 6 ກໍລະກົດ 2019 ດ້ວຍມະຕິຮັບ ຮອງຢ່າງເປັນເອກະສັນຂອງຄະນະກຳມະການມໍລະດົກໂລກທັງ 21 ປະເທດ.
ໃນໂອກາດນີ້ ທ່ານ ບໍ່ແສງຄຳ ວົງດາລາ ກໍໄດ້ສະແດງຄວາມຂອບອົກ ຂອບໃຈມາຍັງ ພັກ-ລັດ ແລະ ທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ປະກອບສ່ວນ ສຶກສາ, ສຳຫຼວດ, ສ້າງເອກະ ສານຕ່າງໆກ່ຽວກັບທົ່ງໄຫຫີນຈົນເຮັດທົ່ງໄຫຫີນເຂົາເປັນມໍລະດົກໂລກໃນຄັ້ງນີ້.
ໄຫຫີນທີ່ມີລັກສະນະເປັນຮູບທໍ່ຫຼາຍກວ່າ 2.100 ໜ່ວຍ ເຄີຍນຳໃຊ້ເຂົ້າໃນພິທີຊາປະນະກິດສົບໃນຍຸກເຫຼັກ ຊຶ່ງໄດ້ຖືກເອີ້ນວ່າທົ່ງໄຫຫີນ. ໃນຈຳນວນ 15 ອົງປະກອບຂອງແຫຼ່ງມໍລະດົກນີ້ ປະກອບມີໄຫຫີນທີ່ຖືກຄວັດເຈາະຈຳນວນ 1.325 ໜ່ວຍ, ແຜ່ນຫີນຈຳນວນໜຶ່ງ (ອາດຈະເປັນຝາປິດໄຫຫີນ), ສະຖານທີ່ຊາປະນະກິດສົບຄັ້ງທີ່ສອງ, ກ້ອນຫີນໝາຍຂຸມສົບ, ແຫຼ່ງຕັດຫີນ, ແຫຼ່ງຜະລິດ, ສິ່ງຂອງເຄື່ອງໃຊ້ໃນຂຸມສົບ ແລະ ອົງປະກອບອື່ນໆ. ທີ່ຕັ້ງຂອງແຫຼ່ງໄຫຫີນແມ່ນຕັ້ງຢູ່ຕາມເປີ້ນພູ ແລະ ສັນພູອ້ອມຮອບໃຈກາງຂອງພູພຽງ, ບັນດາໄຫຫີນແມ່ນມີຂະໜາດໃຫຍ່, ຖືກຄວັດເຈາະເປັນຢ່າງດີ, ຕ້ອງໄດ້ນຳໃຊ້ຄວາມຊຳນານສູງໃນການຜະລິດ ແລະ ການເຄື່ອນຍ້າຍຈາກແຫຼ່ງຕັດຫີນໄປແຫຼ່ງຊາປະນາກິດສົບ. ບັນດາໄຫຫີນ ແລະ ອົງປະກອບອື່ນໆນັ້ນແມ່ນຫຼັກຖານອັນໂດດເດັ່ນຂອງການສ້າງ ແລະ ນຳໃຊ້ ທີ່ສະແດງໃຫ້ເຫັນເຖິງຄວາມຈະເລີນຮຸ່ງເຮືອງຂອງຍຸກເຫຼັກທີ່ຍັງຖືກຮັບຮູ້ໜ້ອຍທີ່ສຸດ. ແຫຼ່ງໄຫຫີນເຫຼົ່ານີ້ມີອາຍຸລະຫວ່າງ 500 ປີ ກ່ອນ ຄສ ເຖິງ 500 ປີ ຫຼັງ ຄສ (ອາດຈະຮອດ 800 ປີ ຫຼັງ ຄສ). ບັນດາໄຫຫີນ ແລະ ອົງປະກອບທາງບູຮານວິທະຍາອື່ນໆ ແມ່ນຫຼັກຖານທີ່ສະແດງໃຫ້ເຫັນເຖິງການປະຕິບັດສືບທອດກັນມາຂອງວັດທະນະທຳບູຮານ, ລວມເຖິງຄວາມກ່ຽວພັນຂອງຊົນຊັ້ນທາງສັງຄົມ. ທົ່ງໄຫຫີນຍັງຕັ້ງຢູ່ຈຸດຕັດກັນຂອງເສັ້ນທາງ ປະຫວັດສາດຂອງສອງລະບົບວັດທະນະທຳທີ່ໃຫຍ່ໃນຍຸກເຫຼັກໃນອາຊີຕາເວັນອອກສ່ຽງໃຕ້ - ລະບົບແມ່ນໍ້າມູນ - ແມ່ນ້ຳຂອງ ແລະ ລະບົບແມ່ນ້ຳແດງ/ອ່າວຕົງແກງ. ເນື່ອງຈາກວ່າຂົງເຂດນີ້ເປັນບ່ອນທີ່ມີສິ່ງອຳນວຍຄວາມສະດວກໃຫ້ມີການເຄື່ອນຍ້າຍໃນພາກພື້ນ, ເຮັດໃຫ້ເກີດມີການຄ້າ-ຂາຍ ແລະ ການແລກປ່ຽນວັດທະນະທຳ, ພ້ອມນັ້ນ, ບັນດາແຫຼ່ງໄຫຫີນຍັງຖືກຖືວ່າເປັນສ່ວນໜຶ່ງທີ່ພົວພັນເຖິງການຄົມມະນາຄົມທາງບົກ.
ໃນຈໍານວນ 15 ອົງປະ ກອບຂອງບັນດາແຫຼ່ງໄຫຫີນແຂວງຊຽງຂວາງ - ທົ່ງໄຫຫີນ ແມ່ນປະກອບມີ 5 ແຫຼ່ງໄຫຫີນໃຫຍ່ຄື: ແຫຼ່ງໄຫຫີນ 1, 2 ແລະ 3 (ຊຶ່ງເປັນບັນດາແຫຼ່ງທີ່ດຶງດູດນັກທ່ອງທ່ຽວຈຳນວນຫຼາຍໃນປັດຈຸບັນ) ລວມທັງ ແຫຼ່ງໄຫຫີນ 42 ແລະ 52. ແຫຼ່ງໄຫຫີນ 23, 25 ແລະ 28 ແມ່ນແຫຼ່ງໄຫຫີນນ້ອຍ ທີ່ຖືກເລືອກດ້ວຍເຫດຜົນທີ່ມີຄວາມສຳຄັນທາງດ້ານຫຼັກຖານບູຮານຄະດີ ກ່ຽວກັບການປະຕິບັດການຊາປະນະກິດສົບ. ສ່ວນອີກ 3 ແຫຼ່ງແມ່ນຖືກເລືອກດ້ວຍເຫດຜົນທີ່ເປັນຕົວແທນໃຫ້ແກ່ແຫຼ່ງຕັດຫີນ ແລະ ແຫຼ່ງຜະລິດໄຫຫີນ (ແຫຼ່ງໄຫຫີນ 8, 21 ແລະ 12 ຕາມລຳດັບ).
(ຂ່າວ-ພາບ: ບຸນທົງ)