Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຄວາມສາມັກຄີແມ່ນຢາວັກຊິນຊ່ວຍອາຊຽນ ຍູ້ໂຣກລະ¬ບາດໃຫ້ຖອຍໄປ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 20/04/2020 08:49:23 ຈຳ​ນວນ​​ຢ້ຽມ​ຊົມ 644 ຄັ້ງ

ຮຽບ​ຮຽງ​ໂດຍ:  ສີ​ວັນ 

  ຖະແຫຼງການ​ຮ່ວມ​ຂອງ​ກອງ​ປະຊຸມ ອີກ​ຄັ້ງ​ໜຶ່ງ​ໄດ້​ຢັ້ງຢືນ​ເຖິງ​ຈິດໃຈ​ສາມັກຄີ, ສະ ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ດ້ານ​ການເມືອງ​ຢ່າງ​ແຮງ​ກ່ຽວ​ກັບ​ການ​ຮ່ວມ​ມື​ພາຍ​ໃນ​ອາ​ຊຽນ ກໍຄື​ກັບ​ບັນດາ​ຄູ່​ຮ່ວມ​ມື, ຢັ້ງຢືນ​ໃຫ້​ເຫັນ​ວ່າ ແມ່ນ​ກຳລັງ​ແຮງ​ຊ່ວຍ​ໃຫ້ ອາ​ຊຽນ ເອົາ​ຊະນະ​ຕໍ່​ໂຣກ​ລະບາດ​ໂຄ​ວິດ-19.
  ພາຍ​ໃຕ້​ການ​ເປັນປະ ທານ​ຂອງ ທ່ານ ຫ​ງວຽນ​ຊວັນ​ຟຸກ ນາຍົກລັດຖະມົນຕີ​ຫວຽດນາມ ດ້ວຍ​ບົດບາດ​ເປັນ​ປະທານ ອາ​ຊຽນ, ກອງ​ປະຊຸມ​ສຸດ​ຍອດ​ພິເສດ ອາ​ຊຽນ ແລະ ອາ​ຊຽນ+3 ກ່ຽວ​ກັບ​ການ​ຮັບ​ມື​ກັບ​ໂຣກ​ລະບາດ​ໂຄ​ວິດ-19 ໄດ້​ສິ້ນ​ສຸດ​ລົງ ໃນ​ວັນ​ທີ 14 ເມສາ​ຜ່ານ​ມາ ດ້ວຍ​ໝາກຜົນ​ສຳຄັນ​ຫຼາຍ​ຢ່າງ. 
  ຖະແຫຼງການ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ພິເສດ ອາ​ຊຽນ ກ່ຽວ​ກັບ​ການ​ຮັບ​ມື​ກັບ​ໂຣກ​ລະບາດ​ໂຄ​ວິດ-19, ທີ່​ບັນລຸ​ໄດ້​ຢູ່​ບັນດາ​ກອງ​ປະຊຸມ ອີກ​ຄັ້ງ​ໜຶ່ງ ໄດ້​ສືບຕໍ່​ສ້າງ​ກໍາ​ລັງ​ແຮງ​ແຫ່ງ​ຄວາມ​ສາມັກຄີ​ຂອງ ອາ​ຊຽນ ກໍ​ຄື​ຄຳ​ເວົ້າ​ຂອງ​ທ່ານ ຫງວຽນ​ຊວັນ​ຟຸກ ໃນ​ວາລະ​ປີດ​ກອງ​ປະຊຸມ​ສຸດ​ຍອດ​ພິເສດ ອາ​ຊຽນ+3 ກ່ຽວ​ກັບ​ການ​ຮັບ​ມື​ກັບ​ໂຣກ​ລະບາດ ໂຄ​ວິດ-19, “ຄວາມ​ສາມັກຄີ ແລະ ການ​ອູ້ມຊູ​ຊ່ວຍເຫຼືອ​ຊຶ່ງ​ກັນ ແລະ ​ກັນ ລະຫວ່າງ​ບັນດາ​ປະເທດ” ແມ່ນ​ຂໍ​ກຸນແຈ​ແຫ່ງ​ຄວາມ​ສຳເລັດ ເພື່ອ​ໃຫ້ ອາ​ຊຽນ ແລະ ບັນດາ​ປະເທດ​ຄູ່​ຮ່ວມ​ມື ຜ່ານ​ຜ່າ​ໄລຍະ​ທີ່​ຫຍຸ້ງຍາກ​ນີ້.
  ອາ​ຊຽນ ສະໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື, ນັບ​ແຕ່​ເກີດ​ໂຣກ​ລະບາດ​ແຜ່​ລະບາດ​ໃນ​ທົ່ວ​ໂລກ ດ້ວຍ​ຄວາມ​ພະຍາຍາມ​ລວມ, ຈຳນວນ​ຜູ້​ຕິດເຊື້ອ​ຢູ່​ພາກ​ພື້ນ ອາ​ຊຽນ ແມ່ນ​ຍັງ​ຕ່ຳ ແລະ ເພີ່ມ​ຂຶ້ນ ຊ້າ​ກວ່າ ເມື່ອ​ທຽບໃສ່​ອັດຕາ​ສ່ວນ​ລວມ​ຂອງ​ທົ່ວ​ໂລກ. ນີ້​ແມ່ນ​ຄວາມ​ພະຍາຍາມ​ໄດ້​ຮັບ​ການ​ຢັ້ງຢືນ​ຈາກ​ໂລກ ແລະ ແມ່ນ​ຄວາມ​ຈິງ​ທີ່​ບໍ່​ອາດ​ປະຕິເສດ​ໄດ້.
ໃນ​ຈຸດ​ເວລາ​ນີ້, ສື່​ມວນ​ຊົນ​ໂລກ ຍາມ​ໃດ​ກໍ​ກ່າວ​ເຖິງ​ເລື່ອງ​ບັນດາ​ປະເທດ​ອາ​ຊຽນ, ບັນດາ​ຄູ່​ຮ່ວມ​ມື​ຂອງ​ອາ​ຊຽນ ແລະ ຫຼາຍ​ປະເທດ​ເພື່ອນ​ມິດ​ອື່ນ “ແບ່ງ​ທຸກ​ແບ່ງ​ສຸກ” ຮ່ວມ​ແຮງ​ຮ່ວມ​ໃຈ​ເມື່ອ​ຖືກ​ເຄາະ​ຮ້າຍ ແລະ ກໍບໍ່​ແມ່ນ​ເລື່ອງ​ບັງເອີນ ຊຶ່ງ​ບັນດາ​ສຳນັກ​ຂ່າວສານ​ໃຫຍ່, ໜັງສືພິມ​ໃຫຍ່​ຄື: Reuters, The Diplomat, ໜັງສືພິມ​ ວໍ​ຊິງ​ຕັນ ໂພ​ສ ຫຼື ໜັງສືພິມ ນິວ​ຢອກ​ລາຍ​ວັນ ທີ່​ລົງ​ພິມ​ຫຼາຍ​ຂ່າວ, ບົດ​ກ່ຽວ​ກັບ​ຂໍ້​ມູນ​ຕ່າງໆ ແລະ ສ່ອງ​ແສງ​ກ່ຽວ​ກັບ​ຄວາມ​ພະຍາຍາມ​ຮ່ວມ​ມື​ຂອງ ອາ​ຊຽນ, ກ່ຽວ​ກັບ​ບົດບາດ​ຂອງ ຫວຽດນາມ ຊຶ່ງ​ແມ່ນ​ປະເທດ​ປະທານ ອາ​ຊຽນ ໃນ​ການ​ຮັບ​ມື​ກັບ​ໂຣກ​ລະບາດ​ໂຄ​ວິດ-19 ທີ່​ອັນຕະລາຍ​ນີ້. ໜັງສືພິມ Asiatoday ແມ່ນ​ໜຶ່ງ​ໃນ​ບັນດາ​ໜັງສືພິມ​ໃຫຍ່​ຂອງ ສ.ເກົາຫຼີ ກໍໄດ້ລົງ​ພິມ​ບົດ​ຂຽນ​ດ້ວຍ​ເນື້ອ​ໃນ​ຕີ​ລາຄາ​ສູງ​ຕໍ່​ບົດບາດ​ຂອງ ຫວຽດນາມ ສຳລັບ​ການ​ພັດທະນາ ແລະ ຄວາມ​ສາມັກຄີ​ຂອງ ອາ​ຊຽນ, ເປັນຕົ້ນ​ແມ່ນ​ໃນ​ສະພາບ​ການ​ທີ່​ໂຣກ​ລະບາດ​ໂຄ​ວິດ-19 ພວມ​ແຜ່​ລະບາດ​ຢ່າງ​ກ້​ວາງ​ຂວາງ​ອອກ​ສູ່​ຫຼາຍ​ປະເທດ​ໃນ​ໂລກ.
  ໃນ​ສະພາບ​ການ​ໂລກ ສືບຕໍ່​ປະ​ເຊີນ​ໜ້າ​ກັບ​ບັນດາ​ຄວາມ​ຫຍຸ້ງຍາກ​ຍ້ອນ​ໂຣກ​ລະບາດ​ກໍ່​ຂຶ້ນ, ການ​ຮ່ວມ​ແຮງ​ຮ່ວມ​ໃຈ, ແບ່ງປັນ​ຂອງ​ອາ​ຊຽນ, ບັນດາ​ຄວາມ​ພະຍາຍາມ​ຂອງ​ແຕ່​ລະ​ປະເທດ​ສະມາຊິກ ອາ​ຊຽນ, ໃນ​ນັ້ນ​ມີ ຫວຽດນາມ ຊຶ່ງ​ບໍ່​ພຽງ​ແຕ່​ສະແດງ​ໃຫ້​ເຫັນ​ຈິດໃຈ​ຄວາມ​ສາມັກຄີ​ດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບ​ເທົ່າ​ນັ້ນ ແຕ່​ຫາກ​ຍັງ​ແມ່ນ​ກໍາ​ລັງ​ແຮງ​ແຫ່ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ອີກ​ດ້ວຍ ຊ່ວຍ​ໃຫ້​ປະຊາຊົນ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ການ​ຊີ້​ນຳ​-​ນຳພາ​ຂອງ​ບັນດາ​ລັດຖະບານ; ຊ່ວຍ​ອາ​ຊຽນ ກາຍເປັນ​ຈຸດ​ພົ້ນ​ເດັ່ນ​ໃນ​ວຽກ​ງານ​ປ້ອງ​ກັນ, ສະກັດ​ກັ້ນ​ໂຣກ​ລະບາດ​ໂຄ​ວິດ-19 ແລະ ຢັ້ງຢືນ​ພາບ​ພົດ ແລະ ທີ່​ຕັ້ງ​ຂອງ ຫວຽດນາມ ໃນ​ບົດບາດ​ເປັນ​ປະທານ ອາ​ຊຽນ 2020, ຊຸກຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ແລະ ສາກົນ ເພື່ອ​ຮັບ​ມື​ກັບ​ໂຣກ​ລະ​ບາດ. ເປັນ​ທີ່​ຈະແຈ້ງ​ແລ້ວ​ວ່າ: ໂຣກ​ລະບາດ​ໂຄ​ວິດ-19 ແມ່ນ​ສິ່ງ​ທ້າ​ທາຍ ແຕ່​ກໍ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ບັນດາ​ປະເທດ​ຍັບ​ເຂົ້າ​ໃກ້​ກັນ​ກວ່າ, ຜູກ​ພັນ​ກັນ​ກວ່າ ພ້ອມ​ກັນ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການ​ຮັບ​ມື ກໍຄື​ສະແດງ​ໃຫ້​ເຫັນ​ບົດບາດ​ເປັນໃຈ​ກາງຂອງ​ອາ​ຊຽນ ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ແບບ​ໃໝ່.
  ສໍາ​ລັບ​ຫວຽດນາມ ໃນ​ຖານະ​ບົດບາດ​ຮັກສາ​ການ​ຮ່ວມ​ມື​ໃນ ອາ​ຊຽນ. ໃນ​ຖານະ​ບົດບາດ​ເປັນ​ປະທານ​ອາ​ຊຽນ 2020, ປະເທດ​ເຈົ້າພາບ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ພິເສດ ອາ​ຊຽນ ແລະ ອາ​ຊຽນ+3 ກ່ຽວ​ກັບ​ການ​ຮັບ​ມື​ກັບ​ໂຣກ​ລະບາດ​ໂຄ​ວິດ-19, ບັນດາ​ແນວ​ຄວາມ​ຄິດ, ຂໍ້​ສະເໜີ, ຫົວຂໍ້​ຂອງ ຫວຽດນາມ ທີ່​ໄດ້​ຍົກ​ອອກ​ມາ ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ. ພ້ອມ​ກັນ​ນັ້ນ, ເລື່ອງ​ແບ່ງປັນ​ບັນດາ​ບົດຮຽນ​ອັນ​ລ້ຳ​ຄ່າ, ແບ່ງປັນ​ຂໍ້​ມູນ​ດ້ານ​ສາທາລະນະ​ສຸກ ໃນ​ການ​ປິ່ນປົວ​ພະຍາດ; ການ​ໜູນ​ຊ່ວຍ​ອຸປະກອນ​ການ​ແພດ​ໃຫ້​ແກ່​ການ​ປ້ອງ​ກັນ, ສະກັດ​ກັ້ນ​ໂຣກ​ລະບາດ ຫຼື ຊ່ວຍເຫຼືອ​ກັນ​ປົກ​ປ້ອງ​ພົນລະເມືອງ ແລະ ອື່ນໆ ແມ່ນ​ບັນດາ​ປັດ​ໄຈ​ທີ່​ຈຳເປັນ ເພື່ອ​ຊ່ວຍ​ໃຫ້ ອາ​ຊຽນ ແລະ ບັນດາ​ຄູ່​ຮ່ວມ​ມື ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ປັດຈຸບັນ ແລະ ສິ່ງ​ສຳຄັນ​ທີ່​ສຸດ ແມ່ນ​ຖື​ປະຊາຊົນ​ເປັນໃຈ​ກາງ, ບັນດາ​ຂໍ້​ລິ​ເລີ່ມ​ທີ່​ຍົກ​ອອກ​ມາ ຕ້ອງ​ໄດ້​ຮັບ​ການ​ສະໜັບສະໜູນ, ເຫັນ​ດີ​ເຫັນ​ພ້ອມ, ຮ່ວມ​ແຮງ​ຮ່ວມ​ໃຈ​ການ​ກະທຳ​ຈາກ​ປະຊາຊົນ ຈຶ່ງ​ສາມາດ​ເສີມ​ຂະຫຍາຍ​ປະສິດ​ທິ​ຜົນ​ໃນ​ການ​ປ້ອງ​ກັນ, ສະກັດ​ກັ້ນ​ໂຣກ​ລະບາດ​ໄດ້.
  ໃນ​ສະພາບ​ການ​ໂຣກ​ລະບາດ​ໂຄ​ວິດ-19 ພວມ​ແຜ່​ລະບາດ​ອອກ​ສູ່​ທົ່ວ​ໂລກ, ຫວຽດນາມ ພວມ​ຢັ້ງຢືນ​ໄດ້​ບົດບາດ​ເປັນ​ປະທານ ອາ​ຊຽນ ແລະ ຖື​ນີ້​ແມ່ນ​ກາລະ​ໂອກາດ ເພື່ອ​ນຳ​ມາ​ຊຶ່ງ​ຄວາມ​ສາມັກຄີ ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ 10 ປະເທດ​ສະມາຊິກ ອາ​ຊຽນ. ພາຍຫຼັງ​ຖະແຫຼງການ​ຮ່ວມ ອາ​ຊຽນ ເພີ່ມ​ທະວີ​ການ​ຮ່ວມ​ມື​ໃຫ້​ບຸລິມະສິດ​ຮັບ​ມື​ກັບ​ໂຣກ​ລະບາດ ຂອງ​ອາ​ຊຽນ ໂດຍ​ຫວຽດນາມ ເປັນ​ເຈົ້າພາບ​ຈັດ​ຕັ້ງ​ຂຶ້ນ​ໃນ​ຖານະ​ເປັນ​ປະທານ ອາ​ຊຽນ, ວັນ​ທີ 14 ກຸມພາ​ຜ່ານ​ມາ, ພາຍ​ໃຕ້​ບົດບາດ​ປະທານ ອາ​ຊຽນ, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະເທດ​ພິເສດ ຈີນ - ອາ​ຊຽນ ກໍໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ ແຫ່ງ ສປປ ລາວ ໃນ​ວັນ​ທີ 20 ກຸມພາ​ຜ່ານ​ມາ, ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື ແລະ ຮັບ​ມື​ກັບ​ໂຣກ​ລະບາດ​ໂຄ​ວິດ-19.
  ໃນ​ຄັ້ງ​ນີ້, ການຈັດຕັ້ງ 2 ກອງ​ປະຊຸມ​ສຸດ​ຍອດ​ພິເສດ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ໂຣກ​ລະບາດ​ໂຄ​ວິດ-19 ສຳເລັດ​ຜົນ, ບໍ່​ພຽງ​ແຕ່​ສືບຕໍ່​ສະແດງ​ໃຫ້​ເຫັນ​ຈິດໃຈ​ຕັ້ງໜ້າ, ຄວາມ​ຮັບຜິດຊອບ​ທີ່​ມີ​ຢູ່​ແລ້ວ​ຂອງ ຫວຽດນາມ ໃນ​ການ​ຮ່ວມ​ມື​ພາຍ​ໃນ​ອາ​ຊຽນ ເທົ່າ​ນັ້ນ ແຕ່​ຫາກ​ຍັງ​ສະແດງ​ໃຫ້​ເຫັນ​ບົດບາດ “ການ​ເຊື່ອມ​ຕໍ່, ເປັນ​ເຈົ້າ​ການ​ຮັບ​ມື”, ຮັກສາ​ການ​ຮ່ວມ​ມື​ຂອງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື. ຜ່ານ​ກອງ​ປະຊຸມ​ສຸດ​ຍອດ​ພິເສດ ອາ​ຊຽນ ແລະ ອາ​ຊຽນ+3 ກ່ຽວ​ກັບ​ການ​ຮັບ​ມື​ກັບ​ໂຣກ​ລະບາດ​ໂຄ​ວິດ-19, ຫວຽດນາມ, ອາ​ຊຽນ ແລະ ບັນດາ​ປະເທດ​ຄູ່​ຮ່ວມ​ມື ໄດ້​ພ້ອມ​ກັນ​ເສີມ​ສ້າງ​ນ້ຳໃຈ​ຄວາມ​ສາມັກຄີ, ແບ່ງປັນ, ຮ່ວມ​ມື, ຕັດສິນ​ໃຈ​ເອົາ​ຊະນະ​ຕໍ່​ໂຣກ​ລະບາດ​ໂຄ​ວິດ-19ໃຫ້​ໄດ້.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com