Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2019 ຂຶ້ນ ວັນທີ 23 ມີນາຜ່ານມານີ້, ທີ່ ສນຊ ໂດຍການເປັນປະທານຂອງສະຫາຍ ຄໍາໃບ ດຳລັດ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາສະຫາຍ ຮອງປະທານ, ຫົວໜ້າຫ້ອງການ, ຫົວໜ້າກົມ, ສູນຝຶກອົບຮົມ, ຕະຫຼອດຮອດສະມາຊິກພັກສົມບູນ ແລະ ສະມາຊິກພັກສໍາຮອງເຂົ້າຮ່ວມ.
ອົງຄະນະພັກ ສນຊ ມີ 8 ໜ່ວຍພັກທີ່ຂຶ້ນກັບ, ມີສະ ມາຊິກພັກທັງໝົດ 125 ສະ ຫາຍ, ຍິງ 44 ສະຫາຍ ໃນນັ້ນມີສະມາຊິກພັກສົມບູນ 84 ສະຫາຍ, ສະມາຊິກພັກສໍາຮອງ 12 ສະຫາຍ, ສະມາຊິກພັກທີ່ເປັນພະນັກງານບໍານານມີຈໍານວນ 29 ສະຫາຍ. ເພື່ອຍົກສູງຄຸນນະພາບຂອງສະມາຊິກພັກ, ໜ່ວຍພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ດ້ານການເມືອງແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ; ກໍ່ສ້າງໜ່ວຍພັກໃຫ້ເປັນບ່ອນຊີ້ນໍາ-ນໍາພາການເຄື່ອນໄຫວປະຕິ ບັດໜ້າທີ່ວິຊາສະເພາະໃຫ້ມີປະສິດທິພາບປະສິດທິຜົນ ສູງ;ກໍ່ສ້າງສະມາຊິກພັກພະ ນັກງານລັດຖະກອນ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນ ສົມບັດສິນທໍາປະຕິວັດ ແລະ ເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ, ສ້າງຄວາມສາມັກຄີເປັນເອກະພາບພາຍໃນໜ່ວຍພັກໃຫ້ມີຄວາມໜັກແໜ້ນ, ຢຶດໝັ້ນຫຼັກການ ລວມສູນປະຊາທິປະໄຕ; ສູ້ຊົນກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນການເມືອງ, ແນວຄິດ, ການຈັດຕັ້ງ, ແບບ ແຜນນໍາພາ ແລະ ການນໍາພາປະຕິບັດໜ້າທີ່ການເມືອງໃຫ້ບັນລຸຕາມຄາດໝາຍທີ່ແຕ່ລະໜ່ວຍພັກ ກໍານົດໄວ້ ໃນລະດັບ 9 ຄະແນນ ຂຶ້ນໄປ; ສະມາຊິກພັກກວມ 80% ຂຶ້ນໄປຕ້ອງເປັນສະມາ ຊິກພັກແຂງ.
ໃນໂອກາດນີ້ໄດ້ຮັບຟັງ ການໂອ້ລົມຂອງ ສະຫາຍ ຮອງປະທານ ສນຊ ຊຶ່ງບາງຕອນກ່າວວ່າ: ເພື່ອຮັບປະກັນເຮັດໃຫ້ການນໍາພາຂອງພັກຕອບສະໜອງການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່ ພັກເຮົາຍາມໃດກໍມີຄວາມຈໍາເປັນຕ້ອງສ້າງໜ່ວຍພັກທຸກຂັ້ນ ແລະ ສະມາຊິກພັກທຸກສະຫາຍໃຫ້ມີຄວາມສາມາດນໍາພາຮອບດ້ານ ຈັດຕັ້ງປະຕິບັດໜ້າທີ່ການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດວາງອອກໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ. ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແມ່ນຄວາມຮັບຜິດຊອບ ຂອງຄະນະໜ່ວຍພັກ, ສະມາຊິກພັກທຸກສະຫາຍທີ່ຈະຕ້ອງກໍາແໜ້ນເນື້ອໃນຈິດໃຈຢ່າງເລິກເຊິ່ງ ໃນການຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍ.
(ຂ່າວ+ພາບ: ສນຊ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com