Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ອີງຕາມແຜນການ, ປີນີ້ ຈີນຈະສຳເລັດໜ້າທີ່ລຶບລ້າງຄວາມທຸກຍາກທີ່ສຸດ ແລະ ບັນລຸການສ້າງເປັນສັງຄົມທີ່ອີ່ມໜຳສຳລານຢ່າງຮອບດ້ານ. ແຕ່ເນື່ອງຈາກ ສະພາບພະຍາດໂຄວິດ-19 ທີ່ເກີດຂຶ້ນຢ່າງກະທັນຫັນ ໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ເປົ້າໝາຍດັ່ງກ່າວ.
ຂ່າວສານຊີອາໄອລາຍງານວ່າ: ໃນໄລຍະທີ່ ທ່ານ ສີຈິ້ນຜິງ ປະທານປະເທດຈີນລົງໄປກວດກາຢູ່ແຂວງສານຊີ ລະຫວ່າງ ວັນທີ 20 - 23 ເມສາຜ່ານມາ, ໄດ້ຊີ້ແຈງທິດທາງ ແລະ ເສັ້ນທາງໃຫ້ແກ່ການນຳໃຊ້ມາດຕະການເພື່ອລຶບລ້າງຄວາມທຸກຍາກເຊັ່ນ: ລຶບລ້າງຄວາມທຸກຍາກດ້ວຍຜະລິດຕະກຳ, ລຶບລ້າງຄວາມທຸກຍາກດ້ວຍການປະກອບອາຊີບ, ລຶບລ້າງຄວາມທຸກຍາກດ້ວຍສາທາລະນະສຸກ, ລຶບລ້າງຄວາມທຸກຍາກດ້ວຍການສຶກສາ ແລະ ອື່ນໆ, ໄດ້ສົ່ງສັນຍານອັນຈະແຈ້ງວ່າ: ຈີນ ຈະສຳເລັດໜ້າທີ່ໃນການລຶບລ້າງຄວາມທຸກຍາກຕາມເວລາກຳນົດ ແລະ ສະແດງໃຫ້ເຫັນທັດສະນະດ້ານການກຳອຳນາດ ແລະ ຈິດໃຈທີ່ “ຖືປະຊາຊົນເປັນຫຼັກ” ຂອງພັກກຳອຳນາດຂອງຈີນ.
ການເລືອກສະຖານທີ່ໄປກວດກາວຽກງານດ້ານການລຶບລ້າງຄວາມທຸກຍາກ ໂດຍ ທ່ານ ສີຈິ້ນຜິງ ໃນຄັ້ງນີ້ ແມ່ນມີຄວາມໝາຍເລິກເຊິ່ງ. ໃນວັນທີ 20 - 21 ເມສາ, ທ່ານ ສີຈິ້ນຜິງ ໄດ້ໄປຮອດສອງເມືອງທີ່ຕັ້ງຢູ່ເຂດພູດອຍຊີນຫຼິງ ແລະ ຕ້າປ່າຊ່ານ. ເຂດດັ່ງກ່າວເປັນໜຶ່ງໃນເຂດທຸກຍາກພິເສດ 14 ແຫ່ງທີ່ໂຮມສູນກັນ, ເປັນເຂດທີ່ທຸກຍາກທີ່ສຸດ. ທ່ານ ສີຈິ້ນຜິງ ໄດ້ໄປກວດກາຂະແໜງການຜະລິດເຫັດຫູໜູ ແລະ ສວນປູກຊາ, ຍັງໄດ້ໄປຢາມຄຸ້ມຊຸມຊົນ, ໂຮງໝໍຄລີນິກ ແລະ ໂຮງຮຽນໃຈກາງຢູ່ເມືອງເກົ່າ ໂດຍສະເພາະ, ເພື່ອເຮັດໃຫ້ “3 ຮັບປະກັນ” ໄດ້ຮັບການຈັດຕັ້ງປະຕິບັດຢ່າງແທ້ຈິງ. ການເຮັດໃຫ້ປະຊາຊົນຜູ້ທຸກຍາກບໍ່ເປັນຫ່ວງນໍາອາຫານການກິນ ແລະ ເຄື່ອງນຸ່ງຫົ່ມຢ່າງໜັກແໜ້ນ, ການສຶກສາພາກບັງຄັບ, ການປິ່ນປົວພື້ນຖານ, ຄວາມປອດໄພດ້ານເຮືອນຢູ່ມີການຮັບປະກັນ (ເວົ້າໂດຍຫຍໍ້ຄື: 2 ບໍ່ເປັນຫ່ວງ 3 ຮັບປະກັນ), ນີ້ເປັນມາດຕະຖານທີ່ໝັ້ນໜຽວບໍ່ປ່ຽນແປງຂອງຈີນ ໃນການແກ້ໄຂຄວາມທຸກຍາກ.
ໃນກອງປະຊຸມກົມການ ເມືອງສູນກາງພັກກອມມູນິດຈີນ ໂດຍ ທ່ານ ສີຈິ້ນຜິງ ເປັນປະທານ ໄດ້ສະເໜີ “6 ຮັບປະກັນ” ຄື: ຮັບປະກັນການປະກອບອາຊີບຂອງປະຊາຊົນ, ຮັບປະກັນຊີວິດການເປັນຢູ່ພື້ນຖານ, ຮັບປະກັນຕະຫຼາດ, ຮັບປະກັນຄວາມປອດໄພດ້ານອາຫານ ແລະ ພະລັງງານ, ຮັບປະກັນຄວາມໝັ້ນທ່ຽງຂອງຕ່ອງໂສ້ສະໜອງ, ຮັບປະກັນການໝູນເດີນຂອງຂັ້ນຮາກ ຖານ. ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ສະເໜີນະໂຍບາຍ “6 ຮັກສາ”; ຮັກສາການປະກອບອາຊີບຂອງພົນລະເມືອງ, ຮັກສາຊີວິດການເປັນຢູ່ຂັ້ນພື້ນຖານ, ຮັກສາພາກສ່ວນຕົ້ນຕໍຂອງຕະຫຼາດ, ຮັກສາຄວາມປອດໄພດ້ານສະບຽງອາຫານ ແລະ ພະລັງງານ, ຮັກສາຄວາມໝັ້ນທ່ຽງຂອງຕ່ອງໂສ້ການຜະລິດ ແລະ ການສະໜອງ, ຮັກສາການດຳເນີນງານຂອງອົງການພື້ນຖານ. ໃນນັ້ນ, 2 ຮັບປະກັນທຳອິດກໍແມ່ນຮັບປະກັນການປະກອບອາຊີບ ແລະ ຊີວິດການເປັນຢູ່ຂັ້ນພື້ນຖານຂອງປະຊາຊົນ. ໃນການກວດກາວຽກງານໃນຄັ້ງນີ້ ທ່ານ ສີຈິ້ນຜິງ ຍັງໄດ້ໃຫ້ການຈັດວາງລະອຽດຕໍ່ວຽກງານລຶບລ້າງຄວາມທຸກຍາກໃນບາດກ້າວຕໍ່ໄປ.
ປິນີ້, ຈີນ ບັນລຸເປົ້າໝາຍຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງຮອບດ້ານຕາມເວລາກໍານົດ, ໝາຍຄວາມວ່າ: ຈີນ ບັນລຸເປົ້າໝາຍຫຼຸດຜ່ອນຄວາມທຸກຍາກທີ່ລະບຸໄວ້ໃນວາລະການພັດທະນະແບບຍືນຍົງ ປີ 2030 ຂອງອົງການສະຫະປະຊາຊາດ ສໍາເລັດລ່ວງໜ້າ 10 ປີ ຊຶ່ງມີຄວາມໝາຍທີ່ສໍາຄັນຕໍ່ທົ່ວໂລກ.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com