Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ສະມາ ຊິກພັກ ຄັ້ງທີ IV ຂອງຄະນະພັກຮາກຖານທະນາຄານພັດ ທະນາລາວ (ທພລ) ໄດ້ສໍາເລັດລົງດ້ວຍໝາກຜົນອັນຈົບງາມ ໃນວັນທີ 6 ພຶດສະພາຜ່ານມາ ທີ່ສະໂມສອນສະຖາບັນການ ທະນາຄານ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສິດພະໄຊ ກໍາມະການສໍາຮອງສູນກາງພັກ, ເລຂາ ຄະນະພັກ - ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ).
ສະຫາຍ ອາຄົມ ປຣະເສີດຄະນະພັກ ທຫລເລຂາຄະນະພັກຮາກຖານ ທພລ ໄດ້ນໍາສະເໜີບົດ ລາຍງານການເມືອງຕະຫຼອດໄລຍະ 5 ປີແຫ່ງການຊີ້ນໍາ-ນຳພາວຽກງານຮອບດ້ານໃນການຈັດຕັ້ງປະຕິບັດມະ ຕິ ກອງປະຊຸມໃຫຍ່ຄະນະພັກຮາກຖານ ທພລ ຄັ້ງທີ III ໂດຍໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກຄະນະພັກ ,ຄະນະຜູ້ວ່າການ ທຫລ; ເຮັດໃຫ້ສະພາບແນວຄິດຂອງທຸກສະຫາຍ ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີການຫັນປ່ຽນທີ່ຕັ້ງໜ້າກວ່າເກົ່າ, ມີສະຕິຕໍ່ການ ຈັດຕັ້ງ, ຫ້າວຫັນໃນການປະຕິບັດວຽກງານ ຢ່າງເປັນເຈົ້າການ ແລະ ມີຜົນສໍາເລັດເປັນຢ່າງດີ.
ປັດຈຸບັນມີສະມາຊິກພັກທັງໝົດ 106 ສະຫາຍ, ຍິງ 47 ສະຫາຍ ກວມ 26,43% ຂອງພະນັກງານທັງໝົດຢູຸ່ສຳນັກງານໃຫຍ່ ແລະ ສາຂານະຄອນຫຼວງ. ໃນດ້ານສະມາ ຊິກພັກໄດ້ເອົາໃຈໃສ່ໃນການດໍາເນີນຊີວິດການເມືອງ ໂດຍສຸມໃສ່ການກວດກາຕີລາຄາຄຸນທາດການເມືອງ, ຄວາມຮັບຜິດຊອບ ແລະ ການປະ ຕິບັດໜ້າທີ່ທີ່ໄດ້ມອບໝາຍ, ສຸມໃສ່ແກ້ໄຂຂໍ້ຄົງຄ້າງໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ, ມະຫາຊົນກ້າວໜ້າຮຽນສະໜັບ ສະໜູນ 38 ສະຫາຍ, ຮຽນກົດລະບຽບພັກ 41 ສະຫາຍທຽບໃສ່ແຜນການເພີ່ມຂຶ້ນ 2,5%, ຂະ ຫຍາຍສະມາຊິກພັກໄດ້ 94 ສະຫາຍ ທຽບໃສ່ແຜນການເພີ່ມຂຶ້ນ 25,33%, ໃນ 6 ໜ່ວຍພັກທີ່ຂື້ນ ກັບຄະນະພັກຮາກຖານ ໄດ້ຮັບການຢັ້ງຢືນເປັນໜ່ວຍພັກເຂັ້ມແຂງ - ຮູ້ນໍາພາຮອບດ້ານ ແລະ ປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ຈໍານວນໜຶ່ງ.
ດ້ານວິຊາສະເພາະ, ໄດ້ເອົາໃຈໃສ່ຊີ້ນໍາ - ນໍາພາວຽກງານໃຫ້ແທດເໝາະກັບຕົວຈິງ, ມາຮອດເດືອນທັນວາ 2019 ທຽບໃສ່ປີ 2015 ມີຈັງຫວະເພີ່ມຂຶ້ນ ໃນນີ້ມີຍອດເງິນຝາກທັງໝົດ ເພີ່ມຂຶ້ນ 5,62%, ສະ ກຸນເງິນກີບ ກວມ 80%. ສຳລັບ ຍອດສິນເຊື່ອມີລັກສະນະຫຼຸດລົງ; ການສະໜອງທຶນ SME ໃນປີ 2019 ຈໍານວນ 1.978,25 ຕື້ກີບ. ຈຸດຂາຍຂອງ ທພລ ໄລ ຍະຜ່ານມາ ເປັນທະນາຄານທຸລະກິດລັດ (ມີຄວາມໝັ້ນຄົງສູງ); ມີຕາໜ່າງການບໍລິການກວ້າງຂວາງ ມີ 1 ສຳນັກງານໃຫຍ່, 18 ສາຂາ, 78 ໜ່ວຍບໍລິການ, 18 ໜ່ວຍແລກປ່ຽນ, 2 ຫ້ອງຮັບເງິນ; ບໍລິການສະ ດວກ, ວ່ອງໄວ; ມີຜະລິດຕະພັນ ທັນສະໄໝ ຮອງຮັບຄວາມຕ້ອງ ການ, ການນຳໃຊ້ຂອງລູກຄ້າ ແລະ ສັງຄົມ (ຕູ້ ATM, ບັດ ATM, POS, Mobile Banking/LDB Trust). ແຕ່ອັນພົ້ນເດັ່ນ, ສໍາເລັດການປັບປຸງ ແລະ ພັດທະນາລະບົບຫັນເປັນທັນສະໄໝ ເປັນຕົ້ນ ການຊຳລະຄ່າພາສີນຳເຂົ້າແບບປະຕູດຽວ, ລະບົບເກັບລາຍຮັບງົບປະມານຄັງເງິນແຫ່ງຊາດ, ລະບົບຊໍາລະຄ່າອາກອນ (Easy Tax), ລະບົບລາຍຈ່າຍງົບປະມານ (Smart Cash) 7 ກະຊວງ ແລະ 11 ອົງການທຽບເທົ່າໃນນະຄອນຫຼວງວຽງຈັນ, ລະບົບເກັບຄ່າທຳນຽມຄ່າບໍລິການ (Easy Pass) ດ່ານສາກົນ, ລະບົບຄຸ້ມຄອງຕູ້ ATM (CMS) ເພື່ອຮອງຮັບກັບຕູ້ ATM ຫຼາຍລຸ້ນ ສາມາດເຊື່ອມຕໍ່ກັບສາກົນໄດ້ດີຂຶ້ນແລະ ຜະລິດຕະພັນ LDB trust, E-Bank, E-Wallet ແລະ ອື່ນໆ ປະກອບສ່ວນເຂົ້າໃນການສ້າງລາຍຮັບ, ການຄຸ້ມຄອງລາຍຮັບງົບປະມານຂອງລັດຖະບານໃຫ້ດີຂຶ້ນ.
ວຽກງານບໍລິສັດຫຼັກຊັບລ້ານຊ້າງ ມະຫາຊົນ ໄດ້ເປັນທີ່ປຶກສາທາງການເງິນ ແລະ ເປັນຜູ້ຄໍ້າປະກັນຈຳໜ່າຍຫຸ້ນ IPO ສາມາດ ລະດົມທຶນຊ່ວຍບໍລິສັດຈົດທະບຽນໄດ້ 3.160 ຕື້ກວ່າກີບ ແລະ ຈຳໜ່າຍພັນທະບັດລັດຖະບານໄດ້ 1.000 ຕື້ກີບ, ພ້ອມນີ້ຈໍານວນບັນຊີຫຼັກຊັບ ແລະ ມູນຄ່າການຊື້ຂາຍຫຼັກຊັບຢູ່ຕະຫຼາດຂັ້ນ 2 ກໍ່ມີຈໍານວນເພີ່ມຂຶ້ນແຕ່ລະປີ ແລະ ມີກຳໄລ. ວຽກງານບໍລິສັດລ້ານຊ້າງປະກັນໄພ ສາມາດຂະຫຍາຍຕົວແທນໄດ້ຢູ່ 17 ແຂວງທົ່ວປະເທດ, ມີຕົວແທນຂາຍປະກັນໄພ 100 ແຫ່ງ ແລະ ຕົວແທນແກ້ໄຂອຸບັດຕິເຫດ 60 ໜ່ວຍ, ໂດຍລວມທຸລະກິດມີທ່າຂະຫຍາຍຕົວຂຶ້ນ ແລະ ສາມາດກຸ້ມຕົນເອງເທື່ອລະກ້າວ.
ສະຫາຍເລຂາຄະນະພັກ ຮາກຖານ ທພລ ຍັງຍົກເຫັນໃຫ້ດ້ານຂໍ້ຄົງຄ້າງຈໍານວນໜຶ່ງທີ່ຈະຕ້ອງນໍາໄປແກ້ໄຂໂດຍໄວ ແລະ ຊີ້ໃຫ້ເຫັນສາເຫດ, ບົດຮຽນ ທີ່ຖອດຖອນໄດ້ ພ້ອມທັງວາງທິດທາງລວມ - ໜ້າທີ່ຕົ້ນຕໍໃນການຊີ້ນໍາ - ນໍາພາໃນ 5 ປີຕໍ່ໜ້າ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫ່ຍຄະນະພັກຮາກຖານ ທພລ ຄັ້ງທີ IV ໃນ 5 ປີຕໍ່ໜ້າ.
ບັນດາຜູ້ແທນກອງປະຊຸມ ຍັງຕັ້ງໜ້າປະກອບຄໍາຄິດຄໍາເຫັນຢ່າງຕົງໄປຕົງມາ, ພາວະວິໃສ ແລະ ມີປະຊາທິປະໄຕ ເພື່ອເຮັດໃຫ້ບົດລາຍງານການເມືອງ ແລະ ທິດທາງລວມ, ແຜນການໃນຕໍ່ໜ້າມີຄວາມສົມບູນຍິ່ງໆຂຶ້ນ ແລະ ໃນເວລາຕໍ່ມາ ກໍ່ໄດ້ປ່ອນບັດເລືອກ ຕັ້ງເອົາຄະນະພັກຮາກຖານ ຊຸດໃໝ່ ປະກອບມີ 7 ສະຫາຍ ໂດຍສະຫາຍ ອາຄົມ ປຣະເສີດ ໄດ້ຮັບການເລືອກຕັ້ງເປັນເລຂາຄະນະພັກ ຮາກຖານ ທພລ; ສະຫາຍ ນາລິນ ສີລະວົງສິດ ເປັນຮອງເລຂາ ແລະ ເລືອກສະຫາຍ ພຸດສາລາ ອົມດາລາ ເປັນປະທານກວດກາ; ກອງປະຊຸມ ຍັງໄດ້ເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ທຫລ ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.
ຈາກນັ້ນ; ສະຫາຍເລຂາຄະນະພັກ ທຫລ ໄດ້ຕີລາຄາສູງຕໍ່ການນໍາພາ - ຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານ ມາຂອງຄະນະພັກຮາກຖານ - ສະມາຊິກພັກ ແລະ ພະນັກງານຂອງ ທພລ ໃນຜ່ານມາ ແລະ ເນັ້ນໃຫ້ເສີມ ຂະຫຍາຍຜົນງານທີ່ພົ້ນເດັ່ນ ໂດຍຄະນະພັກຮາກຖານຊຸດ ໃໝ່ ຕ້ອງຖືສຳຄັນຄວາມສາ ມັກຄີ, ເປັນແບບຢ່າງນໍາໜ້າ, ມີການແບ່ງຄວາມຮັບຜິດຊອບໃຫ້ກັນ ຢ່າງລະ ອຽດ; ເອົາໃຈໃສ່ປັບປຸງແບບແຜນການນໍາພາ - ວິທີເຮັດວຽກໃຫ້ຄ່ອງຕົວ, ເພີ່ມທະວີບົດບາດການນໍາພາຂອງຄະນະພັກຮາກຖານ - ຄະນະອຳນວຍການ, ຕີຖອຍການຊີ້ນໍາທີ່ມີລັກສະນະແບບລວມໆ; ປັບປຸງກົນໄກປະສານງານພາຍໃນໃຫ້ໜັກແໜ້ນ ແລະ ພາຍນອກໃຫ້ກົມກຽວ; ສົ່ງເສີມດ້ານດີ ແລະ ແກ້ໄຂຂໍ້ບົກຜ່ອງໃຫ້ທັນການ ໂດຍສະເພາະຂົງເຂດສິນເຊື່ອ, ພະນັກງານຮັບຜິດຊອບການເງິນ, ການຈັດຊື້-ຈັດຈ້າງ ແລະ ອື່ນໆແຕ່ຫົວທີ; ແກ້ໄຂພະຍາດອາຍາສິດ, ການສໍ້ລາດບັງຫຼວງ, ຫ່າງເຫີນມະຫາຊົນຢູ່ແຕ່ລະຂອດຂັ້ນໃຫ້ແຂງແຮງ; ຈຳກັດ ແລະ ແກ້ໄຂແນວຄິດສວຍໂອກາດຫາຜົນປະໂຫຍດສ່ວນຕົວ, ແນວຄິດສໍ້ລາດບັງຫຼວງ, ເອື່ອຍອີງ, ຂາດຄວາມຮັບຜິດຊອບໃຫ້ຕົກໄປ; ສືບຕໍ່ລະດົມເງິນຝາກໂດຍສະເພາະແຫຼ່ງທຶນໄລຍະຍາວ, ຄຸ້ມຄອງບໍລິຫານສິນເຊື່ອໃຫ້ມີຄຸນນະພາບ, ເອົາໃຈໃສ່ແກ້ໄຂໜີ້ສິນ NPLໃຫ້ຫຼຸດລົງ, ສູ້ຊົນດຳເນີນທຸລະກິດມີປະສິດທິຜົນມີກຳ ໄລ, ແກ້ໄຂຢ່າງຮີບດ່ວນ ແລະ ມີມາດຕະການເຂັ້ມງວດຕໍ່ກັບ ສາຂາທີ່ລະເມີດລະບຽບຫຼັກ ການ ໃຫ້ສິນເຊື່ອ.
(ຂ່າວ-ພາບ: ຣັດສະໝີ ດວງສັດຈະ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com