Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ນາຍົກຫວຽດນາມເນັ້ນວ່າ: ການລົງທຶນປະຕິບັດນະໂຍບາຍສັງຄົມແມ່ນການລົງທຶນໃຫ້ແກ່ການພັດທະນາ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 26/03/2020 08:48:40 ຈຳ​ນວນ​​ຢ້ຽມ​ຊົມ 474 ຄັ້ງ

  ວິທະຍຸ​ກະຈາຍສຽງ​ຫວຽດນາມ​ລາຍ​ງານ​ວ່າ: ວັນ​ທີ 24 ມີນາ​ຜ່ານ​ມາ, ທ່ານ ຫ​ງວຽນ​ຊວັນ​ຟຸກ ນາຍົກລັດຖະມົນຕີ​ຫວຽດນາມ ໄດ້​ເປັນ​ປະທານ​ກອງ​ປະຊຸມ​ສະຫຼຸບ​ກ່ຽວ​ກັບ​ການ​ປະຕິບັດ​ມະຕິ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 5 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ XI ບາງ​ບັນຫາ​ນະໂຍບາຍ​ສັງຄົມ​ໄລຍະ 2012 - 2020. 
  ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຫ​ງວຽນ​ຊວັນ​ຟຸກ ເນັ້ນໜັກວ່າ: ຕ້ອງ​ລຶບ​ລ້າງ​ຄວາມທຸກ​ຍາກ, ຄວາມ​ອຶດຫິວໃຫ້​ແກ່​ທຸກ​ຄົນ​ຢູ່​ທຸກ​ແຫ່ງ​ໃນ​ທຸກ​ເວລາ​ຢ່າງ​ສິ້ນ​ເຊີງ, ສຸມ​ໃສ່​ແກ້​ໄຂ​ກຸ່ມ​ຄົນ​ປະສົບ​ກັບ​ຄວາມທຸກ​ຍາກ​ທີ່​ສຸດ, ເຂດ​ປະສົບ​ກັບ​ຄວາມທຸກ​ຍາກ​ກວ່າ​ໝູ່. ພິເສດ, ໃນ​ໄລຍະ​ປະສົມ​ກັບ​ຄວາມ​ຫຍຸ້ງຍາກ​ຈາກ COVID-19 ຄື​ໃນ​ປັດຈຸບັນ, ຕ້ອງ​ຄິດ​ເຖິງ​ບ້ວງ​ເງິນ​ໜູນ​ຊ່ວຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຮັບປະກັນ​ຊີວິດ​ສັງຄົມ, ພິເສດ​ແມ່ນ​ຜູ້​ອອກແຮງ​ງານ. 
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ເນັ້ນ​ໜັກ​ວ່າ: ການ​ພັດທະນາ​ເສດຖະກິດຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ, ທ່ານໃຫ້​ທັດ ສະນະ​ຢ່າງ​ຈະແຈ້ງ​ວ່າ, ມະນຸດ​ເປັນໃຈ​ກາງຂອງ​ຂະບວນ​ວິວັດ​ການ​ພັດທະນາ, ຮັບປະກັນ​ນະໂຍບາຍ​ສັງຄົມ​ຕ້ອງ​ໄດ້​ຮັບ​ການ​ສ້າງ ແລະ ຜັນ​ຂະຫຍາຍ​ປະຕິບັດ​ຢ່າງ​ກົມກຽວ​ກັບ​ການ​ພັດທະນາ​ເສດ​ຖະ​ກິດ. ການ​ລົງທຶນ​ປະຕິບັດ​ນະໂຍບາຍ​ສັງຄົມ ແມ່ນ​ການ​ລົງທຶນ​ໃຫ້​ແກ່​ການ​ພັດ​ທະ​ນາ.
  ນະໂຍບາຍ​ສັງຄົມ ຕ້ອງ​ໄດ້​ຮັບປະກັນ​ການ​ພັດທະນາ​ແບບ​ກວມ​ລວມ, ຮອບດ້ານ, ພິເສດ​ຕ້ອງ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ພັດທະນາ​ມະນຸດ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ທຸກ​ຄົນ ແລະ ວຽກ​ດີ​ໃຫ້​ແກ່​ທຸກ​ຄົນ. ໃນ​ການ​ປະຕິວັດ 4.0 ແລະ ສະພາບ​ການ​ໃນ​ປັດຈຸບັນ, ທ່ານ ຫ​ງວຽນ​ຊວັນ​ຟຸກ ກ່າວ​ຢໍ້າ​ວ່າ: ຕ້ອງ​ຕັ້ງ​ບັນຫາ​ການ​ບຳລຸງ​ສ້າງ, ນຳ​ໃຊ້​ແຫຼ່ງ​ຊັບພະຍາກອນ​ມະນຸດ​ທີ່​ມີ​ທັກ​ສະ, ຄຸນ​ນະ​ພາບ​ສູງ​ຢ່າງ​ມີ​ປະສິດ​ທິ​ຜົນ, ພັດທະນາ​ຕະຫຼາດ​ແຮງ​ງານ​ຢ່າງ​ປອດ​ໃສ, ຄົບ​ຊຸດ, ທັນ​ສະໄໝ ແລະ ເຊື່ອມ​ໂຍງ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com