Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ສະມາ ຊິກພັກ ຄັ້ງທີ III ຂອງໜ່ວຍພັກກົມຄຸ້ມຄອງທະນາຄານທຸລະກິດ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ສໍາເລັດລົງໃນວັນທີ 13 ພຶດສະພາ 2020 ທີ່ຫ້ອງປະຊຸມ ທຫລ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສິດພະໄຊ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ - ຜູ້ວ່າການ ທຫລ ແລະ ການເປັນປະທານຂອງສະຫາຍ ພຸດທະໄຊ ສີວິໄລ ຄະນະປະຈໍາພັກ ທຫລ ເລຂາໜ່ວຍພັກ - ຮອງຜູ້ວ່າການ ທຫລ; ພ້ອມນີ້, ກໍມີສະຫາຍ ພານຸສັກ ແກ່ນວົງພະ ຈັນ ຄະນະພັກ ທຫລ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ທຫລ; ບັນດາສະຫາຍຜູ້ຕາງ ໜ້າຄະນະໜ່ວຍພັກທີ່ຂຶ້ນກັບອົງຄະນະພັກ ທຫລ, ສະມາ ຊິກພັກ ແລະ 3 ອົງການຈັດຕັ້ງມະຫາຊົນຂອງກົມດັ່ງກ່າວ ເຂົ້າຮ່ວມ.
ສະຫາຍເລຂາໜ່ວຍພັກກົມດັ່ງກ່າວ ໄດ້ນໍາສະເໜີບົດລາຍງານການເມືອງຕະຫຼອດໄລຍະ 5 ປີ ແຫ່ງການນໍາພາ - ຊີ້ນໍາໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກກົມຄຸ້ມຄອງທະນາ ຄານທຸລະກິດ ຄັ້ງທີ II ໃນຜ່ານມາ ໂດຍໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກຄະນະພັກ - ຄະນະຜູ້ວ່າການ ທຫລ; ຄະນະໜ່ວຍພັກກົມ ຍາມໃດກໍໄດ້ເອົາໃຈ ໃສ່ສຶກສາອົບຮົມການເມືອງ - ແນວຄິດ ໃຫ້ຖັນແຖວພະ ນັກງານ - ສະມາຊິກພັກ ເປັນບັນຫາສໍໍໍາຄັນຕົ້ນຕໍ ດ້ວຍຫຼາຍຮູບການ ພ້ອມທັງຖືເອົາວຽກງານນີ້ສອດຫ້ອຍເຂົ້າໃນທຸກການເຄື່ອນໄຫວວຽກງານຕົວຈິງ ອັນໄດ້ເຮັດໃຫ້ສະພາບແນວຄິດຂອງທຸກຄົນ ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີການຫັນປ່ຽນທີ່ຕັ້ງໜ້າກວ່າເກົ່າ, ມີສະຕິຕໍ່ການຈັດຕັ້ງ, ຫ້າວຫັນໃນການປະຕິບັດວຽກງານຢ່າງເປັນເຈົ້າການ ແລະ ໃນຜ່ານມາ ໄດ້ສຸມໃສ່ສ້າງຂະບວນການຕ່າງໆ ຢ່າງເລິກເຊິ່ງ ແລະ ຕັ້ງໜ້າ; ອັນສໍາຄັນ ໄດ້ຖືເອົາການປະ ຕິບັດວຽກງານວິຊາສະເພາະເປັນຂະບວນການຕົ້ນຕໍ, ໄປຄຽງຄູ່ກັບການດໍາເນີນຊີວິດການເມືອງພາຍໃນໜ່ວຍພັກ ເພື່ອສໍາຫຼວດຕີລາຄາການນໍາພາລວມຂອງຄະນະໜ່ວຍພັກ, ຂອງບຸກຄົນໃນຄະນະໜ່ວຍພັກ ແລະ ສະມາຊິກພັກ.
ສະຫາຍເລຂາໜ່ວຍພັກກົມ ຍັງໄດ້ຍົກໃຫ້ດ້ານຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ຈະຕ້ອງນໍາໄປແກ້ໄຂໂດຍໄວ ແລະ ຊີ້ໃຫ້ເຫັນສາເຫດ, ບົດຮຽນທີ່ຖອດຖອນໄດ້ ພ້ອມທັງວາງທິດທາງລວມ - ໜ້າທີ່ຕົ້ນຕໍໃນການຊີ້ນໍາ - ນໍາພາໃນ 5 ປີຕໍ່ໜ້າ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ສະ ມາຊິກພັກ ຄັ້ງທີ III ຂອງໜ່ວຍພັກກົມຄຸ້ມຄອງທະນາຄານທຸລະກິດ ໃນ 5 ປີຕໍ່ໜ້າ.
ຈາກນັ້ນ; ບັນດາຜູ້ແທນກອງປະຊຸມ, ຍັງຕັ້ງໜ້າປະກອບຄໍາຄິດຄໍາເຫັນຢ່າງຕົງໄປຕົງມາ, ພາວະວິໄສ ແລະ ມີປະຊາທິປະໄຕ ເພື່ອເຮັດໃຫ້ບົດລາຍງານການເມືອງ ແລະ ທິດທາງລວມ, ແຜນການໃນ ຕໍ່ໜ້າ ມີຄວາມສົມບູນຍິ່ງໆຂຶ້ນ ແລະ ໃນເວລາຕໍ່ມາ ກໍໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກກົມຄຸ້ມຄອງທະນາຄານທຸລະກິດ ຊຸດໃໝ່ ປະກອບດ້ວຍ 5 ສະຫາຍ ໂດຍສະຫາຍ ນາງ ໂພທິຈັນ ທໍາມະເທວາ ໄດ້ຮັບການເລືອກຕັ້ງເປັນເລຂາໜ່ວຍພັກ; ສະຫາຍ ມະໂນລາ ເມືອງມະນີ ເປັນຮອງເລຂາ ແລະ ເລືອກສະຫາຍ ນາງ ຄໍາຫຼ້າ ເຮືອນມະນີວົງ ເປັນປະ ທານຄະນະກວດກາໜ່ວຍພັກ;
ກອງປະຊຸມ ຍັງໄດ້ເລືອກເອົາຜູ້ແທນເຂົ້າຮ່ວມກອງປະ ຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ທຫລ ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້ ແລະ ໃນໂອກາດດັ່ງກ່າວ ສະຫາຍເລຂາຄະນະພັກ ທຫລ ຍັງໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ເພື່ອໃຫ້ຄະນະໜ່ວຍພັກຊຸດໃໝ່ ແລະ ສະມາຊິກພັກ - ພະນັກງານ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃສ່ວຽກງານຕົວຈິງໃຫ້ປະກົດຜົນສໍາເລັດດ້ວຍບາດກ້າວທີ່ໜັກແໜ້ນ ເຂັ້ມ ແຂງ ຍິ່ງໆຂຶ້ນ.
(ຂ່າວ-ພາບ: ຣັດສະໝີ ດວງສັດຈະ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com