Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານກຳມະບານຮອບ ດ້ານ ນັບແຕ່ຂັ້ນແຂວງລົງຮອດທ້ອງຖິ່ນໃຫ້ມີຄວາມເປັນເອກະພາບກັນທາງດ້ານເນື້ອໃນ ແລະ ການຈັດຕັ້ງປະຕິບັດວຽກງານຢ່າງມີປະສິດທິຜົນສູງ. ສະ ນັ້ນ, ສະຫະພັນກຳມະບານແຂວງສະຫວັນນະເຂດ ນຳໂດຍທ່ານ ນາງ ພົມມາ ທອງເພັງ ຮອງປະ ທານຄະນະບໍລິຫານງານສະຫະ ພັນກຳມະບານແຂວງ ພ້ອມ ດ້ວຍຂະແໜງການທີ່ກ່ຽວຂ້ອງ ລົງເຜີຍແຜ່ມະຕິຂອງກອງປະ ຊຸມຄົບຄະນະບໍລິຫານງານສະ ຫະພັນກຳມະບານແຂວງສະ ຫວັນນະເຂດ ຄັ້ງທີີ 5 ສະໄໝທີ VII ຂຶ້ນໃນກາງເດືອນມີນາຜ່ານມາ ທີ່ຫ້ອງປະຊຸມເມືອງນອງ, ເມືອງວິລະບູລີ ແລະ ດ່ານສາກົນແດນສະຫວັນ ໂດຍມີຄະນະພັກ, ຄະນະປະທານ, ຄະນະ ກຳ ມະບານຮາກຖານ ຕະຫຼອດຮອດສະມາຊິກກຳມະບານພາຍໃນເມືອງ ແລະ ຮາກຖານດັ່ງກ່າວເຂົ້າຮ່ວມ 142 ທ່ານ, ຍິງ 63 ທ່ານ.
ໃນກອງປະຊຸມແມ່ນຍັງໄດ້ຮັບຟັງການຜ່ານບົດລາຍງານການເຄື່ອນໄຫວວຽກງານ ກຳມະບານ ໃນໄລຍະ 1 ປີຜ່ານ ມາ ຈາກສະຫະພັນກຳມະບານເມືອງນອງ, ເມືອງວິລະບູລີ ແລະ ກຳມະບານຮາກຖານດ່ານ ສາກົນແດນສະຫວັນ. ຈາກນັ້ນ, ກໍໄດ້ຮັບຟັງການເຜີຍແຜ່ມະຕິຂອງກອງປະຊຸມຄົບຄະນະບໍ ລິຫານງານ ຄັ້ງທີ 5 ສະໄໝທີ VII ໂດຍທ່ານ ນາງ ພົມມາ ທອງເພັງ ເພື່ອເປັນບ່ອນອີງໃນການເຄື່ອນໄຫວວຽກງານກຳມະບານຮອບດ້ານກໍຄືການ ຈັດຕັ້ງປະຕິບັດວຽກງານກອງທຶນ ກຊທ ໃຫ້ມີປະສິດທິຜົນສູງຂຶ້ນເທື່ອລະກ້າວ ນັບແຕ່ຂັ້ນແຂວງລົງຮອດທ້ອງຖິ່ນ ເປັນຕົ້ນແມ່ນມະຕິໄດ້ເຫັນດີເປັນເອກະພາບກັນເພີ່ມນະໂຍບາຍເຈັບ ເປັນ, ຜ່າຕັດຈາກເດີມເພີ່ມຂຶ້ນ 10% ພ້ອມທັງເພີ່ມຂັ້ນນະໂຍ ບາຍດັ່ງກ່າວຂຶ້ນຕື່ມອີກ 1 ຂັ້ນ ແລະ ນະໂຍບາຍເສຍຊີວິດ ແມ່ນຈະໄດ້ເພີ່ມຂຶ້ນຈາກເດີ່ມ ສະເລ່ຍ 10,16% ພ້ອມທັງເພີ່ມຂັ້ນນະໂຍບາຍຂອງການເສຍຊີວິດຂຶ້ນອີກ 2 ຂັ້ນ ຕາມອາຍຸການຂອງສະມາຊິກ ໂດຍຕ່ຳສຸດແມ່ນ 20 ລ້ານກີບ ແລະ ສູງສຸດ 48 ລ້ານກີບ. ນອກນີ້, ຍັງໄດ້ເຫັນດີເພີ່ມນະໂຍບາຍການເກີດອັກຄີໄພ ຈາກ 1 ລ້ານ 5 ແສນ ກີບໃນເມື່ອກ່ອນ ຂຶ້ນມາເປັນ 5 ລ້ານກີບຕໍ່ຄົນຕໍ່ຄັ້ງ ແລະ ອັນອື່ນໆທີ່ສຳຄັນອີກຈຳ ນວນໜຶ່ງ ສ່ວນການຈັດຕັ້ງປະ ຕິ ບັດບັນດານະໂຍບາຍດັ່ງກ່າວ ແມ່ນຈະໄດ້ເລີ່ມແຕ່ວັນທີ 1 ເມສາ ປີ 2020 ນີ້ເປັນຕົ້ນໄປ.
(ຂ່າວ-ພາບ: ວັນນະເລດ ມະນີວົງ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com