Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

WB ເພີ່ມເງິນຊ່ວຍ¬ເຫຼືອເພື່ອຮັບມືກັບ COVID-19

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 26/03/2020 08:46:52 ຈຳ​ນວນ​​ຢ້ຽມ​ຊົມ 404 ຄັ້ງ

  ຂ່າວ​ຕ່າງປະເທດ​ລາຍ​ງານ​ວ່າ: ທ້າຍ​ອາທິດ​ທີ່​ຜ່ານ​ມາ, ທະນາຄານ​ໂລກ (WB) ໄດ້​ປະກາດ​ເພີ່ມ​ເງິນ​ຊ່ວຍເຫຼືອ​ແບບ​ຮີບ​ດ່ວນ​ລວມ​ມູນ​ຄ່າ 1,4 ໝື່ນ​ລ້ານ​ໂດ​ລາ ໃຫ້​ແກ່​ບໍລິສັດ ແລະ ປະເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຢ່າງ​ວ່ອງໄວ​ຂອງ​ເຊື້ອ​ໄວ​ຣັດ​ສາຍ​ພັນ​ໃໝ່່ COVID-19.
  WB ໄດ້​ລະບຸ​ໃນ​ຖະແຫຼງການ​ວ່າ: ມາດ​ຕະການ​ດັ່ງກ່າວຈະ​ສ້າງ​ຄວາມ​ແຂງແຮງ​ໃຫ້​ກັບ​ລະບົບ​ການ​ກຽມ​ຄວາມ​ພ້ອມ​ດ້ານ​ສາທາລະນະ​ສຸກ​ລະດັບ​ປະເທດ ຊຶ່ງ​ລວມ​ເຖິງ​ການ​ຄວບ​ຄຸມ​ໂຣກ​ລະບາດ, ການ​ວິນິດ​ໄສ ແລະ ການ​ຮັກສາລວມ​ເຖິງ​ການ​ສະໜັບສະໜູນ​ພາກ​ເອກະ​ຊົນ. ທ່ານ ເດ​ວິດ ມັນ​ພາສ ປະທານ​ທະນາຄານ​ໂລກ​ລະບຸ​ວ່າ: ມາດ​ຕະການ​ນີ້, ຈະ​ໃຫ້​ຄວາມ​ຊ່ວຍເຫຼືອ​ແບບ​ຮີບ​ດ່ວນ​ກັບ​ທຸລະ​ກິດ​ຕ່າງໆ ແລະ ພະນັກງານ ເພື່ອ​ຫຼຸດຜ່ອນ​ຜົນ​ກະທົບ​ທາງ​ດ້ານ​ການ​ເງິນ, ເສດຖະກິດ ຈາກ​ການ​ແຜ່​ລະບາດ​ຂອງ​ໄວ​ຣັດ COVID-19. ທາງ​ດ້ານ​ບໍລິສັດ​ການ​ເງິນ​ສາກົນ (IFC) ຊຶ່ງ​ເປັນ​ໜ່ວຍ​ງານ​ຂອງ​ທະນາຄານ​ກາງ ທີ່​ປ່ອຍ​ເງິນ​ກູ້​ໃຫ້​ກັບ​ພາກ​ເອກະ​ຊົນ ຍັງ​ໄດ້​ເພີ່ມ​ເງິນ​ທຶນ​ຊ່ວຍເຫຼືອ​ອີກ 2 ພັນ​ລ້ານ​ໂດ​ລາ ສົ່ງ​ຜົນ​ໃຫ້​ຍອດ​ລວມ​ເງິນ​ຊ່ວຍເຫຼືອ​ຂອງ IFC ທີ່​ກ່ຽວຂ້ອງ​ກັບ COVID-19 ລວມ​ເປັນ 8 ພັນ​ລ້ານ​ໂດ​ລາ.
  ທະນາຄານ​ໂລກ ໄດ້​ເພີ່ມ​ວົງ​ເງິນ​ສະໜັບສະໜູນ​ດັ່ງກ່າວໃນ​ຂະນະ​ທີ່​ໄວ​ຣັດ COVID-19 ຍັງ​ຄົງແຜ່​ລະບາດ​ທົ່ວ​ໂລກ. ມະຫາວິທະຍາໄລ​ຈອນຮອບ​ກິ້ນ ລາຍ​ງານ​ວ່າ: ມີ​ຜູ້​ຕິດເຊື້ອ​ທົ່ວ​ໂລກ​ຫຼາຍ​ກວ່າ 196.000 ຄົນ ແລະ ມີ​ຜູ້​ເສຍ​ຊີວິດ​ແລ້ວ​ຫຼາຍ​ກວ່າ 7.800 ຄົນ.
 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com