ໃນວັນທີ 11 ມັງກອນ 2018 ທີ່ນະຄອນຫຼວງພະນົມເປັນ. ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ພະນະທ່ານ ສົມເດັດ ອັກຄະມະຫາ ເສນາ ບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນໂອກາດທີ່ພະນະທ່ານ ພ້ອມດ້ວຍຄະນະ ເຂົ້າຮ່ວມ ກອງປະຊຸມຜູ້ນຳແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 2, ພາຍ ໃຕ້ຫົວຂໍ້ “ແມ່ນ້ຳແຫ່ງສັນຕິພາບຂອງພວກເຮົາ ແລະ ການພັດ ທະນາແບບຍືນຍົງ”. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວ ພັນ ແລະ ການຮ່ວມມືຂອງສອງປະເທດລາວ - ກຳປູເຈຍ ໂດຍສະເພາະ ແມ່ນການຮ່ວມມືສອງຝ່າຍ ໃນປີ 2017 ທີ່ຜ່ານມາ ຊຶ່ງທັງ ສອງປະເທດໄດ້ມີການແລກ ປ່ຽນການຢ້ຽມຢາມ ແລະ ພົບ ປະປຶກສາຫາລືກັນຢ່າງເປັນ ປົກກະຕິ ພ້ອມກັນນີ້, ທັງສອງ ຝ່າຍຍັງໄດ້ທົບທວນຄືນກ່ຽວ ກັບວຽກງານໃນດ້ານຕ່າງໆ ເຊັ່ນ: ວຽກງານກົງສູນ, ພະລັງ ງານໄຟຟ້າ, ເສດຖະກິດ, ການ ຄ້າ, ການທ່ອງທ່ຽວ ແລະ ອື່ນໆ. ໃນໂອກາດດັ່ງກ່າວ, ພະ ນະທ່ານ ທອງລຸນ ສີສຸລິດ ໄດ້ ສະແດງຄວາມຍິນດີທີ່ໄດ້ພົບ ກັບ ພະນະທ່ານ ສົມເດັດ ອັກ ຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ ຊຶ່ງເປັນປະທານຮ່ວມ ຂອງກອງປະຊຸມສຸດຍອດແມ່ ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງ ທີ 2, ພ້ອມທັງສະແດງຄວາມ ຂອບໃຈຢ່າງສູງທີ່ລັດຖະບານ ແລະ ປະຊາຊົນກຳປູເຈຍໄດ້ໃຫ້ ການຕ້ອນຮັບອັນອົບອຸ່ນ, ໃຫ້ ຄວາມສະດວກຕໍ່ການເຂົ້າ ຮ່ວມກອງປະຊຸມຂອງພະນະ ທ່ານ ແລະ ຄະນະ ໃນຄັ້ງນີ້. ພະນະທ່ານນາຍົກລັດຖະມົນ ຕີຍັງໄດ້ສະແດງຄວາມຊົມ ເຊີຍຕໍ່ຜົນສຳເລັດອັນຈົບງາມ ໃນການເປັນເຈົ້າພາບຈັດກອງ ປະຊຸມອັນສຳຄັນໃນຄັ້ງນີ້ຂອງ ກຳປູເຈຍ, ໂດຍພະນະທ່ານ ໄດ້້ຕາງໜ້າໃຫ້ແກ່ ສປປ ລາວ ສະແດງຄວາມຮູ້ສຶກເປັນກຽດ ຢ່າງສູງ ທີ່ໄດ້ທີ່ໄດ້ຮັບຄວາມ ໄວ້ເນື້ອເຊື່ອໃຈຈາກ 6 ປະເທດ ສະມາຊິກກໍຄືປະເທດກຳປູ ເຈຍທີ່ເປັນເຈົ້າພາບກອງປະ ຊຸມໃນຄັ້ງນີ້ ມອບຕຳແໜ່ງປະ ທານຮ່ວມກອງປະຊຸມໃຫ້ ສປປ ລາວ ເປັນເຈົ້າພາບກອງ ປະຊຸມແມ່ນ້ຳຂອງ - ແມ່ນ້ຳ ລ້ານຊ້າງ ໃນຄັ້ງຕໍ່ໄປກໍຄືຄັ້ງທີ 3 ຊຶ່ງ ສປປ ລາວ ຈະນຳເອົາ ຜົນຂອງກອງປະຊຸມຄັ້ງນີ້ສືບຕໍ່ ຜັນຂະຫຍາຍການຮ່ວມມືໃນ ອານຸພາກພື້ນແມ່ນ້ຳຂອງ - ແມ່ ນ້ຳລ້ານຊ້າງໃຫ້ເກີດຜົນສຳ ເລັດ ແລະ ສືບຕໍ່ແຜນຮ່ວມມື ຂອງກອງປະຊຸມຄັ້ງຕໍ່ໆໄປ. ໃນໂອກາດນີ້, ພະນະທ່ານ ສົມເດັດ ອັກຄະມະຫາເສນາ ບໍດີ ເຕໂຈ ຮຸນແຊນ ກໍໄດ້ສະ ແດງຄວາມຂອບໃຈ ແລະ ຕີ ລາຄາສູງຕໍ່ການເດີນທາງມາ ເຂົ້າຮ່ວມກອງປະຊຸມຜູ້ນຳແມ່ ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງ ທີ 2 ທີ່ນະຄອນຫຼວງພະນົມ ເປັນ ຣາຊະອານາຈັກ ກຳປູເຈຍ ຂອງພະນະທ່ານນາຍົກລັດ ຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໃນຄັ້ງນີ້ ຊຶ່ງ ຖືເປັນກຽດ ແລະ ກໍເປັນການ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງລັດ ແລະ ປະຊາຊົນສອງຊາດ ລາວ - ກຳປູເຈຍ ໃຫ້ນັບມື້ນັບມີ ຄວາມແໜ້ນແຟ້ນ, ຈະເລີນ ງອກງາມ ແລະ ແຕກດອກ ອອກຜົນຍິ່ງໆຂຶ້ນ.