Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ (ສກຂ) ໄດ້ສໍາເລັດລົງຢ່າງຈົບງາມເມື່ອບໍ່ດົນຜ່ານມາ ທີ່ຫ້ອງປະຊຸມພະແນກ ສກຂ ພາຍໃຕ້ການເປັນປະທານຂອງສະຫາຍ ທອງສີ ພັນທະວົງ ຮອງເລຂາໜ່ວຍພັກຫ້ອງການພະແນກ ສກຂ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບົວລີ ພັນນາວົງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ສກຂ, ມີສະຫາຍຄະນະໜ່ວຍພັກ, ເລຂາໜ່ວຍພັກອ້ອມຂ້າງທີ່ຂຶ້ນກັບຮາກຖານ ເຂົ້າຮ່ວມ.
ໂອກາດນີ້ ສະຫາຍ ສີພັນ ພັດທະນາ ຄະນະໜ່ວຍພັກຫ້ອງການພະແນກ ສກຂ ໄດ້ຂຶ້ນຜ່ານບົດສະຫຼຸບເພື່ອຕີລາຄາຄືນຜົນການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ສະຫາຍໄດ້ຍົກໃຫ້ເຫັນເຖິງກົງຈັກການ ຈັດຕັ້ງຂອງໜ່ວຍພັກຫ້ອງການພະແນກ ສກຂ ປັດຈຸບັນມີຄະ ນະໜ່ວຍພັກທັງໝົດ 5 ສະ ຫາຍ, ມີສະມາຊິກພັກທັງໝົດ 56 ສະຫາຍ, ແບ່ງເປັນ 5 ຈຸພັກ ເພື່ອສະດວກໃນການດໍາເນີນ ຊີວິດການເມືອງ ໃນໄລຍະ 3 ປີຜ່ານມາ (2017-2019) ຄະນະໜ່ວຍພັກຫ້ອງການພະແນກ ສກຂ ໄດ້ສຸມໃສ່ຈັດຕັ້ງປະຕິບັດຊີ້ນໍາ-ນໍາພາ ຕາມສິດ ໜ້າທີ່ ຂອບເຂດຄວາມຮັບຜິດ ຊອບ ເປັນຕົ້ນດ້ານການເມືອງ -ແນວຄິດ ໄດ້ສຶກສາອົບຮົມການເມືອງແນວຄິດໃຫ້ສະມາ ຊິກເປັນປົກກະຕິ, ເຂົ້າຮ່ວມຮັບຟັງປາຖະກະຖາປະຫວັດມູນເຊື້ອວັນສ້າງຕັ້ງພັກປະຊາ ຊົນ ປະຕິວັດລາວ, ວັນສ້າງຕັ້ງກອງທັບປະຊາຊົນລາວຄົບ ຮອບ 70 ປີ ແລະ ວັນສໍາຄັນອື່ນໆຕາມການມອບໝາຍຂອງຂັ້ນເທິງ, ເຜີຍແຜ່ກົດລະບຽບຂອງພັກ, ເອກະສານຝຶກຝົນຄຸນທາດການເມືອງ ແລະ ຄຸນ ສົມບັດສິນທໍາປະຕິວັດໃຫ້ສະ ມາຊິກພັກພາຍໃນໜ່ວຍ, ວຽກ ງານວິຊາສະເພາະໄດ້ຂະຫຍາຍ ຕາໜ່າງການສຶກສາໄປສູ່ທ້ອງ ຖິ່ນ ໂດຍສະເພາະຂະຫຍາຍ ໂຮງຮຽນອະນຸບານຕື່ມ 5 ແຫ່ງ, ຂະຫຍາຍໂຮງຮຽນມັດທະຍົມສຶກສາຕອນຕົ້ນເປັນມັດທະຍົມສຶກສາສົມບູນ 2 ແຫ່ງ, ສ້າງໂຮງ ຮຽນຕົວແບບໃຫ້ກາຍເປັນໂຮງ ຮຽນຄຸນນະພາບຊັ້ນປະຖົມ 36 ແຫ່ງ ແລະ ໂຮງຮຽນອະນຸ ບານ ເມືອງລະ 1 ແຫ່ງ, ອັດຕາເຂົ້າຮຽນສຸດທິຂອງເດັກໃນຊັ້ນ ປະຖົມ (6-10 ປີ) ບັນລຸ 99,5%, ອັດຕາເຂົ້າຮຽນລວມຊັ້ນມັດທະຍົມສຶກສາຕອນຕົ້ນບັນລຸ 97,9%, ອັດຕາເຂົ້າຮຽນລວມຊັ້ນມັດທະຍົມສຶກສາຕອນປາຍບັນລຸ 68,7%, ຊີ້ນໍາການສ້າງຄູປະສົບການ, ປະເມີນຄູສອນ, ສ້າງ ແລະ ບໍາ ລຸງນັກຮຽນເກັ່ງແຕ່ລະຊັ້ນແຕ່ ລະວິຊາ ທັງຂັ້ນເມືອງຂັ້ນແຂວງ ພ້ອມທັງນໍາພາເຂົ້າສອບເສັງນັກຮຽນເກັ່ງລະດັບຊາດສາ ມາດຍາດໄດ້ລາງວັນຊະນະເລີດ, ຮອງຊະນະເລີດບາງວິຊາ 3 ປີຊ້ອນໃນໄລຍະ 3 ປີ, ພົວພັນຮ່ວມມືກັບປະເທດເພື່ອນບ້ານ ແລະ ອົງການຈັດຕັ້ງສາກົນ ເພື່ອພັດທະນາວຽກງານການສຶກສາ-ກິລາຂອງແຂວງໃຫ້ມີ ຄຸນນະພາບ ພ້ອມດຽວກັນນັ້ນ, ຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຫ້ອງການຊຸດໃໝ່. ໃນນັ້ນ, ໄດ້ເລືອກເອົາສະຫາຍ ວົງສາ ລໍ່ເຢຍ ເປັນເລ ຂາໜ່ວຍ, ສະຫາຍ ພຸດທະວັນ ມະນີວົງ ແລະ ສະຫາຍ ນາງ ດາວອນ ເດດວົງສອນ ເປັນຮອງເລ ຂາໜ່ວຍ.
(ຂ່າວ-ພາບ: ຄານສີສະຫວັນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com