Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໜ່ວຍພັກສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມສະ ຫຼຸບຕີລາຄາການນຳພາ ໃນໄລ ຍະຜ່ານມາ ແລະ ທິດທາງແຜນ ການໃນຕໍ່ໜ້າ ຂຶ້ນເມື່ອບໍ່ດົນມານີ້ ໂດຍການເປັນປະທານຂອງ ສະຫາຍ ສຸຣິປັນຍາ ຣາຊສົມບັດ ຮັກສາການຫົວ ໜ້າສູນຝຶກອົບຮົມ ສນຊ, ເປັນກຽດເຂົ້າຮ່ວມມີສະຫາຍ ຄຳໃບ ດຳລັດ ກຳມະການສູນກາງພັກ ຮອງເລຂາຄະນະພັກຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນອ້ອມຂ້າງ ສນຊ ເຂົ້າຮ່ວມ.
ສະຫາຍ ສຸຣິປັນຍາ ຣາຊສົມບັດ ໄດ້ຜ່ານບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມຂອງໜ່ວຍ ພັກ ໂດຍຫຍໍ້ ຊຶ່ງສະຫາຍໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະ 3 ປີ ຜ່ານມາ ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານ ລັດຖະກອນ ພາຍໃນໜ່ວຍພັກ ດ້ວຍການເຂົ້າຮ່ວມຮັບຟັງການເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ເຮັດໃຫ້ສະມາຊິກພັກ-ພະນັກງານ ສາມາດເຊື່ອມຊຶມ ແລະ ກຳແໜ້ນ; ໄດ້ນຳພາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຮັດໃຫ້ໜ່ວຍພັກສູນຝຶກອົບຮົມໄດ້ຖືກຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີ 2018-2019; ໄດ້ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ວິທີນຳພາຂອງຄະນະໜ່ວຍພັກ ແລະ ສ້າງເງື່ືອນໄຂຊຸກຍູ້ສົ່ງເສີມໃຫ້ສະ ມາຊິກພັກ-ພະນັກງານ, ມີໂອ ກາດໄດ້ຮັບການບຳລຸງ, ຍົກລະດັບຄວາມຮູ້ຄວາມສາມາດດ້ານຕ່າງໆ ໃນໄລຍະສັ້ນ ແລະ ໄລຍະຍາວຢູ່ທັງພາຍໃນ ແລະ ຕ່າງປະເທດ; ໄດ້ຊີ້ນຳ-ນຳພາ ສະມາຊິກພັກ-ພະນັກງານ ສ້າງຫຼັກສູດຝຶກອົບຮົມວຽກງານ ແນວລາວສ້າງຊາດ ໄລຍະ 45 ວັນສຳເລັດ. ກອງປະຊຸມຄັ້ງນີ້, ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ສຸຣິປັນຍາ ຣາຊສົມບັດ ຮັກສາການຫົວໜ້າສູນຝຶກອົບຮົມ ທັງ ເປັນຮັກສາການເລຂາໜ່ວຍພັກ ແລະ ສະຫາຍ ນາງ ພອນສະຫວັນ ສຸກສຸວັນກອນ ຮອງຫົວໜ້າສູນຝຶກອົບຮົມ ເປັນຮອງເລຂາໜ່ວຍພັກ.
ສະຫາຍ ຄຳໃບ ດຳລັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວຂອງຄະນະໜ່ວຍພັກ ໃນໄລຍະຜ່ານມາ ແລະ ສະຫາຍໄດ້ເນັ້ນຕື່ມວ່າ: ຄະນະໜ່ວຍພັກຊຸດໃໝ່ຈົ່ງເອົາໃຈໃສ່ຈັດຕັ້ງເຜີຍແຜ່ກອງປະຊຸມຂອງໜ່ວຍພັກຄັ້ງນີ້ ໃຫ້ສະມາຊິກພັກ-ພະນັກງານໄດ້ເຊື່ອມຊຶມ ແລະ ກຳແໜ້ນ ເພື່ອນຳໄປຜັນຂະຫຍາຍໃຫ້ເປັນແຜນການ, ໂຄງການ ແລະ ກິດຈະກຳລະອຽດຕິດພັນກັບວິຊາສະເພາະຂອງຕົນ; ສືບຕໍ່ສຶກສາອົບຮົມສະມາຊິກພັກ-ພະນັກງານໃຫ້ເຂົ້າໃຈຕໍ່ແນວ ທາງນະໂຍບາຍຂອງພັກ-ລະ ບຽບກົດໝາຍຂອງລັດຢ່າງເລິກ ເຊິ່ງ, ເປັນເຈົ້າການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີທັດສະນະຫຼັກໝັ້ນຄຸນທາດການເມືອງໜັກແໜ້ນ, ເອົາໃຈໃສ່ປັບປຸງ ແບບແຜນວິທີນຳພາ, ວິທີເຮັດວຽກ ໂດຍຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ມີການແບ່ງວຽກງານ ແລະ ແບ່ງຄວາມຮັບຜິດຊອບໃຫ້ທຸກຄົນຢ່າງຈະ ແຈ້ງ; ຮັກສາຄວາມສາມັກຄີພາຍໃນ ແລະ ພາຍນອກໃຫ້ແໜ້ນແຟ້ນ, ເພີ່ມທະວີການຕິດຕາມກວດກາແຜນງານ, ໂຄງການທີ່ໜ່ວຍພັກສູນຝຶກອົບຮົມ ຮັບຜິດຊອບ ໃຫ້ມີປະສິດທິຜົນ; ເອົາໃຈໃສ່ຊີ້ນຳ-ນຳພາ ອົງການຈັດຕັ້ງມະຫາຊົນໃຫ້ມີການເຄື່ອນໄຫວຕາມພາລະບົດບາດໜ້າທີ່ຂອງຕົນ, ເພື່ອເປັນກຳລັງແຮງໃຫ້ຄະນະໜ່ວຍພັກ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມຂອງໜ່ວຍພັກ ກໍຄືມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກສູນກາງແນວລາວສ້າງຊາດ ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.
(ຂ່າວ: ສນຊ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com