Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກກົມການຂ່າວ ກະຊວງການຕ່າງປະເທດໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມາ ທີ່ກະຊວງການຕ່າງປະເທດ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະ ການສູນກາງພັກ ເລຂາຄະນະ ບໍລິຫານງານພັກກະຊວງການ ຕ່າງປະເທດ, ມີບັນດາສະຫາຍເລຂາ, ຮອງເລຂາ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍ ບົວແກ້ວ ພູມວົງໄຊ ເລຂາໜ່ວຍ ພັກກົມການຂ່າວ ກະຊວງການ ຕ່າງປະເທດ ໄດ້ຜ່ານບົດລາຍງານການເມືອງ ແລະ ບົດສຳ ຫຼວດການນຳພາລວມຂອງຄະ ນະໜ່ວຍພັກ ໃນໄລຍະ 5 ປີ ຜ່ານມາ ຊຶ່ງສາມາດສັງເກດຕີລາຄາຜົນສຳເລັດ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນທີ່ຖອດຖອນ ໄດ້ຂອງໜ່ວຍພັກ ນັບທັງການຊີ້ນຳ-ນຳພາຂອງຄະນະໜ່ວຍພັກ ພ້ອມດຽວກັນນີ້, ກໍໄດ້ກຳ ນົດທິດທາງແຜນການ ແລະ ວຽກງານຈຸດສຸມສຳລັບປີ 2020 -2025 ໂດຍຈະໄດ້ສຸມໃສ່: ວຽກງານກໍ່ສ້າງພັກ-ພະນັກງານ, ຂະຫຍາຍພັກຢ່າງມີຈຸດສຸມ ແລະ ມີຄຸນນະພາບເອົາໃຈ ໃສ່ ສຶກສາອົບຮົມທາງດ້ານການ ເມືອງແນວຄິດໃຫ້ແກ່ສະມາຊິກພັກກົມການຂ່າວ, ຍົກສູງຄຸນນະພາບໃນການເປັນເສນາທິການໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ, ເພີ່ມທະວີການຊີ້ນຳນຳພາ ແລະ ເສີມຂະຫຍາຍບົດບາດຂອງ 3 ອົງການຈັດຕັ້ງມະຫາຊົນພາຍໃນກົມການຂ່າວ ພ້ອມທັງວິທີການຈັດຕັ້ງປະຕິບັດທິດທາງແຜນການທີ່ໄດ້ກໍານົດໄວ້ໃຫ້ປະກົດຜົນເປັນຈິງ.
ໜ່ວຍພັກ ກົມການຂ່າວ, ກະຊວງການຕ່າງປະເທດ ມີສະມາຊິກພັກທັງໝົດ 18 ສະ ຫາຍ, ຍິງ 5 ສະຫາຍ, ໃນນີ້ ມີສະມາຊິກພັກສໍາຮອງ 3 ສະ ຫາຍ, ຍິງ 2 ສະຫາຍ. ໃນໄລຍະ 5 ປີ ຜ່ານມາ, ກົມການຂ່າວ ໄດ້ເສີມຂະຫຍາຍບົດບາດຊີ້ນຳນຳພາຂອງຕົນ ແລະ ສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຫຼາຍດ້ານເປັນຕົ້ນແມ່ນການກໍ່ສ້າງພັກ-ພະນັກງານ ຊຶ່ງມາຮອດປັດຈຸບັນ ໄດ້ມີສະມາຊິກພັກ-ພະນັກງານ ສໍາເລັດການສຶກສາດ້ານວິຊາສະເພາະ ລະດັບປະລິນຍາໂທ ຢູ່ພາຍໃນ ແລະ ຕ່າງປະເທດ 8 ສະຫາຍ, ສໍາເລັດການບໍາລຸງທິດສະດີການ ເມືອງ ແລະ ການປົກຄອງລະ ບົບ 45 ວັນ 8 ສະຫາຍ ແລະ ສຳເລັດການຝຶກອົບຮົມພາສາຕ່າງປະເທດອີກຈຳນວນໜຶ່ງ.
ນອກນັ້ນ, ຍັງຈະໄດ້ເອົາ ໃຈໃສ່ຍົກສູງຄຸນນະພາບການເປັນເສນາທິການດ້ານວຽກງານການຂ່າວໃຫ້ແກ່ຂັ້ນເທິງ ແລະ ເປັນເຈົ້າການນໍາພາການປັບປຸງແບບແຜນວິທີເຮັດວຽກຢ່າງມີວິທະຍາສາດ, ມີແຜນງານ, ໂຄງການ, ແຜນການ ແລະ ມີຈຸດສຸມ ຄວບຄູ່ກັບການນໍາໃຊ້ພາຫະນະເຕັກນິກທີ່ທັນສະໄໝເຂົ້າໃນການເຮັດວຽກ ເພື່ອເພີ່ມປະສິດທິພາບຂອງວຽກງານ, ພ້ອມທັງສືບຕໍ່ສ້າງ, ປັບປຸງນິຕິກໍາ ແລະ ກົນໄກການເຄື່ອນໄຫວວຽກງານການຂ່າວຕ່າງປະເທດຢ່າງເປັນລະບົບ ໂດຍສະເພາະແມ່ນຈັດຕັ້ງຜັນຂະຫຍາຍ 5 ແຜນງານ ແລະ 41 ໂຄງການ ທີ່ໄດ້ຖືກຮັບ ຮອງໃນກອງປະຊຸມວຽກງານ ການຕ່າງປະເທດ ຄັ້ງທີ XIV.
ຜູ້ແທນກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກກົມການຂ່າວຊຸດໃໝ່ ຈຳນວນ 3 ສະຫາຍ ແລະ ໃນກອງປະຊຸມຄັ້ງປະຖົມມະລືກຂອງຄະນະໜ່ວຍພັກຊຸດໃໝ່ ໄດ້ເປັນເອກະພາບເລືອກເອົາສະຫາຍ ບົວແກ້ວ ພູມວົງໄຊ ເປັນເລຂາໜ່ວຍພັກ; ສະຫາຍ ນາງ ວຽງສະຫວັນ ພິລາວົງ, ເປັນຮອງເລຂາ; ແລະ ສະຫາຍ ບຸນມີ ວັນມະນີ, ເປັນກຳມະການ, ຮັບຜິດຊອບວຽກງານກວດກາ ໜ່ວຍພັກກົມການຂ່າວ.
ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງ ໜ່ວຍພັກກົມການຂ່າວ, ກະ ຊວງການຕ່າງປະເທດທີ່ຍາດ ມາໄດ້ໃນໄລຍະຜ່ານມາ ແລະ ໄດ້ໃຫ້ທິດຊີ້ນຳແກ່ຄະນະໜ່ວຍ ພັກກົມການຂ່າວຊຸດໃໝ່ເອົາ ໃຈໃສ່ 5 ດ້ານຄື: ເພີ່ມທະວີ ວຽກງານກໍ່ສ້າງພັກ-ພະນັກ ງານ, ຍົກສູງຫຼັກການເຮັດວຽກງານຂອງພັກແບບລວມສູນປະຊາທິປະໄຕ, ຍົກສູງປະ ສິດທິພາບຂອງການຂະຫຍາຍ ສະມາຊິກພັກ ໂດຍເນັ້ນເອົາຄຸນນະພາບເປັນຫຼັກ, ເພີ່ມທະ ວີຄວາມເປັນເອກະພາບ ແລະ ຄວາມສາມັກຄີພາຍໃນໜ່ວຍພັກ ແລະ ຍົກສູງຄຸນນະພາບໃນ ການປະຕິບັດໜ້າທີ່ວຽກງານວິຊາສະເພາະໃນດ້ານຕ່າງໆ ໂດຍສະເພາະໃຫ້ມີຄວາມສະ ດຸ້ງໄວຕໍ່ແຕ່ລະບັນຫາ ແລະ ເອົາ ໃຈໃສ່ຝຶກຝົນທັກສະ ໃນການ ວິໄຈບັນຫາໃຫ້ວ່ອງໄວ, ພ້ອມ ກັນສູ້ຊົນບຸກບືນ ແລະ ເຊີດຊູ ຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງຂອງຕົນໃຫ້ສາ ມາດຍາດໄດ້ຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນຊຸມປີຕໍ່ໜ້າ.
(ຂ່າວ: ກະຊວງການຕ່າງ ປະເທດ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com