ໜຶ່ງແລວໜຶ່ງເສັ້ນທາງ ຮ່ວມກັນພັດທະນາ ແລະ ໄດ້ຮັບຜົນປະໂຫຍດ


...

25.04.2019 10:31     

    ຂຽນໂດຍ: ຊາຍສີໄຄ

ກອງປະຊຸມສຸດຍອດ ໜຶ່ງແລວໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນຄັ້ງທີ 2 ຈະໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ ໃນລະຫວ່າງວັນທີ 25-27 ເມສານີ້. ກອງປະຊຸມເທື່ອນີ້, ຈະມີຜູ້ຕາງໜ້າຈາກ 150 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມເກືອບ 1.000 ຄົນ. ພິເສດຈະມີປະມຸກລັດ ແລະ ຫົວໜ້າລັດຖະບານຈາກ 37 ປະເທດເຂົ້າຮ່ວມ (ຄັ້ງທີ 1 ມີ 29 ປະເທດ). ໃນນັ້ນຜູ້ນໍາຈາກ 10 ປະເທດສະມາຊິກອາຊຽນຈະເຂົ້າຮ່ວມທັງໝົດ. ສໍາລັບ ສປປ ລາວ, ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ສປປ ລາວ ຈະເດີນທາງໄປຮ່ວມ ແລະ ເປັນເທື່ອທີ 2 ທີ່ທ່ານເດີນທາງເຂົ້າຮ່ວມກອງປະຊຸມສຸດ ຍອດທີ່ສຳຄັນນີ້ (ຄັ້ງທີ 1 ແມ່ນໃນເດືອນພຶດສະພາ 2017)

. ສັງເກດຈາກຜູ້ນຳ ແລະ ຜູ້ຕາງໜ້າຈາກທົ່ວທຸກມຸມໂລກຈະເຂົ້າຮ່ວມເທື່ອນີ້ ສະແດງໃຫ້ເຫັນຄວາມພົ້ນເດັ່ນຂອງຂໍ້ລິເລີ່ມນີ້ ແລະ ຄວາມສົນໃຈຈະໃຫ້ການຮ່ວມມືຈາກທົ່ວໂລກ ເພື່ອພັດທະນາຮ່ວມກັນ, ຈະເລີນຮຸ່ງເຮືອງຮ່ວມກັນ ໃນປັດຈຸບັນ ແລະ ອະ ນາຄົດ.

ຄວາມຄິດລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ສະເໜີໂດຍ ທ່ານ ສີຈິ້ນຜິງ ປະທານປະເທດ ສປ ຈີນ ໃນປີ 2013 ໂດຍມີຄວາມຄິດມາຈາກເສັ້ນທາງສາຍໄໝບູຮານທີ່ມີປະຫວັດຍາວນານ 2 ພັນກວ່າປີ. ໃນຍຸກນັ້ນປະຊາຊົນໃນພາກພື້ນ ຢູເຣເຊຍ (ເຂດຕໍ່ກັນລະຫວ່າງທະວີບອາຊີ ແລະ ເອີຣົບ) ໄດ້ຄົ້ນຫາ ແລະເປີດເສັ້ນທາງເພື່ອແລກປ່ຽນການຄ້າຂາຍ ແລະ ແລກປ່ຽນວັດທະນະທຳນຳກັນ ທັງເປັນການເຊື່ອມໂຍງຄວາມສີວິໄລ ລະຫວ່າງ ອາຊີ-ເອີຣົບ-ອາຟຣິກກາ ຈຶ່ງກາຍມາເປັນເສັ້ນທາງສາຍໄໝ ທີ່ທົ່ວໂລກຮູ້ຈັກດີ.

ນໍ້າໃຈຂອງເສັ້ນທາງສາຍໄໝບູຮານຄື: ສັນຕິພາບ ແລະ ການຮ່ວມມື, "ການເປີດກວ້າງ ແລະ ເຊື່ອມໂຍງ, ຮຽນຮູ້ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນ" ອັນໄດ້ເຜີຍແຜ່ຂະບວນວິວັດການຈາກລຸ້ນຕໍ່ລຸ້ນ ໄດ້ປະກອບສ່ວນສ້າງຄວາມຜາສຸກ ແລະ ການພັດທະນາໃຫ້ປະເທດຕ່າງໆທີ່ຕັ້ງຢູ່ລຽບເສັ້ນທາງຢ່າງຫຼວງຫຼາຍ. ສັດຕະວັດທີ 21 ເປັນຍຸກແຫ່ງການພັດທະນາ ແລະ ການຮ່ວມມື, ຍິ່ງມີຄວາມສຳຄັນຕໍ່ໂລກທີ່ຈະຢຶດຖືນໍ້າໃຈ ແລະ ແນວຄິດຂອງເສັ້ນທາງສາຍໄໝບູຮານມານຳໃຊ້ ໃຫ້ເປັນປະໂຫຍດຕໍ່ມວນມະນຸດ ໂດຍສະເພາະໂລກປັດຈຸບັນພວມປະເຊີນກັບວິກິດເສດຖະກິດທີ່ຟື້ນຕົວຍາກ, ສະພາບການຂອງພາກພື້ນ ແລະຂອງໂລກ ທີ່ມີຄວາມສະລັບສັບຊ້ອນ. ສະນັ້ນ ທ່ານ ສີຈິນຜິງ ຈິ່ງເປັນຜູ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ໃນປີ 2013. ຈຸດປະສົງແມ່ນເພື່ອຍົກລະດັບການຮ່ວມມືໃນພາກພື້ນ, ການເຊື່ອມຈອດ ລະຫວ່າງ ທະວີບເພື່ອພັດທະນາຮ່ວມກັນ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນ.

ຂໍ້ລິເລີ່ມນີ້ ປະກອບດ້ວຍ 2 ໂຄງການໃຫຍ່ຄື: ແລວເສດຖະກິດເສັ້ນທາງສາຍໄໝ ແລະ ເສັ້ນທາງສາຍໄໝທາງທະເລ ສັດຕະວັດທີ 21. ໜຶ່ງແລວ ແມ່ນເນັ້ນການຮວມຕົວກັນຂອງຈີນ ກັບ ອາຊີກາງ, ຣັດເຊຍ ແລະ ເອີຣົບ, ເຊື່ອມໂຍງຈີນກັບອ່າວເປີເຊຍ, ເຂດທະເລເມດີເຕຣາເນ ຜ່ານອາຊີກາງ ແລະ ອາຊີຕາເວັນຕົກ, ເຊື່ອມຈອດຈີນກັບອາຊີຕາເວັນອອກສຽງໃຕ້ (ອາຊຽນ) ອາຊີໃຕ້ ແລະ ມະຫາສະມຸດອິນເດຍ; ໜຶ່ງເສັ້ນທາງ ແມ່ນຖືກອອກແບບແຄມຝັ່ງທະເລຈີນ ໄປຫາເອີຣົບ ຜ່ານທະເລຈີນໃຕ້ ແລະ ມະຫາສະມຸດອິນເດຍເສັ້ນທາງໜຶ່ງ ແລະ ອີກເສັ້ນທາງໜຶ່ງແມ່ນຈາກແຄມຝັ່ງທະເລຈີນ ຜ່ານທະເລຈີນໃຕ້ໄປຫາມະຫາສະມຸດປາຊີຟິກ. ນີ້ຄືເສັ້ນທາງເຊື່ອມຈອດຂອງໂຄງການ ໜຶ່ງແລວໜຶ່ງເສັ້ນທາງ.

ສ່ວນການຮ່ວມມືຂອງໂຄງການທີ່ຍິ່ງໃຫຍ່ມະຫຶມານີ້ກວມເອົາ 5 ຂະແໜງການໃຫຍ່ເຊັ່ນ: ການປະສານງານດ້ານນະໂຍບາຍ, ການເຊື່ອມໂຍງສິ່ງອຳນວຍຄວາມສະດວກ ໂດຍສະເພາະແມ່ນການກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນ, ການຄ້າທີ່ກວ້າງຂວາງ, ການເຊື່ອມໂຍງດ້ານການເງິນ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ.

ເພື່ອເປັນການຮອງຮັບ ແລະ ເຂົ້າເຖິງແຫຼ່ງທຶນໄດ້ງ່າຍກວ່າເກົ່າ.

ຈີນກໍ່ໄດ້ຮ່ວມກັບປະເທດ ແລະ ເຂດແຄວ້ນອື່ນໆທັງໃນອາຊີ ແລະ ພາກພື້ນອື່ນ ສ້າງຕັ້ງທະນາຄານລົງທຶນ ເພື່ອການພັດທະນາໂຄງລ່າງພື້ນຖານອາຊີ (AIIB ) ຂຶ້ນມາ ແລະ ໄດ້ເລີ່ມປ່ອຍເງິນກູ້ໃຫ້ປະເທດທີ່ຕັ້ງຢູ່ລຽບ ໜຶ່ງແລວໜຶ່ງເສັ້ນທາງ ຫຼາຍຮ້ອຍຕື້ໂດລາ. ຍ້ອນມອງເຫັນເປົ້າໝາຍພັດທະນາທີ່ຈິງໃຈ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຮ່ວມກັນ, ມາຮອດວັນທີ 27 ມີນາ 2019, ມີ 125 ປະເທດ ແລະ ເຂດແຄວ້ນທີ່ພັດທະນາ ແລະ ພວມພັດທະນາ, ມີ 29 ອົງການຈັດຕັ້ງສາກົນໄດ້ເຊັນສັນຍາຮ່ວມມືກັບໂຄງການນີ້ລວມທັງໝົດ 170 ສະບັບ, ກວມເອົາ 40%ຂອງລວມຍອດຜະລິດຕະພັນພາຍໃນ (GDP) ຂອງໂລກ.

ໃນ 5 ປີຜ່ານມາ, ໜຶ່ງແລວໜຶ່ງເສັ້ນທາງ ໄດ້ມີການລົງທຶນ 460 ຕື້ໂດລາ. ນັບແຕ່ປີ 2013-2018 ການຄ້າສິນຄ້າລະຫວ່າງຈີນກັບບັນດາປະເທດລຽບຕາມ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 600 ກວ່າຕື້ໂດລາ.

ພາບໂຄງການທີ່ເຫັນໄດ້ຢ່າງເດັ່ນຊັດ ຂອງໜຶ່ງແລວໜຶ່ງເສັ້ນທາງເຊັ່ນ: ໂຄງການລົດໄຟຄວາມໄວສູງລາວ-ຈີນ, ລົດໄຟ ໄທ-ຈີນ, ລົດໄຟຄວາມໄວສູງຈາກນະຄອນຫຼວງຈາກາຕາ-ບັນດຸງ ອິນໂດເນເຊຍ, ທາງລົດໄຟຈາກປະເທດຮົງກາຣີ-ແຊັກບີ, ທ່າເຮືອ ກະວາດາ, ທ່າເຮືອ ຮຳບັນໂຕຕາ ແລະ ທ່າເຮືອ ກາລີຟາ ພວມໄດ້ຮັບການກໍ່ສ້າງໄປຕາມແຜນ. ເດືອນມີນາຜ່ານມາ, ຂະບວນລົດໄຟຂົນສົ່ງສິນຄ້າ ລະຫວ່າງ ຈີນກັບເອີຣົບ ກໍ່ໄດ້ແລ່ນເຖິງ 50 ນະຄອນຂອງ 15 ປະເທດຫຼາຍກ່ວາ 14.000 ຖ້ຽວ.

ໂຄງການເຊື່ອມໂຍງການຄ້າອີກຈຳນວນໜຶ່ງກໍ່ມີສວນອຸດສາຫະກຳຈີນ-ເບລາຣຸດ ແລະ ເຂດຮ່ວມມືເສດຖະກິດການຄ້າຄອງຊູເອດ ລະຫວ່າງ ຈີນ-ເອຢິບ.

ນີ້ເປັນພຽງຕົວຢ່າງຈຳນວນໜຶ່ງຂອງຜົນສຳເລັດການຮ່ວມມື ແລວໜຶ່ງເສັ້ນທາງ ນັບແຕ່ເລີ່ມສ້າງຕັ້ງມາ.

ຄຽງຄູ່ກັບການສ້າງສາທີ່ນອນຢູ່ໃນຂອບຂໍລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ຂອງປະເທດຕ່າງໆດຳເນີນໄປຢ່າງເລິກເຊິ່ງ ແລະ ໄດ້ບັນລຸໝາກຜົນຕ່າງໆ, ຜ່ານຈາກໂຄງການທາງລົດໄຟ, ເຮັດໃຫ້ແຜ່ນດິນໃຫຍ່ອາຟຣິກກາ ມີຄົມມະນາຄົມສະດວກຂຶ້ນ. ຜ່ານຈາກການຮ່ວມມືດ້ານພະລັງງານແສງຕາເວັນນຳເອົາສະພາບແວດລ້ອມທີ່ດີມາໃຫ້ຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມດີຂຶ້ນ. ຜ່ານຈາກການເປີດດ່ານທີ່ມີຄວາມສະດວກສະ ບາຍ, ເຂົ້າໄກ່ນ້ອຍ, ກາເຟດາວ, ເບຍລາວຂອງ ສປປ ລາວ ໄດ້ຂຶ້ນສູ່ໂຕະອາຫານຂອງຈີນ, ຜ່ານຈາກການໄປມາຫາສູ່ກັນ ແລະ ການແລກປ່ຽນກັນດ້ານວັດທະນະທຳ, ມີຄວາມເຂົ້າໃຈກັນຢ່າງເລິກເຊິ່ງກວ່າເກົ່າ. ຄຳສຸພາສິດລາວເວົ້າວ່າ: ເສັ້ນທາງພິສູດມ້າ, ການເວລາພິສູດຄົນ.

ຜູ້ຂຽນເຫັນວ່າ, ແນວຄິດທີ່ຍິ່ງໃຫຍ່ອັນໜຶ່ງຕ້ອງຜ່ານການທົດສອບຈາກການເວລາ, ຄິດວ່າ ຜູ້ທີ່ມີສິດປະກອບຄຳເຫັນນັ້ນຕ້ອງແມ່ນປະຊາຊົນອັນໄພສານທີ່ໄດ້ຮັບຜົນປະໂຫຍດຈາກແນວຄິດດັ່ງກ່າວ.

ສຳລັບປະເທດລາວເຮົາ ທີ່ເປັນປະເທດບໍ່ຕິດກັບທະເລ ກໍຍິ່ງຈະໄດ້ຮັບຜົນປະໂຫຍດຈາກໂຄງ ການນີ້ຢ່າງຫຼວງຫຼາຍ ເພື່ອເຊື່ອມຕໍ່ກັບພາກພື້ນ ແລະ ໂລກ.

ດັ່ງທ່ານ ບຸນຍັງ ວໍລະຈິດ ເຄີຍໃຫ້ສຳພາດໃນເວລາທີ່ເພິ່ນເດີນທາງໄປຮ່ວມກອງປະຊຸມຄັ້ງທີ 1 ໃນປີ 2017 ວ່າ: "ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ແທດເໝາະກັບນະໂຍບາຍຫັນປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຈອດກັບບັນດາປະເທດໃກ້ຄຽງ ແລະ ພາກພື້ນຂອງ ສປປ ລາວ ສູງທີ່ສຸດ ໂດຍໂຄງການທາງລົດໄຟລາວ-ຈີນ ທີ່ພວມກໍ່ສ້າງນັ້ນເປັນຂໍກຸນແຈສຳຄັນ ໃນການບັນລຸນະໂຍບາຍດັ່ງກ່າວຂອງ ສປປລາວ"

. ກອງປະຊຸມສຸດຍອດ ໜຶ່ງແລວໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນຄັ້ງທີ 2 ທີ່ຈະເລີ່ມຂຶ້ນ ໃນວັນທີ 25 ເມສານີ້, ທີ່ປັກກິ່ງແມ່ນຈະເປັນກອງປະຊຸມທີ່ຈະເປີດສັງກາດໃໝ່ໃຫ້ການດໍາເນີນໂຄງການນີ້ໃຫ້ໃຫຍ່ກວ່າເກົ່າ, ດີກວ່າເກົ່າ ແລະ ຍົກລະດັບການຮ່ວມມືກັນໃຫ້ສູງກວ່າເກົ່າ. ຖ້າປະເທດໃດເຂົ້າຮ່ວມກ່ອນກໍ່ຈະໄດ້ຮັບຜົນປະໂຫຍດກ່ອນ, ຕົວຢ່າງ; ໂຄງການຂອງຫຼາຍປະເທດລວມທັງຂອງລາວເຮົາທີ່ພວມເປັນຮູບປະທຳຂຶ້ນມາໃຫ້ເຫັນແລ້ວ.