Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
(ເນື່ອງໃນໂອກາດວັນຊາດ ເກຣັກ 25 ມິີນາ 2020)
ຮຽບຮຽງໂດຍ: ລຸ້ງດາວ ບຸນມີ
ເກຣັກ ຕັ້ງຢູ່ທາງພາກໃຕ້ຂອງທະວີບເອີຣົບບ່ອນທີ່ຕັດກັນລະຫວ່າງທະວີບເອີຣົບ, ພາກຕາເວັນຕົກຂອງທະວີບອາຊີ ແລະ ອາຟຣິກາ, ມີເນື້ອທີ່ທັງໝົດ 131.957 ກິໂລຕາແມັດ. ມີຊາຍແດນຕິດກັບອານບານີ ທາງດ້ານຕາເວັນຕົກສ່ຽງເໜືອ, ຕິດກັບມາເຊໂດນີ ແລະ ບູນກາຣີ ທາງດ້ານເໜືອ, ຕິດກັບຕວກກີ ທາງດ້ານຕາເວັນອອກສ່ຽງເໜືອ. ນະຄອນຫຼວງຂອງປະເທດແມ່ນ ເອເທນ. ມີພົນລະເມືອງທັງໝົດ 10,82 ລ້ານຄົນ (ປີ 2017). ຊັບພະຍາກອນທຳມະຊາດ ທີ່ເປັນທ່າແຮງຂອງປະເທດແມ່ນແຮ່ທາດ, ປີໂຕຣລຽມ, ຫີນອ່ອນ. ສ່ວນອຸດສາຫະກໍາທີ່ສຳຄັນຂອງປະເທດ ແມ່ນການທ່ອງທ່ຽວ, ອາຫານສໍາເລັດຮູບ, ແຜ່ນແພ. ສິນຄ້າສົ່ງອອກ ແມ່ນນຳ້ມັນປີໂຕຣລຽມ, ຢາປົວພະຍາດ, ເຄື່ອງໃຊ້ໄຟຟ້າ, ອະລູມີນຽມ, ພລາສຕິກ ແລະ ຜະລິດຕະພັນພລາສຕິກ. ສິນຄ້າສົ່ງອອກຂອງປະເທດສ່ວນຫຼາຍ ແມ່ນສົ່ງໄປປະເທດເຢຍລະມັນ, ອີຕາລີ, ໄຊປຣັສ, ບູນກາຣີ ແລະ ຕວກກີ.
ເກຣັກ ເປັນປະເທດຂະໜາດໃຫຍ່ທີ່ມີທັງພູຜາ ແລະ ເກາະຈຳນວນຫຼາຍ, ມີທິວທັດທຳມະຊາດທີ່ສວຍງາມ ແລະ ເຕັມໄປດ້ວຍອະລິຍະທຳບູຮານທີ່ເກົ່າແກ່ຫຼາຍກວ່າ 3.000 ປີ ແລະ ມີເລື່ອງລາວປະຫວັດສາດຊວນໃຫ້ຄົ້ນຫາ, ແຕ່ກໍເປັນເມືອງທີ່ຄຶກຄື້ນ ແລະ ມີສະຖານທີ່ທ່ອງທ່ຽວຢ່າງຫຼວງຫຼາຍ ບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ, ປະ ຫວັດສາດ ແລະ ສະຖານທີ່ບັນເທີງຕ່າງໆ. ສະຖານທີ່ທ່ອງທ່ຽວຕ່າງໆ ທີ່ສ້າງຂຶ້ນມາໄດ້ຢ່າງສອດຄ່ອງ ແລະ ເຂົ້າກັນໄປໃນທຸກສະຖານທີ່ ຊຶ່ງເປັນຈຸດໝາຍປາຍທາງໃນຝັນຂອງນັກທ່ອງທ່ຽວຫຼາຍໆຄົນ ໂດຍສະເພາະແມ່ນນະຄອນຫຼວງເອເທນ.
ເອເທນ ຊື່ນີ້ຫຼາຍໆຄົນຈະຕ້ອງເຄີຍໄດ້ຍິນກັນຢ່າງແນ່ນອນ ເພາະເປັນອີກໜຶ່ງເມືອງທີ່ເກົ່າແກ່ທີ່ສຸດຂອງໂລກ, ມີປະຫວັດສາດມາຍາວນານຫຼາຍພັນປີ, ເປັນແຫຼ່ງກຳເນີດ ແລະ ຈຸດເລີ່ມຕົ້ນຂອງອະລິຍະທຳຕາເວັນຕົກ ແລະ ເປັນຕົ້ນກຳເນີດຂອງປະຊາທິປະໄຕ ໂດຍຕັ້ງຊື່ເມືອງຕາມ ອາເທນາ ເທບພະເຈົ້າ ທີ່ຊາວເກຣັກນັບຖື. ແຕ່ກ່ອນຈະໄດ້ຊື່ນີ້ມາ ກໍບໍ່ແມ່ນເລື່ອງງ່າຍ. ຕາມຕຳນານໄດ້ບອກໄວ້ວ່າ: ຕັ້ງແຕ່ສ້າງສຳເລັດໃໝ່ໆ ເມືອງນີ້ຍັງບໍ່ມີຊື່ ແລະ ເທບພະເຈົ້າປະຈຳເມືອງທີ່ຈະຄອຍປົກປ້ອງຄຸ້ມຄອງ ແລະ ເປັນທີ່ເພິ່ງທາງໃຈໃຫ້ກັບຊາວເມືອງເຫຼົ່າເທບ ແລະ ເທພີ ຈຶ່ງມາແຂ່ງຂັນກັນ ເພື່ອຊີງຕໍ່າແໜ່ງເທບພະເຈົ້າປະຈຳເມືອງຢ່າງຫຼວງຫຼາຍ, ສຸດທ້າຍກໍເຫຼືອພຽງສອງອົງຄື: ເທບພະເຈົ້າ ໂພໄຊດອນ (Poseidon) ເທບແຫ່ງມະຫາສະໝຸດ ແລະ ເທພີ ອາເທນາ (Athena) ເທພີແຫ່ງປັນຍາ ແລະ ໄດ້ໃຫ້ເທບພະເຈົ້າ ຊຸສ (Zeus) ຜູ້ເປັນຣາຊາຂອງເທບພະເຈົ້າທັງໝົດມາຕັດສິນ ໂດຍໃຫ້ເນລະມິດສິ່ງຂອງມາໜຶ່ງຢ່າງ ແກ່ຊາວເມືອງ ແລະ ໃຫ້ຊາວເມືອງເລືອກກັນວ່າ: ຈະໃຫ້ໃຜເປັນເທບພະເຈົ້າປະຈໍາເມືອງ. ເທບພະເຈົ້າ ໂພໄຊດອນ ຈຶ່ງສ້າງມ້າຂຶ້ນມາ ຊາວເມືອງກໍພາກັນຊື່ນຊົມຍິນດີ. ສ່ວນເທພີ ອາເທນາ ໄດ້ເນລະມິດຕົ້ນໝາກກອກຂຶ້ນມາ ຊຶ່ງເປັນຕົ້ນໄມ້ທີ່ສາມາດໃຊ້ປະໂຫຍດໄດ້ທຸກສ່ວນ ແລະ ຍັງເປັນສັນ ຍາລັກຂອງສັນຕິພາບ. ໃນຂະນະທີ່ມ້າເບິ່ງຄືວ່າ: ຈະເປັນສັນຍາລັກຂອງສົງຄາມຫຼາຍກວ່າ ຊາວເມືອງ ຈຶ່ງພ້ອມໃຈກັນຍົກໃຫ້ ເທພີ ເປັນຜູ້ຊະນະ ແລະ ຕົກລົງໃສ່ຊື່ເມືອງວ່າ, ເອເທນ ຕາມຊື່ຂອງເທພີ ອາເທນາ ແລະ ໝາກກອກກໍເປັນໝາກໄມ້ເສດຖະກິດສຳຄັນອັນດັບໜຶ່ງຂອງເກຣັກມາຈົນເຖິງປັດຈຸບັນ. ຕໍ່ມາໄດ້ສ້າງມະຫາວິຫານຂຶ້ນ ເພື່ອບູຊາເທພີອາເທນາຄື: ວິຫານພາເທນອນ ສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງທີ່ສຸດຂອງເກຣັກ ຢູ່ ເດີ ແອັກໂຄຣໂປລິສ (The Acropolis) ປ້ອມຍາມຢູ່ເທິງພູສູງ ຊຶ່ງຕັ້ງຢູ່ເທິງກ້ອນຫີນທີ່ໂຜ່ຂຶ້ນມາເໜືອເມືອງອາເທນ ແລະ ໄດ້ສ້າງຮູບປັ້ນ ອາເທນາ ໄວ້ພາຍໃນມະຫາວິຫານ ແຕ່ກໍໄດ້ສູນຫາຍໄປໃນຍຸກໄບແຊນໄທ ຊຶ່ງໃນຍຸກເກືອບ 3.000 ປີ. ການກໍ່ສ້າງສະຖາປັດຕະຍະກຳທີ່ງົດງາມ ແລະ ສົມບູນ ຖືວ່າສຸດຍອດທີ່ສຸດ ຊຶ່ງສະແດງໃຫ້ເຫັນເຖິງຄວາມສາມາດຂອງສະຖາປະນິກໃນຍຸກນັ້ນໄດ້ເປັນຢ່າງດີ ແລະ ໄດ້ຮັບການຂຶ້ນທະບຽນໃຫ້ເປັນມໍລະດົກໂລກໃນປີ 1987. ນອກຈາກນີ້, ຍັງມີສະຖານທີ່ທ່ອງທ່ຽວອີກຫຼາຍແຫ່ງທີ່ໄດ້ຈົດທະບຽນຂຶ້ນເປັນມໍລະດົກໂລກ ອີກເກືອບ 20 ແຫ່ງ.
ສື່ໃນປະເທດລາຍງານ ໃນວັນທີ 12 ມີນາ 2017ວ່າ: ທ່ານ ອັນເດຣ ອັນເດຣດິດ ປະທານສະມາຄົມທຸລະກິດທ່ອງທ່ຽວເກຣັກ ກ່າວຢູ່ກອງປະຊຸມເສດຖະກິດເດວຟີວ່າ: ພວກເຮົາຕັ້ງເປົ້າວ່າຈະເຮັດໃຫ້ປະເທດກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວ 1 ໃນ 10 ຂອງໂລກ. ເກຣັກ ຕ້ອງການຍົກລະດັບມາດຕະຖານການຈັດອັນດັບໂລກຂຶ້ນຕື່ມ ເພື່ອຊ່ວຍຊົດເຊີຍວິກິດການດ້ານເສດຖະກິດຂອງປະເທດ. ເກຣັກ ມີແຜນຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 35 ລ້ານຄົນ, ເກັບພາສີທ່ອງທ່ຽວໃຫ້ໄດ້ 20 ຕື້ເອີໂຣ ເມື່ອຮອດປີ 2021. ການທ່ອງທ່ຽວໄດ້ປະກອບສ່ວນໃຫ້ກັບລວມຍອດລາຍຮັບພາຍໃນປະເທດ (GDP) ກວມ 18%. ສື່ໃນປະເທດເກຣັກ ລາຍງານໃນວັນທີ 22 ມີນາຜ່ານມາວ່າ: ຊາວຣັດເຊຍ ໄດ້ເລືອກປະເທດເກຣັກ ເປັນບ່ອນພັກຜ່ອນດ້ານການທ່ອງທ່ຽວ ໂດຍການຈອງລ່ວງໜ້າເພີ່ມຂຶ້ນ 2 ເທົ່າ ໃນເດືອນທຳອິດຂອງປີ 2017. ອີງຕາມອົງການທ່ອງທ່ຽວ ຣັດເຊຍ ໃຫ້ຮູ້ວ່າ: ການຈອງເພື່ອໄປທ່ຽວເກັຣກ ເພີ່ມຂຶ້ນ 20% ແລະ ຄາດວ່າ: ນັກທ່ອງທ່ຽວຈາກ ຣັດເຊຍ ຈະມີເຖິງ 1 ລ້ານຄົນ ໄປທ່ຽວເກຣັກ. ສ່ວນຊາວເຢຍລະມັນ ໄດ້ຈອງເພື່ອທີ່ຈະມາທ່ຽວເກຣັກ ເພີ່ມຂຶ້ນ 67% ໃນລະດູທ່ອງທ່ຽວປີ 2017. ຂ່າວແຈ້ງຕື່ມວ່າ: ໃນ 2 ເດືອນທຳອິດຂອງປີ 2017, ການເດີນທາງຂອງຜູ້ໂດຍສານໃນເດີ່ນບິນປະເທດເກຣັກ ໄດ້ເພີ່ມຂຶ້ນ 7,2% ເມື່ອທຽບກັບໄລຍະດຽວກັນຂອງປີ 2016. ຈຳນວນຜູ້ໂດຍສານໃນ 2 ເດືອນຕົ້ນປີ ແມ່ນ 3.75 ລ້ານຄົນ. ເມື່ອທຽບກັບໄລຍະດຽວກັນຂອງປີ 2016, ບັນລຸ 3,49 ລ້ານຄົນ. ໃນນັ້ນຈຳນວນຖ້ຽວບິນແມ່ນ 38.298 ຖ້ຽວບິນ ເປັນຖ້ຽວບິນສາກົນ 14.988 ຖ້ຽວບິນ.
ສປປ ລາວ ແລະ ເກຣັກ ສ້າງຕັ້ງສາຍພົວພັນທາງການທູດນຳກັນ ໃນວັນທີ 15 ມິຖຸນາ ປີ 1989.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com