Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະພັກຮາກຖານພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນ ໄດ້ເປີດຂຶ້ນເມື່ອບໍ່ດົນມານີ້ ໂດຍການເປັນປະ ທານຂອງສະຫາຍ ບຸນຈັນ ໄຊປັນຍາ ເລຂາຄະນະພັກຮາກຖານ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ເປັນກຽດເຂົ້າຮ່ວມມີສະຫາຍ ໂອໄດ ສຸດາພອນ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ, ມີບັນດາເລຂາພັກຮາກຖານພະແນກການອ້ອມຂ້າງ, ໜ່ວຍພັກຫ້ອງການກະສິກຳ ແລະ ປ່າໄມ້ 10 ເມືອງ ຕະຫຼອດເຖິງສະມາຊິກພັກຈຳນວນ 204 ສະຫາຍໃນທົ່ວຮາກຖານເຂົ້າຮ່ວມ.
ສະຫາຍ ບຸນຈັນ ໄຊປັນຍາ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງຜ່ານຮ່າງບົດລາຍງານການເມືອງ ຕີລາຄາຜົນສຳເລັດການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນຮາກຖານພັກພະແນກກະ ສິກຳ ແລະ ປ່າໄມ້ແຂວງ ມີຄະນະພັກ 5 ສະຫາຍ, ຍິງ 1 ສະຫາຍ, ມີ 12 ໜ່ວຍພັກຂຶ້ນກັບ, ສະມາຊິກພັກທັງໝົດ 214 ສະຫາຍ, ຍິງ 61 ສະຫາຍ. ໃນໄລຍະຜ່ານມາ ຄະນະພັກໄດ້ເອົາໃຈໃສ່ໃນການຊີ້ນຳ-ນຳພາ ວຽກງານ ສຶກສາອົບຮົມທາງດ້ານການເມືອງແນວຄິດ ຕິດພັນກັບການເຄື່ອນໄຫວທາງດ້ານວຽກງານວິຊາສະເພາະເປັນຕົ້ນແມ່ນ ວຽກງານການປູກຝັງ ດ້ານການຜະລິດເຂົ້າ ບັນລຸໄດ້ 307.620 ໂຕນ, ເທົ່າກັບ 83,70% ແຜນການ, ເນື້ອທີ່ເກັບກ່ຽວ 80.013 ເຮັກຕາ, ເທົ່າກັບ 84,54%, ສະເລ່ຍເຂົ້າເປືອກຕໍ່ຄົນ ໄດ້ 720 ກິ ໂລຕໍ່ຄົນຕໍ່ປີ, ມີສ່ວນແຮໄວ້ 189.422 ໂຕນ, ການປູກພືດສໍາຮອງ ບັນລຸໄດ້ 129.778 ໂຕນ, ລື່ນແຜນການ 6,40% ໃນນີ້ປູກຫຼາຍກ່ວາໝູ່ແມ່ນ: ສາ ລີຫວານ, ມັນຕົ້ນ, ກ້ວຍຫອມ, ອ້ອຍ, ຢາສູບ ແລະ ພືດຜັກຊະນິດຕ່າງໆ. ດ້ານວຽກງານການລ້ຽງສັດ ແລະ ການປະມົງ ແມ່ນໄດ້ເອົາໃຈໃສ່ໃນການຊຸກຍູ້ການລ້ຽງສັດແບບເປັນຟາມ, ວາງແຜນການລ້ຽງສັດ, ການຄຸ້ມ ແລະ ຮັກສາສຸຂະພາບສັດ ເຮັດໃຫ້ການລ້ຽງສັດໄດ້ມີການຂະຫຍາຍຕົວຕາມລຳດັບ, ສາມາດຕອບສະໜອງ ຊີ້ນ, ປາ, ໄຂ່ ໂດຍສະເລ່ຍການບໍລິໂພກໄດ້ 59,85 ກິໂລຕໍ່ຄົນຕໍ່ປີ ລື່ນແຜນການ 5,35 ກິໂລຕໍ່ຄົນຕໍ່ປີ, ວຽກງານພັດທະນາຊົນນະບົດ. ມາຮອດປັດຈຸບັນແຂວງຄຳມ່ວນມີ 569 ບ້ານ, ໄດ້ປະກາດບ້ານພັດທະນາ 432 ບ້ານ ເພີ່ມຂຶ້ນ 12%, ມີຄອບຄົວພັດທະນາ 71.960 ຄອບຄົວ, ຄອບຄົວທຸກຍາກຍັງເຫຼືອ 763 ຄອບຄົວ, ບ້ານທຸກຍາກ 10 ບ້ານ, ຫຼຸດລົງ 2 ບ້ານ. ພິເສດແມ່ນໄດ້ປະກາດຮັບຮອງເອົາບ້ານ ແລະ ຄອບຄົວແບບຢ່າງທາງດ້ານກະສິກຳ ແລະ ປ່າໄມ້ 68 ບ້ານ, ມີ 8.382 ຄອບຄົວ. ສຳລັບແຜນການ 5 ປີຕໍ່ໜ້າ ສູ້ຊົນຜະລິດເຂົ້າໃຫ້ໄດ້ 422.984 ໂຕ່ນ, ສະເລ່ຍໃສ່ຫົວຄົນ 930 ກິໂລ, ຜະລິດພືດໃຫ້ໄດ້ 147.281 ໂຕ່ນ, ຜະລິດຊີ້ນ, ປາ, ໄຂ່ ເພື່ອບໍລິໂພກໃຫ້ໄດ້ 63 ກິໂລຕໍ່ຄົນຕໍ່ປີ, ຮອດປີ 2024 ເຮັດໃຫ້ອັດຕາສ່ວນການປົກຫຸ້ມຂອງປ່າໄມ້ກວມເອົາ 70% ໃນເນື້ອທີ່ປ່າໄມ້ທົ່ວແຂວງ 1.142.050 ເຮັກຕາ, ສ້າງເມືອງເຂັ້ມແຂງຮອບດ້ານໃຫ້ໄດ້ 3 ເມືອງ, ສ້າງບ້ານໃຫຍ່ໃຫ້ການເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ 4 ຈຸດສຸມ, ສ້າງບ້ານພັດທະນາໃຫ້ໄດ້ 50 ບ້ານ, ສ້າງຄອບຄົວພັດທະນາ 3.000 ຄອບຄົວ, ສ້າງບ້ານແບບຢ່າງດ້ານກະສິກຳໃຫ້ໄດ້ 50 ບ້ານ ແລະ 3.500 ຄອບຄົວ. ກອງປະຊຸມຄັ້ງນີ້ ຍັງໄດ້ປ່ອນບັດເລືອກເອົາຄະນະພັກ ຊຸດໃໝ່ ຊຶ່ງກອງປະຊຸມ ໄດ້ເຫັນດີເປັນເອກະພາບກັນເລືອກເອົາສະຫາຍ ບຸນຈັນ ໄຊປັນຍາ ເປັນເລຂາພັກຮາກຖານ, ສະຫາຍ ສຸກັນ ອິນທະນຸຮັກ ເປັນຮອງ, ສະຫາຍ ຄຳພັນ ອ່ອນດາລາ, ສະຫາຍ ນົງຄານ ແສງສຸລິນ, ສະຫາຍ ຄຳແສງ ແສງທອງນາລິນ, ສະຫາຍ ຄຳແກ້ວ ລັດຖະຍອດ ແລະ ສະຫາຍ ສິລິຄອນ ຂຸນໂນລາດ ເປັນຄະນະພັກຊຸດໃໝ່. ໃນນີ້ໄດ້ເຫັນດີເປັນເອກະພາບເລືອກເອົາສະຫາຍ ສຸກັນ ອິນທະນຸຮັກ ເປັນປະທານກວດກາພັກ ແລະ ສະຫາຍ ຄຳພັນ ອ່ອນດາລາ ເປັນຮອງປະທານກວດກາພັກ.
(ຂ່າວ: ກອງຄຳ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com