ສສຊ ເຂດ 11 ສະເໜີໃຫ້ບຸລິມະສິດຂະແໜງກະສິກຳຫຼາຍຂຶ້ນ

27.11.2019 10:17     

  ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII, ທ່ານ ລີເບີ ລີບົວປາວ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ, ທ່ານໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 25 ພະຈິກຜ່ານມາວ່າ: ພາຍຫຼັງທີ່ເປັນຜູ້ແທນກໍຄືສະມາຊິກສະພາແຫ່ງຊາດໄດ້ 4 ປີໃນໄລຍະຜ່ານມານີ້, ໃນການເຂົ້າຮ່ວມກອງປະຊຸມແຕ່ລະຄັ້ງແມ່ນໄດ້ນໍາສະເໜີຫຼາຍບັນຫາ ໂດຍສະເພາະບັນຫາທີ່ປະຊາຊົນສົນໃຈໃຫ້ລັດຖະບານພິຈາລະນາແກ້ໄຂສໍາຄັນທີ່ສຸດແມ່ນບັນຫາເລື່ອງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ, ເປັນຕົ້ນປະຊາຊົນສ່ວນໃຫຍ່ທີ່ອາໄສການທໍາມາຫາກິນດ້ວຍການເຮັດໄຮ່, ເຮັດນາເປັນອາຊີບຫຼັກເອີ້ນວ່າຊາວກະສິກອນຢູ່ໃນຂະແໜງກະສິກໍາເປັນສ່ວນໃຫຍ່ ຖ້າເບິ່ງໂຕເລກໂຕຊີ້ວັດທີ່ໄດ້ຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານມາຮອດປັດຈຸບັນສໍາລັບປີນີ້, ຂະແໜງກະສິກໍາເຕີບໂຕປະມານ 2% ຊຶ່ງການເພີ່ມຂຶ້ນຂອງຂະແໜງກະສິກໍາທຽບກັບການເພີ່ມຂຶ້ນຂອງພົນລະເມືອງເກືອບເທົ່າກັນ ສະແດງເຖິງລາຍຮັບຂອງປະຊາຊົນຍັງບໍ່ໄດ້ເພີ່ມຂຶ້ນສູງ ດັ່ງນັ້ນ, ຈຸດນີ້ຕ້ອງໄດ້ຕິດຕາມເບິ່ງ ຖ້າວ່າເບິ່ງໂຕເລກ ສະເລ່ຍເສດຖະກິດແຫ່ງຊາດເຕີບໂຕລະດັບ 6,4% ຫຼື 6,8% ກໍຖືວ່າ ຢູ່ໃນລະດັບສູງຢູູ່, ປະຊາຊົນສ່ວນໃຫຍ່ແມ່ນຍັງອາໄສຂະ ແໜງກະສິກໍາ, ມາເບິ່ງລາຍຮັບຂອງຂະແໜງກະສິກໍາແມ່ນຍັງບໍ່ໄດ້ດີເທົ່າທີ່ຄວນ, ຕ້ອງໄດ້ຍົກລະດັບລາຍໄດ້ຂອງຊາວກະສິກອນເພີ່ມຂຶ້ນໂດຍທີ່ຕ້ອງອີງໃສ່ສະມັດຖະພາບຂອງການຜະລິດເຊັ່ນ: ການຜະລິດເຂົ້ານາທີ່ຜ່ານມາແມ່ນ 3 ໂຕນຕໍ່ເຮັກຕາ ເພື່ອເປັນການຍົກລະດັບລາຍໄດ້ຕົວຈິງຂອງເຂົາເຈົ້າໃຫ້ໄດ້ປະມານ 4 ຫາ 5 ໂຕນຕໍ່ເຮັກຕາ ຫຼື ຫຼາຍກວ່ານັ້ນ, ຖ້າວ່າບໍ່ປັບປຸງສະມັດຖະພາບຂອງການຜະລິດນີ້ກໍຈະບໍ່ສາມາດເພີ່ມລາຍຮັບຂຶ້ນໄດ້ເພາະວ່າເນື້ອທີ່ດິນໃນການທໍາການຜະລິດຍັງເທົ່າເດີມບໍ່ສາມາດຂະຫຍາຍຕື່ມອີກ ຫຼື ວ່າຫຼຸດໜ້ອຍລົງເທົ່ານັ້ນ. ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນທີ່ຕ້ອງຍົກສະມັດຖະພາບການຜະລິດໃນຂະແໜງກະສິກໍາໂດຍທີ່ພາກລັດຕ້ອງໄດ້ໃຫ້ບຸລິມະສິດໃຫ້ການຊ່ວຍເຫຼືອສະໜັບສະໜູນທາງດ້ານວິຊາການ, ດ້ານທຶນຮອນ, ດ້ານວິທີການຈັດຕັ້ງການຜະລິດ,ດ້ານການຊອກຫາຕະຫຼາດຮອງຮັບຕ່າງໆ. ລັດຕ້ອງໄດ້ເພີ່ມການເອົາໃຈໃສ່ ເພື່ອຍົກລະດັບການຜະລິດຂອງຂະແໜງກະສິກໍາໃຫ້ດີຂຶ້ນ,ປະຊາຊົນລາວບັນດາເຜົ່າປະມານ 70% ຂອງພົນລະເມືອງທົ່ວປະເທດແມ່ນເຮັດອາຊີບກະສິກໍາ. ນອກຈາກວຽກງານກະສິກຳແລ້ວ ທ່ານກ່າວຕື່ມອີກວ່າ: ກ່ຽວກັບບັນຫາການຊອກວຽກເຮັດຂອງນັກສຶກສາທີ່ຮຽນຈົບແລ້ວບໍ່ມີບ່ອນເຮັດວຽກກໍແມ່ນອີກອັນໜຶ່ງທີ່ປະຊາຊົນສະເໜີຫຼາຍ. ປັດຈຸບັນໂຄຕ້າລັດຖະກອນແມ່ນຫຼຸດໜ້ອຍລົງຖ້າຈະເຮັດນໍາພາກທຸລະກິດກໍບໍ່ຂະຫຍາຍຕົວດັ່ງນັ້ນ, ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຫັນມາສົ່ງເສີມລູກຫຼານໄປຮຽນວິຊາທີ່ຕ້ອງຮັບໃຊ້ຕົນເອງໂດຍກົງຖ້າກໍລະນີບໍ່ໄດ້ເຮັດວຽກນໍາພາກລັດ, ບໍລິສັດກໍຕ້ອງມີແນວທາງເອົາໂຕລອດຄືເວລາພໍ່ແມ່ປະຊາຊົນສົ່ງລູກຫຼານໄປຮຽນ ຕ້ອງຮຽນວິຊາທີ່ສາມາດກຸ້ມຕົນເອງໄດ້ເຊັ່ນ: ວິຊາການປູກຝັງ-ລ້ຽງສັດ, ຫັດຖະກໍາ, ການກໍ່ສ້າງ, ຊ່າງເຊື່ອມ-ຈອດ ແລະ ອື່ນໆ. ທີ່ສາມາດນໍາໃຊ້ດ້ວຍຕົນເອງ ໂດຍສະເພາະແລ້ວລູກຫຼານຂອງປະຊາຊົນກໍລ້ວນແຕ່ແມ່ນຊາວໄຮ່ນາຢ່າງໜ້ອຍກໍມີພື້ນຖານດ້ານການກະສິກໍາການຜະລິດເປັນພື້ນຖານເວົ້າລວມແລ້ວຕ້ອງຮຽນວິຊາທີ່ມີຄວາມຕ້ອງການຂອງສັງຄົມ ແລະ ສ່ວນຕົວເພາະໃນການປູກຝັງລ້ຽງສັດໃຫ້ມີປະສິດທິພາບປະສິດທິຜົນນັ້ນ, ກໍແມ່ນມີຄວາມຈໍາເປັນຕ້ອງໄດ້ນໍາໃຊ້ວິທະຍາສາດເຕັກໂນໂລຊີດ້ວຍຄວາມຮູ້ທີ່ໄດ້ຮຽນມາ. (ຂ່າວ-ພາບ: ຍຸພິນ)