Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຫວຽດນາມ ໃນຖານະປະທານອາຊຽນ ໄດ້ນໍາໜ້າວຽກງານປ້ອງກັນໂຄວິດ-19

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 27/04/2020 14:15:08 ຈຳ​ນວນ​​ຢ້ຽມ​ຊົມ 398 ຄັ້ງ

 

ໂດຍ: ຖວັ້ນທຽນ

  ໃນສະພາບທີ່ບັນດາປະເທດທົ່ວໂລກ ແລະ ພາກພື້ນ ພວມປະເຊີນກັບຈໍານວນຜູ້ຕິດເຊື້ອພະບາດໂຄວິດ-19 ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ແຕ່ສໍາລັບຢູ່ ຫວຽດນາມ ຈໍານວນຜູ້ຕິດເຊື້ອໂຄວິດ-19 ແມ່ນຢຸດຢູ່ພຽງ 268 ກໍລະນີ, ໃນນັ້ນປິ່ນປົວຫາຍດີແລ້ວ 214 ກໍລະນີ ແລະ ກໍາລັງນອນປິ່ນປົວຢູ່ໂຮງໝໍ 54 ກໍລະນີ ຊຶ່ງປັດຈຸບັນ ຍັງບໍ່ທັນມີກໍລະນີໃດເສຍຊີວິດຍ້ອນໂຄວິດ-19.

  ນີ້ຖືກຖືວ່າ ແມ່ນຜົນສໍາເລັດອັນຍິ່ງໃຫຍ່ໃນວຽກງານປ້ອງກັນ ແລະ ຕ້ານພະຍາດໂຄວິິດ-19. ໃນຄວາມເປັນຈິງ, ຫວຽດນາມ ເປັນປະເທດທີ່ມີປະຊາກອນຫຼາຍ ຊຶ່ງຢືນຢູ່ອັນດັບທີ 15 ຂອງໂລກ ຕ້ອງປະເຊີນກັບໄພອັນຕະລາຍພະຍາດຕິດແປດທີ່ມີຄວາມສ່ຽງສູງ ເນື່ອງຈາກມີຊາຍແດນຕິດຈອດກັບ ສປຈີນ, ແຕ່ຈໍານວນຜູ້ຕິດເຊື້ອໂຄວິດ-19 ຖ້າສະເລ່ຍໃສ່ກັບປະຊາກອນເຫັນວ່າຕໍ່າທີ່ສຸດ ເມື່ອທຽບກັບບັນດາປະເທດໃນໂລກ.

ສາເຫດທີ່ຫວຽດນາມ ບັນລຸໄດ້ຜົນງານດັ່ງກ່າວ ຊຶ່ງບັນດາສື່ມວນຊົນຕ່າງປະເທດຕ່າງກໍໃຫ້ທັດສະນະວ່າ: ຫວຽດນາມ ໄດ້ນໍາໃຊ້ມາດຕະການທີ່ເຂັ້ມງວດໃນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນພະຍາດໂຄວິດ-19 ໄດ້ເປັນຢ່າງດີ. ໃນນັ້ນ ສື່ອອລາຍ “ລະດູບານໃໝ່ປະເທດຣັດເຊຍ” ຂອງຣັດເຊຍ ໄດ້ລົງພິມບົດຂ່າວກ່ຽວກັບ “ມາດຕະການຂອງຫວຽດນາມ-ມີຄວາມສາມາດເອົາຊະນະໂຄວິດ-19 ທີ່ອັນຕະລາຍນີ້ ໃຫ້ຖອຍໄປ”, ໃນວັນທີ 19 ເມສາຜ່ານມາ ໂດຍກ່າວວ່າ: ພາຍຫຼັງເກີດພະຍາດອັກເສບປອດຈາກເຊຶ້ືອຈຸລະໂຣກໂຄໂລນາສາຍພັນໃໝ່ (ໂຄວິດ-19) ລັດຖະບານຫວຽດນາມ ໄດ້ເອົາໃຈໃສ່ແຕ່ຫົວທີ ໃນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນພະຍາດດັ່ງກ່າວ ໂດຍແມ່ນ ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຊີ້ນໍາຢ່າງເດັດຂາດ ດ້ວຍຄໍາຂັວນ; “ຕ້ານພະຍາດ ກໍຄືຕ້ານສັດຕູ”. ນີ້ສະແດງໃຫ້ເຫັນຄວາມຮັບຮູ້ ແລະ ຄວາມເປັນເຈົ້າການໃນການຕ້ານພະຍາດຢ່າງທັນການຂອງຫວຽດນາມ.

  ບົດຮຽນໃນການຕໍ່ສູ້ຕ້ານການແຜ່ລະບາດຂອງພະຍາດກ່ອນໜ້ານີ້ ເປັນຕົ້ນແມ່ນພະຍາດ SARS ໃນປີ 2003 ແລະ ພະຍາດໄຂ້ຫວັດສັດປີກ H5N1 ໃນປີ 2004. ສະນັ້ນ, ຫວຽດນາມ ໄດ້ນໍາໃຊ້ມາດຕະການປ້ອງກັນການແຜ່ລະບາດໄວຣັດ ໂຄວິດ-19 ຢ່າງທັນການ ນັບແຕ່ກວດພົບຜູ້ຕິດເຊື້ອທໍາອິດ.

ການນໍາໃຊ້ຂໍ້ມູນຂ່າວສານທີ່ຖືກຕ້ອງຊັດເຈນ ແລະ ການປະສານສົມທົບຢ່າງມີປະສິດທິຜົນ ລະຫວ່າງ ລັດຖະບານ ແລະ ປະຊາຊົນ ໃນການຊ່ວຍໃຫ້ຫວຽດນາມ ຫຼຸດຈໍານວນຜູ້ຕິດເຊື້ອໜ້ອຍລົງ. ພາຍຫຼັງກວດພົບກໍລະນີຕິດເຊື້ອນໍາເຂົ້າຫວຽດນາມ ຈາກຕ່າງປະເທດ, ລັດຖະບານຫວຽດນາມ ໄດ້ມີການຄວບຄຸມຢ່າງດີ ແລະ ຮີບດ່ວນ ເພື່ອຢັບຢັ້ງການແຜ່ລະບາດຂອງໂຄວິດ-19.

ວຽກງານວິເຄາະໄດ້ມີການເລືອກເຟັ້ນຢ່າງລະອຽດ ຊຶ່ງຕ່າງຈາກບັນດາປະເທດ, ສຸມໃສ່ການແຍກປ່ຽວບັນດາຜູ້ຕິດເຊື້ອ ແລະ ມີການຕິດຕາມຢ່າງເຄັ່ງຄັດບັນດາກໍລະນີ ເພື່ອໃຫ້ຫວຽດນາມ ແບ່ງເຂດ, ຄວບຄຸມຢ່າງເຂັ້ມງວດບັນດາເຂດທີ່ເກີດພະຍາດໃນຂອບເຂດທົ່ວປະເທດ.

ນໍາໃຊ້ມາດຕະການ “ແຍກຫ່າງຈາກສັງຄົມ” ດ້ວຍບັນດາຂໍ້ກໍານົດທີ່ເຂັ້ມງວດ, ໃນຂະນະດຽວກັນ, ກໍໄດ້ປະກາດໃຫ້ນັກຮຽນ, ນັກສຶກສາ ພັກຮຽນພາຍຫຼັງບຸນປີໃໝ່ປະຈໍາຊາດຫວຽດນາມ. ມາດຕະການທັງໝົດ ໃນການປ້ອງກັນພະຍາດຂອງລັດຖະບານຫວຽດນາມ ແມ່ນໄດ້ຮັບການສະໜັ້ບສະໜູນ ແລະ ປະຕິບັດຢ່າງເຂັ້ມງວດຈາກປະຊາຊົນຫວຽດນາມ.

  ຂະນະດຽວກັນ, ວົງຄະນາຍາດສາກົນ ຕ່າງກໍສະແດງຄວາມເຊື່ອໝັ້ນ ແລະ ຍ້ອງຍໍຊົມເຊີຍ ລັດຖະບານຫວຽດນາມ ໃນວຽກງານປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນພະຍາດ ໂຄວິດ-19. ພ້ອມກັນນັ້ນ, ທ່ານ ດານຽວ ເຈ ຄຣິດເທນບຣິນ ເອກອັກຄະລັດຖະທູດອາເມຣິກາ ປະຈໍາ ຫວຽດນາມ ກ່າວວ່າ: ທ່ານ ເຊື້ອໝັ້ນຕໍ່ການນໍາພາຂອງຫວຽດນາມ ໃນການປ້ອງກັນພະຍາດໂຄວິດ-19. ສ່ວນ ທ່ານ ອາຊາຊຸມາ ຊິນິຈິ ອຸປະທູດຍີ່ປຸ່ນ ປະຈໍາຫວຽດນາມ ໃຫ້ທັດສະນະວ່າ: ຮູບແບບການປ້ອງກັນພະຍາດຂອງຫວຽດນາມ ມີຫຼາຍປະເທດໄດ້ນໍາມາສຶກສາຮຽນຮູ້. ຂະນະທີ່ ທ່ານ ນາດາ ອິສກາ ເອກອັກຄະລັດຖະທູດ ອິສຣາແອນ ປະຈໍາຫວຽດນາມ ແລະ ສປປ ລາວ ໄດ້ໃຫ້ຮູ້ວ່າ: ຂ້າພະເຈົ້າຮູ້ສຶກປະທັບໃຈທີ່ສຸດຕໍ່ບັນດາຄວາມພະຍາຍາມໃນການອອກແຮງປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ຂອງຫວຽດນາມ ໄດ້ຮັບປະສິດທິຜົນ.

ຫວຽດນາມ ໄດ້ເສີມຂະຫຍາຍບົດບາດປະທານອາຊຽນ ໃນວຽກງານປ້ອງກັນ, ຄວຍຄຸມ ແລະ ສະກັດກັ້ນພະຍາດໂຄວິດ-19 ຊຶ່ງບໍ່ສະເພາະຢູ່ພາຍໃນເທົ່ານັ້ນ, ໃນນາມປະທານອາຊຽນປີ 2020 ຫວຽດນາມ ໄດ້ເປັນເຈົ້າການປະສານສົມທົບກັບບັນດາປະເທດ ໃນການປອ້ງກັນ, ຄວຍຄຸມ ແລະ ສະກັດກັ້ນພະຍາດໂຄວິດ-19. ວັນທີ 15 ກຸມພາ ປີ 2020, ພາຍຫຼັງຮູ້ວ່າລະດັບຄວາມອັນຕະລາຍຂອງພະຍາດໂຄວິດ-19, ຫວຽດນາມ ໄດ້ຜ່ານຖະແຫຼງການຂອງປະທານອາຊຽນ ວ່າດ້ວຍການຮັບມືລວມຂອງອາຊຽນ ຕໍ່ໜ້າສະພາບການແຜ່ລະບາດຂອງພະຍາດໂຄວິດ-19. ວັນທີ 14 ເມສາຜ່ານມາ, ຫວຽດນາມ ໄດ້ເປັນປະທານຈັດກອງປະຊຸມສຸດຍອດອາຊຽນ ແລະ ອາຊຽນ + 3 ທາງອອນລາຍ. ນີ້ເປັນຄັ້ງທໍາອິດ ທີ່ກອງປະຊຸມໄດ້ຮັບການຈັດຂຶ້ນທາງອອນລາຍ ໂດຍຮຽກຮ້ອງວຽກງານຈັດຕັ້ງມີຄວາມລະອຽດ ແລະ ມີຄວາມສັບສົນທີ່ບໍ່ເຄີຍມີມາກ່ອນ ເນື່ອງຈາກໄລຍະເວລາຂອງແຕ່ລະປະເທດມີຄວາມຜິດດ່ຽງກັນ. ຢ່າງໃດກໍຕາມ, ກອງປະຊຸມປະສົບຜົນສໍາເລັດ ດ້ວຍການອອກຖະແຫຼງການຮ່ວມ ວ່າດ້ວຍການຮັບມືກັບພະຍາດໂຄວິດ-19.

  ຄຽງຄູ່ກັນນັ້ນ, ຫວຽດນາມ ໄດ້ເປັນເຈົ້າການຮ່ວມມື, ສະໜັບສະໜູນບັນດາປະເທດໃນພາກພື້ນ ກໍຄືບັນດາປະເທດໃນໂລກ ກ່ຽວກັບວຽກງານປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນໄວຣັດໂຄວິດ-19. ເຖິງຈະພົບກັບຄວາມຫຍຸ້ງຍາກຫຼາຍປານໃດກໍຕາມ ແຕ່ຫວຽດນາມ ລ້ວນແຕ່ກຽມພ້ອມໃຫ້ການຊ່ວຍເຫຼືອເພື່ອນມິດສາກົນ. ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອໜ້າກາກອະນາໄມຈໍານວນ 550.000 ອັນ ແກ່ປະເທດ ຝຣັ່ງ, ເຢຍລະມັນ, ອີຕາລີ, ແອັສປາຍ ແລະ ອັງກິດ. ຊ່ວຍເຫຼືອອຸປະກອນການແພດໃຫ້ແກ່ ລາວ, ກໍາປູເຈຍ ດ້ວຍມູນຄ່າປະເທດລະ 100.000 ໂດລາ. ມອບໜ້າກາກອະນາໄມ ແລະ ອຸປະກອນການແພດໃຫ້ແກ່ຍີ່ປຸ່ນ ດ້ວຍມູນຄ່າ 100.000 ໂດລາ. ຊ່ວຍເຫຼືອ ຈີນ ມູນຄ່າ 500.000 ໂດລາ, ຊ່ວຍຣັດເຊຍ ໜ້າກາກອະນາໄມ ດ້ວຍມູນຄ່າ 150.000 ໂດລາ ແລະ ອາເມຣິກາ 200.000 ໂດລາ.

ພ້ອມກັນນັ້ນ, ຫວຽດນາມ ແລະ ອາເມຣິກາ ກໍໄດ້ປະສານສົມທົບກັນຊຸກຍູ້ການມອບ-ຮັບຊຸດປ້ອງກັນສ່ວນບຸກຄົນໃຫ້ແກ່ລັດເທັກຊັສ ປະເທດອາເມຣິກາ ຈໍານວນ 450.000 ຊຸດ ທີ່ຜະລິດຢູ່ຫວຽດນາມ.

  ຜ່ານການເຄື່ອນໄຫວປ້ອງກັນ, ຄວບຄຸມພະຍາດໂຄວິດ-19, ຫວຽດນາມ ໄດ້ຮັບການຕີລາຄາສູງຈາກບັນດາປະເທດໃນໂລກ. ໜັງສືພິມ East Asia Forum ຢືນຢັນວ່າ: ບັນດາສິ່ງທ້າທາຍທີ່ຍາກລໍາບາກນີ້, ຊື່ສຽງຂອງຫວຽດນາມ ຈະມີຄວາມໜັກແໜ້ນ ແລະ ຄວາມເຊື່ອຖື ຊຶ່ງບໍ່ສະເພາະຢູ່ພາຍໃນພາກພື້ນ ເທົ່ານັ້ນ ແຕ່ຫາກຍັງໂດ່ງດັງໄປທົ່ວໂລກອີກດ້ວຍ.

  ປີ 2020 ຕໍ່ໜ້າການຫັນປ່ຽນທີ່ຫຍຸ້ງຍາກສັບສົນສະພາບການຂອງໂລກ ແລະ ພະຍາດໂຄວິດ-19, ທີ່ມີສິ່ງທ້າທາຍຫຼາຍຢ່າງໃຫ້ແກ່ຫວຽດນາມ ໃນຖານະເປັນປະເທດປະທານອາຊຽນ, ແຕ່ຫວຽດນາມໄດ້ສະແດງໃຫ້ເຫັນຜົນສໍາເລັດໜ້າທີ່ອັນໂດດເດັ່ນ ໃນວຽກງານປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນໂຣກໂຄວິດ-19.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com