Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພິທີປະກາດແຕ່ງຕັ້ງ ແລະ ຍົກຍ້າຍພະນັກງານນຳພາຢູ່ເມືອງ ທ່າແຕງ ແຂວງເຊກອງ ຈັດຂຶ້ນໃນວັນທີ 26 ມີນາຜ່ານມາ ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງທ່ານ ລົດແກ້ວ ເພັງພູນສະຫວັດ ຮອງເລຂາພັກເມືອງທ່າແຕງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ດາວວີ ສວຍທະລັງສີ ກໍາມະການພັກແຂວງ ຫົວໜ້າໂຄສະນາອົບຮົມແຂວງເຊ ກອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຂະແໜງການກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ພ້ອມແຂກຖືກເຊີນເຂົ້າຮ່ວມ.
ທ່ານ ເພັດຕຸລາ ສຸດທິຈັກ ຮອງຫົວໜ້າຄະນະຈັດຕັ້ງເມືອງທ່າແຕງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ-ເມືອງທ່າແຕງ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນໍາພາ 4 ຫ້ອງການເຊັ່ນ: ຍົກຍ້າຍທ່ານນາງ ແກ້ວອຸດອນ ດວງມະນີວົງ ຄະນະປະຈໍາພັກເມືອງ ຜູ້ຊ່ວຍວຽກຫ້ອງວ່າການປົກຄອງເມືອງ ໄປຮັບໜ້າທີ່ໃໝ່ເປັນຫົວໜ້າຄະນະໂຄສະນາອົບຮົມເມືອງ, ທ່ານ ສຸກັນ ຈັນສີປະເສີດ ກໍາມະການພັກເມືອງ ຫົວໜ້າຫ້ອງວ່າການປົກຄອງເມືອງ ໄປຮັບໜ້າທີ່ໃໝ່ເປັນຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ທ່ານ ກິແກ້ວ ໄຊຍະສິດ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄປຮັບໜ້າທີ່ໃໝ່ເປັນຫົວໜ້າຫ້ອງການຍຸຕິທໍາເມືອງ, ທ່ານ ກິ ສາຍອຸດົມ ກໍາມະການພັກເມືອງ ຫົວໜ້າຫ້ອງການຍຸຕິທໍາເມືອງ ໄປຮັບໜ້າທີ່ໃໝ່ເປັນຫົວໜ້າຫ້ອງວ່າການປົກຄອງເມືອງ ທ່າແຕງ. ໃນຂະນະທີ່ຍົກຍ້າຍ ທ່ານ ສິງດໍາ ຄິວລະວົງ ຫົວໜ້າໜ່ວຍງານຮ່ວມມື ແລະ ສົ່ງເສີມການລົງທຶນ ເປັນຮອງຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ,ທ່ານ ວຽງສະໄໝ ແກ້ວໄຊຍາ ຫົວໜ້າໜ່ວຍງານແຜນການ ແລະ ປະເມີນຜົນ ເປັນຫົວໜ້າໜ່ວຍງານຮ່ວມມື ແລະ ສົ່ງເສີມການລົງທຶນ,ທ່ານນາງ ເພັດສະໝອນ ສາຍຕາ ຮອງຫົວໜ້າໜ່ວຍງານບໍລິຫານ ແລະ ຈັດຕັ້ງ ເປັນຫົວໜ້າໜ່ວຍງານບໍລິຫານ ແລະ ຈັດຕັ້ງ,ທ່ານ ພູທອນ ເຮືອງສະຫວັນ ຮອງຫົວໜ້າໜ່ວຍງານແຜນການ ແລະ ປະເມີນຜົນ ເປັນຫົວໜ້າໜ່ວຍງານແຜນການ ແລະ ປະເມີນຜົນ ຫ້ອງການແຜນການ ແລະ ການລົງທຶນເມືອງ ທ່າແຕງ.
ໂອກາດນີ້ທ່ານ ລົດແກ້ວ ເພັງພູນສະຫວັດ ຮອງເລຂາພັກເມືອງທ່າແຕງ ໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນ ແລະ ຄວາມຈຳເປັນຂອງການຍົກຍ້າຍ, ແຕ່ງຕັ້ງພະນັກງານນຳພາ ແມ່ນເປັນເລື່ອງປົກກະຕິ. ແນ ໃສ່ເປັນການຍົກລະດັບຂີດຄວາມສາມາດຂອງພະນັກງານນຳພາໃຫ້ມີຄວາມກະຕືລືລົ້ນ, ມີຄວາມຮັບຜິດຊອບສູງຂຶ້ນ, ພ້ອມໃຫ້ທິດເຍືອງທາງແກ່ຜູ້ທີ່ຖືກແຕ່ງຕັ້ງ ແລະ ຍົກຍ້າຍໃໝ່ວ່າ: ຕ້ອງໄດ້ສືບຕໍ່ເອົາໃຈໃສ່ໜ້າທີ່ວຽກງານທີ່ພັກ-ລັດຂັ້ນເທິງມອບໝາຍໃຫ້, ກ່ອນອື່ນ ຕ້ອງໄດ້ສຶກສາອົບຮົມດ້ານການເມືອງແນວຄິດ, ສ້າງຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ປັບປຸງແບບແຜນວິທີເຮັດວຽກຢ່າງມີແຜນການ ໂດຍຢຶດຖືການເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ເປັນພື້ນຖານໃນການນຳພາວຽກງານຢ່າງຮອບດ້ານ.
(ຂ່າວ: ພອນ ບຸນອຸທິດ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com