Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂດຍ: ແສງຈັນ
ໜ່ວຍພັກສະຖາບັນທົດ ແທນ ແລະ ວັດສະດຸໃໝ່ (ສພວ) ແມ່ນສະຖາບັນໜຶ່ງທີ່ມີບົດບາດໃນການຄົ້ນຄວ້າ ແລະພັດທະນາ ທາງດ້ານພະລັງງານທົດແທນ ແລະ ວັດສະດຸໃໝ່ ເພື່ອເຜີຍແຜ່ຜົນສໍາເລັດຂອງການຄົ້ນຄວ້າ ແລະ ທົດລອງດັ່ງກ່າວອອກສູ່ສັງຄົມ ດ້ວຍຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ; ພາຍໃຕ້ການຊີ້ນໍາ-ນໍາພາຈາກຄະນະໜ່ວຍພັກ ກໍຄື ເລຂາຄະນະພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈຶ່ງເຮັດໃຫ້ໄດ້ຮັບຜົນສໍາເລັດຫຼາຍດ້ານ.
ທ່ານນາງ ໄມຕີ ວົງຄໍາຊາວ ເລຂາໜ່ວຍພັກ ໄດ້ຂຶ້ນລາຍງານໃນກອງປະຊຸມໃຫຍ່ ຄັ້ງທີ 2 ຂອງໜ່ວຍພັກ ສພວ ທີ່ຜ່ານມາວ່າ: ພາຍໃຕ້ການຊີ້ນໍາ-ນໍາພາຈາກຄະນະໜ່ວຍພັກ ກໍຄືເລຂາຄະນະພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໜ່ວຍພັກສະຖາບັນທົດແທນ ແລະ ວັດສະດຸໃໝ່ ຈຶ່ງມີຜົນສໍາເລັດຫຼາຍດ້ານເປັນຕົ້ນແມ່ນວຽກງານການຄົ້ນຄວ້ານໍາໃຊ້. ໂຄງການຜະລິດ ແລະນໍາໃຊ້ດິນອັດແໜ້ນແບບໄຮໂດ ລິກທີ່ທັນສະໄໝ, ໂຄງການຄົ້ນຄວ້ານໍາໃຊ້ເສັ້ນໄຍຕົ້ນກ້ວຍ ເພື່ອຜະລິດເປັນວັດສະດຸຫຸ້ມຫໍ່ສິນຄ້າ, ໂຄງການຄົ້ນຄວ້າ ສໍາລັບຢອດເມັດ ເພື່ອດໍານາໂນນ, ໂຄງການຄົ້ນຄວ້າ ແລະ ຜະລິດນໍ້າມັນຊີວະພາບຄົບວົງຈອນ, ໂຄງການສົ່ງເສີມການຜະລິດເຕົາຊີວະມວນ ໂດຍນໍາໃຊ້ເສດໄມ້ແຫ້ງ ຫຍ້າແຫ້ງ ແລະ ໃບໄມ້ແຫ້ງ ເປັນເຊື້ອເພີງ ແລະ ໂຄງການສົ່ງເສີມວິທີການຜະລິດ ແລະ ນໍາໃຊ້ບຣັອກມວນເບົານະວັດຕະກໍາສີຂຽວເພື່ອຊຸມຊົນ.
ໃນປີ 2015-2018 ໄດ້ຮ່ວມມືກັບສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດລາວ ທົດສອບເຕົາປະຢັດທີ່ມີປະສິດທິພາບ, ສໍາເລັດການທົດສອບເຕົາປະຢັດຂອງຜູ້ປະກອບການທີ່ນອນໃນໂຄງການ ຈໍານວນ 506 ໜ່ວຍໃນນັ້ນເຕົາຟືນ 69 ໜ່ວຍ ເຕົາຖ່ານ 437 ໜ່ວຍ; ຮ່ວມກັບມະຫາວິທະຍາໄລຄູຢຸນນານ ສປ.ຈີນ ໃນການສ້າງຫ້ອງທົດລອງ ຮ່ວມມື ລາວ-ຈີນ ໃນການພັດທະນາ ແລະ ນໍາໃຊ້ພະລັງງານທົດແທນ ສໍາເລັດການສ້າງອາຄານຫ້ອງທົດລອງ ຈໍານວນ 5 ຫ້ອງ ແລະ ປະກອບອຸປະກອນເຄື່ອງມືທົດລອງສໍາລັບ ບໍ່ແກັສຊີວະພາບ, ພະລັງງານໄຟຟ້າແສງຕາເວັນ ແລະ ລະບົບກວດສອບ ເຄື່ອງຜະລິດນ້ຳຮ້ອນພະລັງງານແສງ ຕາເວັນ; ສປ ຈີນ ຊ່ວຍເຫຼືອປະກອບອຸປະກອນໃສ່ຫ້ອງທົດລອງ ແລະ ອຸປະກອນຕິດຕັ້ງລະບົບສາທິດການນໍາໃຊ້ພະລັງງານທົດແທນ ປະກອບມີ ໄຟຟ້າເຍືອງທາງ 50 ຕົ້ນ, ເຄື່ອງອົບແຫ້ງດ້ວຍພະລັງງານແສງຕາເວັນ 2 ຊຸດ, ເຄື່ອງເຮັດນໍ້າຮ້ອນຂະໜາດ 8 ແມັດກ້ອນ 1 ຊຸດ, 4 ແມັດກ້ອນ 1 ຊຸດ, 2 ແມັດກ້ອນ 2 ຊຸດ, 1,5 ແມັດກ້ອນ 1 ຊຸດ ແລະ ຂະໜາດ 1 ແມັດກ້ອນ 2 ຊຸດ, ລະບົບ ສູບນໍ້າດ້ວຍພະລັງ ງານ ແສງຕາເວັນ 2 ຊຸດ ແລະ ບໍ່ແກັສຊີວະພາບຖັງຟາຍເບີ ຂະໜາດ 6 ແມັດກ້ອນ ຈໍານວນ 50 ບໍ່ ລວມມູນຄ່າທັງໝົດ 5.820.000 ຢວນ, ບັນດາອຸປະກອນລະບົບສາທິດ ແມ່ນໄດ້ໄປຕິດຕັ້ງສໍາເລັດຕາມຈຸດຕ່າງໆ ເພື່ອໃຫ້ຊຸມຊົນໄດ້ທົດລອງນໍາໃຊ້ ແລະ ໄດ້ຮັບການຕອບຮັບດີພໍສົມຄວນ.
ນອກຈາກນັ້ນ, ໄດ້ຮ່ວມມືກັບສະພາບັນດິດວິທະຍາສາດ ແລະ ເຕັກນິກຂໍ້ມູນຂ່າວສານ ແຂວງຢຸນນານ ສປ.ຈີນ ໃນການກໍ່ສ້າງສູນຮ່ວມມືນະວັດຕະກໍາ ທາງດ້ານເຕັກໂນໂລຊີ ແລະ ວິທະຍາສາດ ພະລັງງານແສງຕາເວັນ ຊຶ່ງໄດ້ຕິດຕັ້ງລະບົບໄຟຟ້າພະລັງງານແສງ ຕາເວັນ ໃສ່ບ່ອນຈອດລົດຂະ ໜາດ 30 ກິໂລແມັດ ຢູ່ສະຖາບັນ ແລະ ໄດ້ສະໜອງໄຟຟ້າເຂົ້າໃນອາຄານ ຈໍານວນ 5.338,7 kwh/ເດືອນ ໃນມູນຄ່າ 44.000 ໂດລາ; ຮ່ວມມືກັບສະຖາບັນວັດສະດຸສາດສະພາວິທະຍາສາດ ສສ ຫວຽດນາມ ສ້າງຫ້ອງທົດລອງ ເຕັກໂນໂລຊີ ພະລັງງານທົດແທນທີ່ສະອາດ ໄດ້ສໍາເລັດການຕິດຕັ້ງ ແລະ ມອບ-ຮັບເຄື່ອງ ແລະອຸປະກອນຫ້ອງທົດລອງ ຈໍານວນ 24 ລາຍການ ເປັນມູນຄ່າ 6 ຕື້ດົງ; ຮ່ວມມືກັບສະຖາບັນວິໄຈວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງປະ ເທດໄທ ຄົ້ນຄວ້າກ່ຽວກັບຂັ້ນຕອນ ແລະ ຜະລິດນໍ້າມັນກາຊ່ວນຊີວະພາບຈາກໝາກເກົາ, ໝາກປາມ ແລະ ພືດໃຫ້ນໍ້າມັນ ຢູ່ ສປປ ລາວ; ຮ່ວມມືກັບອົງ ການ UNIDO ສ້າງສູນຮຽນຮູ້ ແລະ ຂໍ້ມູນຂ່າວສານເຕັກໂນໂລຊີ ຊີວະມວນ ພາຍໃຕ້ ໂຄງການຫຼຸດຜ່ອນທາດອາຍເຮືອນແກ້ວ ໃນພາກອຸດສາຫະກໍາ ໂດຍການນໍາໃຊ້ເຕັກໂນໂລຊີ ອັດເມັດຈາກສິ່ງເສດເຫຼືອຊີວະມວນໃນລາວ.
ຄຽງຄູ່ກັບຜົນສໍາເລັດໃນໄລຍະຜ່ານມາ 2014-2019, ແຜນການໃນປີ 2020-2024 ແມ່ນຈະໄດ້ສືບຕໍ່ນໍາພາ ການສຶກສາຄົ້ນຄວ້າ, ເລືອກເຟັ້ນເອົາເຕັກໂນໂລຊີພະລັງງານທົດແທນ ແລະ ວັດສະດຸໃໝ່ ທີ່ທັນສະໄໝຂອງຕ່າງປະເທດ ເພື່ອປັບໃຊ້ໃຫ້ເໝາະສົມ ກັບສະພາບເງື່ອນໄຂຂອງປະເທດລາວ; ສືບຕໍ່ຈັດຝຶກອົບຮົມ,ຖ່າຍທອດ,ໂຄສະນາເຜີຍແຜ່, ສາທິດ-ວາງສະແດງ, ບໍລິການ ແລະ ສົ່ງເສີມການນໍາໃຊ້ຜົນສໍາເລັດຂອງການຄົ້ນຄວ້າອອກສູ່ສັງຄົມ ໃຫ້ກວ້າງຂວາງກວ່າເກົ່າ; ສືບຕໍ່ນໍາພາ ຝຶກອົບຮົມໃຫ້ພະນັກງານວິຊາການ ແລະ ພະນັກງານເຂົ້າໃໝ່, ສຶກສາຄົ້ນຄວ້າທ່າແຮງການນໍາໃຊ້ພະລັງງານທົດແທນ ໃນແຕ່ລະທ້ອງຖິ່ນທີ່ຫາໄດ້ງ່າຍ ເຊັ່ນ: ແກັສຊີວະພາບ, ເຕົາປະຢັດ ແລະ ເຄື່ອງອົບແຫ້ງພະລັງງານແສງຕາເວັນສືບຕໍ່ການຄົ້ນຄວ້າອອກແບບເຕົາປະຢັດທີ່ມີປະ ສິດທິພາບສູງ ແລະ ທົດສອບ ຮ່ວມກັບ ໂຄງການສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ; ສືບຕໍ່ຊີ້ນໍາ ຈັດຕັ້ງປະຕິບັດແຜນໂຄງການ ຄົ້ນຄວ້າ ທີ່ໄດ້ຮັບທຶນສະໜັບ ສະໜູນຈາກລັດຖະບານ ເຊັ່ນ: ໂຄງການຄົ້ນຄວ້າການຜະ ລິດນໍ້າມັນໄບໂອດີເຊວ; ຄົ້ນຄວ້ານໍາໃຊ້ສິ່ງເສດເຫຼືອກະສິກໍາ ເພື່ອຜະລິດເປັນເຊື້ອໄຟແຂງ ແລະ ສົ່ງເສີມເປັນສິນ ຄ້າ; ຄົ້ນຄວ້າເຄື່ອງອົບແຫ້ງຜະລິດຕະພັນ ກະສິກໍາທີ່ນໍາໃຊ້ພະລັງງານແບບປະສົມປະ ສານ; ຄົ້ນຄວ້ານໍາໃຊ້ເສັ້ນໄຍຕົ້ນກ້ວຍ ເພື່ອຜະລິດເປັນວັດສະດຸຫຸ້ມຫໍ່ສິນຄ້າ ແລະ ວຽກງານອື່ນໆ.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com