Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຂີ່ລົດຖີບສີເຫຼືອງທ່ຽວປັກກິ່ງ ທັງມ່ອນ ທັງມ່ວນ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 15/05/2020 09:41:28 ຈຳ​ນວນ​​ຢ້ຽມ​ຊົມ 495 ຄັ້ງ

   ໂດຍ: ບຸນ​ຄົງ ມິດ​ຕະ​ພອນ
ລົດ­ຖີບ​ສີ­ເຫຼືອງ​ກັບ​ຂ້າພະ ­ເຈົ້າ​ຊ່ຳ​ວ່າ​ເປັນ​ແຟນ​ກັນ, ເປັນ​ລົດ­ຖີບ​ທີ່​ຜູ້​ຂຽນ​ມັກ​ຫຼາຍ​ກວ່າ​ໝູ່​ໃນ​ຈຳ­ນວນ​ລົດ­ຖີບ​ຢູ່​ປັກ​ກິ່ງ​ທີ່​ມີ​ທັງ​ສີ­ແດງ, ສີ​ແສດ ແລະ ສີຂຽວ​ອົມ​ຟ້າ. ສຳ­ລັບ​ລົດ​ສີເຫຼືອງເພິ່ນ​ຫາ​ກໍ​ເອົາ​ມາ​ໃຫ້​ບໍ­ລິ­ການໃໝ່​​ ໃນ​ຕົ້ນ​ປີ​ນີ້​ຈຶ່ງ​ຖື​ວ່າເປັນລົດ​ໃໝ່​ອ່ຽມ, ຂີ່​ກໍ​ມ່ອນໆ​ມ່ວນໆ ແລະ ມີ​ຈຳ­ນວນ​ຫຼວງຫຼາຍ, ເກືອບ​ວ່າ​ຢູ່​ແຄມ​ທາງ​ເສັ້ນ​ໃດ​ກໍ​ຈະ​ເຫັນ​ລົດ­ຖີບ​ສີ­ເຫຼືອງ​ ໂດຍ​ສະ­ເພາະ​ແມ່ນ​ຕາມ​ປ້າຍ​ລົດ ­ໄຟ​ໃຕ້​ດິນ, ສວນ​ສາ­ທາ­ລະນະ ແລະ ຮ້ານ​ສັບ­ພະ​ສິນ​ຄ້າ.
  ໃນ​ໄລ­ຍະ​ທີ່​ມີ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດໂຄ​ວິດ-19, ລົດ­ຖີບ​ແມ່ນ​ພາ­ຫະ­ນະ​ທີ່​ມີ​ບົດ­ບາດ​ຫຼາຍ ແລະ ​ຫຼາຍ​ຫ້ອງ­ການ​ໄດ້​ແນະ­ນຳ​ໃຫ້​ພະ ­ນັກ­ງານ​ຕົນ​ຫຼີກ​ລ່ຽງ​ການ​ຂີ່​ລົດເມ, ລົດ­ໄຟ​ໃຕ້​ດິນ​ ເພາະ​ເປັນ​ລົດ​ສາ­ທາ­ລະ­ນະ​ທີ່​ມີ​ຄົນ​ຂີ່​ຫຼາຍ  ແລະ  ມີ​ຄວາມ​ສ່ຽງ​ຕໍ່​ການ ​ຕິດ­ເຊື້ອ​ພະ­ຍາດ​ໂຄ​ວິດ-19 ໃນ​ໄລ­ຍະ​ນັ້ນ​ລົດ­ເມ​ກໍ​ຍັງ​ແລ່ນ​ໃຫ້​ບໍ­ລິ­ການ​ແຕ່​ບໍ່ຄ່ອຍ​ເຫັນ​ຄົນ​ຂີ່​ພໍ​ປານ­ໃດ ເກືອບ​ວ່າເປົ່າ​ ວ່າງ. ຄົນ​ຈຶ່ງ​ມັກ​ຂີ່​ລົດຖີບແຕ່​ກໍ​ຕ້ອງ​ໃສ່​ຖົງ­ມື ແລະ ໝັ່ນ ລ້າງມື. ສະ­ຫຼຸບ​ແລ້ວ​ທຸກ​ຢ່າງ​ ແມ່ນ​ເຂັ້ມ​ງວດ​ຮັດ​ກຸມ.
  ໃນ​ປັກ​ກິ່ງ, ການ​ຄົມມະນາ­ ຄົມ​ສະ­ດວກ​ສະ­ບາຍ​ຫຼາຍ, ທີ່​ສະ­ດວກ​ສະ­ບາຍ​ທີ່​ສຸດ​ກໍ​ຄື​ໃຊ້​ໂທ­ລະ­ສັບ​ມື​ຖື​ໜ່ວຍ​ດຽວ​ກໍ​ສາ ມາດ​ຈ່າຍ​ຄ່າບໍ​ລິ​ການ​ຕ່າງໆ​ໄດ້​ ຢ່າງ​ສະບາຍ​ເຊັ່ນ: ຄ່າ​ລົດຖີບ, ຄ່າ​ລົດ­ໄຟ​ໃຕ້​ດິນ, ລົດ­ເມ, ລົດ​ແທັກ​ຊີ. ຖ້າ​ໃຜ​ມາ​ປັກ​ກິ່ງ​ເຫັນ​ ຜູ້​ສາວ​ງາມໆ​ຢືນ​ຢູ່​ແຄມ​ທາງ​ກຳ­ລັງ​ລໍ­ຖ້າ​ລົດ​ຄັນ​ງາມ​ມາ​ຮັບ,  ບາງ­ທີ​ກໍ​ບໍ່​ແມ່ນ​ລົດ​ແຟນ​ລາວ​ມາ​ຮັບ ແຕ່​ເປັນ​ລົດ​ຂອງ​ບໍ­ລິ­ສັດ DIDI ທີ່​ຄົນ​ທົ່ວ​ໄປ​ສາມາດ​ໃຊ້ app ເອີ້ນ​ໃຊ້​ບໍ­ລິ­ການ​ໄດ້​ໃນ​ລາ­ຄາ​ທີ່​ຍຸ­ຕິ​ທຳ.  ເມື່ອ​ກ່ອນ​ຕອນຜູ້​ຂຽນມາ ​ປັກ​ກິ່ງ​ໃໝ່ໆ​ເຫັນ​ແຕ່​ລົດ​ແທັກ​ຊີ, ດຽວ­ນີ້​ກໍ​ມີ​ລົດ​ໃນ app DIDI ເຂົ້າ​ມາ​ໃຫ້​ບໍ­ລິ­ການ​ ຊຶ່ງ​ເປັນເຈົ້າ​ຂອງ​ດຽວ​ກັນ​ກັບ​ລົດ­ຖີບສີ­ຂຽວ​ອົມຟ້າ. ມາ​ເຮັດ​ວຽກ​ຢູ່​ເມືອງ​ຈີນ​ຈຶ່ງ​ເຫັນ​ວ່າ​ຈີນ​ມີ​ການ​ປ່ຽນ­ແປງ​ເພື່ອ​ຄວາມ​ສະ­ດວກ​ວ່ອງ­ໄວ​ຢ່າງ​ບໍ່​ຢຸດ​ຢັ້ງ, ມັກ​ເຫັນ​ສິ່ງ​ໃໝ່ໆ​ເກີດ​ຂຶ້ນ​ຢູ່​ເລື້ອຍໆ.
  ສິ່ງ​ໃໝ່​ໃນ​ປັກ​ກິ່ງ​​ອີກ​ກໍຍັງ​ມີ​ປ້ຳ​ສາກ​ໄຟ­ຟ້າ, ລົດ​ໃຫຍ່​ສ່ວນ​ຫຼາຍ​ໄດ້​ຫັນ​ມາ​ນຳ​ໃຊ້​ພະລັງ­ງານ​ໄຟ­ຟ້າ​ທີ່​ເພິ່ນ​ນິ­ຍົມ ​ເອີ້ນ​ກັນ​ວ່າພະ­ລັງ­ງານສະອາດ, ຖ້າ​ສາກ​ຢູ່​ໃນ​ປ້ຳ​ໄຟ­ຟ້າ​ກໍ​ຈ່າຍ ປະມານ  55  ຢວນ​ ທີ່​ສາ­ມາດ ​ໃຊ້​ໝໍ້​ໄຟໄດ້  2 ຊົ່ວໂມງ, ດີ​ແທ້​ເວ­ລາ​ຊື້​ລົດ­ໄຟ​ຟ້າຄວນ​ຊື້​ປ້ຳ​ສາກ​ນຳ​ບໍ­ລິ­ສັດ​ລົດ­ໄຟ​ຟ້າ​ມາ​ສາກ​ເອງ​ໂລດ. ຖ້າ​ສາກ​ເອງ​ຄ່າ​ໄຟ­ຟ້າ​ກໍ​ມີ​ພຽງ​ແຕ່ 15 ຢວນ​ ທີ່​ສາ­ມາດ​ນຳ​ໃຊ້​ ໝໍ້​ໄຟ​ໄດ້ 2 ຊົ່ວ​ໂມງ. ເຫັນ​ການ​ປ່ຽນ­ແປງ​ຂອງ​ຍານ­ພາຫະນະ​ທີ່​ຫັນ​ມາ​ໃຊ້​ ໄຟ​ຟ້າ. ຈຶ່ງ​ຄິດ​ວ່າປະ­ເທດ​ໃດ​ມີພະ­ລັງ­ງານໄຟຟ້າ​ຫຼາຍ​ຈະ​ຮັ່ງ­ມີ​ແທ້ໆ.
  ໝູ່​ຂອງ​ຂ້າ­ພະ­ເຈົ້າ​ຊື່ ເພີນ ທີ່​ມາ​ຈາກ​ປະ­ເທດ​ອາ​ຟຣິ​ກາ​ໃຕ້​ ຊຶ່ງ​ແມ່ນ​ປະ­ເທດ​ໃນ​ກຸ່ມ BRICS, ​ເຄີຍ​ສົນທະ­ນາ​ກັນ​ກ່ຽວ​ກັບ​ລົດ​ສາ­ທາລະ­ນະ​ໃນ​ປະ­ເທດ​ອາ​ຟຣິກ​ກາ​ໃຕ້. ນາງ​ຍອມ­ຮັບ​ວ່າ: ເລື່ອງ​ລົດ​ສາ­ທາ ­ລະ­ນະ​ລະ­ຫວ່າງ​ປະເທດ​ຂອງ​ນາງກັບ​ຈີນ, ຈີນ​ຈະ​ສະ­ດວກ​ສະ­ບາຍ​ກວ່າ ແລະ ລາ­ຄາ​ກໍ​ຈະ​ຖືກ​ກວ່າ​ໂດຍ​ສະເພາະ​ປະ­ເພດ​ລົດ​ສາ​ທາ​ລະ​ນະ. ລົດ­ເມ​ພາຍ​ໃນ​ຕົວ​ເມືອງ​ປັກ​ກິ່ງ​ຈ່າຍ​ພຽງ 2 ຢວນ​ຕໍ່​ຄັ້ງ​ບໍ່​ນັບ​ໄລ­ຍະ​ທາງ. ແຕ່​ຖ້າ​ເປັນ​ລົດ­ໄຟ​ໃຕ້​ດິນ​ຈ່າຍ​ຄ່າ​ລົດ​ຕາມ​ໄລ­ຍະ​ທາງ, ສ່ວນລົດ­ ຖີບ​ສີ­ເຫຼືອງ​ຄັນ​ງາມ​ຂອງ​ຂ້າ­ພະ ­ເຈົ້າ​ແມ່ນ​ຄິດ​ໄລ​ເປັນ​ນາ​ທີ.
  ເຖິງ​ຈະ​ເຂົ້າ​ເດືອນ​ພຶດ­ສະ ­ພາ​ແລ້ວ​ກໍ​ຕາມ, ແຕ່​ອາ­ກາດ​ໃນ​ປັກ​ກິ່ງ​ແມ່ນ​ເຢັນ​ສະ­ບາຍ, ໃນ​ວັນທີ 8 ພຶດ­ສະ­ພາ​ ຝົນ­ຕົກ​ໝົດ​ມື້, ເຊົ້າ​ມື້­ຕໍ່­ມາ​ອາ­ກາດ 10 ອົງ­ສາເຢັນ​ສະ​ບາຍ. ອາ­ກາດ​ສົດ­ຊື່ນ​ພາ­ໃຫ້​ຢາກ​ຂີ່​ລົດ­ຖີບ​ແຕ່​ເຊົ້າໆ ໂດຍ​ສະ­ເພາະ​ແມ່ນ​ໄລ­ຍະ​ທີ່​ການ​ສັນ­ຈອນ​ໃນ​ປັກ​ກິ່ງ​ກັບ​ຄືນ​ເຂົ້າ​ສູ່​ສະ­ພາບ​ປົກ ­ກະ­ຕິ​ແລ້ວ, ດ້ວຍ​ຄວາມ​ສະ ­ດວກ​ສະ­ບາຍ​ຂອງ app ໃນ​ມື​ຖື ພຽງ​ແຕ່​ສະ​ແກນ​ຄິວ​ອາ​ໂຄດ​ກໍ​ສາ­ມາດ​ຖີບ​ລົດ​ສີ­ເຫຼືອງ​ເລາະ​ປັກ​ກິ່ງ​ໄດ້​ຢ່າງ​ສະ­ບາຍ​ປອດ​ໄພ. ເປົ້າ​ໝາຍ​ມື້­ນີ້​ຈຶ່ງ​ແມ່ນ​ຂົວ​ໃຫຍ່​ທີ່­ຢູ່​ໄກ​ອອກ​ໄປ​ຈາກ​ສະ ­ຖານ­ທີ່​ທີ່​ຂ້າ­ພະ­ເຈົ້າ​ພັກ​ອາ­ໄສ​ປະ­ມານ 8 ກິ­ໂລ​ແມັດ. ຜູ້​ຂຽນ​ເຄີຍ​ຂີ່​ລົດ­ຖີບ​ໄປ​-​ກັບ​ໄກ​ສຸດ​ຮອດ​ສວນ​ປາ​ຕາ​ຊູ​ທີ່​ມີ​ໄລ­ຍະ​ທາງ​ລວມ​ກັນ 20 ກິ­ໂລ​ແມັດ.
  ເວົ້າ​ເລື່ອງ​ຄວາມ​ປອດ​ໄພ​ໃນ​ປັກ​ກິ່ງ ບໍ່​ແມ່ນ​ເວົ້າ​ໂມ້ , ເວົ້າ​ໃນ​ແບບ​ນັກ​ຂ່າວ​ລາຍ​ງານ​ແຕ່​ຄວາມ​ເປັນ​ຈິງ, ໃນ​ປັກ​ກິ່ງ​ເພິ່ນ​ມີ​ຊ່ອງ​ທາງ​ສະ­ເພາະ​ສຳ­ລັບ​ລົດ​ຖີບ. ທາງ​ລົດ­ຖີບ​ກໍ​ຈະ​ມີ​ຮູບ​ລົດ­ຖີບ​ຢູ່​ໜ້າ​ທາງ. ແມ່ນ​ແຕ່​ໃນ​ໄຟ​ແດງ​ກໍ​ຈະ​ມີ​ສັນ­ຍານ​ຈະ­ລາ ­ຈອນ​ຮູບ​ລົດ​ຖີບ. ສະ­ນັ້ນ​ ເວ­ລາ​ທີ່​ເຮົາ​ຂີ່​ລົດ­ຖີບ​ກໍ​ຕ້ອງ​ໄປ​ຕາມ​ຊ່ອງ​ທາງ​ລົດ­ຖີບ, ແມ່ນ​ແຕ່​ໃນ​ຂົວ​ໃຫຍ່​ກໍ​ມີ​ຊ່ອງ​ທາງ​ສະ­ເພາະ​ສຳ­ລັບ​ລົດ­ຖີບ, ຂີ່​ລົດ­ຖີບ​ໃນ​ປັກ ​ກິ່ງ​ນີ້​ ທັງ​ສະ­ດວກ​ທັງ​ປອດໄພ ​ແທ້ໆ. ທີ່​ໝັ້ນ​ໃຈ​ແມ່ນ​ທົ່ວ​ເມືອງ​ປັກ​ກິ່ງ​ມີ​ກ້ອງ​ວົງ​ຈອນ​ປິດ​ທົ່ວ​ທຸກ​ຈອກ​ທຸກ​ແຈ.
  ການ​ຂີ່​ລົດ​ໃນ​ປັກ​ກິ່ງ​ເພິ່ນ​ຈຳ­ກັດ​ຄວາມ​ໄວ​ຄື: ປະ­ເພດ​ລົດ​ເກງ​ຂີ່​ພາຍ​ໃນ​ເມືອງ 70 ກິ­ໂລ­ແມັດ​ຕໍ່​ຊົ່ວ­ໂມງ, ແຕ່​ຖ້າ​ເປັນ​ທາງ​ດ່ວນ 80 - 120  ກິ­ໂລ ­ແມັດ​ຕໍ່​ຊົວ​ໂມງ​ຂຶ້ນ​ກັບ​ບາງເສັ້ນ​ທາງ, ການ​ສັນ­ຈອນ​ໃນ​ປັກ​ກິ່ງ​ເປັນ​ການ​ໃຫ້​ກຽດ​ຊຶ່ງ​ກັນ ແລະ ກັນ. ຖ້າ​ໃຜ​ໄດ້​ມາ​ປັກ​ກິ່ງ​ຈະ​ເຫັນ ​ວ່າ: ​ຢູ່  4 ແຍກ​ໄຟ​ແດງຈະເຫັນ ​ຄົນ​ຍ່າງ​ຂ້າມ​ທາງ​ໃນ​ຂະ­ນະ​ ທີ່​ມີ​ສັນ­ຍານ​ໄຟ​ຂຽວ​ສຳ­ລັບຄົນ, ໃນ​ຂະ­ນະ​ດຽວ​ກັນ ກໍ​ມີ​ສັນຍານ​ໃຫ້​ລົດ​ໃຫຍ່​ລ້ຽວ​ໄດ້​ເຊັ່ນ​ກັນ, ສະ ­ນັ້ນ​ຈຶ່ງ​ເຫັນ​ວ່າ­ການ​ໃຊ້​ລົດ​ໃຊ້​ຖະ­ໜົນ​ກັບ​ຄົນ​ຍ່າງ​ແມ່ນ​ການ​ໃຫ້​ກຽດ​ຊຶ່ງ​ກັນ ແລະ ກັນ. ຫຼາຍ​ເທື່ອ​ທີ່​ຂ້າ­ພະ­ເຈົ້າ​ເຫັນ ແລະ ພົບ­ພໍ້​ດ້ວຍ​ຕົນ​ເອງ​ເວ­ລາ​ລໍ­ຖ້າ​ຂ້າມ​ທາງໃນ​ທາງ​ມ້າ​ລາຍ​ທີ່​ບໍ່​ແມ່ນ​ເຂດ​ໄຟ​ແດງ, ລົດ­ເມ ແລະ ລົດ​ສ່ວນ​ຕົວ​ໄດ້​ຢຸດ​ເພື່ອ​ໃຫ້​ຄົນ​ຂ້າມ​ທາງ. ຂ້າ­ພະ­ເຈົ້າ​ຈຶ່ງ​ສະ ແດງ​ຄວາມ​ຂອບ­ໃຈ​ຕໍ່​ຄວາມ​ມີ​ນ້ຳ­ໃຈ​ຂອງ​ຜູ້​ຂັບ​ລົດ​ດ້ວຍ​ການ​ກົ້ມ​ຫົວ​ລົງ​ໜ້ອຍ​ໜຶ່ງ.
  ມັນ​ເປັນ­ຄວາມ​ສຸກ​ຢ່າງ​ໜຶ່ງ​ສຳ­ລັບ​ຄົນ​ຕ່າງ­ປະ­ເທດ​ຄົນ​ໜຶ່ງ​ທີ່​ໄດ້​ຂີ່​ລົດ­ຖີບ​ທ່ຽວ​ປັກ​ກິ່ງ​ໃນ​ສະ­ພາບ​ທີ່​ສະ­ດວກ​ປອດ​ໄພ, ໃນ​ປັກ​ກິ່ງ​ນີ້​ມີ​ຕົ້ນ­ໄມ້​ໃຫຍ່​ໃຫ້​ຮົ່ມ​ເງົາ​ຫຼາຍ, ເວ­ລາ​ທີ່​ຂີ່​ລົດ­ຖີບ​ສີ­ເຫຼືອງ​ໄປ​ຕາມ​ຊ່ອງ​ທາງ​ລົດ ­ຖີບ​ກ້ອງ​ຮົ່ມ​ໄມ້​ໃຫຍ່​ຈັ່ງ​ແມ່ນ​ມີ​ຄວາມ​ສຸກ. ເມື່ອ​ສະ­ພາບ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໝົດ​ສິ້ນ​ໄປຈາກ​ປັກ​ກິ່ງ, ຂ້າ­ພະ­ເຈົ້າ​ມີ​ແຜນ​ວ່າ​ ຈະ​ຂີ່​ລົດ­ຖີບ​ສີ­ເຫຼືອງ​ທີ່​ຖືກ​ໃຈ​ເລາະ​ປັກ​ກິ່ງ​ໃຫ້​ໄກ​ອອກ​ໄປ​ກວ່າ​ເກົ່າ. ຄິດ​ວ່າ​ຕອນ​ນັ້ນ​ຍິ່ງ​ຮູ້​ປັກ​ກິ່ງ​ດີກ​ວ່າ​ເກົ່າ ແລະ ມີ​ຄວາມ­ສຸກ​ກວ່າ​ເກົ່າ​ແລ້ວ​ຈະ​ເລົ່າສູ່​ຟັງ​ອີກ. ຕອນ​ນີ້​ບາຍໆ, ໄຈ້​ຈ້ຽນ.    


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com