ກອງພັນທີ 2 ຕອນທີ 2

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 12/05/2020 09:02:33 ຈຳ​ນວນ​​ຢ້ຽມ​ຊົມ 314 ຄັ້ງ

ຕອນທີ 2:

(ຕໍ່​ຈາກ​ສະ​ບັບ​ກ່ອນ)

 ເພື່ອ​ສະ​ແດງວ່າ​ໃຕ້​ຟ້າ​ເມືອງພວນນີ້​ໝໍ​ກໍ​ເປັນ​ອາ​ຍາ ໃຫຍ່​ໜຶ່ງ​ທີ່​ຢຽບ​ແຜ່ນ​ດິນ​ກະ ເດື່ອງ ແຕ່​ເທື່ອນີ້​ໝໍ​ມາ​ຫາ​ເຈົ້າ ສາວ ໝໍ​ຂະ​ໜານ​ນາມ​ໃຫ້​ວ່າ ດອກ​ຄາຍ​ເມື​ອ​ງ​ພວນ, ສະ​ນັ້ນ  ເພື່ອ​ສະ​ແດງ​ໃຫ້​ແມ່​ເຖົ້າ​ຮູ້​ວ່າ ມັນ​ກໍ​ເ​ປັນ​ສຸ​ພາບ​ບູ​ລຸດຜູ້ໜຶ່ງທີ່ ຢູ່​ໃນ​ສິນ​ກິນ​ໃນ​ທຳ ມັນ​ຈຶ່ງ​ເຮັດ ຫົວ​ເ​​ປັນ​ສີ​ດ່ອມໆລົງ​ເລັກ​ໜ້ອຍ  ແລ້ວ​ຍໍ​ມື​ໄຫວ້​ຕອບ​ແມ່​ເຖົ້າຕາມ ​ປະ​ເພ​ນີ​ພ້ອມ​ທັງເວົ້າ​ດ້ວຍສຽງ​ອ່ອນ​ໂຍນ​ວ່າ:
- ສະ​ບາຍ​ດີ​ແມ່​ເຖົ້າ!
ເວົ້າ​ແລ້ວ​ມັນ​ເຫຼືອ​ດຕາ​ເຂົ້າ ໄປ​ໃນ​ຫ້ອງ​ຊອກ​ຫາ​ນາງ  ສົມ ພອນ ແຕ່ບໍ່​ເຫັນ​ມັນ​ເລີຍ​ຖາມ​ວ່າ:
- ນ​າງ ສົມ​ພອນ ຢູ່​ເຮືອນ ບໍ່​ແມ່​ເຖົ້າ?
- ໂດຍ​ຂ້າ​ນ້ອຍ ເພິ່ນບໍ່​ຢູ່!
- ເພິ່ນ​ໄປ​ໃສ?
- ຂ້າ​ນ້ອຍ​ກໍ​ບໍ່​ຮູ້!
-  ເພິ່ນ​ອາດ​ເມືອ​ລ​າດ ບວກ​ຕິບໍ?
-  ຄື​ຊິບໍ່​ແມ່ນ​ເມືອ​ລາດ ບວກດອກ​ຂ້າ​ນ້ອຍ  ເພາະ​ບໍ່ ເຫັນ​ເພິ່ນ​ເອົາ​ຫຍັງ​ໄປ​ນ​ຳ​ມີ​ແຕ່ ສັ່ງ​ໄວ້​ວ່າ​ຈະ​ໄປ​ກິນ​ແລງ​ໜ້າ.
ໃນ​ເວ​ລາ​ທີ່​ໝໍ  ອ່ອນ​ຈັນ  ພວມ ຈະ​ຫັນ​ຫຼັງອອກ​ຈາກເຮືອນໄປມີ ສຽງ​ເວົ້າ​ຂອງ​ເດັກ​ນ້ອຍ​ຜູ້​ໜຶ່ງ​ທີ່ພວມ​ນັ່ງ​ທ່ອງ​ບົດ​ຮຽນ​ຢູ່​ດັງ​ອອກມາ​ແຕ່​ໃນ​ເຮືອນ​ວ່າ:
- ເພິ່ນ​ມາ​ຖາມ​ຫາ​ເອື້ອຍ​ຄູ ສົມ​ພອນ ຫວະ​ແມ່​ເຖົ້າ?
- ເອີ! ມຶງ​ຮ​ູ້​ວ່າ​ເພິ່ນ​ໄປ​ໃສ​ບໍ?
- ເພິ່ນ​ໄປ​ກ​ິນ​ລ້ຽງ​ຢູ່​ບ້ານ​ອ່າງ ພຸ້ນ​ເດ!
- ເຮັດ​ໃດ​ມຶງ ຈຶ່ງ​ຮູ້?
- ອ​້າວ, ຫຼານ​ໄດ້​ຍິນ​ພວກ ເອື້ອຍ​ຄູ​ໃນ​ໂຮງ​ຮຽນ​ຂອງ​ພວກ ຫຼານ​ຊວນ​ກັ​ນ​ໄປ​ຕັ້ງ​ແຕ່​ເວັນ​ພຸ້ນ​ເດ!
ໄດ້​ຍິນ​ແນວນັ້ນ ໝໍ​ອ່ອນ​ຈັນ ຢືນ​ມິດ​ຢູ່​ຄາວ​ໜຶ່ງ​ແລ້ວ​ຖາມ​ວ່າ: 
- ໄປ​ກິນ​ລ້ຽງ​ຢູ່​ບ້ານ​ອ່​າງ ເມືອງ​ຄັງ​ໄຂ​ພຸ້ນ​ຫວະ?
- ບໍ່​ດອກ​ຂ້າ​ນ້ອຍ ບ້ານ​ອ່າງ ໃກ້​ຄ້າຍ​ທ່ານ ຄຳ​ສຸກ ນີ້​ນ່າ!
- ແຕ່​ເກົ່າ​ຄັນ​ມີ​ງານ​ກິນ​ລ້ຽງ ຢູ່​ໃສ​ເຮົາ​ຮູ້​ໂລດ​ນາ! ຫຼື ວ່າ​ໄ​ທ ບ້ານ​ເຂົາ​ເຮັດ​ບຸນ​ຫຍັງ​ບໍ?
- ເອີ! ຂ້າ​ນ້ອຍ​ໄດ້​ຍິນ​ພວກ ເອື້ອຍ​ຄູ ເວົ້າ​ຢອກ​ກັນ​ວ່າ​ໄປ​ກິນ ລ້ຽງ​ນຳ​ພວກ​ອ້າຍ​ນ້ອງກອງ ພັນ​ທີ​ສອງຕ້ອງ​ນຸ່ງ​ເຄື່ອງ​ໃຫ້​ງາມວ​່າ​ ຊັ້ນ​ໃດ​ຂ້າ​ນ້ອຍ!
ພໍ​ໄດ້​ຍິນ​ຄຳ​ວ່າ ໄປ​ກິນ​ລ້ຽງ  ນຳ​ກອງ​ພັນ​ທີ​ສອງ ໃບ​ໜ້າ​ຂອງ ໝໍ​ອ່ອນ​ຈັນ ມືດ​ເຂົ້າ​ປານ​ເດືອນ ແຮມ​ແກມ​ມືດ​ຝົນ ມັນ​ລືມ​ຮອດ ລາ​ແມ່​ເຖົ້າ​ກັບ​ຫຼັງ​ຍ່າງ​ມັງໆ​ອອກ​ ໄປ​ໄຂ​ປະ​ຕູລົດ​ແລ້ວ​ອັດ​ເຕິງ ໝົດ​ແຮງ​ແຕ່​ຍ້ອນ​ໝໍ​ອ່ອນ​ຈັນ ໃຈ​ຮ້າຍ​ແລ້ວ​ເຮັດ​ກະ​ທື້ນ​ກະ​ທຶກບໍ່​ຈັກໝໍ​ຕິດ​ຈັກ​ລົດ​ເກືອບ​ຊິ​ໝົດໄຟກໍ​ບໍ່ດັງ​ຕຶດ​ຈ​ັກ​ເທື່ອ  ໝໍ​ອ່ອນຈັນ  ແຮງ​ເກີດ​ໝົກ​ເຫັດ​ມັນ​ອ​ວ່າຍ​ໜ້າ​ໄປ​ບອກ​ອົງ​ຄະ​ລັກຂອງ​ມັນ​ດ້ວຍ​ສຽງ​ຮ​້າຍ​ກາດ ວ່າ:
- ຮີບ​ລົງ​ໄປ​ແກ່ວງ, ບະ! ລົດ ນີ້​ກະ​ດາຍ!
ຜູ້​ລູກ​ນ້ອງ​ກໍ​ແກ່ວງ​ແທ້​ແກ່ວງ ວ່າ ແຕ່ບໍ່​ໄດ້​ຜົນ​ມີ​ແຕ່​ຈາມ​ພຶດ ບາດ​ໜຶ່ງ ແລ້ວ​ກໍ​ມິດ​ອ້ອຍຊ້ອຍ ເດັກ​ນ້ອຍ​ໂພນ​ສະ​ຫວັນ  ມັນ​ຊິ ວ່າ​ໃຜເຫັນ​ໝໍ​ອ່ອນ​ຈັນ  ຜູດ​ຂຶ້ນ ຜູດ​ລົງ​ເປີດ​ຝາ​ຫົວ​ລົດ​ອອກສັ່ນ​ອັນ​ນັ້ນ  ຄອນ​ອັນ​ນີ້​ຕິເຕິ້ງ​ຕ້າງ​ທັງ​ຮ້າຍ​ທັງ​ດ່າ  ເຂົາ​ກໍ​ພາກັນ​ຢືນ​ຊ່ອມ​ເຊາະ​ເບິ່ງໝໍອ່ອນ​ຈັນ ແປງ​ລົດ​ເຮັດ​ໃຫ້​ໝໍ​ກິນ ມື​ກິດ​ຕີນ​ໝໍ​ໂດດ​ຂຶ້ນ​ລົດ​ອັດ​ປະ ຕູ​ດັງ​ເຕິງ, ລືມ​ຮອດ​ໝວກ​ແກັບ​ປີ່ທີ່ຢອງ​ໄວ້​ຢູ່​ຫົວ​ລົດ​ຮ້ອງ​ໃສ່ ພວກ​ເດັກ​ນ້ອຍ​ວ່າ:
- ຊຸກ​ລົດ​ໃຫ້​ກູ​ແມ້​ສູ!
ພວກ​ເດັກ​ນ້ອຍ​ປຸ້ມ​ເຂົ້າ​ໃສ່ ລົດ​ປານ​ມົດ​ງ່າມ​ຫາມບົ້ງ. ຄາວ ໜຶ່ງ​ລົດ ໝໍ​ດັງ​ຕຶດ! ຕຶດ! ແລ້ວ ດັງ​ເລີຍ. ໝໍ​ອ່ອນ​ຈັນ  ບອກ​ໃຫ້​ລູກນ້ອງ​ຂຶ້ນ​ລົດ​ໃສ່​ເກຍ, ລືມ​ຮອດສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ພວກເດັກ​ນ້ອຍຄິດ​ວ່າ​ຈະ​ແລ່ນ​ລົດ​ໄປ​ເລີຍ. ແຕ່​ຮູ້​ສຶກ​ເຢັນ​ຫົວ ຈຶ່ງຊ​ວາດ​ຮູ້​ເມື່ອເຖິງ​ໝວກ, ໝໍ​ຫຼຽວ​ເບິ່ງບ່ອນຢອງ​ໄວ້​ແຕ່ບໍ່​ເຫັນ. ໂອຍ! ຈັ່ງ​ແມ່ນ​ຊາດ​ນໍ! ຟ​້າວ​ທໍ່​ໃດ​ພັດແຮງ​ຊ້າ. ໝໍ​ພໍຢາກດ່າຟ້າ​ດ່າແຖນ​ຂຶ້ນ​ພຸ້ນ​ລະ​ແມ້  ແຕ່​ໝໍຫາກ​ຍັງ​ພໍ​ອົດ​ໄວ້​ໄດ້​ໄຂ​ປະ​ຕູ​ລົດ​ຍ່າງລົງໄປ​ ຊອກ​ຫາ​ໝວກ.  ຊອກ​ໄປ​ຊອກ​ມາ  ຈຶ່ງ​ເຫັນ​ເກືອກຂີ້​ຕົມ​ອອກ​ລອກ​ຢູ່ ໂດຍ​ຮອຍຕີນເດັກ​ນ້ອຍ​ຢຽບ​ຈົນ​ວ່າໄໝ​ຄຳແປ້​ແປດ​ໄປ ​ໝົດອັນ​ນີ້​ບໍເພິ່ນ​ວ່າ​ຟ​້າວ​ທໍ່​ໃດ​ພັດ​ແຮງ​ຊ້າຊ້ຳ​ວ້ຳ​ທໍ່​ໃດ​ກໍ​ຖືກ​ຕິ​ນໍ! ໝ​ໍ​ອ່ອນຈັນ​ ພໍ​ຢາກ​ແກ່ວງ​ຖິ້ມພຸ້ນ​ລະ​ແມ້,  ແຕ່​ແກ່ວງ​ຖິ້ມ​ພັດ​ເສຍດາຍ​ຢາກ​ບາຍ​ພັດ​ຂີ້​ດຽດ​ໂອຍ!     ຈຶ່ງ​ແມ່ນ​ມັນ​ເອົ້າ!   ຊິ​ຮ້​າຍ​ເດັກນ້ອຍ​ກໍ​ບໍ່​ເປັນ,  ໝໍ​ອ່ອນ​ຈັນ  ແກ່ວງ​ໝວກ​ເຂົ້າ​ໃຫ້​ລູກນ້ອງ​ຂອງ​ມັນ​ເອົາ​ໄວ້ ແລ້ວຂຶ້ນລົດ​ແລ່ນ​ອອກ​ຈາກ​ເມືອງ​ໂພນສະ​ຫວັນ  ເບັດ​ໜ້າ​ໄປ​ຫາ​ບ້ານອ່າງ.
ໃນ​ເວ​ລາດຽວ​ກັນ​ນີ້​ຢູ່​ທີ່​ບ້ານ ອ່າງ. ຫຼັງ​ຈາກ​ກິນ​ລ້ຽງ​ຢ່າງ​ອີ່ມ ໜຳ​ສຳ​ລານ​ແລ້ວ​ກໍ​ມີ​ການ​ຫຼິ້ນ ມ່ວນ ໂດຍ​ແບ່ງ​ອອກ​ເປັນ​ສອງ ກຸ່ມ​ຄື: ກຸ່ມ​ນັ່ງ​ຟັງ​ບ່າວ​ສາວ​ຂັບ ແກ້​ກັນ​ກຸ່ມນີ້. ສ່ວນ​ຫຼາຍ​ແມ່ນ ພວກ​ທີ່​ມີ​ອາ​ຍຸ​ແກ່​  ອີກ​ກຸ່ມ​ໜຶ່ງ ແມ່ນ​ຊາວ​ໜຸ່ມ​ກຸ່ມນ​ີ້​ພາ​ກັນ​ຟ້ອນ​ ລຳ​ວົງຄຶບ! ຄຶບ​ຢູ່​ເບິ່ງ​ຜູ້​ໃດ​ກໍ​ມີ ໃບ​ໜ້າຍິ້ມ​ແຍ້ມ​ແຈ່ມ​ໃສ​ອ້າຍ ບ່າວ​ບາງຄົນ  ຊຶ່ງ​ສ່ວນ​ຫຼາຍ​ແມ່ນ​ອ້າຍ​ບ່າວ​ທ້ອງ​ຖິ່ນ​ຄົງ​ຖືກ ‘‘ເອົ້າ! ​ເຊີນ​ໄດ້​ອ້າ​ຍ! ນີ້​ແມ່​ນນ້ຳ ໃຈ​ຂອງ​​ນ້ອງ​ໃດ!’’  ເກີນ​ສ່ວນ​ເລັກນ້ອຍອ​າດ​ເປັນ​ໄດ້ ເພາະ​ເບິ່ງເພິ່ນ​ເປັນ​ສີ​ແຊມໆຍົກ​ແຄ່ງ​ຍົກຂາ​ລື່ນ​ໝູ່ລື່ນກອງ  ພ້ອມ​ກັນ​ນັ້ນ ພວກ​ນາງ​ສາວ​ກໍ​ບໍ່​ແມ່ນ​ຂອງຄ່ອຍ​ເບິ່ງ​ຜູ້​ໃດ​ກໍ​ກົດ​ເພດ​ຈົນ​ເກືອບບໍ່​ເຫັນ​ຮອດ​ຕໍ​ໄມ້, ໃຜ​ ກໍອອກ​ລວດ​ລາຍ​ໃຫ້​ງາມທີ່ສຸດ ​ເທົ່າ​ທີ່​ຈະ​ງາມ​ໄດ້ ເພື່ອ​ໃຫ້​ຄົນ ອື່ນ​ເຫັນ​ວ່າ​ຕົນ​ເປັນ​ຜູ້​ຟ້ອນ​ຄ່ອງໆ. ນາງ​ສາວ​ບາງ​ຄົນ​ກໍ​ຄົງ​ຖືກ: ‘‘ເຊ​ີນ​ໄດ້​ນ້ອງນີ້! ຄື​ນ້ຳ​ລິນ ມາ​ຈາ​ກ​ຫົວ​ໃຈ’’ ຈາກ​ພວກ​ອ້າຍ ບ່າວ​ຫຼາຍ​ສົມ​ຄວນ ເພາະ​ປະ​ກົດ​ວ່າ ໃບ​ໜ້າ​ຂອງເພິ່ນ​ແດງ, ສຽງ​ຫົວ​ກໍ​ສະ​ອິກ​ສະ​ອ້ອຍ ແລະ ບາດ​ຕີນ​ທີ່​ເຕ​ັ້ນ​ໄປ​ຕາມ​ຈັງ​ຫວະ ຂອງ​ສຽງ​ເພງນັ້ນ  ເປັນ​ສີ​ຕົກ​ຕ​າໍ່ ຕົກ​ສູງວາດ​ໃດ​ວາດ​ໜຶ່ງ.
ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ການ ຟ້ອນ​ລຳ​ວົງ​ກໍ​ເປັນ​ລະ​ບຽບ​ຮຽບ ຮ້ອຍດີ​ພໍ​ສຽງ​ເພງ​ຢຸດ​ຕິ​ລົງ ພວກ ອ້າຍ​ບ່າວ ແລະ ນາງ​ສາວ​ກໍ​ກົ້ມ ຫົວ​ຍໍ​ມື​ໄຫວ້​ດ້ວຍ​ທ່າ​ທີ​ສຸ​ພາບ ເພື່ອ​ສະ​ແດງ​ຄວາມ​ຂອບ​ໃຈ​ ແລ້ວອຳ​ລາ​ກັນ​ໄປ​ນັ່ງ​ຢູ່​ບ່ອນ​ໃຜ​ບ່ອນ​ລາວ.
ນາງ ສົມ​ພອນ ກໍ​ຟ້ອນ​ນຳໝູ່, ນາງເອງ​ກໍ​ຮູ້​ສຶກ​ເປັນ​ສີ​ລາຍ​ຕາ ແລະ ຕົນ​ຕົວ​ຂອງ​ນາງ​ເປ​ັນ​ສີ ເບົາ​ວ່ອງ​ແວງ​ຄື ເຮືອງວາດ​ໃດ ວາດ​ໜຶ່ງ​ທັງ​ນີ້​ກໍ​ເພາະ​ວ່າ ນາງ ຖືກ​ພວກ​ອ້າຍ​ບ່າວ​ພາຍ​ໃນ​ທ້ອງ ຖິ່ນ​ເຊີນ​ດື່ມ​ອັນ​ທີ່​ຂະ​ໜານ ນາມ​ວ່າ: ‘‘ນີ້​ຄື​ທີ່​ລິນ​ມາ​ຈາກ​ຫົວ ໃຈ’’ ນາງ​ຖາມ​ຕົນ​ເອງວ່ານີ້​ບໍ ເພິ່ນວ​່າ​ເມົາ​ເຫຼົ້າ ໂອ​ຍ! ຕາຍ ແລ້ວ​ຄັນ​ແມ່​ຮູ້​ເພິ່ນ​ຊິ​ວ່າ​ຈັ່ງ​ໃດ ແດ່? ເທື່ອນີ້​ເປັນ​ເທື່ອ​ທຳ​ອິດ ໃນຊີ​ວິດ​ທີ່​ນາງ​ໄດ້​ເຂົ້າ​ຮ່ວມ​ງານລາ​ຕີ​ໂດຍ​ລຳ​ພັງ​ຄົນ​ດຽວ, ກ່ອນ​ໜ້ານີ້​ໃນ​ຍາມ​ລາ​ຕີ  ນາງ ມັກ​ເກັບ​ຕົວ​ໄວ້​ໃນ​ຫ້ອງ  ເພື່ອ​ຄົ້ນຄວ້າ​ບົດ​ຮຽນ ຫຼື ຖ້າ​ໄປ​ຮ່ວມ​ງານລາ​ຕີ​ໃດໆນາງ​ກໍ​ໄປ​ແຕ່​ນຳ​ແມ່ ແລະ ເອົາ​ຫຼັງ​ຂອງ​ແມ່​ເປັນ​ສາກ​ບັງ​ໜ້າ, ບັງ​ສາຍ​ຕາ​ຂອງ​ອ້າຍ​ບ່າວ ທີ່​ຫຼຽວ​ມາ​ເບິ່ງ​ນາງ​ຢູ່​ຕະ​ຫຼອດ​ມາ. ການ​ທີ່​ນາງ​ຕົກ​ລົງ ໃຈ​ມາ​ຮ່ວມ​ງານ​ລາ​ຕີ​ນຳ​ໝູ່​ໂດຍ ບໍ່​ມີ​ຫຼັງ​ຂອງ​ແມ່​ເປັນ​ສາກ​ບັງໜ້າ ເທື່ອນີ້​ມັນ​ເນື່ອງ​ຈາກ​ມີ​ກຳ​ລັງ ດັນ​ອັນ​ໜຶ່ງ​ພາຍ​ໃນ​ໃຈ​ຂອງ​ນາງແນວ​ໃດ​ນັ້​ນ.   ບໍ່​ມີ​ໃຜ​ຮູ້ນຳ​ນາງ​ໄດ້ ແຕ່​ພໍ​ນາງ​ກ້າວເຂົ້າ​ງານ​ ລາ​ຕ​ີ​ເທື່ອນີ້​ຄົນ​ສັງ​ເກດ​ເຫັນ​ວ່າ ແສງ​ຕາ​ຂອງ​ນາງ​ເປັນ​ສີ​ເລື່ອນ ໄຫຼ​ເຫຼືອດ​ໄປເຫຼືອດ​ມາ​ຄືຈັ່ງ​ວ່າ​ ຊອກ​ຫາ​ໃຜ​ຜ​ູ້​ໜຶ່ງ ແຕ່ອາດ​ຈະ​ບໍ່​ສົມ​ຫວັງ​ກໍ​ບໍ່​ຮູ້ ເພາະປະ​ກົດ​ວ່າ​ຫຼັງ​ຈາກ​ເຫຼືອດ​ໄປ​ເຫຼືອດ ມາຄາວ​ໜຶ່ງ​ແລ້ວ​ແສງ​ຕາ​ຂອງ​ນາງຢຸດນິ້ງ,  ໃບ​ໜ້າ​ຂອງນາງ​ກໍ​ຫຼຸດຜ່ອນ​ຄວາມ​ບານ​ງາມ​ຄື​ກັນ​ກັບດອກ​ໄມ້​ຖືກ​ແສງ​ແດດ​ແຜດ​ເຜົາ.
ເພື່ອ​ເປັນ​ການ​ພັກ​ຜ່ອນ​ຊົ່ວ ຄາວ ພວກ​ນາງສາວ​ໄດ້​ພາ​ກັນ ໄປ​ຊົມ​ຝາຍ​ເອົ​ານ້ຳ​ເຂົ້າ​ໃສ່​ນາ ຊຶ່ງ​ແມ່ນ​ພວກ​ອ້າຍ​ນ້ອງກອງ ພັນ​ທີ​ສອງ​ແນວ​ລາວ​ຮັກ​ຊາດ​ສ້າງ​ຂຶ້ນ​ຊ່ວຍ​ປະ​ຊາ​ຊົນ ໂດຍບໍ່ ຄິດ​ຄ່າ​ຕອບ​ແທນ​ແຕ​່​ປະ​ການ ໃດ. ນາງ ຄູ  ຍອດ​ສີ   ຊຶ່ງ​ເປັນເພື່ອນ​ ຜູ້​ຊະ​ນິດ​ຂອງ​ນາງ​ສົມ​ພອນ ເວົ້າ​ຂຶ້ນ​ວ່າ: 
- ສົມ​ພອນ ນັ່ງ​ເບີຍ​ລົມຫຼິ້ນຢູ່ ນີ້​ກ່ອນ​ເທາະ ນໍ້​າ​ທີ່​ລິນ​ມາ​ຈາກ ຫົວ​ໃຈ​ເຮັດ​ໃຫ້​ເຮົາ​ວິນ​ຫົວ​ແລ້ວ ລະ! 
ນາງ​ສາວທັງ​ສອງຍິ້ມ​ຫົວ​ຕໍ່ ກັນ ແລ້ວ​ພ້ອມ​ກັນ​ນັ່ງ​ຢູ່​ແຄມ ຫ້ວຍ​ກ້ອງ​ຝາຍ​ສຽງ​ດັງ​ຂອງ ສາຍ​ນ້ຳ​ລິນ​ບ່າ ປະ​ສົມ​ກັບ​ສາຍ ລົມ​ເຢັນ​ພູ​ພວນ​ໄດ້​ກ່ອມ ແລະ ຊວນ​ໃຫ້​ນາງ​ສາວ​ທັງ​ສອງ​ຮູ້ສຶກ ສະ​ບາຍ​ໃຈ ແລະ ໄດ້​ປ່ອຍ​ອາ ລົມ​ຂອງ​ຕົນ​ໄປ​ຕາມ​ກະ​ແສ​ແນວຄິດ  ຊຶ່ງ​ປະ​ດັບ​ກັບ​ໄປ ດ້ວຍຄວາມສວຍ​ງາມອັນ​ສຸດ​ທ ີ່​ເພີດ​ເພີນ​ຂອງ​ຊີວິດໜຸ່ມ ຄາວ​ໜຶ່ງ​ນາງ ຍອດ​ສີ ເອົາ​ມື​ຕົບ​ຫຼັງ​ນາງ ສົມ​ພອນ ຄ່ອຍໆ ພ້ອມ​ທັງ​ເວົ້າ​ວ່າ:
- ເຫັນ​ອັນ​ໃດ?
- ຮ​ວ້າຍ​ເລື່ອງ​ຝາຍ​ນ້ຳ​ລິນນີ້ ນາ, ໂຕ​ຮູ້​ດີ, ກ່ອນ​ຈະ​ໄດ້​ຝາຍ ແນວນີ້​ຕ້ອງ​ໝົດ​ເງິນ​ເປັນ​ໝື່ນ​ ກີບ​ພຸ້ນ​ໃດ?
- ແຕ່​ອ້າຍ​ນ້ອງກອງ​ພັນ​ທີ ສອງ ບໍ່​ເອົາ​ຈັກ​ອັດ​ນີ້​ນ່າ!
- ເປັນ​ຫຍັງ​ເຂົາ ຈຶ່ງບໍ່​ເອົານໍ?
 ເລື່ອງນີ້​ເປັນ​ເລື່ອງ​ໃໝ່​ໃນ ທ້ອງ​ຖິ່ນທົ່ງ​ໄຫ​ຫີນ ຊຶ່ງ​ເປັນ​ເຂດ ຄວ​ບ​ຄຸມ​ຂອງກອງ​ທະຫານ​ລ່າເມືອງ​ຂຶ້ນ​ຝ​ຣັ່ງ​ມາ​ນານ​ປີ, ກອງທະ​ຫານບໍ່​ມີ​ຈັກ​ເທື່ອ​ຈະ​ຊ່ວຍ​ປະຊາ​ຊົນ  ຖ້າ​ເຫັນ​ໜ້າ​ທະ​ຫານແລ້ວ  ປະ​ຊາ​ຊົນ​ໜ້າ​ໝ້ອຍ​ລົງ​ທັນ​ທີ ເພາະ​ຊ້າງ​ເຂົ້າ​ນາ​ອາ​ຍາເຂົ້າ​ບ້ານ  ມີ​ແຕ່​ເສຍ​ທໍ່​ນັ້ນ  ຖ້າບໍ່ມີ​ການ​ຈັບ​ກຸ​ມ​ຄຸມ​ຂັງ​ກໍ​ຕ້ອງ​ມີການ​ກະ​ເກນ​ໝູ່​ໄລ່​ໄກ່ພັດ​ບັງຄັບ​ໃຫ້​ມີ​ການ​ທຳ​ລາ​ບາ​ສີເອົາ​ແສ້​ສາວ​ມາ​ລຽນ​ແຖວ​ແລ້ວ​ພວກ​ມັນ​ຍູ​ທ່າງ​ຈັບ​ຕູ້​ບາຍ ນົມ​ ຫຼື ຂົ່ມ​ຂືນ​ຢ່າງ​ປ່າ​ເຖື່ອນ.
ນ​າງ​ຄູ​ທັງ​ສອງພາ​ກັນ​ນັ່ງ​ມິດ ຢູ່​ຄາວ​ໜຶ່ງ ນາງ ສົມ​ພອນ ຈຶ່ງ ເວົ້າ​ຂຶ້ນ​ວ່າ:
- ເຮົາ​ເຊິ, ບໍ່​ສ​ົນ​ໃຈ​ນຳ​ເລື່ອງ ເງິນ​ຄຳໆ ໝູ່​ເອີຍ, ໄດ້​ຍິນ​ແນວ ນັ້ນ ນາງ ຍອດ​ສີ ຖາມ​ຂຶ້ນ​ທັນ​ທີວ່າ:
- ໂຕ​ສົນ​ໃຈ​ນຳ​ຫຍັງ​ຊັ້ນ?
- ເຮົາ​ຫວະ? ນາງ ສົມ​ພອນ ອ​ວ່າຍ​ໜ້າ​ໄປ​ຫາ​ນາງຍອດສີ ແລ້ວ​ເວົ້າ​ຂຶ້ນ​ຊ​້າໆ​ວ່າ: ເຮົາ​ສົນ ໃຈ​ນຳ​ຄຳ​ໂຄ​ສະ​ນາ​ບິ​ດ​ເປືອນ ຄວາມ​ຈິງ​ຂອງ​ພວກ​ເຈົ້າ​ຂຸນ​ມຸນ ນາຍ​ທີ່​ວ່າ: ທະ​ຫານ​ແນວ​ລາວ ຮັກ​ຊາດ​ເປັນ​ຄົນ​ປ່າ​ປັນ​ຍາ​ປຶກ ຫົວ​ຫຍອງ​ທ້ອງ​ປຸ້ງ ໂອຍ! ສາ​ລະ ພັດ​ແຕ່​ບັດ​ມາ​ເຫັນ​ຕົວ​ຈິງ​ແທ້​ຄື ໂຕ​ເຫັນ​ນັ້ນ​ແລ້ວ ເກືອບ​ທຸກ​ຄົນ​ເຂ​ົ​າບໍ່​ຄື​ກັນ​ກັບ​ພວກ​ທະ ຫານ​ຂີ້​ເຫຼົ້າ ຕາ​ໝູ​ຕົ້ມ ທີ່​ພວກ​ຝ​ຣັ່ງ​ປະ ໄວ້​ໃນ​ທົ່ງ​ໄຫ​ຫີນນີ້ດອກ ເວົ້າ​ເຖິງ​ຄວາມ​ຮ້າຍ​ກາດ​ທີ່​ພວກ ເຈົ້າ​ນາຍ​ເພິ່ນ​ປັ້ນ​ຂຶ້ນ​ກໍ​ຈົນ​ວ່າ ເຮັດ​ໃຫ້​ຂົນ​ຫົວ​ລຸກ, ໝູ່​ກໍ​ຍັງ​ຈື່​ຕີ ເວ​ລາ​ພວກ​ເຮົາ​ຍັງ​ເປັນ​ລູກ​ສິດ​ຢູ່​ເມືອງ​ຊຽງ​ຂວາງ ເພິ່ນ​ວ່າ​ພວກແນວ​ລາວ​ຮັກ​ຊາດບໍ່​ມີ​ສາ​ສະໜາ​ເອົາ​ເມຍ​ຮ່ວມ​ກັນ​ຫາ​ປຸ້ນກິນ.  ຂ້າ​ເຈົ້າ​ເອົາ​ຂອງ​ຂົ່ມ​ຂືນ​ທຳສຳ​ເລົາ​ແມ່​ຍ່າ​ແມ່​ຍິງ​ທ່ານີ້​ຈົນ​ນັບ​ບໍ່​ຖ້ວນ ແຕ່​ບັດ​ກອງ​ພັນ​ທີ​ສອງ​ຂອງ​ແນວ​ລາວ​ຮັກ​ຊາດ​ມານີ້, ຄືບໍ່​ໄດ້​ຍິນ​ວ່າ ພວກ​ເພິ່ນ ທຳ​ຮ​້າຍ​ຫຍ​ັງ​ໃຫ້​ແກ່​ປະ​ຊາ​ຊົນ ຫຼື ວ່າ​ໝູ່​ໄດ້​ຍິນ​ແດ່​ບໍ? ຕັ້ງ​ທີ່​ແທ້ແມ່ນ​ເພິ່ນ​ຜູ້​ເວົ້າ​ນັ້ນ​ເອງ  ເຮັດ​ຮ​້າຍ​ສາ​ລະ​ພັດໃຫ້​ ປະ​ຊາ​ຊົນ.  ຝາຍ​ນ້ຳ​ແຫ່ງນີ້​ກໍ​ແມ່ນ​ພວກ​ເຈົ້າ​ໃຫຍ່​ນາຍ​ໂຕ​ໃນ​ທົ່ງ​ໄຫ​ຫີນນີ້​ລະ​ບໍ​ພາ​ທະ​ຫານ​ເອົາ​ລະ​ເບີດ​ຖີ້ມ​ໃສ່​ປາຈົນ​ເຮັດ​ໃຫ້​ຝາຍ​ຂອງ​ປະ​ຊ​າ​​ຊົນ​ເພ​ພັງ​ໄປ​ໝົດ, ແມ່​ນ​ບໍ​ໝູ່? ຫຼື​ວ່າ ໝູ່​ເຫັນ​ເປັນ​ແນວ​ໃດ?

 (ອ່ານ​ຕໍ່​ສະ​ບັບ​ໜ້າ) 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 021336111, ແຟັກ: 021336113,ອີເມວ: pasaxonit@gmail.com, ຕູ້ ປ.ນ 1110