Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຫວຽດນາມ ເນັ້ນວຽກງານພະນັກງານຕ້ອງຍົກສູງ ຈິດໃຈຄວາມຮັບຜິດຊອບ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 14/05/2020 09:36:20 ຈຳ​ນວນ​​ຢ້ຽມ​ຊົມ 545 ຄັ້ງ

   ວິ­ທະ­ຍຸ​ກະ­ຈາຍ­ສຽງ​ຫວຽດ ­ນາມ​ລາຍ​ງານ​ວ່າ: ໃນ​ວາ​ລະ​ດໍາ​ເນີນ​ກອງ​ປະ­ຊຸມ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ­ນາມ ຄັ້ງ​ທີ 12 ໃນ​ວັນ​ທີ 11 ພຶດ­ສະ­ພາ​ຜ່ານ​ມາ, ທ່ານ ຫ​ງວຽນ​ຝູ​ຈ້ອງ ເລ ­ຂາ­ທິ­ການ​ໃຫຍ່​ພັກ ກອມ​ມູ​ນິດ  ປະ­ທານ​ປະ­ເທດ ຫວຽດ­ນາມ ໄດ້​ຢັ້ງ­ຢືນ​ວ່າ: ພະ­ນັກ­ງານ​ຜູ້​ໃດ​ເຮັດ​ວຽກ​ມີ ຜົນ​ປະ­ໂຫຍດ ຕໍ່​ປະ ເທດ, ຕໍ່​ປະ­ຊາ­ຊົນ, ເພື່ອ​ພາ­ລະ ­ກິດ​ສ້າງ­ສາ, ພັດ­ທະ­ນາປົກ​ປັກ​ຮັກ­ສາ​ປະ­ເທດ​ຊາດ, ປະ­ຊາ­ຊົນ ມີ​ຄວາມເຊື່ອ​ໝັ້ນ ແມ່ນ​ຜູ້​ນັ້ນ​ຈະ​ໄດ້​ຮັບ​ເຂົ້າ​ສູນ​ກາງ. 
  ພ້ອມ​ກັນ​ນັ້ນ, ບັນ ­ດາ​ພະ­ນັກ­ງານ, ສະ­ມາ­ຊິກ​ພັກ ແລະ ປະ­ຊາ­ຊົນ​ທົ່ວ​ປະ ­ເທດ ຕ່າງ​ກໍ​ເຫັນ​ດີ ເປັນ​ເອ­ກະ​ພາບ​ສູງ​ກັບ​ຄຳ​ເຫັນ​ຂອງ​ທ່ານ ຫ​ງວຽນ​ຝູ​ຈ້ອງ ໂດຍ​ເນັ້ນ​ເຖິງ​ວຽກ​ງານ​ພະ­ນັກ­ງານ ຕ້ອງ​ຍົກ​ສູງ ຈິດ­ໃຈ ຄວາມ​ຮັບ­ຜິດ­ຊອບ, ຖື­ພາ​ລະ​ກິດ​ລວມ​ຂອງ​ພັກ, ຂອງ​ປະ­ເທດ, ຂອງ​ປະ­ຊາ­ຊົນ​ເໜືອກວ່າ​ສິ່ງໃດ​ໝົດ. ພິ­ເສດ, ຄວນ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ປະ ­ຊາ­ຊົນ, ອີງ­ໃສ່​ປະ­ຊາ­ຊົນ ເພື່ອ​ເລືອກ​ເອົາ​ພະນັກ​ງານ​ທີ່​ມີ​ຈັນ ຍາ​ບັນ, ມີ​ຄວາມ​ສາ­ມາດ​ຢ່າງ​ຄົບ​ຖ້ວນ.
  ທ່ານ ຫ​ງວຽນ​ມິ​ງ​ຕ໊ວນ ຫົວ­ໜ້າ​ສະ​ຖາ​ບັນ​ກໍ່­ສ້າງ​ພັກ, ສັງ­ກັດ​ສະ​ຖາ​ບັນ​ການ­ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິນ ຢັ້ງ­ຢືນ​ວ່າ: ວຽກ​ງານ​ບຸກ​ຄະ­ລາ​ກອນ ຄະນະ ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 13 ຕ້ອງ​ເລືອກ​ເອົາຜູ້​ທີ່​ມີນ້ຳ ­ໃຈ​ຄວາມ​ຮັບ­ຜິດ­ຊອບ​ສູງ, ມີ​​ວິ­ໄສທັດ, ຍຸ­ຕິ​ທຳ, ໂປ່​ງ​ໃສ​ຢ່າງ​ແທ້​ຈິງ, ຖື­ພາ​ລະ​ກິດລວມ​ຂອງ​ພັກ, ຂອງ​ປະ­ເທດ​ຊາດ, ຂອງ​ປະ­ຊາ­ຊົນ​ເໜືອກ​ວ່າ​ສິ່ງ​ໃດ​ໝົດ. ທ່ານ ຫ​ງວຽນ​ມິ​ງ​ຕ໊ວນ ກ່າວ​ວ່າ: ວຽກ​ງານ​ກະ­ກຽມ​ບຸກ​ຄະ­ລາ​ກອນ​ໃຫ້​ແກ່​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ນີ້, ສູນ​ກາງ​ມີ​ຄວາມ​ລະ­ມັດ ­ລະ­ວັງ​ທີ່​ສຸດ, ຍ້ອນ​ວ່າ ມີ​ບັນ­ດາ​ບົດ­ຮຽນ​ທີ່​ສະ­ແດງ​ໃຫ້​ເຫັນ​ວ່າ: ມີ​ຜູ້​ເສຍ​ທາດ​ຂາດ​ຄຸນ​ລອດ​ເຂົ້າ​ໃນ​ຂັ້ນ​ສູງ. ບັນ­ຫາ​ທຳ­ອິດ ຕ້ອງ​ເສີມ​ຂະ­ຫຍາຍ​ພັກ​ຮາກ​ຖານ, ອົງ­ການ​ຈັດ​ຕັ້ງ​ພັກ, ຂັ້ນ​ຄຸ້ມ​ຄອງ​ພະ­ນັກ­ງານ, ມີ​ຄວາມ​ຮັບ​ຜິດຊອບ ​ນັບແຕ່​ການ​ຕີ​ລາ­ຄາ​ຕຳ­ນິ​ຕິ​ຊົມ ຕະ­ຫຼອດ​ຮອດ​ການ​ກວດ­ກາ​ຊີ­ວະ​ປະ­ຫວັດ​ຫຍໍ້, ແຈ້ງ​ຊັບ​ສົມ­ບັດ, ແຈ້ງ​ບັນ­ດາເອ­ກະ ­ສານ​ຕ່າງໆ.
  ຂ່າວ​ລະ­ບຸ​ວ່າ: ທ່ານ ຫ​ງວຽນ​ຝູ​ຈ້ອງ ມີ​ຄວາມ​ປາ­ຖະ ­ໜາ ແລະ ຄວາມ​ຕັດ­ສິນ​ໃຈ ໃນ​ການ​ສ້າງ­ຕັ້ງ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ, ກົມ​ການ­ເມືອງ, ຄະ­ນະ​ເລ­ຂາ ­ທິ­ການ​ໃຫ້​ໝັ້ນ­ຄົງ ເຂັ້ມ­ແຂງ; ມີ​ຄວາມ​ສາ­ມັກ­ຄີ​ຢ່າງ​ແທ້​ຈິງ, ມີ​ຄວາມ​ເຫັນ​ດີ​ເປັນ​ເອ­ກະ​ພາບ​ຢ່າງ​ສູງ. ສະ­ນັ້ນ, ວຽກ​ງານ ພະ ­ນັກ­ງານ​ຮຽກ­ຮ້ອງ​ຕ້ອງ­ການ​ມີ​ຄວາມ​ລະ­ມັດ­ລະ­ວັງ​ທີ່​ສຸດ, ໃນ​ນັ້ນ ມີ​ບົດ­ບາດ​ສຳ­ຄັນ​ຂອງ ວຽກ​ງານ ຈັດ​ຕັ້ງ​ເລືອກ​ເອົາ​ພະ­ນັກ​ງານ. ພິ­ເສດ ແມ່ນ​ຄວນ​ເຊື່ອ​ໝັ້ນ​ຕໍ່​ປະ­ຊາ­ຊົນ, ອີງ­ໃສ່​ປະ­ຊາ ­ຊົນ ເພື່ອ​ເລືອກເອົາ​ພະ­ນັກ­ງານ​ທີ່​ມີ​ຄຸນ­ສົມ­ບັດ, ມີ​ຄວາມ​ເກັ່ງ​ກ້າ​ສາ­ມາດ​ຢ່າງ​ຄົບ​ຖ້ວນ.
 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com