Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກກົມນະໂຍບາຍຕໍ່ຜູ້ມີຜົນງານ ພິການ ແລະ ອາຍຸສູງ (ນຜພອ) ກະຊວງແຮງງານສະຫວັດດີການສັງຄົມ(ຮສສ)ໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມາ ທີ່ເຮືອນຮັບແຂກກະຊວງ ຮສສ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກະຊວງຮສສ,ສະຫາຍຄຳປິງ ແສງຕານນະລາດ ເລຂາໜ່ວຍພັກກົມ ນຜພອ ມີບັນດາສະຫາຍສະມາຊິກ ແລະແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປິງ ແສງຕານນະລາດ ໄດ້ຜ່ານຮ່າງບົດລາຍງານການເມືອງຂອງໜ່ວຍພັກ ກົມນະໂຍບາຍຕໍ່ຜູ້ມີຜົນງານ ພິການ ແລະ ຜູ້ອາຍຸສູງ ຊຶ່ງໄດ້ຕີລາຄາຜົນສຳເລັດການຊີ້ນຳນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໜ່ວຍພັກກົມ ຄັ້ງທີ II ໃນໄລຍະ 5 ປີ (2015-2019) ແລະ ສະເໜີທິດທາງ ແລະ ໜ້າທີ່ຈຸດສຸມ ໃນ 5 ປີຕໍ່ ໜ້າ (ແຕ່ປີ 2020-2024).ໃນໄລຍະຜ່ານມາໜ່ວຍພັກໄດ້ເອົາໃຈໃສ່ສ້າງ ແລະ ປະຕິບັດແຜນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຜ່ານການຈັດຕັ້ງປະຕິບັດສາມາດປະຕິບັດໄດ້ຮ້ອຍສ່ວນຮ້ອຍຂອງແຜນການ ຈຶ່ງໄດ້ຮັບການ ຢັ້ງຢືນເປັນໜ່ວຍພັກປອດໄສ ເຂັ້ມ ແຂງ ແລະ ໜັກແໜ້ນ 2 ຄັ້ງ ປີ (2015-2018).
ໃນກອງປະຊຸມໄດ້ປ່ອນບັດເລືອກເອົາຄະນະຊຸດໃໝ່ ໃນນັ້ນໄດ້ເລືອກຕັ້ງ ສະຫາຍ ສີສະຫວາດ ກົມພົນ ເປັນເລ ຂາໜ່ວຍພັກກົມ ນຜພອ ແລະ ສະຫາຍ ແສງອາລຸນ ຫຼວງລາດ ເປັນປະທານກວດກາ.
ໃນກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ຄຳແພງ ໄຊສົມແພງ ຊຶ່ງກ່ອນອື່ນ ສະຫາຍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຜົນສຳເລັດທີ່ຄະນະໜ່ວຍພັກ ແລະ ສະມາຊິກພັກ ພະນັກງານຂອງໜ່ວຍພັກທີ່ຍາດມາໄດ້ຕະຫຼອດໄລຍະ 5 ປີທີ່ຜ່ານມາ ແລະ ເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຄັ້ງນີ້ຈະກາຍ ເປັນບັ້ນຊີວິດການເມືອງທີ່ສຳ ຄັນເປັນເຂັມທິດເຍືອງທາງໃຫ້ແກ່ໜ່ວຍພັກ ແລະ ບັນດາສະ ມາຊິກພັກ ພະນັກງານ ໃນການເພີ່ມທະວີບົດບາດການນຳ ພາ ແລະ ພັດທະນາວຽກງານນະໂຍບາຍຕໍ່ຜູ້ມີຜົນງານພິ ການ ແລະ ຜູ້ອາຍຸສູງໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. (ຂ່າວ: ມະລິ, ພາບ: ພູວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com