Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
(ຄຳເຫັນຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ
ເນື່ອງໃນໂອກາດວັນສ້າງຕັ້ງ ພັກ ປປ ລາວ ຄົບຮອບ 65 ປີ)
ພັກປະຊາຊົນປະຕິວັດລາວ ແມ່ນພັກທີ່ກໍາເນີດມາຈາກພັກກອມມູນິດອິນດູຈີນໃນເມື່ອກ່ອນ ແລະ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ຊຶ່ງມາຮອດປັດຈຸບັນມີອາຍຸ 65 ປີໃນຖານະເປັນພັກກໍາອໍານາດດຳລົງບົດບາດເປັນແກນນຳໃນລະບົບການເມືອງ, ເປັນພັກທີ່ມີຄວາມປີຊາສາ ມາດ ໃນການຊີ້ນໍາ-ນຳພາ ພາ ລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືປົກປັກຮັກສາ ແລະ ພັດທະນາປະເທດຊາດ. ໃນຂະບວນວິວັດ ແຫ່ງປະຫວັດສາດ ອັນລະອິດລະອ້ຽວດັ່ງກ່າວ ພັກເຮົາໄດ້ກຳນົດແນວທາງຍຸດ ທະສາດ, ບາດກ້າວເດີນ ແລະ ວິທີປະຕິວັດຂອງຊາດລາວ ໂດຍສອດຄ່ອງກັບເງື່ອນໄຂສະພາວະຄວາມເປັນຈິງຂອງປະເທດ ແລະ ສະພາບແວດລ້ອມແຫ່ງການເຊື່ອມໂຍງພາກພື້ນ ແລະ ສາກົນ ໃນແຕ່ລະໄລຍະ, ສາມາດສະຫຼຸບ ແລະ ຖອດຖອນໄດ້ບົດຮຽນ ໃນແຕ່ລະໄລຍະແຫ່ງບາດລ້ຽວ ປະຫວັດສາດຂອງການປະຕິວັດ ຊຶ່ງສາມາດຍາດໄດ້ໄຊຊະນະ ແລະ ມີຜົນສໍາເລັດ ໃນຫຼາຍດ້ານ; ການປັບປຸງແນວທາງ ແຜນນະໂຍບາຍຕ່າງໆ ທີ່ວາງອອກນັ້ນ ນັບມື້ມີຄວາມສົມບູນຍິ່ງຂຶ້ນ.
ພາຍໃຕ້ການຊີ້ນຳ ແລະ ນຳພາຢ່າງໃກ້ຊິດຂອງພັກ ປປ ລາວ, ຄະນະພັກສູນກາງແນວລາວສ້າງຊາດ (ສນຊ) ແຕ່ລະສະໄໝ ກໍໄດ້ເຮັດສຳເລັດໜ້າທີ່ວຽກງານຂອງຕົນ, ເວົ້າສະເພາະພາຍຫຼັງກອງປະຊຸມໃຫຍ່ແນວລາວສ້າງຊາດ ສະ ໄໝທີ X; ຄະນະພັກ ສນຊ ໄດ້ສືບຕໍ່ ແລະ ເສີມຂະຫຍາຍມູນເຊື້ອ ອັນສະຫງ່າລາສີຂອງແນວລາວອິດສະຫຼະ ແລະ ແນວລາວຮັກຊາດໃນການເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວນັບທັງພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດເຂົ້າໃນການປະຕິບັດແນວທາງ, ນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະ, ປະຕິບັດລັດຖະທໍາມະນູນ, ລະບຽບ, ກົດໝາຍຂອງລັດກໍຄືການປະຕິບັດສອງໜ້າທີ່ຍຸດທະສາດໃນປັດຈຸບັນຊຶ່ງຄະນະພັກ ສນຊ ໄດ້ພ້ອມກັນຊີ້ນໍານໍາພາເຄື່ອນໄຫວວຽກແນວໂຮມໃນໄລຍະໃໝ່ ຊຶ່ງມີຜົນງານພົ້ນເດັ່ນດັ່ງນີ້: ສນຊ ປະກອບມີຄະນະປະຈໍາ ຊຶ່ງເຮັດໜ້າທີ່ປະຈໍາການແກ້ໄຂວຽກງານ, ມີລະບອບປະຊຸມປະຈໍາເດືອນ, ປະຊຸມເປີດກວ້າງ,ກອງປະຊຸມຄົບຄະນະຂອງກໍາມະການສູນກາງແນວລາວສ້າງຊາດ,ມີກອງປະຊຸມສ່ອງແສງກັບອົງການພາຄີ, ມີຮອງປະທານສູນກາງແນວລາວສ້າງຊາດບໍ່ປະຈໍາການ, ມີບັນ ດາກົມ, ສູນ, ຫ້ອງການ, ມີ 6 ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານຄືື: ຄະນະທີ່ປຶກສາວຽກງານເສດຖະກິດແລະ ກົດໝາຍ; ຄະນະທີ່ປຶກສາວຽກງານຊົນ ເຜົ່າ; ຄະນະທີ່ປຶກສາວຽກງານຊັ້ນຄົນ ແລະ ການຈັດຕັ້ງສັງຄົມ; ຄະນະທີ່ປຶກສາວຽກງານສາສະໜາ ແລະ ຄະນະທີ່ປຶກສາວຽກງານຄົນເຊື້ອຊາດລາວຢູ່ຕ່າງປະເທດ; ຄະນະພັກໄດ້ເອົາໃຈໃສ່ ຊີ້ນໍາປັບປຸງກົດໝາຍວ່າດ້ວຍ ແນວລາວສ້າງຊາດ ແລະ ໄດ້ນໍາເຂົ້າພິ ຈາລະນາ ແລະ ໄດ້ຖືກຮັບຮອງໃນກອງປະຊຸມສະໄໝສາມັນທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII, ໄດ້ຊີ້ນໍານໍາພາປັບປຸງຮ່າງມະຕິກົມການເມືອງສູນກາງພັກ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານອົງການຈັດຕັ້ງມະຫາຊົນຂອງພັກ ໄລຍະໃໝ່ ແລະ ໄດ້ສ້າງຫຼັກສູດວຽກງານແນວລາວສ້າງຊາດ (ວຽກງານແນວໂຮມ, ວຽກງານຊົນເຜົ່າ, ສາສະໜາ, ວຽກງານກວດກາແນວລາວສ້າງຊາດ, ການທູດປະຊາຊົນ). ວຽກງານໂຄສະນາ ນອກຈາກມີວາລະສານ, ປະ ຕິທິນ, ລາຍການວິທະຍຸ, ໂທ ລະພາບແລ້ວ ຍັງມີໜັງສືພິມສາມັກຄີພັດທະນາ, ເວັບໄຊ, ພ້ອມກັນນັ້ນ, ຍັງໄດ້ສ້າງໂຄງການຂຽນປື້ມປະຫວັດ ສາດແນວລາວສ້າງຊາດ ແລະ ສ້າງຫໍມູນເຊື້ອແນວລາວສ້າງຊາດ; ວຽກງານສາສະໜາ ໄດ້ຊີ້ນໍາຄະນະຮັບຜິດຊອບຮ່າງຄໍາແນະນໍາການຈັດຕັ້ງປະຕິບັດດໍາລັດ 315/ລບ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ ຢູ່ ສປປ ລາວໃນຂົງເຂດແນວລາວສ້າງຊາດ ແລະ ຄໍາແນະນໍາການປະສານງານວຽກງານແນວລາວສ້າງຊາດກັບກະຊວງພາຍໃນ;ປະກອບສ່ວນສໍາຄັນດ້ານສະຕິປັນຍາໃນການປັບປຸງທໍາມະນູນສົງ ຈົນສໍາເລັດ ແລະ ສາມາດປະກາດໃຊ້ ປີ 2019; ໄດ້ຈັດພິທີສະແດງສິລະປະຂອງບັນດາສາສະໜາຕ່າງໆ ແລະ ສ້າງກິດຈະກໍາໄປທັດສະນະສຶກສາສະຖານທີ່ສໍາຄັນທາງປະຫວັດສາດ ເຊັ່ນ: ເມືອງວຽງໄຊ ແຂວງຫົວພັນ, ຖໍ້າປີວເມືອງຄໍາ ແຂວງຊຽງຂວາງ ແລະ ສະຖານທີ່ສໍາຄັນອື່ນໆຢູ່ເຂດປະຕິວັດໃນເມື່ອກ່ອນ; ໄດ້ຈັດກອງປະຊຸມຝຶກອົບຮົມ ແລະ ເຜີຍແຜ່ນິຕິກໍາກ່ຽວກັບວຽກງານສາສະໜາ ໃຫ້ແກ່ບັນດາສາສະໜາ ໃນຂອບເຂດທົ່ວປະເທດ; ໄດ້ປະກອບສ່ວນຊ່ວຍກະກຽມ ແລະ ດໍາເນີນກອງປະຊຸມປະທານອົງການພຸດທະສາສະໜາ 3 ປະເທດຄື: ກໍາປູເຈຍ-ລາວ-ຫວຽດນາມ,ການສະເຫຼີມສະຫຼອງວັນພຸດທະ ສາສະໜາສາກົນ, ວັນວິສາ ຂະບູຊາລະດັບຊາດ; ໄດ້ຊີ້ ນໍາ ນໍາພາການເຮັດບຸນອຸທິດ ກຸສົນໃຫ້ແກ່ອະດີດການນໍາ ພັກ-ລັດ ປີ 2017 ຢູ່ວັດທາດ ຫຼວງເໜືອ;ໄດ້ຊີ້ນໍາຕໍ່ຄະນະຮັບຜິດຊອບກະກຽມງານທໍາມະຍາດຕາ 5 ແຜ່ນດິນ; ຊີ້ນໍາຄະນະຮັບຜິດຊອບຮ່າງມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍວຽກງານສາສະໜາ; ວຽກງານຊົນເຜົ່າ: ໄດ້ເອົາໃຈໃສ່ຊີ້ນໍານໍາພາການປະຕິບັດນະໂຍບາຍ ແລະ ສ້າງຄວາມສາມັກຄີບັນດາເຜົ່າ, ຜູ້ຊົງຄຸນວຸດທິບັນດາເຜົ່າ, ຊີ້ນໍາຄະນະຄົ້ນຄ້ວາຊື່ເອີ້ນ ເຜົ່າບຣູ ແລະ ໄດ້ສາມາດນໍາຜ່ານກອງປະຊຸມສະໄໝສາມັນທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ຖືກຮັບຮອງຊື່ເອີ້ນຊົນເຜົ່າ ບຣູ ເປັນຊົນເຜົ່າທີ 50 ຂອງປະເທດເຮົາ; ໄດ້ດໍາເນີນກອງປະຊຸມພົບປະຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວປະເທດ ຄັ້ງທີ 3; ໄດ້ຊີ້ນໍາໃຫ້ຄະນະຮັບຜິດຊອບຮ່າງຄໍາແນະນໍາການຈັດຕັ້ງປະຕິບັດຮີດຄອງປະເພນີຊົນເຜົ່າ ແລະ ໄດ້ຊີ້ນໍາຮ່າງມະຕິຂອງຄະນະບໍລິຫານງານສູນກາງພັກ ກ່ຽວກັບວຽກງານຊົນເຜົ່າໄລຍະໃໝ່. ນອກຈາກນີ້, ຍັງໄດ້ຊຸກຍູ້ການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດຕິດພັນກັບວຽກງານສາມສ້າງ ຊຶ່ງມາຮອດປັດ ຈຸບັນສາມາດປະກາດຮັບ ຮອງຄອບຄົວສາມັກຄີປອງດອງໄດ້ 658.000 ຄອບຄົວ, ບ້ານສາມັກຄີໄດ້ 4.162 ບ້ານ, ເມືອງສາມັກຄີໄດ້ 4 ເມືອງ.
ໃນດ້ານວຽກງານການທູດປະຊາຊົນ, ຄະນະພັກໄດ້ເອົາໃຈໃສ່ຊີ້ນໍານໍາພາການພົວພັນຮ່ວມມືກັບອົງການແນວໂຮມກັບບັນດາປະເທດເພື່ອນມິດຍຸດທະສາດເຊັ່ນ: ສສ. ຫວຽດນາມ, ສປ ຈີນ, ຣາຊະອານາຈັກກໍາປູເຈຍ, ກູບາ, ສປປ ເກົາຫຼີ, ສະຫະພັນຣັດເຊຍ. ປັດຈຸບັນມີກໍາມະການສູນກາງແນວລາວສ້າງຊາດ 10 ທ່ານ ທີ່ເປັນຕົວແທນຄົນເຊື້ອຊາດລາວຢູ່ 7 ປະເທດຄື: ອາເມຣິກາ, ຝຣັ່ງ, ການາດາ, ອົສຕຣາລີ, ນິວຊີແລນ, ອັງກິດ ແລະ ຍີປຸ່ນ, ພ້ອມກັນນີ້,ພີ່ນ້ອງຄົນເຊື້ອຊາດລາວຢູ່ຝຣັ່ງ, ການາດາຮ່ວມກັບສູນກາງແນວລາວສ້າງຊາດຈັດບຸນກະຖິນເພື່ອຖວາຍຢູ່ລາວ, ຍັງໄດ້ຕ້ອນຮັບພີ່ນ້ອງຄົນເຊື້ອຊາດລາວຢູ່ປະເທດອົສຕຣາລີ, ນິວຊີແລນ ມາຢ້ຽມຢາມ. ນອກຈາກນີ້, ຍັງໄດ້ຮ່ວມມືກັບອົງການອຸຍນີເຊັບປະຈໍາລາວ ເພື່ອປຸກລະດົມປະຊາຊົນເຂົ້າຮ່ວມການຢອດຢາ-ສັກຢາ, ອົງການອາຫານໂລກ ເພື່ອຊ່ວຍອາຫານກາງເວັນ, ກະຊວງສາທາລະນະສຸກ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດ ແລະ ສ້າງບ້ານແບບຢ່າງ 17 ບ້ານໃນ 9 ຕົວເມືອງ ນະ ຄອນຫຼວງວຽງຈັນເປັນບ້ານສີ ຂຽວສະອາດງາມຕາ, ກຸ່ມບໍ ລິສັດພົງສະຫວັນ ເພື່ອສ້າງໂຄງການຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າເຂດພັດທະນາ 516 ເມືອງລ້ອງຊານ ແຂວງໄຊສົມບູນ, ໂຄງການສົ່ງເສີມກະສິກໍາ ການປູກຕົ້ນໄມ້ໃຫ້ໝາກຢູ່ແຂວງຫົວພັນ, ໄຊຍະບູລີ, ສະຫວັນນະເຂດ, ພ້ອມກັນນັ້ນ, ຍັງໄດ້ຮ່ວມມືກັບບັນດາສະມາຄົມ, ມູນນິທິ ແລະ ການຈັດຕັ້ງທາງສັງຄົມ ແລະ ອື່ນໆ.
ໃນນາມຕາງໜ້າຄະນະກໍາມະການແນວລາວສ້າງຊາດ ແຕ່ລະຂັ້ນສະແດງຄວາມກະ ຕັນຍູຮູ້ບຸນຄຸນຕໍ່ພັກ ປປ ລາວ ທີ່ໄດ້ຈັດຕັ້ງນໍາພາທຸກໄຊຊະນະຂອງການປະຕິວັດລາວ, ສ້າງອະນາຄົດອັນສະຫວ່າງສະໄຫວໃຫ້ແກ່ປະເທດຊາດ,ນໍາເອົາຜົນປະໂຫຍດອັນມະຫາສານມາສູ່ປະຊາຊົນລາວບັນດາເຜົ່ານັບແຕ່ມື້ໄດ້ຮັບການສ້າງຕັ້ງຂຶ້ນທີ່ໃສ່ຊື່ເອີ້ນວ່າແນວລາວອິດສະຫຼະຕໍ່ມາປ່ຽນເປັນແນວລາວຮັກຊາດ ແລະ ແນວລາວສ້າງຊາດ ຍາມໃດກໍໄດ້ຮັບການຊີ້ນໍາ - ນໍາພາຢ່າງໃກ້ຊິດ ຕິດແທດຈາກ ພັກ ປປ ລາວ ເຮັດໃຫ້ຄະນະກໍາມະການແນວລາວສ້າງຊາດແຕ່ລະຂັ້ນນັບມື້ໄດ້ຮັບການປັບປຸງໃຫ້ເຕີບໃຫຍ່ເຂັ້ມແຂງໃນທຸກດ້ານ, ກາຍເປັນອົງການສໍາພັນທາງການເມືອງ ທີ່ກວ້າງຂວາງ, ເປັນ ພື້ນຖານການເມືອງທີ່ໜັກ ແໜ້ນ ແລະ ເປັນຄັນທຸງເຕົ້າ ໂຮມຄວາມສາມັກຄີປອງດອງທົ່ວວົງຄະນາຍາດແຫ່ງຊາດ.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com