ກອງພັນທີ 2

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 08/05/2020 09:53:24 ຈຳ​ນວນ​​ຢ້ຽມ​ຊົມ 355 ຄັ້ງ

ຕອນ​ທີ 1:

ນາງ ​ສົມ​ພອນ​ ສະຫົວ ແລະ ອາບ​ນ້ໍາ​ແລ້ວໆ.  ນາງນຸ່ງເສື້ອ ​ໝາກກະແລ່ງ​ສີ​ອອນ  ແລະ  ສິ້ນ​ ມຸກ​ສີ​ຄາມ ຕຸ້ມ​ແພ​ຕຸ້ນ​ສີເຫຼືອງ ​ອ່ອນ​ກົ້ມ​ໄລເຄື່ອງ​ຢູ​່ໂດຍ​ລາໍພັງ​ ຄົນ​ດຽວ. ນາງ ​ສົມ​ພອນ  ເກີດ​ໃນ​ຄອບຄົວ​ໜຶ່ງ​ທີ່​ບ້ານລາດ​ບວກ, ນາງ​ໄດ້​ຮັບ​ການ​ອົບຮົມ​ສັ່ງສອນ​ຕາມ​ຮີດຄອງ​ປະເພນີ​ອັນ​ດີ ງາມ​ຂອງ​ຊາວ​ເມືອງ​ພວນ  ທີ່​ເຮືອງ​ນາມ​ມາ​ແຕ່​ປາງ​ບູຮານ​ນະ​ການ​ວ່າ  ເປັນ​ຄົນອ່ອນໂຍນ​ສັດຊື່ ແລະ ຢາໍ​ເກງຜູ້ເຖົ້າຜູ້ແກ່ມີ​ນ້ໍາໃຈເອື້ອເຟື້ອ​ເຜື່ອແຜ່ຕໍ່ເພື່ອນ ​ມະນຸດ​ດ້ວຍ​ກັນ,  ບໍ່​ແຕ່ງເພດ ແບບ​ພວງ​ເຫຼືອ​ເຮືອ, ມັກ​ເກັບ  ຕົວ​ຢູ່​ຢ່າງ​ຫງຽບໆ,  ສຸຂຸມ​ຈຶ່ງ​ຈະ​ສົມ​ເປັນ​ນາງ​ສາວ​ເມືອງພວນ​ທີ່ແທ້​ຈິງ.  ປີ​ນີ້​ນາງ  ສົມ​ພອນ ມີອາຍຸ 18 ປີ​ເຕັມ​ແຕ່​ນາງ​ຍັງ​ບໍ່​ ເຄີຍ​ລົມ​ບ່າວ​ຈັກເທື່ອນາງ​ໄປ​ທາໍ​ບຸນ​ກິນ​ທານ​ໃນ​ວັດກໍ​ມັກນັ່ງ ​ຢູ່​ເບື້ອງ​ຫຼັງ​ຂອງ​ແມ່, ເວລາມີ​ ອ້າຍ​ບ່າວ​ຢອກ​ໄຍນາງມັກຍິ້ມ​ ຫົວ ແລ້ວ​ກົ້ມ​​ໜ້າ​ຍິ້ມຫົວຜູ້ດຽວ ​ແບບລັບໆ.  ນາງ​ຫາກໍ​ເສັງ​ໄດ້​ ຊັ້ນ​ມັດທະຍົມ​ບໍລິບູນທີ່​ໂຮງຮຽນ​ ຄຸນ​ພໍ່​ທີ່ເມືອງຊຽງ​ຂວາງ,  ນາງ​ອາດ​ຈະ​ຂໍ​ເປັນ​ຄູ​ສອນ​ຢູ່​ທີ່​ເມືອງ ແປກນີ້​ເອງ​  ເພາະ​ນາງເປັນ​ລູກ​ສາວ​ດຽວພໍ່​ແມ່​ຂອງ​ນາງ​ບໍ່​ຢາກ​ໃຫ້​ນາງ​ໄປ​ໄກ​ຈາກ​ຄອບ​ຄົວ.
ໃນ​ເວລາ​ທີ່ນາງ​ ສົມ​ພອນ ພວມ​ກົ້ມ​ໄລ​ເຄື່ອງນຸ່ງ​ຢູ່​ນັ້ນ  ນາງ​ໄດ້ຍິນ​ສຽງ​ເວົ້າ​ມະໂລ​ໂຈ​ເຈຢູ່​ໃກ້ໆຫັ້ນ ​ນາງສະຫງັດຟັງສຽງ​ ດ້ວຍ​ຄວາມ​ສົນໃຈ​ມີ​ສຽງໜຶ່ງ​ ຊຶ່ງ​ເປັນ​ສຽງ​ຂອງ​ແມ່ຍິງ​ແກ່​ຄົນ​​ໜຶ່ງ ເວົ້າ​ຂຶ້ນ​ດ້ວຍ​ຄວາມຕື່ນເຕັ້ນ​ວ່າ:
-  ແມ່ນ​ທະຫານ​ກອງ​ໃດ​ມາ​ເຕັມ​ບ້ານ​ເໜືອ​ຫັ້ນ​ນໍ? ເບິ່ງ ເຄື່ອງ​ນຸ່ງເປັນ​ສີ​ແປກໆ.
ໃນ​ທັນໃດ​ນັ້ນກໍ​ມີ​ສຽງ​ຂອງ ​ແມ​່ຍິງ​ອີກ​ຜູ້​ໜຶ່ງ​ເວົ້າ​ຕອບ​ວ່າ:
- ຈັ່ງ​ວ່າ​ນີ້​ລະ  ຂ້ອຍ​ກໍ​ບໍ່​ຮູ້ ແຕ່​ເຫັນ​ໄທບ້ານ​ເໜືອ​ແຕກ​ຂຶ້ນ ເຮືອນອັດ​ປະຕູ​ມິດ​ຢູ່​ໄດ໋!
ຮວ່າຍ!  ຄັນຊັ້ນ​ມັນ​ບໍ່​ແມ່ນ ​ພວກ​ປຸ້ນ​ສາ​ບໍ?
ໃນ​ທັນໃດ​ນັ້ນ​ມີ​ສຽງ​ໜຶ່ງ ທັງ​ແລ່ນ​ທັງ​ເວົ້າ​ມາ​ໃສ່​ພວກ​​ສົນ​ທະ​ນາ​ກັນ​ຢູ່ນັ້ນ​ວ່າ:
- ພວກ​ເຈົ້າ​ໂສ​ເຫຼ້ກັນຢູ່​ ຫັ້ນ, ພວກ​ເຈົ້າ​ບໍ່​ຢ້ານ​ບໍ່?  ນັ້ນແລ້ວ  ກອງ​ທະຫານ​ຂອງຝ່າຍປະເທດ​ລາວ.
ຕໍ່​ຈາກ​ນັ້ນ ນາງ​ ສົມ​ພອນ ໄດ້​ຍິນ​ສຽງ​ຕີນ​ຄົນ​ແລ່ນ ​ຫົວໃຈ​ຂອງນາງ​ຕົກ​ວາບ​ລົງ​ທັນທີ, ນາງ​ປັ້ນ​ເສື້ອ​ທີ່ນາງ​ໄລ​ຍັງ​ບໍ່​ທັນ​ຄັກ​ຢ່າງ​ຟ້າວ​ຟັ່ງຈັບ​ຍັດ​ໃສ່​ຊາມ ລືມ​ຮອດ​ນຸ່ງ​ເສື້ອ​ແຂນຍາວ. ປະ​ ຮອດ​ຊາມ​ເຄື່ອງນຸ່ງ​ປົບຂຶ້ນຝັ່ງ ​ແລ່ນ​ລິບ​ເຂົ້າ​ໄປ​ປ່າ​ກ້ວຍ ລັດ ​ປ່າ​ໝາກ​ສີດາ  ແລ່ນ​ເມືອ​ເຮືອນ​ຢ່າງບໍ່​ມີ​ທີບ​ຢູ່.  ຟ້າວ​ທະຍານ ຂຶ້ນຂັ້ນໄດເຮືອນ​ເທື່ອ​ລະ​ສອງ ຂັ້ນຊຸກ​ປະຕູ​ໂດດເຂົ້າ​ໄປ​ໃນ​ເຮືອນ​ດ້ວຍ​ຄວາມ​ຕົກໃຈ  ເຮັດ​ໃຫ້​ແມ່​ຂອງ​ນາງ​ທີ່​ພວມ​ນັ່ງ​ຄ້ຽວ ໝາກ​ຢູ່​ກາງ​ເຮືອນ ຕື່ນ​ຈົນ​ຄາໍ​ໝາກ​ເກືອບ​ຫຼຸດ​ອອກ​ຈາກ​ປາກ.
- ອຸ້ຍ! ອີ່ ສົມ​ພອນ ມຶງ​ເປັນ​ຫຍັງ​ຫຶ?
ແມ່​ຂອງ​ນາງ​ເວົ້າ​ຂຶ້ນ​ດ້ວຍ​ຄວາມ​ບໍ່​ພໍ​ໃຈ.  ນາງ​ ສົມ​ພອນ ຫາຍ ໃຈ​ຊິ​ຫູ​ຊິ​ເຫົ່າ ເອົາ​ມື​ມາບັງ​ ປາກ​ເວົ້າ​ດ້ວຍ​ສຽງ​ສັ່ນ​ສຽງ​ເຊັ່ນ​ວ່າ:
- ທະຫານ​ປະເທດ​ລາວ​ເຂົ້າ​ບ້ານ!
 - ທະຫານ​ຫຍັງ​ຫວະ? ທະຫານ​ປະເທດ​ລາວ​ຫວະ? ຢູ່​ໃສ? ແມ່​ນາງ ສົມ​ພອນ ຖາມ ຂຶ້ນ​ດ້ວຍ​ຄວາມ​ສົນໃຈ ຕາ​ຂອງ​ແມ່ກໍລຸກຂຶ້ນ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ.
- ມາ​ຮອດ​ຫົວ​ບ້ານ​ເຮົາ​ນີ້​ແລ້ວ!
ນາງ​ ສົມ​ພອນ ທັງ​ເວົ້າ​ທັງ​ແລ່ນ​ເຂົ້າ​ໄປ​ໃນ​ສ້ວມຟ້າວ​ອັດ​ປະຕູປ່ອງ​ຢ້ຽມ​ເຕັມ​ແຮງ​ຈົນ​ດັງ​ຕຶກໆ. ແມ່​ຂອງ​ນາງ​ກໍ​ຕົກໃຈ​ບໍ່​ແມ່ນ​ໜ້ອຍ​ເໝືອນ​ກັນ ແມ​່​ຟ້າວ ເລືອ​ເຂົ້າ​ໄປ​ໃນ​ສ້ວມ​ຂຸ​ເຂົ່າ​ລົງ​ຕໍ່ ໜ້າ​ຮ້ານ​ບູ​ຊາກົ້ມ​ຂາບ​ວິ​ງວອນ ເຖິງ​ສິ່ງ​ສັກ​ສິດ ຈົ່ງ​ດົນ​ບັນ​ດານ ໃຫ້​ພົ້ນ​ຈາກ​ອັນ​ຫານ​ຢ່າ​ໄດ້​ພົບ​ພານ​ອັນ​ຮ້າຍ.
- ກອງພັນ​ທີ​ສອງ​ຂອງ​ແນວ​ລາວ​ຮັກ​ຊາດເປັນ​ແຖວ​ຍາວ​ຢຽດ​ຍ່າງຜ່ານ​ລາດບວກ ຢ່າງສະຫງ່າ​ຜ່າເຜີຍ,  ອ້າຍນ້ອງ ແລະ ພົນທະຫານ​ທຸກຄົນ​ມີ​​ສີ​ໜ້າ​ຍິ້ມແຍ້ມ​ແຈ່ມ​ໃສ  ເວົ້າລົມ​ກັນ​ໄປ​ຢ່າງ​ຊົມຊື່ນ​ເບີກ​ບານ. ນາງ  ​ສົມ​ພອນ  ທີ່​ນັ່ງ​ຄອກມອກ​ ຢູ່​ເທິງ​ຕຽງ​ນອນ  ເມື່ອ​ບໍ່​ເຫັນມີ​ເລື່ອງ​ຫຍັງ​ເກີດ​ຂຶ້ນກໍ​ຄ່ອຍ​ຢ່ອງ ແຢ່ງ​ລົງ​ມາ​ຢືນ​ແພະ​ຢູ່​ແຄມປະ ຕູ​ປ່ອງຢ້ຽມ ຊຸກ​ບານປະຕູ​ອອກ​ພໍ​ເປັນ​ລັບແລ​ສ່ອງ​ເບິ່ງ​ນາຍ ແລະ ພົນທະຫານ​ຂອງຝ່າຍປະ ເທດ​ລາວ ເບິ່ງ​ຜູ້​ໃດ​ກໍ​ອຸ​ນຸອໍເນາະ​ ໜ້າ​ຍິ້ມແຍ້ມແຈ່ມໃສ​ດວງ​ຕາ​ວ່ອງໄວ  ແລະ  ສ້ຽມແຫຼມເປັນຕາ​​ ໜ້າ​ຮັກ​ໜ້າແພງ ເຂົາ​ບໍ່​ໄດ້ລັກ ​ເລັມ​ຂອງ​ໃຜ ແລະ ບໍ່​ໄດ້ກໍ່ຄວາມ ​ເດືອດຮ້ອນ​ໃຫ້​ແກ່​ຊາວບ້ານແຕ່​ ປະການ​ໃດ,  ມັນ​ໂລດແຕກຕ່າງ ​ກັນ​ກັບ​ຄວາມ​ຊວນ​ເຊື່ອ  ຊຶ່ງ​ນາງ​ເຄີຍ​ໄດ້​ຍິນ​ມາ​ວ່າ:   ທະຫານ ຂອງ​ຝ່າຍ​ປະເທດ​ລາວຂົນຍາວ, ແຂ້ວ​ຊວາກ, ຫົວ​ຫຍອງ​ທ້ອງ​ປຸ້ງ​ຂ້າເຈົ້າ​ເອົາຂອງຂົ່ມຂືນ ​ທໍາສໍາ​ເລົາ​ຜູ້​ເຖົ້າ ແລະ ເດັກນ້ອຍ ນາງ​ ຫຼຽວ​ເບິ່ງອ້າຍ​ນ້ອງ ແລະ ພົນ ທະຫານ​ທີ່​ຍ່າງ​ຜ່ານ​ບ້ານ​ດ້ວຍ ຄວາມ​ທຸ່ນ​ທ່ຽງ​ຄາວໜຶ່ງ​ນາງ ສົມ​ພອນ   ຄິດ​ໄດ້​ຄິດ​ດີ​ແນວໃດ, ນາງ​ອອກຈາກ​ສ້ວມ​ທາງ​ຕາ ຊອກ​ຫາ​ທາງປາກ​ຮ້ອງ​ຄ່ອຍໆ ວ່າ:
- ແມ່​ເອີຍ​ແມ່?
- ແມ່ນ​ຫຍັງ​ຫວະ? ແມ່​ຢູ່​ໃນ​ສ້ວມ​ພີ້​ນາ!
ແມ່​ຂອງ​ນາງ​ຮ້ອງ​ຄ່ອຍໆ ອອກ​ມາ​ແຕ່​ໃນ​ສ້ວມ.  ແມ່​ກໍ​ພວມ​ຕີ​ຝາ  ເຮືອນ​ກົ້ມ​ສ່ອງ​ເບິ່ງ ກອງ​ທະຫານ​ຂອງ​ແນວ​ລາວ​ຮັກ​ຊາດ​ຢູ່​ເໝືອນ​ກັນ.
ນາງ​  ສົມ​ພອນ  ເຕັ້ນ​ຢອດ​ເຂົ້າ​ໄປ​ໃນ​ສ້ວມ​ຂອງ​ແມ່,  ຢາກ​ຊຸກບານ​ປະ​ຕູປ່ອງຢ້ຽມ​ອອກ​ແຕ່​ແມ່​ຂອງ​ນາງ​ຫ້າມ​ພ້ອມ​ທັງ​ເວົ້າ​ໃສ່​ນາງ​ວ່າ:
- ອີ່​ ສົມພອນ ມຶງ​ເປັນ​ຫຍັງ​ຫຶ ! ຢ່າ​ໄຂ​ໄດ໋!
-  ແມ່​ຂອງ​ນາງ​ທັງ​ເວົ້າ ທັງ​ເງືອ​ດກາໍ​ປັ້ນ​ໃສ່​ນາງ​ດ້ວຍ​ຄວາມບໍ່​ພໍໃຈ.  ແຕ່​ໃດ​ມານາງ​ສົມ​ພອນ   ບໍ່ເຄີຍ​ຂີນ​ຄວາມ ​ຂອງ​ແມ່​ບອກຈັກເທື່ອ​. ເທື່ອນີ້ ນາງ​ກໍ​ບໍ່​ກ້າ​ຊຸກ​ປະຕູ​ອອກ ແຕ່​ນາງ​ຍັງ​ຢືນ​ຢູ່​ບ່ອນ​ເກົ່າ  ແລະ ຫົວຂຶ້ນ​ດ້ວຍ​ຄວາມ​ຊົມຊື່ນ​ ເພາະ​ໃບ​​ໜ້າ​ໜີ​ເຫດຂອງ​ແມ່ ເຮັດໃຫ້​ນາງ ອົດ​ທົນ.  ບໍ່​ໄດ້,  ແມ່​ຂອງນາງອົດບໍ່​ໄດ້​ອີກ​ແລ້ວ,  ແມ່​ໄດ້​ລຸກ ຂຶ້ນ​ຈັບ​ແຂນ​ຂອງ​ນາງ​ລາກ​ອອກ​ຈາກ​ປະ​ຕູປ່ອງຢ້ຽມ ​ພ້ອມ​ທັງ​ຮ້າຍ​ໃຫ້​ນາງ ວ່າ:
- ນຸ່ງ​ເສື້ອ​ໝາກ​ກະແລ່ງ ແຕະ​ແຊະ​ຢູ່​ແນວ​ນັ້ນ  ມຶງ​ກໍ​ຍັງ​ຢາກ  ໄຂ​ປະຕູ​ຢືນ​ຕໍ່ໜ້າຫຼາຍຄົນ ຊັ້ນ​ບໍ?  ເສື້ອ​ແຂນ​ຍາວ​ມຶງ​ເອົາ​ໄວ້​ຢູ່​ໃສ​ແລ້ວ  ເອົາ​ມາ​ນຸ່ງ​ທະ​ແມ້!
- ນາງ ສົມ​ພອນ ຊວາດ​ຮູ້ເມື່ອ, ກົ້ມ​ເບິ່ງ​ເລົາຄີງ​ຂອງ​ນາງ​ແລ້ວ​ຍິ້ມ ຫົວ​ເປັນ​ສີ​ອາຍໆ ຟ້າວ​ຄວາ​ມື​ໄປ​ຈັບ​ເອົາ​ແພ​ຕູ້ມ​ທີ່​ເຮ່ຍ​ຢູ່ປາກ​ປະຕູ​ສ້ວມມາ​ຕູ້ມ  ແລ້ວ​ຈຶ່ງ​ຄ່ອຍ​ເວົ້າ​ຕໍ່​ແມ່​ດ້ວຍ​ຄວາມ​ຍິ້ມແຍ້ມ​ວ່າ:
- ລູກ​ປະກົດ​ເຫັນ​ຄົນ​ໜຶ່ງ​ຄື​ອ້າຍ ​ຄາໍ​ແດງ ຈຶ່ງ​ຢາກ​ໃຫ້​ແມ່​ເບິ່ງ​ນໍາກັນ​ແມ່ນແທ້​ບໍ ຫຼື ບໍ່?
ພໍໄດ້​ຍິນ​ແນວ​ນັ້ນ​ໃບ​ໜ້າ​ອັນ​ເຄັ່ງຂຶມ​ຂອງ​ແມ່​ປະກົດ​ວ່າ ມາຍ​ຄືນມາ​ຄືເກົ່າ ແມ່​ໄດ້​ຖາມ​ນາງ  ສົມ​ພອນ  ດ້ວຍ​ຄວາມ​ສົນໃຈ​ວ່າ:
- ຢູ່​ໃສ​ຊີ້​ໃຫ້​ແມ່​ເບິ່ງດູ!
ນາງ  ສົມ​ພອນ  ແປງ​ຜ້າ​ຕູ້​ມ​ຕື່ມ​ອີກ  ຈຶ່ງ​ຄ່ອຍ​ຢືດ​ຄໍ​ຂຶ້ນ​ຫວິດ​ແຄມປະຕູ ນາງຄ່ອຍເງີງ ບານ​ປະ​ຕູອອກ​ແລ້ວ​ສົ່ງ​ສາຍ ຕາຊອກ​ຫາ. ນາງ ບອກ​ໃຫ້​ແມ​່ວ່າ:
-   ແມ່​ເບິ່ງ​ຜູ້​ຢືນ​ຢູ່​ຮົ່ມ​ກົກ​ໝາກກ້ຽງໃກ້​ກັບ​ເຮືອນ​ເຈັກ​ຕຸ້ຍ​ນັ້ນ​ນາ ແມ່​ເຫັນ​ບໍ? ລູກ​ເບິ່ງ​ຄື​ອ້າຍ ຄາໍ​ແດງ ແທ້ໆ​ໃດ!
ແມ່​ຂອງ​ນາງ​ກໍ​ຢືດ​ຄໍ​ຂຶ້ນ​ຫຼຽວ​ໄປ​ຕາມ​ນິ້ວ​ມື​ຂອງ​ນາງ ແຕ່​ຕາຂອງ​ແມ່ເຫັນພໍ​ເປັນ​ມົວໆ ບໍ່ໍ​ຈື່​ໃຜ​ໄດ້ ແມ່​ພຶ​ມພໍາ​ຜູ້​ດຽວ​ວ່າ:
- ມັນ​ເປັນ​ໄປ​ບໍ່​ໄດ້​ຕິ! ຄົນ​ຄື​ຄົນ​ບໍ່​ຈັກ ອ້າຍ​ ຄາໍ​ແດງ ຂອງ​ລູກ​ຖືກທະຫານ​ລາວ​ຂ້າ​ຕາຍ​ຢູ່​ເມືອງ​ໂມ້  ຕັ້ງແຕ່​ສອງ​ສາມ​ປີ ພຸ້ນແລ້ວ​ເດ!  ແລະ  ແມ່ນ​ອ້າຍ ຄາໍ​ແດງ ຂອງ​ລູກ​ລາວ​ກໍ​ມາ​ຫາ​ເຮືອນ​ລະ​ບໍ?
- ແມ່​ໂລດ​ເວົ້າ​ແນວ​ນັ້ນ, ອ້າຍ  ຄໍາ​ແດງ  ຊິ​ຮູ້​ວ່າພວກ​ເຮົາ ​ຍ້າຍມາ​ຢູ​່ລາດ​ບວກ​ມື້​ໃດ?
-  ເອີ​ແມ່ນແທ້​ໃດ​ນໍ!  ເວລາ​ອ້າຍ​ລູກ​ໄປ​ຄ້າ ພວກ​ເຮົາ​ຍັງ​ຢູ່​ເມືອງຊຽງ​ຂວາງ​ພຸ້ນ​ໃດ​ນໍ?
ອ້າຍ​ນ້ອງ​ກອງພັນ​ທີ​ສອງ ພັກຜ່ອນ​ຢູ່​ຄາວໜຶ່ງ​ແລ້ວກໍ​ພາ ກັນອອກ​ເດີນທາງ​ຕໍ່​ໄປ  ໂດຍ​ມຸ້ງໜ້າ​ໄປ​ຫາ​ຄັງ​ໝາ​ແລ່ນ. ນາງ ສົມ​ພອນ ຄອຍເບິ່ງ​ອ້າຍ​ນ້ອງ​ໄປ​ຈົນ​ສຸດ​ສາຍຕາ ອ້າຍນ້ອງໄປ​ ຫວິດ​ໝົດ​ແລ້ວ ​ນາງ​ຈຶ່ງຄິດ​ຊວາດ​ເຖິງ​ເລື່ອງ​ນາງ​ປົບ​ປະ​ຊາມ​ ເຄື່ອງນຸ່ງ   ນາງ​ລັກ​ຫົວຂວັນ​ຕົນ​ເອງທີ່​ຢ້ານ​ຢ່າງ​ບໍ່​ມີ​ເຫດຜົນ​ເກີນ​ຂອບ​ເຂດ  ນາງ​ຍ່າງ​ລົງໄປ​ ຫາ​ທ່ານ້ຳແລ້ວສືບຕໍ່​ການ​ໄລ​ເຄື່ອງນຸ່ງ​ຕໍ່​ໄປ   ນາງ​ທັງ​ໄລ​ເຄື່ອງ​ທັງ​ຂັບ​ຄ່ອຍໆ  ສາໍ​ລັບ​ໃຫ້ນາງ​ຟັງ​ຄົນ​ດຽວ. ແນວ​ຄິດ​ຂອງ​ນາງ​ກໍ​ເລື່ອນລອຍ  ໄປ​ຕາມ​ສຽງ​ຂັບ​ຮູບພາບ​ອັນ​ສວຍ​ງາມ​ໃນ​ຄາວ​ນາງ​ຍັງນ້ອຍໄດ້ຄ່ອຍປະກົດ ຂຶ້ນໃນ​ມັນ​ສະໝອງ​ຂອງ​ນາງ. ນາງ​ຄິດ​ເຖິງ​ທ້າວ ຄຳ​ແດງ ຊຶ່ງ​ເປັນ​ອ້າຍ​ຄີງ​ຂອງ​ນາງ. ໃນ​ຄາວ​ຍັງ​ນ້ອຍ​ສອງອ້າຍນ້ອງເຄີຍ​ຕາມ​ຫຼັງ​ກັນ​ໄປ​ໂຮງຮຽນຮ່ວມ​ສຸກຮ່ວມ​ທຸກ​ນາໍ​ກັນ  ພາຍ​ໃຕ້​ສາຍ​ຄາ​ເຮືອນ​ຫຼັງ​ດຽວ  ຢູ່​ໃນ​ອ້ອມ​ອົກ​ອັນ​ອົບອຸ່ນ​ຂອງ​ພໍ່​ແມ່. ເກີດ​ມາ​ໃນ​ຊາດ​ນີ້ນາງ​ມີ​ພຽງ​ແຕ່​ສອງອ້າຍນ້ອງ​ຄວາມຫວັງ​ທັງ​ໝົດ​ນາງ​ຝາກ​ໄວ້​ນາໍ​ແຕ່ອ້າຍ​ ຄົນ​ດຽວ. ແຕ່​ເວນ​ກາໍແຕ່ປາງໃດ​ກໍບໍ່​ຮູ້​ໄດ້​ມາ​ເຮັດ​ໃຫ້​ສອງອ້າຍ ນ້ອງ​ພັດ​ພາກ​ຈາກ​ກັນ,  ມື້​ອ້າຍ​ຂອງ​ນາງອອກ​ຈາກ​ເຮືອນ​ໄປ​ນັ້ນ ນາງ​ຍັງ​ຈໍາ​ໄດ້​ດີ​ວ່າ ແມ່ນ​ຍາມ​ບຸນ​ສົງ​ພະ.
ພໍ່​ຂອງ​ນາງ ໄດ້​ມອບ​ຢາ ຝິ່ນ​ໃຫ້​ອ້າຍ​ຂອງ​ນາງ ປະມານ ສີ່​ຫ້າ ປົງ ເ​ພື່ອ​ເອົາ​ໄປ​ຂາຍ​ທີ່​ເມືອງ​ປາກ​ຊັນ ແຕ່​ພໍ​ໄປ​ຮອດ​ເມືອງທ່າ​ໂທມ, ​ອ້າຍຂອງ​ນາງ​ຖືກ​ພວກ​ທະຫານ​ພາສີຈັບໄດ້ ຢາຝິ່ນ​ທັງ​ໝົດຖືກ​ຢຶດ  ແລະ ອ້າຍຂອງ​ນາງ​ກໍ​ຍັງ​ຖືກ​ຈໍາ​ຄຸກ​ອີກ. ຫຼັງ​ຈາກ​ອອກ​ຈາກຄຸກ ແລ້ວ ອ້າຍ​ຂອງນາງບໍ່​ຍອມກັບ​ ບ້ານໄດ້​ໄປ​ຫາຮັບຈ້າງ​ເປ້​ເຄື່ອງ​ໃຫ້​ພວກພໍ່ຄ້າຝິ່ນທີ່ເມືອງ​ພາງ ເມືອງ​ງານ. ຕໍ່​ມາ​ຄອບຄົວ​ຂອງ​ນາງ​ໄດ້​ຮັບ​ຂ່າວອັ​ນ​ເສົ້າ​ສະ​ຫຼົດ​ໃຈວ່າ ອ້າຍຂອງນາງ​ໄດ້​ຖືກ ພວກທະຫານ​ຝ່າຍປະເທດ ​ລາວ​ຈັບໄດ້ແລ້ວ​ນ​ຳ​ໄປ​ປະຫານ​ຊີວິດ ຢູ່​ທີ່​ບ້ານ​​ໝ້ໍ ເມືອງ​ໂມ້.  ນັບ​ແຕ່​ນັ້ນມາ​ຊີ​ວິດ​ຂອງ​ນາງ​ປຽບ​ເໝືອນ​ເຮືອ​ລໍາ​ນ້ອຍເລື່ອນ ລອຍ​ຢູ່​ກາງ​ທະເລ  ​ຊຶ່ງປົກຄຸມ ໄປ​ດ້ວຍ​ບັນຍາກາດ​ແຫ່ງຄວາມ ໂດດ​ດ່ຽວ​ປ່ຽວພອຍແຕ່​ມາ​ຮອດ​ມື້ນີ້ ດວງ​ຕາ​ທັງ​ຄູ່​ຂອງນາງປະ ກົດເຫັນ​ໃບໜ້າ​ຂອງ​ອ້າຍແຕ່​ ມັນ​ຈະແມ່ນອ້າຍຂອງນາງ​ ແທ້​ບໍ? ເລື່ອງ​ນີ້​ ນາງ​ບໍ່​ສາມາດ​ຢັ້ງ ຢືນ​ໄດ້. ແຕ່​ເຖິງ​ແນວໃດກໍ​ຕາມ​ນາງຈະ​ໃຊ້​ຄວາມພະຍາຍາມ​ທຸກ​ຢ່າງ  ​ເພື່ອ​ຊອກ​ຮູ້​ເລື່ອງ​ນີ້​  ໃຫ້​ມັນກະຈ່າງ​ແຈ້ງ.
ໃນ​ວັນ​ຕໍ່​ມາພໍ່​ຂອງ​ນາງ ກັບມາ​ແຕ່​ເມືອງ​ໂພນ​ສະຫວັນ ໄດ້​ເລົ່າ ສູ່​ແມ່ ແລະ​ ນາງຟັງກ່ຽວ​ ກັບ​ເລື່ອງ​ກອງພັນທີ​ສອງ ຂອງ​ ແນວ​ລາວ​ຮັກ​ຊາດມາຮອດ​ ທົ່ງ​ໄຫ​ຫີນ. ຄວາມ​ຊ່າລື​ຂອງ​ກອງ ພັນ​ທີ​ສອງໄດ້​ແຜ່​ຂະຫຍາຍ ອອກເໝືອນ​ດັ່ງ​ຄື້ນ​ຟອງ​ທະເລ​ໃນ​ຍາມ​ມີ​ລົມ​ພາຍຸ, ໄປ​ຮອດ​ບ້ານ​ໃດ​ທີ່ກອງພັນ​ທີ​ສອງຂອງ ​ຝ່າຍ​ປະເທດ​ລາວ​ຜ່ານ​ໄປ​ຊາວ ບ້ານ​ຕ່າງ​ກໍ​ລົມ​ສູ່​ກັນວ່າ ນາຍ ແລະ ພົນທະຫານ​ໃນ​ກອງພັນ​ດັ່ງກ່າວ​ມີ​ລະບຽບ​ວິໄນ​ອັນ​ເຄ່ັງ ຄັດ, ສຸພາບ​ອ່ອນ​ໂຍນ​ຢາໍ​ເກງ​ພໍ່​ແມ່​ປະຊາຊົນ ແລະ ບໍ່​ແຕະຕ້ອງ​ເຖິງ​ຊັບສົມບັດ​ຂອງ​ປະຊາຊົນ​ແຕ່​ປະການ​ໃດ, ຢູ່ທີ່ລາດ​ເຫຼີ້ງ​ປະຊາຊົນ​ເວົ້າ​ສູ່ກັນ​ຟັງ​ວ່າກອງ ພັນ​ທີ​ສອງໄດ້​ຜ່ານ​ສວນ​ແຕງ ກວາ​ຂອງ​ພໍ່ທິດ​ສີ​ແຕ່​ຫົວທີຊາວ ບ້ານ​ລາດ​ເຫຼິ້ິງ​ກະ​ວ່າ ແຕງກວາ​ໃນ​ສວນດັ່ງ​ກ່າວຈະ​ບໍ່​ເຫຼືອພໍ ໜ່ວຍ​ແຕ່​ເມື່ອ​ກອງພັນທີສອງ ຜ່ານ​ໄປແລ້ວເຈົ້າ​ຂອງ​ສວນ​ແລ່ນ ​ ໄປ​ເບິ່ງ ເວົ້າ​ຫຍັງ​ແຕງກວາ​ທີ່​ມີ​ລາຄາ​ແພງ​ແດ່ແຕ່​ໝາກພິກຂ​ີ້ ໜູ​​ໜ່ວຍ​ໜຶ່ງ​ເຂົາ​ກໍບໍ່​ປີດຜັກບົ່ວ​ໃບ​​ໜຶ່ງ​ເຂົາ​ກໍ​ບໍ່​ເດັດ.
- ເ​ລື່ອງ​ນີ້​ເຮັດ​ໃຫ້​ນາງ​   ສົມ​ພອນ  ຍິ່ງ​ຄິດ​ກໍ​ຍິ່ງ​ສົນໃຈ​  ພ້ອມ​ກັນ​ນັ້ນ ນາງ  ສົມ​ພອນ  ຍັງ​ໄດ້​ຮັບ​ຄວາມ​ສັ່ງ​ຈາກ​ພໍ່​ແມ່​ຂອງ​ນາງ​ທີ່​ຈະ​ຊອກ​ຖາມຫາ​ອ້າຍ​ຂອງ​ນາງ ​ໃນ​ກອງພັນ​ທີ​ສອງ ເພາະ​ໃນ​ບໍ່​ນານ​ນີ້​ ນາງ​ຈະ​ໄດ້​ໄປເປັນ​ຄູ​ສອນ​ທີ່​ເມືອງໂພນ​ສະ​ຫວັນ.

- ຄາໍ​ໝັ້ນ!
- ​ຢູ່
- ມາ​ຫາ​ອ້າຍ​​ໜ້ອຍ​ໜຶ່ງ.
ສະ​ຫາຍ​ ຈາໍ​ນຽນ ໃນ​ຊຸດສີ ຂຽວ​ໃບຕອງ​ກ້ວຍ ​ ຢືນ​ຢູ່​ປາກ ປະຕູ​ຫ້ອງທຳ​ງານຮ້ອງໄປໃສ່ ສະ​ຫາຍ  ​ຄາໍ​ໝັ້ນ  ທີ່​ພວມທຳ​ຄວາມ​ສະອາດ​ຢູ່​ເດີ່ນຄ້າຍ.   ສະ​ ຫາຍ​   ຄາໍ​ໝັ້ນ   ວາງ​ໄມ້ຕາດສຳ ຫຼວດ​ເບິ່ງ​ເຄື່ອງນຸ່ງ  ແລະ​  ແປງ ໝວກ​ໃຫ້​ທ່ຽງ​ດີ​ແລ້ວ ສະຫາຍ​ກໍ​ແລ່ນ​ໄປ​ຢືນ​ກົງ​ຢູ່​ຕໍ່​ໜ້າ​ສະຫາຍ ຈາໍ​ນຽນ.
-  ມື້ນີ້ນ້ອງ​ຈະ​ໄປ​ເມືອງ ໂພນ​ສະຫວັນແມ່ນ​ບໍ?    ສະ ຫາຍ ຈາໍນຽນ   ຖາມ​ດ້ວຍ​ສີ​ໜ້າ​ຍິ້ມ​ແຍ້ມ.
 ເອີ!  ໄປ​ກໍ​ໃຫ້​ມີ​ສະຕິ​ລະວັງ​ຕົວ, ຮັກສາ​ຄຸນສົມບັດ​ຂອງ​ນັກ ຮົບ​ປະຕິ​ວັດ​ໃຫ້​ດີ,  ເວົ້າຈາປາໃສ​ ກັບ​ພໍ່​ແມ່​ປະຊາຊົນກໍ​ໃຫ້​ອ່ອນ ໂຍນ​ສຸພາບ ​ແຕ່ບໍ່​ເສຍ​ຫຼັກ​ໝັ້ນ, ນ້ອງ​ຈື່​ແລ້ວ​ຕິ.
- ຈື່​ແລ້ວ.
ສະ​ຫາຍ ​ ຄາໍ​ໝັ້ນ  ຕອບ​ດ້ວຍ​ຄວາມ​ໜັກ​ແ​ໜ້ນ​ ພ້ອມທັງ ​ຂາໍ່​ນັບ ສະຫາຍ ຈາໍ​ນຽນ ໂດຍ​ຄວາມ​ເຄົາລົບ​ອັນ​ເລິກ​ເຊິ່ງ. ສະ ຫາຍ ຄາໍ​ໝັ້ນ ກັບຫັນແລ້ວຍ່າງ ​ໄປ​ຫາ​ໄມ້​ຕາດ   ທຳ​ຄວາມສະ ອາດ​ກາງເດີ່ນ​ຕໍ່​ໄປ.   ສະຫາຍ ຈາໍ​ນຽນ  ຮັກແພງ​ອ້າຍ​ນ້ອງ​ນາຍ ແລະ ພົນທະຫານ​ພາຍ​ໃຕ້​ການ​ບັນຊາຂອງ​ຕົນ​ທຸກ​ທົ່ວ​ໜ້າ​ແຕ່​ພິເສດ​ແມ່ນ​ສະ​ຫາຍ  ​ຄາໍ​ໝັ້ນ ເຂົາ​ເປັນ​ຊົນ​ຊາດລາວ​ເທິງ  ເປັນ​ກາໍ​ພອຍ​ທຸກ​ຍາກ​ກາກ​ກາໍ​ມາ​ແຕ່​ນ້ອຍ.  ນອກຈາກເອົາໃຈ ໃສ່​ສ້ຽມສອນ​ທິດ​ສະ​ດີ​ປະຕິວັດ​ແລ້ວ ສະຫາຍ ຍັງ​ເອົາໃຈວັດທະ​ ນະທຳ​ໃຫ້​ສະຫາຍ ຄາໍ​ໝັ້ນ ອີກ.
ສະຫາຍ  ຄາໍ​ໝັ້ນ  ມີ​ອາຍຸ 21 ປີ. ເຂົາ​ເປັນ​ຄົນ​ກ້າວ​ກຶງ, ກວ້າງ​  ຜົມ​ຍັກ​ປີກ​ຈີ​ລໍ່,  ເອິກແຮ້ງ,  ຕາ​ກາ,  ເຂົາເກີດຂຶ້ນມາໃນຄອບ ຄົວລະເວນ​ທີ່​ເກົ່າ​ແກ່​ຄອບຄົວ ໜຶ່ງທີ່​ບ້ານ​ໜອງ​ພະ​ນວນ  ປູ່ຂອງ ເຂົາ​ເປັນຫະຫານ​ອົງ​ກົມ​ມະ​ດາໍ  ແລະ ຖືກ​ທະຫານ​ຝຣັ່ງ​ປະຫານ​ຊີວິດ​ທີ່​ບ້ານ​ຫ້ວຍກອງ  ໃນ​ປີ  1936  ພໍ່​ຂອງ​ເຂົາ​ກໍ​ໄດ້ເປັນ ທະ ຫານ​ອິດສະຫຼະພາຍ​ໃຕ້ການ​ບັນຊາ​ຂອງ​ທ່ານ  ສີທົນ   ​ກົມ​ມະ​ດຳ   ໃນ​ສະໄ​ໝເລີ່ມ​ຕໍ່ຕ້ານ​ພວກລ່າເມືອງຂຶ້ນ​ຝຣັ່ງທີ່​ເຂດ​ໃຕ້  ແລະ  ໄດ້​ຖືກ​ພວກ​ລ່າເມືອງ ​ຂຶ້ນ​ຝຣັ່ງຈັບ​ໄດ້ທີ່​ບໍລິເວນ​ເມືອງ​ປາກ​ຊ່ອງ  ແລ້ວ​ນຳໄປປະຫານ​ຊີວິດ​ທີ່ເມືອງປາກເຊ ໃນປີ 1949 ໃນເວລານັ້ນສະຫາຍ ຄາໍ​ໝັ້ນ ມີ​ອາຍຸ​ພຽງ​ແຕ່ 13 ປີຕໍ່​ມາ​ບໍ່​ດົນແມ່ຂອງ​ເຂົາໄດ້ເຖິງແກ່​ ກາໍໄປ​ຍ້ອນຄວາມອິດອ່ອນໂຮຍ ແຮງເພາະ​ທຸກຍາກກາກກາໍຫາ ​ອັນ​ປຽບ​ບໍ່​ໄດ້ ສະຫາຍ ຄາໍ​ໝັ້ນ ໄດ້​ຊັດເຊ​ພະເນຈອນໄປທົ່ວ ດົງບໍລິເວນໝົດ​ຮັບຈ້າງ​ລ້ຽງ​ ຄວາຍກໍ​ຮັບຈ້າງ​ຖາງ​ສວນກາ ເຟໃຫ້ເພິ່ນ​ປີ​ນີ້​ຢູ່​ບ້ານ​ນີ້,    ປີໜ້າ​ກໍ​ຕົກ​ໄປ​ຢູ່​ບ້ານ​ອື່ນ​ຊີວິດ​ຂອງ​ສະຫາຍ ບໍ່​ຕ່າງຫຍັງ​ກັບ​ເຄື່ອງມື​ທີ່​ມີ​ປາກ​ໄດ້​ໃນ​ສະໄໝ​ຂ້າ​ທາດ.   ແຕ່ຂະບວນ​ການ​ປະຕິວັດປົດ​ປ່ອຍຊາດໄດ້​ດຶງ​ເອົາ​ສະຫາຍ ​ອອກ​ຈາກ​ຊີວິດອັນ​ມືດມົນດັ່ງ ກ່າວ,  ສະຫາຍ​ໄດ້​ເຂົ້າ​ເປັນຕິດ ຕໍ່​ໃນ​ກອງ​ໄຊ​ເຊ​ດ​ຖາ  ໃນ​ປີ 1952 ແລ້ວໄດ້​ຂຶ້ນ​ໄປ​ເຕົ້າໂຮມ ​ຢູ່​ແຂວງຊໍາ​ເໜືອ  ໃນ​ປີ 1954 ໃນ​ແຫ່ງນີ້  ສະຫາຍໄດ້​ຮັບ​ການ ​ອົບຮົມທາງ​ການເມືອງວິຊາການ ​ທະຫານ  ແລະ  ສືບຕໍ່​ການຮຽນ​ວັດ​ທະນະ​ທໍາ   ນອກ​ນັ້ນ   ​ສະຫາຍ​ຍັງ​ໄດ້​ເຂົ້າ​ການ​ຕໍ່ສູ້ຕ້ານຢັນການ ໂຈມຕີ​ບຽດ​ຢຶດ​ຂອງ​ສັດຕູທີ່​ເມືອງ ເປິນ  ໃນ​ປີ 1956,  ຫຼັງຈາກສັນ ຍາວຽງຈັນໄດ້ຮັບການເຊັນກັນ ການລວມລາວ​ເທື່ອ​ທີ​ໜຶ່ງໄດ້​ເລີ່ມ ຕົ້ນສະຫາຍ​ໄດ້​ຖືກຄັດ​ເລືອກ​ເຂົ້າ​ປະ​ຈໍາ​ການ​ຢູ່ກອງພັນທີ​ສອງ   ໃນ​ຕາໍ​ແ​ໜ່​ງ​ຮອງນາຍ​ໝູ່.
 ຫຼັງ​ຈາກ​ນຸ່ງ​ເຄື່ອງ​ເປັນ​ລະ ບຽບ​ຮຽບຮ້ອຍ​ດີ​ແລ້ວ  ສະຫາຍ ຄໍາແດງ ແລະ ສະຫາຍ ຄາໍ​ໝັ້ນ ກໍ​ອອກ​ຈາກ​ຄ້າຍ​ໄປ.     ເຂົາ​ທັງ ສອງພາກັນຍ່າງ​ໄປຫາເມືອງ ໂພນ​ສະຫວັນ  ໃນ​ເວລາ  8:00 ໂມງ​ເຊົ້າມື້ນັ້ນແມ່ນວັນອາທິດ ພໍເຂົາ  ໄປຮອດຫ້ວຍຄາໍ  ນາງ  ສົມ​ພອນ   ນຸ່ງ​ເສື້ອ​ແລນ​ສີຟ້າ, ນຸ່ງ​ສິ້ນຂັ້ນ​ສີ​ຕັບ​ໝູເອົາ​ແພ​ນີ​ລົງ​ຂາວ​ຄຽນ​ຄໍຂີ່​ລົດຖີບ​ເປີ​ໂຊ.
ທ້າວ  ຄາໍ​ໝັ້ນ  ຫຼຽວ​ເຫັນ ນາງ​   ສົມ​ພອນ    ແຕ່​ໄກ​ກໍ​ຈື່​ໂລດ​ແລ້ວ ເວົ້າ​ຕໍ່​ທ້າວ ຄາໍ​ແດງ ວ່າ:
- ສະຫາຍ  ຄາໍ​ແດງ  ນັ້ນ​ເດ​ນ້ອງ​ສາວ​ຂອງ​ສະ​ຫາຍ.
-  ຢູ່​ໃສ?
-   ພຸ້ນ​ເດ.
-   ໂອ! ແມ່ນແທ້!
-   ສະຫາຍ​ກໍ​ຈື່​ດີ​ແທ້ນໍ?
-  ບໍ່​ຈື່​ແນວໃດ ລາວ​ເຂົ້າ​ໄປ​ຫຼິ້ນ​ນາໍ​ພວກ​ເຮົາ​ທີ່​ບ້ານອ່າງຄັງ​ໄຂຫຼາຍ​ເທື່ອ​ແລ້ວ​ເດ...
ນາງ ສົມ​ພອນ ລົງ​ລົດຖີບ​ດ້ວຍ​ສີ​ໜ້າ​ຍິ້ມແຍ້ມແຈ່ມ​ໃສແລ້ວ ເວົ້າ​ຕໍ່​ອ້າຍ​ຂອງນາງຢູ່ຕໍ່ໜ້າ​ ທ້າວ ຄາໍ​ໝັ້ນ ວ່າ:
- ອ້າຍ ຄາໍ​ແດງ ເມື່ອ​ຮູ້​ຂ່າວ​ຂອງ​ອ້າຍ​ ແມ່ ແລະ ພໍ່​ກໍ​ພາກັນ​ມາໂລດ​ດຽວນີ້​ ເພິ່ນ​ຍັງ​ຢູ່​ເມືອງ​ໂພນ​ສະຫວັນພຸ້ນ ​ເພິ່ນ​ໃຫ້​ນ້ອງ​ມານຳຫາອ້າຍ.
-  ພວກ​ອ້າຍ​ກໍ​ຕັ້ງໃຈ​ວ່າ ຈະ​ໄປ​ຫາ​ນ້ອງ​ພຸ້ນ​ແລ້ວເປັນ​ແນວ ໃດ​ພໍ່​ແມ່ກໍ​ຍັງ​ສະບາຍດີ​ຕິ?
- ສະບາຍ​ດີ.
ນາງ ສົມ​ພອນ ຍິ້ມ​ຫົວ​ຢ່າງ​ມີ​ສະ​ເໜ່ ນາງ​ເຫຼືອດ​ຕາ​ໄປ​ໃສ່​ສະຫາຍ ຄາໝັ້ນ, ສະຫາຍ ຄາໍ​ແດງ  ເລີຍ​ແນະ​ນາໍ​ໃຫ້​ນາງ​ຮູ້​ວ່າ:
- ນີ້,  ສະຫາຍ  ຄາໍ​ໝັ້ນ  ຜູ້ຮອງ ໝູ່ຂອງ​ອ້າຍ, ນາງ​  ສົມ​​ພອນ  ນ້ອງ ສາວ​ຄີງ​ຂອງ​ເຮົາ.
ນາງ   ສົມ​ພອນ  ຍົກ​ມື​ຂຶ້ນ​ໄຫວ້​ຕອບ​ຢ່າງ​ຄ່ອງ​ແຄ້ວ,  ເຂົາ​ທັງ​ສາມພາກັນ​ຍ່າງ​ຮຽງ​ໜ້າ​ກັນ​ໄປ​ສູ່​ເມືອງໂພນ​ສະຫວັນທັງ​ຍ່າງ​ລົມ​ກັນ​ໄປ  ແລະ  ຫຼຽວເບິ່ງ​ ປ່າ​ແປກທີ່ສູງລັງມັ່ງຢູ່​ຕາມ​ໂນນ​ພູ​ອັນສວຍງາມ​ຂອງ​ພູ​ພຽງຊຽງ​ຂວາງ ນາງ​  ສົມ​ພອນ  ເວົ້າ​ຂຶ້ນ​ດ້ວຍ​ສຽງ​ເສາະ​ໃສ​ວ່າ:
- ນ້ອງ​ບໍ່​ນຶກ​ບໍ່​ຝັນ​ວ່າ​ຈະ​ໄດ້​ພົບ​ອ້າຍ ໂອຍ! ມື້​ພວກອ້າຍ ​ຍ່າງກາຍ​ລາດ​ບວກ​ນັ້ນ    ຖ້າອ້າຍ ​ຮູ້ອ້າຍ​ຊິ​ຫົວຂວັນ​ນ້ອງ​ຈົນ​ແຂ້ວ ແຫ້​ງ​ພຸ້​ນ​ລະ.
ເວົ້າ​ແລ້ວ​ ນາງອວ່າຍໜ້າ​ໄປ​ລີ້​ຫົວ​ຜູ້​ດຽວ,  ນາງຈູງ​ລົດ​ໄປ​ໄລຍະໜຶ່ງ​ນາງ​ເລີຍ​ເວົ້າ​ອີກ​ວ່າ:
 -   ກ່ອນ​ຈະ​ໄດ້​ພົບ​ກໍ​ບໍ່​ແມ່ນ​ ງ່າຍ,   ນ້ອງ​ທຽວ​ໄປ​ບ້ານ​ອ່າງ,  ບ້ານດ່ອງເຖິງ​ສອງ​ສາມ​ເທື່ອ​ແຕ່​ໃຜ​ກໍ​ແກ່ວ​ງຫົວ​ບໍ່​ກ້າເຂົ້າຫາ​ ພວກ​ອ້າຍ ​ເພາະນາຍ​ພັນ​ເນ​ ແຕ່ງ​ທະຫານ​ໄປ​ປ່າວວ່າ ພວກ​ອ້າຍ...ນາງ​ຢຸດ​ຢູ່​ຄາວ ໜຶ່ງ ພ້ອມ​ທັງ​ງວາກ​ໜ້າ​ໄປຫາ​ສະຫາຍ  ຄາໍ​ໝັ້ນ  ເຮັດລຶງ​ລືຢູ່​  ຄາວໜຶ່ງ​ເວົ້າ​ຕໍ່​ວ່າ ພວກເພິ່ນ  ​ເວົ້າ​ຄວາມ​ດີ​ໃສ່​ພວກ​ອ້າຍ​ຫຼາຍ​ແນວ​ວ່າ:  ພວກ​ອ້າຍ​ອຶດຜູ້ສາວ  ມາ​ຫຼາຍ​ປີ​ເຫັນ​ຜູ້​ສາວ​ແລ້ວ​ແລ່ນ​ໃສ່​ໂລດ   ສະນັ້ນ,   ຈຶ່ງຫ້າມບໍ່ໃຫ້ໃຜ​ເຂົ້າໃກ້   ຍ້ອນ​ແນວ​ນັ້ນ​ລະພີ່ນ້ອງຊາວ ບ້ານ​ອ່າງ,  ບ້ານ​ດ່ອງ  ແລະ ບ້ານ​ ໜອງຫຍ້າ​ມ້າ  ຕະຫຼາດ​ເມືອງຄັງ ​ໄຂ    ຈຶ່ງ​ບໍ່​ກ້າ​ມາຕາມທາງ​ຫຼວງ​ລັດ​ຂ້າມ​ຄັງໄປ​ທາງ​ຄັງກິວ​ ພຸ້ນ.
ສະຫາຍ  ຄາໍ​ແດງ  ຍິ້ມ​ຫົວ​ແລ້ວ​ເວົ້າ​ຕໍ່​ນາງ ສົມ​ພອນ ວ່າ:
-  ແຕ່​ຫົວທີ  ພວກ​ອ້າຍ​ກໍ​ບໍ່​ ໄດ້​ໄວ້ໃຈເຫັນ​ວ່າ​ເພິ່ນ​ລັດ​ຄັງ​ໄປ ກໍ​ຄິດ​ວ່າ​ພວກ​ເພິ່ນ​ເຄີຍ​ໄປ​ທາງ​ນັ້ນ,  ບັດ​ແມ່ເຖົ້າ​ບ້ານ​ອ່າງມາ​ເວົ້າ​ພີ້​ພວກອ້າຍ​ ຈຶ່ງ​ຮູ້.
-   ແມ່ເຖົ້າ​ບ້ານ​ອ່າງ​ກໍ​ເວົ້າ​ສູ່​ນ້ອງ​ຟັງ​ວ່າ  ມື້​ນັ້ນ​ແດດ​ຮ້ອນ​ແມ່​ບໍ່​ໄປທາງ​ໂຄ້ງ​ອີກແມ່​ລັດ​ຊື່​ຜ່ານ​ຄ້າຍ​ພວກ​ອ້າຍ​ໄປ​ຄິດ​ໃນ​ໃຈ​ວ່າ​ຈະ​ເປັນ​ແນວໃດ​ກໍເປັນ​ເທາະ​ເຖົ້າ​ແລ້ວ​ລະ.
 ນາງ    ສົມ​ພອນ   ເອົາ​ແພມົນ​ຂຶ້ນ​ມາ​ອັດ​ປາກ​ ເພື່ອ​ບໍ່​ໃຫ້​ສຽງ​ຫົວເກີນ​ໄປ  ແລະ  ນາງຮູ້ສຶກກະ ດຽມ​ຄີງ​ຕໍ່ຄວາມເວົ້າ​ອັນໂລດ ​ຜົນ​ຂອງຕົນ. .... ມື້ນັ້ນ,  ກໍແມ່ນ​ອ້າຍ​ນີ້​ລະເຊີນ​ ເພິ່ນ​ແວະ​ດື່ມນ້ຳ​ເ​ຊົາ​ແຮງ​ເພາະເຫັນ​ເພິ່ນເຫື່ອ​ ຍ້ອຍ​ເທື່ອ​ຍັງ​ຢູ່,   ທາໍອິດເພິ່ນກໍ​ ເຮັດຢຸດໆຢ່ອນໆ  ແຕ່​ເມື່ອໄດ້​ຍິນ​ສຽງ​ປາກ​ໄທພວນຂອງ​ອ້າຍ​ຄັກ​ແລ້ວ   ເພິ່ນເລີຍທຸ່ນທ່ຽງ​ຄືນ​ມາ.  ພວກ​ອ້າຍເອົາ​​ນ້ຳໃຫ້ເພິ່ນ ດື່ມເອົາ​ເຂົ້າໜົມໃຫ້​ເພິ່ນ​ເມືອ ຕ້ອນລູກ​ຫຼານທາງ ບ້ານ​ຕື່ມອີກ,  ໂອຍ!   ເພິ່ນ​ດີໃຈ  ເພິ່ນຈຶ່ງເວົ້າສູ່ ພວກອ້າຍຟັງທຸກ​ສິ່ງທຸກ​ຢ່າງ​ວ່າ ພວກ​ພັນ​ຕີສັງໃສ່​ຮ້າຍປ້າຍສີ​ພວກ​ອ້າຍແນວໃດ?
ເວົ້າ​ມາ​ຮອດ​ນີ້,  ສະຫາຍ ຄາໍ​ແດງ  ອວ່າຍໜ້າ​ໄປ​ຫາ​ສະ ຫາຍ ຄໍາ​ໝັ້ນ ແລ້ວ​ເວົ້າ​ວ່າ:
- ສະຫາຍ​ຍັງ​ຈື່​ເຮົາ​ພະ ລາດ​ມື້​ນັ້ນ​ໄດ້​ບໍ່?  ຄາໍ​ໝັ້ນ  ງຶກ​ຫົວ ​ຄ່ອຍໆ  ທັງ​ຊີ້​ໄປ​ໃສ່​ແຄມທາງ ແລ້ວ​ເວົ້າ​ວ່າ:
- ບໍ່​ແມ່ນ​ນັ້ນ​ບໍ?
- ແມ່ນແທ້​ໃດ​ນໍ
- ແມ່ນ​ຫຍັງ​ອ້າຍ? ນາງ ສົມ​ພອນ ຖາມ​ດ້ວຍ​ຄວາມ​ສົນ​ໃຈ.
- ໂອຍ! ມື້​ພວກ​ອ້າຍ​ມາ​ຮອດ​ທົ່ງ​ໄຫ​ຫີນ​ນັ້ນ​ນາ  ຝົນຕົກ​ລົມແຮງ​ແຂ່ງ​ຝົນ​ເຂົ້າ​ໄປ​ຮອດ​ເຂດ​ຍ່ອຍຂ້າງ​ເດີ່ນຍົນ​ພຸ້ນ​ແລ້ວ​ພັດ​ປີ້ນ​ບອກໃຫ້​ກັບ​ໄປ​ຫາ​ບ້ານ​ອາງມາ​ຮອດ​ນີ້​ອ້າຍ​ເມື່ອຍ​ຫຼາຍ​ຕີນ​ພັດ​ມື່ນ​ອ້າຍ​ເລີຍພະລາດ​ຍັງ​ໜ້ອຍ​ໜຶ່ງລະແມ່ນ​ນອນ​ແທກ ​ທາງ.  ເວົ້າ​ແທ້ມື້​ນັ້ນ ຖ້າສະຫາຍ  ຜູ້​ກອງ  ບົວ​ຄາໍ  ບໍ່​ຈີ້ກົ້ນ ຮ້ອຍຕີ​ ໄຕ   ພວກ​ເຮົາ​ຍັງ​ຈະຢືນ​ຕາກ​ຝົນ ​ຕາກ​ລົມຢູ່​ກາງ​ຄັງ​ໝາ​ແລ່ນ​ນັ້ນ​ອີກມາ​ເບິ່ງ​ຊ່ວຍ​ກັນ​ແດ່,  ຈັກ​ ວ່າປາກກາຊຶມ​ຂອງເຮົາເຮ່ຍຢູ່​ທີ່​ນີ້.
-  ຄາໍ​ແດງ  ຍ່າງ​ລົງ​ໄປ​ຊອກ ​ຫາ​ປາກກາ​ຢູ່​ຮ່ອມ​ທາງນາງ ສົມ​ພອນ  ວາງລົດຖີບ​ໃຫ້ຄາໍໝັ້ນ ແລ້ວຍ່າງ​ລົງ​ໄປຊອກ​ຫາ​ນາໍ​ອ້າຍ​ໃນເວລາລົດຈິບຄັນໜຶ່ງ ແລ່ນ​ອອກມາ​ແຕ່​ເມືອງໂພນ ສະຫວັນ ມາ​ຢຸດ​ຢູ່​ຕໍ່ໜ້າ ທັງສາມ  ຜູ້​ຂັບ​ລົດ​ຖື​ໝວກ​ແກ໊ບປີ  ໃນ​ຊຸດ​ແວັດ​ສະ​ປອຍ​ຖື​ແວ່ນ​ຕາດຳ.. ໂດ່​ງ​ມາ​ໃສ່​ນາງ   ສົມ​ພອນ  ວ່າ:
- ຊອກ​ຫຍັງ​ນ້ອງ​ສາວ!  ທະ ຫານ​ໝວດ​ນີ້​ຢູ່​ກົມ​ກອງ​ໃດ​ເວີຍ,  ສັງມາ​ບໍ່​ມີ​ຄວາມ​ຢ້ານ.  ນາງ​ບໍ່​ຮູ້ຈັກ​ຈະ​ເຮັດ​ແນວໃດດີ​ເລີຍນັ່ງ​ໂຍບ​ລົງ  ແລ້ວ​ຕອບ​ດ້ວຍສຽງ​ສັ່ນໆວ່າ:
-  ຂ້ານ້ອຍ​ຊອກ​ປາກກາ​ຊ່ວຍ​ອ້າຍ​ຂ້ານ້ອຍ!
-  ດ້າມ​ປາກກາ​ຊິ​ຊອກ​ແມ່​ມັນ​ຫຍັງ!  ພວກ​ນີ້​ແມ່ນ​ທະຫານ​ມາ​ແຕ່ໃສ,  ສັງ​ບໍ່ຂາໍ່ນັບເຈົ້າຂາໍ່ ​ນັບ​ນາຍ​ຫຶ?  ຄຳໝັ້ນ  ອວ່າຍໜ້າ​ໄປ​ຫາສາຍຕາ​ຂອງ​ລູກ​ດົງ​ບໍລິ ເວນ​ມັນ​ໄດ້ປຽບ​ເ​ໝືອນ​ລູກ​ສອນ ​ສັກ​ເຂົ້າ​ໃສ່​ແກ່ນ​ຕາ​ຂອງ​ຜູ້​ຂັບ​ລົດ,   ຄາໍ​ໝັ້ນ   ຕອບດ້ວຍ​ຄວາມ​ໜັກ​ແ​ໜ້ນ​ວ່າ:
- ​  ໝູ່​ຂ້ອຍ​ຢູ່​ກອງພັນ​ທີ​ສອງ ​ຂອງ​ແນວ​ຮັກ​ຊາດ,   ເຈົ້າ​ຢາກ​ເຮັດຫຍັງ?
- ຮື! ຫຶ!
ໝໍ​ຂັບ​ລົດທັ່ງ​ສຽງ​ອອກມາ​ ດັງ​ເປັນ​ສີ​ອັ່ງໆໃນ​ລໍາ​ຄໍ​ງຶກ​ຫົວ​ແບບທ້າ​ທາຍ  ແລ້ວ​ປ່ຽນ​ເກ​ຍ​ລົດ​ແລ່ນ​ມຸ່ງໜ້າ​ໄປ​ຫາ​ເມືອງ ຄັງ​ໄຂ.   ການ​ຊອກຫາ​ຄັນ​ປາກ ກາ​ເລີຍ​ຢຸດ​ຊະ​ງັກ.
- ເມືອ​ເທາະ​ອ້າຍ! ເພິ່ນ​ຜູ້​ນີ້​ຮ້າຍ​ກາດ​ແທ້​ໃດ!
-   ມັນ​ແມ່ນ​ໃຜ?   ຄາໍ​ແດງ ຖາມ​ຂຶ້ນ​ດ້ວຍ​ຄວາມ​ສົນ​ໃຈ.
 -   ອ້າຍ​ບໍ່​ຮູ້​ຫວະ?   ນັ້ນແລ້ວ​ຮ້ອຍ​ເອກ​ ເກດສະໜາ ເພັດ​ຊະ ຄາດ​ຂ້າ​ຄົນ​ນ້ຳ​ເບີ​ໜຶ່ງ.
- ຊິ​ຢ້ານ​ຫົວ​ມັນ​ຫຍັງ?  ຄາໍ​ໝັ້ນ   ໄດ້​ຍິນ​ແນວ​ນັ້ນ​ເລີຍເວົ້າ​ຂຶ້ນ​ວ່າ:
ໄປ​ເທາະ   ຄາໍ​ແດງ!  ພວກ​ເຮົາ​ແມ່ນ​ບໍ່​ຢ້ານ​ແທ້!  ແຕ່​ມັນ​ຊິ​ກໍຄວາມ​ຫຍຸ້ງຍາກ​ໃຫ້ນາງ  ​ສົມ​ພອນ ໃດ!

ເທື່ອ​ນີ້​ເປັນ​ເທື່ອ​ທໍາ​ອິດ ພັດ​ແຕ່​ຍ່າງ​ຮຽງ​ໜ້າ​ກັນ​ມາ​ທີ່​ນາງ ສົມ​ພອນ ໄດ້​ຍິນ​ສຽງ​ເວົ້າ​ຂອງ ທ້າວ ຄາໍ​​ໝັ້ນ, ນາງງຶກຫົວ​ ສະແດງ​ຄວາມ​ເຫັນ ພ້ອມແລ້ວ​ ເຂົາ​ທັງ​ສາມ​ພາກັນ​ອອກ​ເດີນ ທາງ​ໄປ​ສູ່​ເມືອງໂພນ​ສະ​ຫວັນ. ເຮືອນ​ທີ່​ນາງ​ສົມ​ພອນ ມາ​ອາ ໄສ​ຢູ່​ແມ່ນ​ເຮືອນ​ພີ່ນ້ອງ​ທາງ​ ແມ່ຢູ່​ທີ່​ບ້ານນາ​ວັງ  ເປັນ​ເຮືອນ​ແປ້ນ​ຫຼັງ​ໃຫຍ່ ພໍ​ພວກ​ເຂົາ​ໄປ​ຮອດ, ພໍ່​ແມ່ ແລະ ​ຍາດພີ່ນ້ອງ​ຂອງ​ທ້າວ  ຄາໍ​ແດງ  ກໍ​ພາກັນ  ມາ​ນັ່ງ​ອ້ອມ​ພວກ​ເຂົາ​ດ້ວຍ​ສີ​ ໜ້າ​ຍິ້ມແຍ້ມ​ແຈ່ມ​ໃສ..
-  ດີໃຈ​ແລ້ວ​ພວກ​ລູກ​ມາ​ຢາມ.
- ເປັນ​ແນວໃດ​ຍັງ​ສະບາຍ ດີ​ບໍ ?
- ຄາໍ​ແດງ ຫຼານ​ເອົາ​ເມຍ​ແລ້ວ​ບໍ ?
- ເປັນ​ແນວໃດ​ຊິ​ບໍ່ເກີດ​ເສິກ​ກັນ​ອີກ​ຕິ ?
- ພວກ​ຫຼານ​ກໍ​ກິນ​ເຂົ້າ​ແຊບ​ ນອນ​ຫຼັບ​ຢູ່​ບໍ ?
-  ພວກ​ອາດຍາ​ເພິ່ນ​ຢູ່​ທົ່ງ​ໄຫ​ຫີນບໍ່​ໄດ້​ເຮັດ​ຮ້າຍ​ຫຍັງ​ໃຫ້​ພວກຫຼານ​ຕິ?
ຄ​ຳຖາມ​ຂອງ​ພວກ​ຍາດຕິ​ພີ່ນ້ອງ​ສັບສົນ​ຈົນ​ທ້າວ  ຄຳແດງ ບໍ່​ຮູ້ຈັກຊິ​ຕອບ​ໃຜ​ກ່ອນ​ໃຜ​ລຸນ, ສ່ວນ​ທ້າວ   ຄາໍ​ໝັ້ນ  ນັ່ງ​ອີງ​ຝາ​ເຮືອນ​ຢູ່​ຢ່າງ​ງຽບໆ  ແຕ່​ນາງ ສົມ​ພອນ  ຕິດຕາມ​ເຂົາ​ດ້ວຍ​ຄວາມ​ສົນໃຈ​ເພາະ​ນາງ​ຮູ້ສຶກ​ເຫັນວ່າ ເຂົາ​ມີ​ສາຍຕາ​ອັນ​ສະຫຼາດ​ສ່ອງ​ໃສ​ເບິ່ງ​ແນວໜຶ່ງ​ຄື​ຊາວນາແຕ່​ເບິ່ງອີກແນວໜຶ່ງທ່າ​ທີ​ຂອງເຂົາ​ ສະຫງ່າ​ອົງອາດ  ແລະ  ມີລິດແຫ່ງ​ຄວາມ​ສາມາດ.  ຫຼັງຈາກກິນ​ເຂົ້າງາຍ​ແລ້ວການສົນທະນາ​ປາ​ໄສ​ລະຫວ່າງ​ທ້າວ ຄາໍ​ແດງ  ກັບ​ຍາດຕິ​ພີ່ນ້ອງ​ຂອງ​ເຂົາ​ໄດ້​ເລີ່ມ​ຕົ້ນ.  ແຕ່​ຫົວທີການ​ລົມ​ກັນ ວົນວຽນ​ຢູ່​ອ້ອມ​ບັນຫາ​ການ​ທາໍ​ມາ​ຫາ​ກິນ ແຕ່​ຕໍ່​ມາ​ເລື່ອງລົມ​ກັນ​ໄດ້​ເກາະກ່າຍ​ເຖິງ​ເລື່ອງ​ການເມືອງ​  ໂດຍ​ບໍ່ຮູ້ ສຶກ​ຕົວ.
ທ້າວ ຄາໍ​ແດງ ໄດ້​ເອົາ​ແຂນ ​ສອກ​ເດິະ​ຂ້າງ​ທ້າວ ຄຳໝັ້ນ ຄ່ອຍໆ ໃນ​ທໍາ​ນອງ​ເຕືອນ​ວ່າ: “ສະຫາຍອອກ​ຄາໍ​ເຫັນ​ຊ່ວຍ​ເຮົາ​ແດ່ ,  ຄາໍ​ໝັ້ນ ຈຶ່ງ​ເລີ່ມ​ອອກ​ຄາໍ​ເຫັນ​ຕໍ່​ຄວາມ​ຂັດຂ້ອງ​ໝອງ​ໃຈຂອງຍາດ​ຕິ​ພີ່ນ້ອງ​ທ້າວ ຄຳ​ແດງ. ທ້າວ  ຄາໍ​​ໝັ້ນ  ເວົ້າ​ຂຶ້ນ​ວ່າ:
- ພວກ​ເຮົາ​ມາ​ທົ່ງ​ໄຫ​ຫີນ​ເທື່ອ​ນີ້   ບໍ່​ແມ່ນ​ພວກ​ເຮົາ​ມາຍອມ ພວກ​ເຮົາ​ມາ​ເພື່ອ​ສ້າງ​ຄວາມ​ຖືກຕ້ອງ​ປອງ​ດອງ​ຊາດ ໂດຍ​ມີ​ສັນຍາວຽງຈັນຄ້ຳ​ປະກັນ​ ພວກ​ເຮົາ​ກໍ​ຮູ້​ເລື່ອງ​ທີ່​ພວກ​ນາຍ​ທະ ຫານ​ໃນ​ຝ່າຍວຽງ​ຈັນ   ຈາໍ​ນວນ​ ໜຶ່ງ​ໃສ່​ຮ້າຍ​ປ້າຍ​ສີ​ພວກ​ເຮົາ  ເພື່ອ​ແບ່ງ​ແຍກ​ພວກ​ເຮົາ​ກັບ​ພໍ່​ແມ່ປະຊາຊົນ​ແລ້ວ​ປິດ​ລ້ອມ ແລະ ທໍາ​ລາຍ​ພວກ​ເຮົາ​ໃນ​ທີ່​ສຸດ​ແຕ່​ພວກ​ມັນ​ຈະເຮັດ​ໄດ້ ຫຼື ບໍ່​ນັ້ນ​ກໍ​ຍັງ​ເປັນ​ບັນຫາ​ຢູ່.
ຫຼັງ​ຈາກ​ນັ້ນ  ທ້າວ  ຄຳ​ແດງ ໄດ້​ເວົ້າ​ເຖິງ​ການ​ເສກ​ສັນ​ປັ້ນ​ເລື່ອງຂອງ​ພວກ​ປະຕິ​ການ​ຂວາ​ຈັດ​ຈໍາ​ນວນ​ໜຶ່ງ​ທີ່​ວ່າ  ຄົນ​ແນວ​ລາວ​ຮັກ​ຊາດ ບໍ່​ມີ​ສາສະໜາ, ລວມ​ລູກ​ລວມ​ເມຍເປັນ​ຄົນ​ປ່າ​ຮ້າຍ​ກາດ​ແມ່ຍິງ​ບໍ່​ຄວນເຂົ້າ​ໃກ້  ເພາະ​ພວກ​ນີ້​ເປັນ​ຄົນ​ຫິວ.... ເວົ້າ​ມາ​ຮອດ​ນີ້   ຜູ້​ຄົນ​ທີ່​ມາ​ນັ່ງ​ຟັງ​ພາກັນ​ຍິ້ມ​ຫົວເລື່ອງ​ນີ້​ເຂົາ ເຈົ້າ​ໄດ້​ຍິນ​ພວກ​ນາຍ  ແລະ  ພົນ ທະຫານ​ບາງ​ຄົນໃນຝ່າຍຂວາ ​ເວົ້າ​ແນວ​ນັ້ນ​ແທ້.  ຕໍ່​ຈາກ​ນັ້ນ ທ້າວ  ຄາໍ​ໝັ້ນ​  ໄດ້​ເວົ້າ​ເຖິງເລື່ອງ  ປະເທດ​ຊາດເສຍ​ຄວາມ​ເປັນ​ເອກະລາດ​ໃຫ້​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ​ຖືກພວກ​ມັນກົດ​ຂີ່ຂູດ​ ຮີດ​ພາຍ​ໃຕ້​ຊິກ​ໂສ້  ແລະ ຄອບ ຄອງ​ລ່າ​ເມືອງ​ຂຶ້ນ​ອັນປ່າເຖື່ອນ ແລະ  ໄດ້​ເລົ່າ​ເຖິງ​ມູນເຊື້ອ​ອັນພິ ລະ​ອາດ​ຫານ​ຂອງ​ປວງ​ປະຊາ​ຊົນ​ລາວທີ່​ໄດ້​ລຸກ​ຮື້​ຂຶ້ນ​ຕໍ່ສູ້​ຕ້ານ​ຢັນ​ພວກ​ມັນ​ຄືນ  ໃນ​ຂະບວນ​ການຂອງ​ພໍ່​ກະ​ດວດ, ອົງ​ແກ້ວ ອົງ​ກົມ​ມະ​ດາໍ  ແລະ  ເຈົ້າຟ້າ​ປັດ​ໄຈ​ ເປັນຕົ້ນ​ແມ່ນຂະບວນ​ການ​ກູ້​ຊາດ​ຂອງ​ປວງ​ປະຊາຊົນ​ລາວ  ພາຍ​ໃຕ້​ການນຳ​ພາ​ຂອງ ສູນກາງ​ແນວ​ລາວ​ຮັກ​ຊາດໂດຍ​ ແມ່ນ​ທ່ານ​ປະທານ  ສຸພາ​ນຸວົງ ເປັນ​ຜູ້ນຳໜ້າ, ສະຫາຍ  ຄາໍ​​ໝັ້ນ ໄດ້​ເນັ້ນເຖິງ​ການຕໍ່ສູ້​ອັນ ​ເດັດດ່ຽວໜຽວແໜ້ນຂອງກອງ ທັບປົດປ່ອຍ  ແລະ  ປະຊາຊົນ ເຮົາ​ ໃນ​ການຕໍ່ຕ້ານ​ພວກລ່າ ເມືອງຂຶ້ນ​ຝຣັ່ງທີ່​ຍືດ​ເຍື້ອ​ຍາວ​ນານ​ມາ​ໄດ້​ເກົ້າ​ປີ.   ແລ້ວ​ສະ ຫາຍ​ໄດ້​ຍົກຄາໍ​ຖາມ​ຂຶ້ນ​ວ່າ:
ຖ້າ​ບໍ່​ມີ​ການ​ຕໍ່ຕ້ານ​ອັນເດັດ ຂາດຂອງ​ກອງທັບ​ປົດປ່ອຍ ແລະ ປະຊາຊົນ​ເຮົາດັ່ງກ່າວແລ້ວ ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ​ຈະ​ຍອມ ​ເຊັນ​ສັນຍາເຊີ​ແນວຮັບຮອງ​ ຄວາມ​ເປັນ​ເອກະລາດອະທິປະ​ໄຕ  ແລະ  ຜືນ​ແຜ່ນດິນອັນ​ຄົບ​ຖ້ວນ​ຂອງ​ລາວ​ເຮົາ​ບໍ?
-  ພໍ່ເຖົ້າ​ເປາະ  ນັ່ງ​ຄາບ​ກອກ​ຢູ່​ຂ້າງ​ນາງ   ສົມພອນ ໄອ ​ອະຮຶສອງສາມ​ບາດ ເພື່ອໝາດ ​ຄໍ​ແລ້ວ​ເວົ້າ​ຂຶ້ນ​ດ້ວຍ​ສຽງດັງໆ ວ່າ:
- ໂອ້ຍ! ຄັນ​ບໍ່​ມີ​ການ​ຕໍ່ສູ້​ຂອງ​ພວກ​ອາຍາ​ລູກ,  ຈ້າງ​ຫົວ​ແຕກພວກ​ຝຣັ່ງຕາ​ລວກ​ນີ້​ກໍ​ບໍ່​ອອກ​ໜີຈາກ​ລາວ​ເຮົາ​ດອກ.
- ແມ່ເຖົ້າ​ຕຸ້ຍ ກົ້ມໜ້າ​ຖົ່ມ​​ໝາກ​ລົງ​ໃສ່​ງ້ຽງ  ເອົາ​ນິ້ວຊີ້​ເຊັດ​ຮີມ​ສົບຈູບ​ປາກ​ສອງ​ສາມ​ເທື່ອ​ແລ້ວ​ເວົ້າ​ຂຶ້ນ​ວ່າ:
-  ພໍ່ເຖົ້າ​ເປາະ ເວົ້າ​ຖືກແຕ່​ ຂ້ອຍ​ສົນໃຈ​ຂໍ້​ໜຶ່ງພວກລູກ​ສັງ ມາ ນ້ອຍ​ແທ້? ພວກ... ແມ່ເຖົ້າ ​ບຸ້ຍ​ສົບ​ໄປ​ທາງ​ຄັງໝາແລ່ນບ່ອນ​ ທີ່​ຕັ້ງ​ຂອງກອງ​ທະຫານ​ຝ່າຍ​ ຂວາ​ແລ້ວ​ເວົ້າ​ວ່າ: ຫຼາຍ​ແທ້​ໃດ! ແມ່​ໄດ້​ຍິນ​ວ່າ​ຫຼອກເສືອ​ອອກ​ຈາກ​ດົງ​ເພື່ອ... ແມ່ເຖົ້າ​ຕຸ້ຍ  ເອົາ​ນິ້ວ​ຊີ້​ເຮັດ​ກະ​​ວ້ອຍ​ບາດ​​ໜຶ່ງ   ຊຶ່ງ​ມີ​ຄວາມ​ໝາຍວ່າ​ລັ່ນໄກ​ປືນຍິງ ​ໃສ່​ເສືອ.
 ຄາໍ​ເວົ້າ​ຂອງ​ແມ່ເຖົ້າຕຸ້ຍ ໄດ້​ເຮັດ​ຫຼາຍ​ຄົນ​ຄິດ, ບັນຍາ ກາດ​ແຫ່ງການ​ໂອ້​ລົມ​ກັນ​ປະກົດ​ ວ່າໜັກ​ໜ່ວງ ​ສາຍຕາ​ທັງ​ໝົດ​ສຸມ​ໃສ່​ສະຫາຍ ຄໍາໝັ້ນ ແລະ  ຄາໍ​ແດງ ໃບ​​ໜ້າ​ອັນ​ສົດໃສ ແລະ ຈົບງາມ​ເໝືອນ​ກາບບົວຍາມ ເຊົ້າຂອງ​ນາງ  ສົມ​ພອນ  ກໍ​ປະ ກົດວ່າ ​ຜ່ອນຄາຍ​ຄວາມ​ເພີດ ເພີນ​ລົງ,  ຂົນຕາ​ຍາວ  ແລະ  ກົ່ງ​  ຂອງ​ນາງ​ພັບ​ເປັນສີໄວໆຜິດປົກ ກະຕິ​ແສງຕາ​ທີ່ເປັນສີ​ເທືອບໆ ຂອງ​ນາງ​ໄດ້​ເຈືອ​ຈານ​ໄປ​ດ້ວຍ​ຄວາມ​ເປັນຫ່ວງ  ແຕ່​ສະ​ຫາຍ ຄຳໝັ້ນ,  ໃນ​ເວລາ​ທີ່​ສະຫາຍ  ຄາໍ​ແດງ  ຕັ້ງໃຈວ່າຈະເວົ້າ​ຂຶ້ນນັ້ນ  ທິດ​ພິບ ເວົ້າ​ຂຶ້ນ​ດ້ວຍ​ຄວາມ​ໜັກ​ ແ​ໜ້ນ​ວ່າ:
ຂ້ອຍ​ເຊີ​ບໍ່​ເຫັນ​ດີ​ນຳອີ​່ນາຍ ຕຸ້ຍ!  ໃຜ​ວ່າ​ນ້ອຍ!  ໃຫ້​ແປະເບິ່ງ​ ຄັນບໍ່​ເຫັນ​ຄວັນ  ເມື່ອ​ກ່ອນ​ນີ້​ຢູ່​ໜອງ​ເປັດຍອດ​ນ້ຳ​ງື່ມ  ນີ້​ລະ​ຂ້ອຍ​ເຫັນ​ກັບຕາ​ມີ​ອ້າຍ​ນ້ອງ​ທະຫານ​ກອງຮ້ອຍ​ໜຶ່ງຂອງ​ພວກ​ນີ້​ປົບ​ຂີ້​ຫິ​ຼວ​ໄປ! ​ ກະ​ເສີນ​ນັບ​ເປັນຮ້ອຍໆແນວ​ນີ້,  ຂ້ອຍ​ວ່າ​ມັນ, ພໍ່ເຖົ້າ​ທິດພິບ:  ເປົ່າພູບາດ  ໜຶ່ງ​ເຮັດ​ໃຫ້​ຂີ້​ກອກຢາ​ຂອງ​ພໍ່ ເຖົ້າ​ເປາະຟົງ​ອອກ​​ໜົດ​ແຮງຈົນ​ ວ່າ ພໍ່​ເຖົ້າ ເປາະ ຕື່ນຍຸບບາດ ໜຶ່ງ,  ທຸກ​ຄົນ​ພາກັນ​ຍູ້ມເປື້ອຍ​ ບາດ ໜຶ່ງ​ພໍ່ເຖົ້າ ທິດ​​ພິບ! ເວົ້າ​ຕໍ່​ວ່າ:
- ໃຫ້​ເຊື່ອ​ໝັ້ນ, ຄັນ​ບໍ່​ແມ່ນ​ຄວາມ​ເຮົາ​ໃຫ້​ຢຽບ​ຂີ້​ມາ​ທາ​ປາກ ​ເຮົ​ານີ້.
ສະຫາຍ  ຄາໍ​​ໝັ້ນ  ມິດ​ຢູ່​ຄາວໜຶ່ງ   ເມື່ອ​ບໍ່​ເຫັນ​ໃຜ​ເວົ້າ​ຫຍັງ​ເລີຍ ເວົ້າ​ຂຶ້ນ​ຊ້າ ແລະ ແຈ່ມ​ແຈ້ງ​ດີ​ວ່າ:  ພວກ​ລູກ​ແມ່ນ​ລູກ​ຫຼານ​ຂອງ​ພໍ່​ແມ່​ປະຊາຊົນບໍ່​ມີ​ຈຸດປະສົງ ອື່ນໃດ   ນອກຈາກ​ຮັບ​ໃຊ້​ສິດຜົນປະໂຫຍດອັນ​ເປັນ​ທາໍ​ຂອງ​ພໍ່​ແມ່​ປະຊາຊົນ.  ສະ ນັ້ນ ພໍ່​ແມ່​ປະຊາຊົນກໍ​ມີໜ້າ​ທີ່​ເປັນ​ຫູ​ເປັນຕາ​ບອກສອນ​ພວກ ລູກ  ເພື່ອ​ໃຫ້​ພວກ​ລູກ​ຮັບ​ໃຊ້​ພໍ່​ແມ່​ກໍ​ໄດ້​ເບິ່ງແຍງ​ລ້ຽງ​ດູ  ແລະ ຊ່ວຍເຫຼືອພວກ​ລູກ​ໄດ້​ດີ​ທີ່​ສຸດ, ພວກ​ລູກ​ເຊື່ອ​ວ່າ ໃນ​ຂັ້ນ​ຕໍ່​ໄປ​ພໍ່​ແມ່​ກໍເບິ່ງແຍງ​ຊ່ວຍເຫຼືອ​ພວກ​ລູກ​ທະວີຄູນ​ຍິ່ງ​ຂຶ້ນ.
ພໍ່​ເຖົ້າ​ ເປາະ ໄອ​ອະຮຶແລ້ວ​ຖົ່ມນ້ຳ​ລາຍ​ອອກ​ປ່ອງຢ້ຽມ​ປິດ​ບາ​ດໜຶ່ງ ແລ້ວ​ຈຶ່ງ​ເວົ້າ​ວ່າ:
- ລູກ​ເວົ້າ​ຖືກ, ເສືອ​ເພິ່ງ​ດົງ ດົງ​ເພິ່ງ​ເສືອ​ລະ​ບໍ​ລູກ​ເອີຍ!  ພວກ​ມັນຫ້າມ​ບໍ່​ໃຫ້​ພວກ​ພໍ່​ແມ່ໄປ​ຫາ​ພວກ​ລູກແຕ່...ພໍ່ເຖົ້າ​ເປາະ ​ທັງ​ດັງ​ປຶ​ດ​ບາດໜຶ່ງ​  ຈຶ່ງ​ເວົ້າ​ຕໍ່,  ພີ່ ນ້ອງ​ຕາແສງ​ຄັງຕາແສງຄາຍ ພຸ້ນກໍ​ໄຫຼ​ມາ​ຢາມລູກບໍ່​ເຫັນ​ພວກ​ມັນ​ເຮັດ​ຫຍັງ​ໄດ້​ແມ່ນ​ບໍ່​ລູກ?
ທ້າວ ຄຳ​ແດງ  ຕອບ​ດ້ວຍ​ສີ​ໜ້າ​ຍິ້ມແຍ້ມ​ວ່າ:
- ແມ່ນແທ້!
ມາ​ຮອດ​ນີ້ ພໍ່​ແມ່​ຂອງ​ທ້າວ ຄຳແດງ  ຈຶ່ງເ​ລີງ​ໃຈ​ແດ່ຜູ້​ເປັນ​ແມ່​ຈຶ່ງເວົ້າ​ຕໍ່​ນາງ ສົມ​ພອນ ວ່າ:
-  ຢູ່​ໃສ​ໝາກຫຸ່ງ​ວ່າ​ຊິ​ຕຳ​​ສົ້ມ​ໃຫ້​ພວກ​ອ້າຍ​ເຈົ້າ​ກິນ?
ນາງ  ສົມ​ພອນ  ຍິ້ມ​ຫົວ​ເປັນ​ສີ​ອາຍໆ  ແລ້ວ​ຟ້າວ​ລຸກຂຶ້ນ​ຍ່າງອອກ​ໄປ​ຫາ​ເຮືອນຄົວ  ແຕ່​ກ່ອນ​ຈະ​ອອກ​ໄປ​ຫວິດ​ເຮືອນ ນາງ​ສົ່ງ​ສາຍຕາຫວານ​ເຂົ້າ​ມາ​ໃນ​ເຮືອນ​ອີກ​ແຕ່​ບໍ່​ມີ​ໃຜ​ຮູ້​ວ່າ  ແສງຕາ​ນັ້ນ​ແມ່ນນາງ​ມອບໃຫ້​ໃຜ?

ຕອນ​ທີ2:

ແສງ​ແດດ​ຍາ​ມ​ເຊົ້າ​ຂອງ ລະ​ດູ​ໜາວ​ໄດ້​ສອດ​ສ່ອງ​ລອດ ປ່າ​ແປກ​ທີ່ກົ້ວ​ນົວ​ໄປ​ດ້ວຍ​ນ້ຳ ໝອກ, ເຮັດ​ໃຫ້​ທິວ​ທັດ​ອັນ​ສວຍ ງາມ​ແຫ່ງ​ປ່າ​ແປກ ເມືອງ​ພວນ ເພີ່ມ​ຄວາມ​ສະ​ຫງ່າ​ງາມ​ຕາ​ຍິ່ງ ຂຶ້ນ. ຕາມ​ເສັ້​ນ​ທາງ​ທີ່​ເລາ​ະ​ລ້ຽວ ໄປ​ຕາມຫວ່າງດອຍ  ຊຶ່ງ​ມີ​ປ່າ ແປກ​ສູງ​ສັງ​ລັ່​ງ​ເປັນ​ຖັນ​ແຖວ​ຢູ່ ນັ້ນ  ມີ​ພວກ​ແມ່​ຄ້າ​ຫາບ​ກະ​ຊ້າ​ພາ​ກັນ​ໄປ​ຕະ​ຫຼາດ  ພວກ​ເຂົາ​ພາ ກັນ​ໄປ​ເປັນ​ໝູ່​ສີ່​ໝູ​່ຫ້າ  ບາງ​ໝູ່​ກໍ​ມີ​ມ​້າ​ຕ່າງ​ເຄື່ອງ​ໄປ​ນຳ​ພວກ​ເຂົາເຈົ້າ​ລົມ​ກັນ​ໄປ​ຢ່າງ​ມ່ວນ​ຊື່ນ ແລະ  ຊວນ​ຫົວ,  ມີ​ລົດ​ຈ​ິບ​ຄັນ​ໜຶ່ງແລ່ນ​ມາເຂົາ​ເຈ​ົ້າ​ພາ​ກັນ​ຫຼີກ ອອກນອກ​ທາງ​ແມ່​ເຖົ້າ​ຜູ້ໜຶ່ງ  ​ອວ່າຍ​ໜ້າ​ໄປ​ເວົ້າ​ຕໍ່​ລຸງ​ຜູ້​ໜຶ່ງ​ທີ່​ຈູງ​ມ້າ​ມາ​ນຳ​ຫຼັງ​ວ່າ:
- ເຈົ້າ​ຮູ້ບໍ່​ວ່າ​ແມ່ນ​ໃຜ​ຂັບ ລົດ​ໄປ​ເມື່ອກີ້ນີ້?
- ໂອ​້ຍ! ຂ້ອຍບໍ່​ສົນ​ໃຈ ດອກ​ເຂົາ​ມີ​ລົດ​ເຂົາ​ກໍ​ຂີ່ ເຮົາ​ບໍ່​ມີກໍ​ຍ່າງ​ແຕ​່​ຂີ່​ໄວ​ແນວມື້ກີ້ນີ້ ບໍ່ ດົນ​ດອກ​ມົດ​ງ່າມ​ຊິ​ຕອມ​ຕາ.
- ໃຫ້​ເຈົ້າ​ຮູ້​ໄວ້​ສາ, ນັ້ນ​ລະ​ຜີ​ປອບ​ຜູ້​ສາວ, ຮັກ​ສາ​ອີ່​ນ້ອຍ ເຮືອນ​ເຈົ້າ​ໄວ້​ແດ໋.
- ໂອ! ບໍ່​ແມ່ນ ຄອມ​ມັງ​ດັງ ອ່ອນ​ຈັນ ຫວະ?
- ແມ່ນ​ແລ້ວ ຈືຶ່​ໄວ້​ສາ!
- ຊິ​ເວົ້າ​ຫຍັງ​ແຕ່​ອີ່​ນ້ອຍ ເຮືອນ​ຂ້ອຍ, ຊຸມ​ພວກ​ເຈົ້າ​ກໍ​ໃຫ້ ລະ​ວັງ, ແມ່ນ​ຜີ​ປອບ​ໂຕນີ້ລະ​ ກຸມ​ແມ່​ເຖົ້າ​ຕຸ້ຍ ທ່ອງ​ພຶບ ບ້ານ ນາ​ໝູນ.
- ອຸ້​ຍ! ເຈົ້າ​ມັນ​ຫາກ​ຮູ້​ແຕ່ ແນວບໍ່​ເປັນ​ຕາ​ຂົບ​ຕາ​ກິນ​ທໍ່​ນັ້ນ ລະ!
ເວົ້າ​ມາ​ຮອດນີ້ ຊາວແມ່ຄ້າ​ ແທບ​ທຸກ​ຄົນ​ມີ​ສີ​ໜ້າ​ເຄັ່ງຂຶມ​ຄຽດ​ແຄ້ນ​ຕໍ່​ການ​ກະ​ທຳ​ອັນຊົ່ວ​ຊ້າ​ຂອງໝໍ​ອ່ອນ​ຈັນ.
ໝໍ​ອ່ອນ​ຈັນ ໄປ​ຮອດ​ຕະ ຫຼາດ​ເມືອງ​ໂພນ​ສະ​ຫວັນ ກໍ​ພໍ​ດີ ພໍ້ ເກດ​ສະ​ໜາ ເຂົາ​ທັງ​ສອງ​ຕ່າງ ກໍ​ຕິດ​ແວດ​ສະ​ປອຍ ສີ​ຕອງກ້ວຍ ອ່ອນ ຍ່າງ​ໝ່າຍ​ຜູ້​ສາວ​ທີ່​ມາ​ຕະ ຫຼາດ.
- ຈັກ​ໂມງ​ແລ້ວ​ເຖົ້າ?
ໝໍ​ເກດ​ສະ​ໜາ ຖາມ​ຂຶ້ນ ດ້ວຍ​ທ່າ​ທີ​ຖື​ເປັນ​ກັນ​ເອງ.
- ເຈັດ​ໂມງ​ເຄິ່ງ. ໂມງ​ໂອ ເມ​ກາ ຂອງ​ເຖົ້າ​ເດ​ຊັ້ນ?
ໝໍ​ອ່ອນ​ຈັນ ຖາມ​ຄືນ.
- ໂມງ​ເຮົາ​ຫວະ? ອີ່​ຫົງ​ລູກ ເຈັກ​ແປະ ຊຽງ​ຂວາງ ແກະ​ເອົາ ໄປ​ຈ້ອຍ​ແລ້ວ​ລະ!
ໝໍ​ອ່ອນ​ຈັນ ຫົວ “ຮຶ” ບາດ ໜຶ່ງ​ພ້ອມ​ທັງ​ເອົາ​ກຳ​ປັ້ນ​ແດກ ສ້ວງ​ໝໍ​ເກດ​ສະ​ໜາ, ເຂົ​າ​ທັງ ສອງ​ພາ​ກັນ​ຫົວ​ດ້ວຍ​ທ່າ​ທ​ີ​ລື່ນ ເລີງ. ຕໍ່​ມາ​ຄາວ​ໜຶ່ງ​ໝໍ​ອ່ອນ​ຈັນ ເລີຍ​ເວົ້າ​ຂຶ້ນ​ວ່າ:
- ໄປ​ເປັນ​ວິ​ສະ​ກີ​ຈັກ​ຈອກ ກ່ອນ​ເທາະ​ເຖົ້າ!
-  ຮ​ວ້າຍ​ກະ​ດຽວ​ວ່າ​ໂກ​ໂລ ແນນ ຄຳ​ສຸກ ເຊີນ​ໄປ​ປະ​ຊຸມ!
-  ປະ​ຊຸມ​ກໍ 8:00 ໂມງ​ພຸ້ນ ດອກ, ຍັງ​ເຊົ້າ​ປານນີ້ ໝໍ​ຄົງ​ບໍ່ ທັນ​ຕື່ນນອນ​ຄືນນີ້​ໝໍ​ໄປ​ນອນ ນຳ​ອີ່​ໜ້າ​ມົນ​ລາດ​ຮ່ວງ​ຈົນ​ວ່າ ເມຍ​ຂອງ​ໝໍ​ໄປ​ບິດ​ຫູ​ແກ່​ລາກ ມາ​ພຸ້ນ​ຕະ​ວາ!
-  ເຖິງ​ປານນັ້ນ  ພຸ້ນ​ຫວະ ເຖົ້າ​ເຮົາ​ນ​ີ້ບໍ່​ໄດ້​ໃດ​ເຮັດ​ແນວ ນ​ັ້ນ.

 (ອ່ານ​ຕໍ່​ສະ​ບັບ​ໜ້າ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 021336111, ແຟັກ: 021336113,ອີເມວ: pasaxonit@gmail.com, ຕູ້ ປ.ນ 1110