ກອງພັນທີ 2 ຕອນທີ 3 ຕໍ່ຈາກສະບັບກ່ອນ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 15/05/2020 09:45:10 ຈຳ​ນວນ​​ຢ້ຽມ​ຊົມ 302 ຄັ້ງ

 (ຕໍ່​ຈາກ​ສະ​ບັບ​ກ່ອນ) 

 -  ພວກ​ລູກ​ພາ​ກັນ​ໄປ​ໂພນສ​ະ​ຫວັນ ພຸ້ນ​ຫວະ?
- ແມ່ນ​ແລ້ວ!
 ຄັນ​ຊັ້ນ​ພໍ່​ຂໍ​ຝາກ​ເງິນ​ຊື້​ສາຍ ຢາງ​ເອົາ​ຊະ​ນິດ​ແລບນັ້ນ​ດີ, ເອົາ ພັນ​ແມັດ ພໍ່​ຢາກ​ເອົາ​ເມືອ​ສານ ມອງ​ຖີ່!
- ຈ້າວ  ພວກ​ລູກ​ຈະ​ຫາ​ຊື້ ຊ່ວຍດອກ!
ເວົ້າ​ແລ້​ວ ພໍ່ ສີ​ດາ ຈົກ​ເງິນ ຍື່ນ​ໃຫ້ ນາງ ໂສ​ພາ ຄື​ກັນ​ກັບ ຍື່ນ​ເງິນ​ໃຫ້​ຄົນ​ໄທ​ເຮືອນ​ດຽວ. ແຕ່​ຈາກນັ້ນ​ ພໍ່​ເຖົ້າ ສີ​ດາ ກໍ​ພາ ໝູ່​ຂອງ​ເພິ່ນ​ຂີ່​ມ້າ​ມຸ່ງ​ໜ້າ​ຫາ​ສຳ ນັກ​ງານກອງ​ພັນ​ທີ​ສອງ. ສ່ວນ ພວກ​ນາງ ໂສ​ພາ ກໍ​ແລ່ນ​ລົດ​ເຂົ້າ​ຫາ​ເມືອງ​ໂພນ​ສະ​ຫວັນ ດ້ວຍ​ລະ​ດັບ​ຄວາມ​ໄວ​ພໍ​ປານ ກາງ, ຕະ​ຫຼອດ​ເສັ້ນ​ທາງ​ພໍ່​ເຖົ້າ ທັງ​ສາມລົ​ມ​ກັນ​ຢ່າງ​ເປີດ​ເຜີຍ ໃຜ​ຈະ​ໄດ້​ຍິນ​ກໍ​ຊ່າງ. ພໍ່​ເຖົ້າ ສີ​ດາ ເວົ້າ​ຂຶ້ນ​ວ່າ:
-  ຄັນ​ບໍ່​ແມ່ນ​ທະ​ຫານ​ໃນ​ກອງ​ພັນ​ທີ​ສອງ​ຈ້າງ​ຫົວ​ແຕກ​ ເຮົາ​ກໍ​ບໍ່​ມອບ​ເງິນ​ເປັນ​ຮ້ອຍ​ເປັນພັນ​ໃຫ້​ດອກ. ນີ້​ຫຍັງ​ພວກ​ເຂົາສັດ​ຊື່​ຄື​ ລູກ​ເຕົ້າ​ໃນ​ເຮືອນ​ເຮົາ ຫວ່າງ​ຫຼັງ​ນີ້​ເຂົາ​ໄປ​ຊື້​ໄມ້​ໄຜ່ຂອງ​ເຮົາ, ເຮົາ​ບອກ​ໃຫ້​ເຂົາ​ຕ​ັດເອົາ​ຢ່າງ​ຊອບ​ໃຈ ອັດ​ໜຶ່ງ​ເຮົາ​ກໍບໍ່​ເອົາ​ນຳ​ເຂົາ.
 ເພິ່ນ​ຜູ້​ຂີ່​ມ້າ ສີ​ລານ​ຖື​ໝວກ ອີ່​ເກີ້ງ ໄດ້​ຍິນ​ແນວນັ້ນ  ກໍ​ເວົ້າ ສອຍ​ຂຶ້ນ​ທັນ​ທີ​ວ່າ:
- ເອີ! ເລື່ອງ​ກົກ​ໂພ​ເກີດ​ຂຶ້ນ ໃນ​ສວນ​ຂອງ​ເຖົ້າ​ມັນ​ເປັນ​ແນວ ໃດ​ແທ້​ລອງ​ເວົ້າ​ສູ່​ຟັງ​ແດ່​ດູ?
 ເພິ່ນ​ຜູ້​ຂີ່​ມ້າ​ສີ​ແດງ​ອາໍ່ ຄືກັນ ກັບ​ມ້າ​ຂອງ​ພໍ່​ເຖົ້າ ສີ​ດາ, ຖືໝວກ ​ອີ່​ໂບ ໄດ້​ຍິນ​ໝູ່​ເວົ້າ​ເຖິງເລື່ອງ​ກົກ​ ໂພ ກໍ​ຟ້າວ​ຈັບ​ກອກອອກ​ຈາກ​ປາກ​ແລ້ວ​ເວົ້າ​ຂຶ້ນວ່າ:
- ແມ່ນ​ແທ້​ໄດ້​ເວີ​ຍ! ຄິດ​ຢາກ ຖາມ​ຕັ້ງ​ແຕ່​ພ້ອມ​ກັນ​ປັ້ນ​ເຂົ້າ ເຊົ້າ​ຢູ່​ບ້ານ​ໂຕນພຸ້ນ​ລະ​ ແຕ່ຫາກ​ ລືມ​ໄປ​ເລື່ອງ​ມັນ​ເປັນ​ແນວໃດ​ແທ້​ ຫວະ​ເຮີຍ!  ມັນ​ເປັນ​ແນວຄົນ ​     ຊ​່ານັ້ນ​ແທ້​ບໍ?
ພໍ່ ສີ​ດາ ເອົາ​ແພ​ເຊັດ​ສົບແປງ​ໝວກ​ສະ​ໂນ​ຢູ່​ຫົວ​ດີ​ແລ້ວ​ໄອ​ອະ​ແຮມ​ສອງ​ສາມ​ເທື່ອ ເພື່ອ​ໝາດ​ຄໍ ແລ້ວ​ເວົ້າ​ຕໍ່​ວ່າ:
- ມ​ັນ​ແມ່ນ​ແທ້​ໃດ໋​ເວີຍ! ເຮົາ​ກໍ​ງຶດ​ງໍ້​ອັດ​ສະ​ຈັນ​ແທ້​ໂອ໋! ຫຼັງ ຈາກ​ໃຫ້​ອ້າຍ​ນ້ອງ​ໃນ​ກອງ​ພັນ ທີ​ສອງ ໄປ​ຕັດ​ໄມ້​ໃຜ່​ໃນ​ສວນ ເຮົາ​ບໍ່​ໄດ້​ເຫິງ​ພໍ​ທໍ່​ໃດ  ເບ້ຍ​ກົກ​ ໂພ​ກໍ​ຊະ​ລື​ຂຶ້ນ  ນັບ​ເປັນ​ພັນໆ ຕົ້ນ​ພຸ້ນ​ລະ​ບໍ! ໂອຍ! ຈ່າ ຈ່າ!  ຫົວ​ເຮົາ​ຂາວ​ປານນີ້​ເຮົາ​ບໍ່​ເຄ​ີຍ​ພໍ້​ແນວນີ້​ຈັກ​ເທື່ອ ນີ້​ບໍ​ເພິ່ນ​ວ່າ​ພະ​ເມດ​ໄຕ​ຈະ​ລົງ​ມາ​ເກີດ! ແລ້ວ ແຜ່ນ​ດິນ​ຈະ​ຮາບ​ພຽງ​ຄື​ກັນ​ກັບ ໜ້າ​ກອງ​ໄຊ.
  ເພິ່ນ​ຜູ້​ຖື​ໝວກ​ອີ​ເກີ້ງ ໄດ້ຍິນ ແນວ​ນັ້ນ​ກໍ​ເວົ້າ​ແຖມ​ນຳ​ທັນທີວ່າ: 
  -  ແມ່ນແທ້​ໃດ໋ເຖົ້າ,  ອ້າຍ ນ້ອງກອງ​ພັນ​ທີ​ສອງ  ບໍ່​ແມ່ນ​ຂອງ​ຫຼິ້ນ​ໃດ​ເຖົ້າ​ເອີຍ! ມີ​ຮອດ ມະ​ຫາ​ແປດ  ມະ​ຫາ​ເກົ້າ​ພຸ້ນເດີ! ມ​ີມື້​ໜຶ່ງ​ເຮົາ​ເຂົ້າ​ໄປ​ກິນ​ເຝີ​ຢູ່ຮ້ານ ​ເຂົ້າ​ແກງ​ເຈັກ​ແປ​ະ​ຢູ່​ລາດຮ່ວງ ເຫັນ​ລົດ​ເຈົ້າ​ລາ​ຊາ​ຄະ​ນະເມືອງ​ຊຽງ​ຂ​ວາງ  ເຮົາ​ນີ້​ລະ​ແລ່ນມາ​ຈອດ, ແລ້ວ​ເຫັນອ້າຍ​ນ້ອງ ກອງ​ພັນ​ທີ​ສອງ  ສອງ​ຄ​ົນ​ລົງ​ຈາກລົດ​ແລ້ວ​ເຂົ້າ​ຮ້ານ​ເຂົ້າ​ແກງ  ນຳ​ເພິ່ນ.  ເຈົ້າ​ລາ​ຊາຄະ​ນະ​ຊື້​ເຝີໃຫ້​ ອ​້າຍ​ນ້ອງ​ກິ​ນຄົນລະຖ​້ວຍ, ເຮົາ​ກໍ​ນັ່ງ​ຄອກ​ມອກ​ຢູ່​ໃກ້​ຫັ້ນ  ເພື່ອ​ຟັງ​ພວກ​ເພິ່ນ​ລົມ​ກັນແກ້ອ້​າຍ​ນ້ອງ​ບໍ່​ຄາ​ຈັກ​ດີ້​ເຖົ້າ​ເອີຍ!  ເຂົາ​ຍົກ​ພື້ນ​ທຳ​ລຳ​ສູດ​ອອກ​ມາໄຫຼ​ປານ​ນ້ຳ​ໂຕນ​ຕາດ,   ຈົນ​ວ່າເຈົ້າ​ລາ​ຊາ​ຄະ​ນະ​ອ້າ​ປາກ​ຕາກແຂ້​ວ​ຟັງ​ອ້າຍ​ນ້ອງ​ເວົ້າ​ໃດ​ເຖົ້າ!  ແຕ່​ກ່ອນ​ມີ​ຫຼາຍ​ຄົນ​ໃສ່​ຮ້າຍ​ປ້າຍ​ສີ​ແນວ​ລາວ​ຮັກ​ຊາດ​ວ່າບໍ່ມີ​ສາ​ ສະ​ໜາ​ລວມ​ລູກ​ລວມ​ເມຍທ່າ ນັ້ນ​ທ່ານີ້​. ເຊົາ​ເດີ​ເຖົ້າ​ເອີຍ!   ຢ່າ​ສູ່ໄປ​ຟັງ​ຄຳ​ເວົ້າ​ອັນ​ບໍ່​ເປັນ​ສາ ເທດນັ້ນ​ຕັ້ງ​ທີ່​ແທ້​ແມ່ນ​ເພິ່ນ​ຜູ້​ໃສ່​ຮ້າຍ​ປ້າຍ​ສີເຂົາ​ນັ້ນ​ເປັນ​ຜູ້​ລືມ​ຮີດ​ລືມ​ຄອງ​ແມ່ນ​ບໍ​ເຖົ້າ?
 ເພິ່ນ​ຜູ້​ຖື​ໝວກ​ອີ​ໂບ  ຈາມ ຟາດ​ບາດ​ໜຶ່ງ​ແຮງ​ເຕີບເຮັດ​ໃຫ້ ມ້າ​ເພິ່ນ​ຕື່ນ​ຄະ​ໂຍງ​ໄປເບື້ອງ ​ໜ້າ ຖ້າ​ພໍ່​ເຖົ້າ ສີ​ດາ ທີ່​ຂີ່​ມ້າ​ຮຽງ ກັນ​ມາບໍ່ຊ້ວນ​ໄວ້​ທ​ັນ  ຮ​ວ້າຍ​ ຢ້ານ​ເພິ່ນ​ເຫັນ​ດິນ​ແກ່ນ​ຫຼາຍ​ເຕີບ​ຫັ້ນ​ແລ້ວ  ຫຼັງ​ຈາ​ກຮ້າຍ​ມ້າ​ທີ່​ມັກ​ຕື່ນ​ຂອງ​ເພິ່ນ​ແລ້ວ ກໍ​ອວ່​າຍ​ ໜ້າ​ໄປ​ຫາ​ເພິ່ນ​ຜູ້​ຖື​ໝວກ​ອີ່ເກີ້ງ​ແລ້ວໆ ເວົ້າ​ວ່າ:
 -  ເຖົ້າ​ເວົ້າ​ຖືກ​ໃຈ​ເຮົາ​ປັບບາດ​ດຽວ!  ແຕ່​ກ່ອນ​ເຮົາເອງກໍ ຫຼົງເຊື່ອ​ ຄຳ​ໂຄ​ສະ​ນາ​ບິດ​ເບືອນຄວາມ​ຈິງ​ຂອງ​ພວກ​ໜ້າ​ພະ​ໃຈມານ​ເຫຼົ່າ​ນີ້. ເຮົາ​ເຫັນຄັກທີ່ສຸດແມ່ນ ມື້​ບຸນ​ບ້ານ​ເຮົາ​ອ້າຍ​ນ້ອງກອງ​ພັນ​ທີ​ສອງ​ພາ​ກັນ​ຮ້ອງອີ​ມີ​ນາ ສັກ​ກາ​ເລ​ນະໄດ້​ຄັກ​ປານຫຍັງ​ໄຫວ້​ພະ  ແລ​້ວ​ກໍພາກັນ​ນັ່ງຟັ່ງ​ເທດ​ຟັງ​ທຳຕອບມູ້​ຕອບມອບ.  ເບິ່ງ​ຜູ້​ໃດ​ກໍ​ລະ​ມຸນ​ລະມ່ອມ​ໜ້າ​ຮັກ​ໜ້າ​ແພງ.  ສ່ວນພວກ​ເພິ່ນ,  ລາວ​ບຸ້ຍ​ສົບ​ໄປ​ຫາຄ້າຍ​ທະ​ຫານ​ ຝ່າຍ​ຂວາ​ແລ້ວ  ເວົ້າ​ຕໍ່​ວ່າ:  ບໍ່ຈັກ ​ກິນ​ເຫຼົ້​າ​ເມົາ​ສຸລາ, ສັບ​ເພ​ເຫ​ໂລ ຢອ​ກແສ້ພານສາວ ຕີ​ຫົວໝາ​ ດ່າແມ່​ເຈັກ  ໂ​ອຍ! ເວົ້າ​ຫຼາຍຮາກ ​ຊິ​ອອກ.   ລາວ​ຖົ່ມ​ນ້ຳ​ລາຍຈິດ! ຈິດ!  ສອງສາມ​ເທື່ອ​  ຈຶ່ງ​ເວົ້າ​ຕໍ່​ວ່າ: ເຮົາ​ເວົ້າແທ້​ໃດ໋ເຖົ້າ!  ບໍ່​ແມ່ນຍ້ອງ​ ຜູ້​ຖືກໃຈ​ແລ້ວ​ເວົ້າ​ຮ້າຍ​ໃຫ້​ຜູ້​ຕົນ​ບໍ່ຊອບດອກ​ເຖົ້າ​ເອີຍ!
  ພໍ່​ເຖົ້າ  ສີ​ດາ  ໄດ​້​ຍິນ​ແນ​ວນັ້ນ ກໍ​ເວົ້າ​ຂຶ້ນ​ທັນ​ທີ​ວ່າ:
 - ກໍ​ຍ້ອນ​ສາ​ເຫດນັ້​ນ​ລະ​ບໍ? ເຮັດ​ບຸນ​ຢູ່​ບ້ານ​ໃດ ເພິ່ນກໍໃສ່ສະ ຫຼາກ​ເຖິງກອງ​ພັນ​ທີ​ສອງ​ໂລດ ແລະ  ບຸນ​ປາງ​ໃດ​ຄັນ​ມີໜ້າກອງ ພັນ​ທີ​ສອງ​ຢູ່​ຫັ້ນ​ແລ້ວ  ບໍ່​ມີ​ເລື່ອງ ຂ້າ​ຕີ​ບີ​ໂບຍ​ກັນ​ເກີດ​ຂຶ້ນມ​ີ​ແຕ່ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ດີ.
  ພໍ່​ເຖົ້າ​ທັງ​ສາມ  ພາ​ກັນ​ຂີ່​ມ້າ ຍ່າງ​ໄປ​ໂດຍບໍ່​ໄດ້​ລົ​ມ​ກັນ​ຫຍັງ​ຕ່າງຝ່າຍ​ຕ່າງກໍລະ​ບາຍ​ຄວາມ​ຄິດ​ຂອງ​ຕົນໄປຕາມ​ຄວາມ​ລະ​ເມີ​ຂອງ​ຜູ້​ເຖົ້າ​ທີ່ຍາມ​ໃດ​ກໍ​ຢາກ​ເຫັນ​ບ້ານ​ເມືອງຢູ່​ເຢັນ​ເປັນ​ສຸກ​ໃຫ້​ລູກ​ຫຼານມີຄວາມ​ອີ່ມ​ໜຳ​ສຳ​ລານຍູ​ທ່າງທຳ​ບຸນ​ກິນ​ທານ​ໄປ​ຕາມ​ຮີດ​ສິບສອງ​ຄອງ​ສິບ​ສີ່​ຂອງ​ບ້ານ​ເມືອງ.   ມິດ​ງຽບ​ໄປ​ໄດ້​ໄລ​ຍະ​ໜຶ່ງ​ພໍ່​ເຖົ້າ   ສີ​ດາ  ຈຶ່ງອ​ວ່າຍ​ໜ້າ​ໄປ​ຫາ​ເພິ່ນຜູ້​ໝວດກອມຖື ໝວກ​ອີ່​ເກີ້ງ  ແລ້ວ​ເວົ້າ​ວ່າ:
- ເວົ້າ​ແລ້ວ​ຄື​ມີ​ແຕ່​ຍ້ອງ​ນໍເຖົ້າ?
- ຮ​ວ້າຍ ເຮັດ​ດີ​ກໍ​ຍ້ອງ​ລະ​ບໍ! ມັນ​ບໍ່​ແມ່ນ​ແຕ່​ເຮົາ​ນາ​ຍ້ອງ​ຮອດ ເຈົ້າ​ບ້ານ​ສະ​ພານ​ເມືອງ​ຍ້ອງ!
 - ບໍ່​ແມ່ນ​ເຫຼືອດ​ເຖືອດ​ແລ້ວ ແລ້ວ​ບໍ​ເຖົ້າ?
 - ບໍ່​ໄດ້​ເຫຼືອ​ເຖືອດ ເຫຼືອ​ຖຽດ ຫຍັງ​ດອກ.  ຫວ່າງ​ຫຼັງ​ນີ້​ຍາເຈົ້າ ເມືອງ ເມືອງ​ແປກ ເວົ້າ​ສູ່​ເຮົາຟັງ ວ່າ: ໂອ! ກອງ​ພັນ​ທີ​ສອງນີ້ດີແທ້​ໃດ໋​ຫວ່າງ​ພວກ​ເຂົາ​ຢາກຕັ້ງສຳ​ນັກ​ເຂົາ​ນັ້ນ   ໄດ້​ໄປ​ຂໍ​ໃບອະ​ນຸ​ຍາດ​ນຳ​ແຂວງ​ນຳ​ເມືອງ   ເພື່ອ ຕັດ​ໄມ້​ພວກ​ເຂົາ​ບໍ່​ຕັດ​ຊະ​ຕັດ ຊ​າຍ​ຄື​ພວກ​ເພິ່ນນັ້ນໃ​ດ໋, ພໍ່​ເຖົ້າ​ບຸ້ຍ​ສົບ​ໄປ​ທາງ​ຄ້າຍ​ທະຫານຂອງ​ ຝ່າຍ​ຂວາ ແລ້ວ​ເວົ້າ​ໄປ​ວ່າ: ເຮົາ​ເຊິ​ເຊື່ອ​ໝັ້ນ​ແລ້ວ​ວ່າ ບ້ານ​ເມືອງ​ຂອງ​ພວກ​ເຮົາ​ນີ້​ແມ່ນພວກ​ແນວ ລາວ​ຮັກ​ຊາດນີ້​ລະ​ຊິ​ຊ​ວ້ານ​ຊູ​ເອົາ  ​ຈຶ່ງຈະ​ໄດ້ເອ​ກະ​ລ​າດ    ປະ​ຊາ​ທິ​ປະ​ໄຕ  ນຳເພິ່ນ​ເຖົ້າ​ເອີ​ຍ!
  ພໍ່​ເຖົ້າ​ຄາບກອກ​ທີ່​ຖື​ໝວກ  ອີ່​ເກິ້ງ   ມິດ​ຢູ່​ຄາວ​ໜຶ່ງ​ແລ້ວ​ເວົ້າ ຕໍ່​ພໍ່​ເຖ​ົ້າ ສີ​ດາ ວ່າ:
 - ທັງ​ບ້ານ​ທັງ​ເມືອງ ໃຜ​ກໍຮັກ ກໍ​ແພງ​ແຕ່​ເພິ່ນ​ຜູ້​ຂະ​ໜານ​ນາມ ໂຕ​ເອງວ່າ ແມ່ນກອງ​ທັບ​ແຫ່ງ ຊາດນັ້ນ, ເອົາ​ຜູ້​ສາວ​ມາ​ລໍ້​ເອົາ ເງິນເອົາ​ຄຳ​ມາ​ແຈ້ງເອົາ​ຍົດ​ສັກ ມ​າ​ອອຍ​ກໍ​ບໍ່​ໄດ້​ເຂົາ  ແລ້ວ​ພັດ ເປັນ​ເດືອດ​ເປັນ​ແຄ້ນ​ເຕັ້ນ​ແຮ້ງ ເຕັ້ນ​ກາ ເຮັດ​ກໍ​ຢໍ​ກ້ອງ​ຢ້ອງ​ຂັດ ຂວາງ​ມ້າງ​ເພ​ເຖົ້າ​ເອີຍ!
 - ແມ່ນ​ແທ້​ໃດ໋ເຖົ້າ, ເພິ່ນຜູ້ ໜວດກອມ​ເວົ້າ​ຂຶ້ນ​ດ້ວຍ​ທ່າທີ ເອົາ​ຈິງ​ເອົາ​ຈັງ​ວ່າ: ຊາ​ເຮົາ​ໄດ້​ ຍິນ​ອີ່​ຕາ​ຈານ​ເກດ  ເວົ້າ​ນັ້ນເຮົາ ຢ້ານ​ເສິກນີ້ບໍ່​ແລ້ວດອກ​ເຖົ້າ​ເອີຍ!
- ຫຶ! ອ​ີ່​ຕາ ຈານ​ເກດ​ໃດ? ເພິ່ນ​ຜູ້​ຄາ​ກອກ​ຖາມ​ຂຶ້ນດ້ວຍ​ຄວາມ​ສົນ​ໃຈ.
- ອ່າວ! ອີ່​ຕາ ຈາ​ເກດ ກໍແມ່ນ​ກະ​ໂຕ​ຮ້ອຍ​ເອກ  ເກດ​ສະໜາ ນັ້ນ​ລະ​ບໍ! ແຕ່​ທາງນອກ​ຄົນມັກ​ເອີ້ນ​ວ່າ ຈານ​ເກດ ເຖົ້າ​ເອີຍ!
- ໂອ!  ອີ່​ຕາ   ເກດ​ສະ​ໜາ  ໜ້າ ມ​້າ​ໝາ​ນັ້ນ​ບໍ? ໂອຍ! ໃຜຊິບໍ່ຮູ້, ມັນ​ໄປ​ທາງ​ໃດ​ກໍ​ມີ​ແຕ່​ຈີບຜ້​ູ​ສາວ ກັບ​ໂຄ​ສະ​ນາ​ເຮັດ​ເສິກເຮົາໂລດ ​ຊັງນ້ຳ​ໜ້າ​ມັນ​ຈົນ​ບໍ່​ຢາກ​ເຫັນ ຮອດ​ໜ້າ.
  ພໍ່​ເຖົ້າ  ​ສີ​ດາ  ເຫັນ​ວ່າ​ການລົມ ກັນ​ລະ​ຫວ່າງ​ພໍ່​ເຖົ້າຄາບກອກກັບ​ພໍ່​ເຖົ້າ​ໜວດກອມຢາກເຫຼືອດ ​ເຖືອດ​ໄປ​ແລ​້ວ​ເລີຍ​ເວົ້າ​ວ່າ: 
- ລະ​ວັງ​ປາກ​ລະ​ວັງ​ຄຳ​ແດ່ເຖົ້າ​ເອ​ີຍ! ນຳ​ໝູ່ນີ້​ມີ​ແຕ່​ຄົນ​ຂອງພວກ​ມັນ​ໝົດ​ໃດ   ໝໍ​ເກດ  ໄດ້ຍິນພັດ​ຊິ​ເດືອດຮ້ອນຍ້ອນໃດ໋,   ນັ້ນເດ​ສຳ​ນັກ​ກອງ​ພັນ​ທີ​ສອງ  ກາດາຍ!
 ຢູ່​ທີ່​ຫ້ອງ​ຮັບ​ແຂກ​ຂອງກອງ ພັນ​ທີ​ສອງ, ສະ​ຫາຍ​ທ້າວ​ຕູ້, ສະ​ຫາຍ  ຈຳ​ນຽນ   ພ້ອ​ມ​ທັງ​ຄ​ະ​ນະ ກອ​ງ​ພັນ​ທີ​ສອງ​ສາມ​ສະຫາຍ ຕ້ອນ​ຮັບ​ພີ່ນ້ອງ​ລາວສູງ​ທີ່​ລົງມາ ຈາກ​ພູ​ແຄ ຊຶ່ງ​ລວມ​ມີ​ພໍ່​ເຖົ້າ​ລໍບີ ແມ່​ມູ​ຊວາ ແລະ ນາງ​ປາ. ພໍ່​ເຖົ້າ​ລໍບ​ີ ເປັນຄົນສູງໂຄ່ງເຄ່ງໜ້າດູກ ​ປ່ອຍ​ຜົມ​ລອດ​ອອກ​ຈາກໝວກ ວ່ອມ​ສີ​ດຳ​ມາ​ທາງ​ງ່ອນພໍເປັນ​ແສວ​ແວວ.   ຄາບກອກ​ກັ່ນ​ຍາວ​ເຮັດ​ຕາ​ຫິບ​ຮີຮິ່ນ​ຄວັນ​ຢາ​ອອກ​ຈາກ​ປາກຟັງ​ລົດ​ຊາດ​ຂອງ​ຢາ​ສູບ​ໃບ​ໜາປູກ​ທີ່​ແຄມຫ້ວຍ​ນ້ຳ​ຟ້າ​ພູ​ແຄ ຢູ່​ຢ່າງ​ສຳ​ລານ​ຄື​ຈັ່ງວ່າ ບໍ່​ຫວ່ງ​ເຫດ​ການ​ໃດ​ທັງ​ໝົດສ່ວນ​ ແມ​່ມູ​ຊວາ ເປັນ​ຄົນ​ສູງ​ໃຫຍ່​ເນື້ອ​ກາຍ​ສົມ​ບູນໃບໜ້າຍັງຂາວແດງ ຮອງໆ  ຢູ່​ຄືຜູ້​ສ​າວ​ແສງ​ຕາ​ໄວ​ປານ​ໄກ່​ປ່າ​ບະ! ແຕ່​ເພິ່ນ​ຍັງ​ສາວ​    ຄື​ຈະເປັນ​ປ້ອມສາຍຕາຂອງອ້າຍ ບ່າວ​ພຸດໂທ​ແລ້ວ.  ເພິ່ນ​ເອົາເຄືອ ​ກ້ວຍ​ມັນ​ສະ​ເພົາ  ແລະ ໝາກໄມ້້​ ອື່ນໆ  ອອກ​ຈາກ​ຕ່າງ​ມ້າ​ຂຶ້ນ​ມາ​ຢອງໄວ້​ເທິງ​ໂຕ​ະ​ຕໍ່​ໜ້າ​ສະ​ຫາຍ​ທ້າວ  ຕູ້  ແລະ  ອ​ວ່າຍ​ໜ້າ​ໄປງຶກ ​ຫົວ​ໃສ່​ພໍ່​ເຖົ້າ  ລໍ​ປີ  ພໍ່​ເຖົ້າ  ລໍ​ບີ ຊ້ຳ​ພັດ​ງຶກ​ຫົວ​ໃສ່​ນາງ  ປາ  ແລ້ວ ເວົ້າ​ວ່າ:
- ປາ! ຫຼານ​ເວົ້າ​ສາ! ຂ້ອຍ​ເວົ້າ ພວກ​ເພິ່ນ​ຊິບໍ່​ເຂົ້າ​ໃຈ.
 ນາງ ປາ ເປັນ​ສາວ​ຢູ່​ໃນ​ໄວ 18 ປີ ໃບ​ໜ້າ​ກົມ​ໜ່ວຍ​ໄຂ່ ຕາໃສ​ຄີງ ​ກົມ ສ່ວນ​ແພ​ຄຽນ​ຫົວ​ສີດອກ​ສະ​ມັ່ງ ເກີນ​ແມ່ນ​ຊາດ​ເຂົ້າ​ກັນ​ກັບ​ໃບ​ໜ້າ​ອັນ​ຂາວນວນ  ພໍເປັນ​ອຸ່ຍ​ຫຸ່ຍ​ຂອງ​ນາງ.  ນາງຍິ້ມຫົວ​ລຸກ​ຂຶ້ນ​ເປັນ​ສີ​ອາຍໆ  ຍ່າງຂຶ້ນ​ໜ້າ​ກ້າວ​ໜຶ່ງ  ກົ້ມ​ຫົວ​ລົງ​ດ້ວຍ​ທ່າ​ທີ​ສຸ​ພາບ   ແລ້ວ​ເວົ້າ​ດ້ວຍ​ສຽງ​ປາກ​ໄທ​ພວນ​ອັນ​ສົດ​ໃສວ່າ:
 - ນີ້!  ແມ່ນ​ຂອງ​ຕ້ອນ​ອັນ​ເລັກ ນ້ອຍ​  ຊຶ່ງ​ພີ່​ນ້ອງ​ລາວ​ສູງ​ພູ​ແຄ ຝາກ​ມາ​ຕ້ອນກອງ​ພັນ​ທີ​ສອງ, ບ້ານ​ຫ່າງ​ທ​າງ​ໄກ​ມາ​ຍາກ​ພວກ ເພິ່ນ​ເອົາ​ມາ​ຫຼາຍບໍ່​ໄດ້ຄັນ​ແມ່ນ ພວກ​ທ່ານ​ມີ​ເວ​ລາ​  ຈົ່ງ​ໄປ​ຢາມ ພວກ​ເຮົາ​ແດ່ໄປ​ທໍ່​ໃດ​ພວກ​ເຮົາ ກໍ​ລ້ຽງ​ໄດ້.
  ເວົ້າ​ສຸດ​ຄວາມນາງກົ້ມ​ຫົວ  ເອົາ​ແພ​ມົນ​ສີ​ຂ​າວ​ອັດ​ປາກ​ດ້ວຍ ​ຄວາມ​ອຽງ​ອາຍ ແລ້ວ​ຟ້າວກັບ​ຄືນ​ມາ​ນັ່ງ​ບ່ອນ​ເກົົ່າ, ແມ່​ມູ ຊວາ ຍິ້ມ​ຫົວ​ຫຼຽວ​ເບິ່ງ​ລູກ​ສາວ ດ້ວຍ​ຄວາມ​ພໍ​ໃຈ.  ສະ​ຫາຍ​ທ້າວ  ຕູ້ ອ​ວ່າຍ​ໜ້າ​ໄປ​ຫາ​ສະ​ຫາຍ  ຈຳ​ນຽນ ຊຶ່ງ​ເປັນ​ຄະ​ນະ​ກອງ​ພັນ​ຜູ້ ໜຸ່ມກວ່າ​ໝູ່​ໃນ​ທຳ​ນອງ​ເຕືອນ ວ່າ:  ເຊີນ​ສະ​ຫາຍ​ລຸກ​ຂຶ້ນ​ເວົ້າ ຕອບ. ສະ​ຫາຍ ຈຳ​ນຽນ ຕາງ ໜ້າ​ອ້າຍ​ເອື້ອຍ​ນ້ອງ​ທັງ​ໝົດ​ໃນ ກອງ​ພັນ​ສະ​ແດງ​ຄວາມ​ກະ​ຕັນ ຍູ​ກະ​ຕະ​ເວ​ທີ​ຕໍ່​ພີ່​ນ້ອງ​ລາວ​ສູງ ພູ​ແຄ ພ້ອມ​ກັນ​ກໍ​ສະ​ແດງ​ຄວາມ ຂອບ​ໃຈ​ຕໍ່​ພໍ່ ລໍ​ບີ, ແມ່​ ມູ​ຊວາ ແລະ  ນາງ  ປາ  ທີ່​ໄດ້​ອົດ​ເສຍ​ສະ​ຫຼະ​ເວ​ລາ​ອັນ​ມີ​ຄ່າ​ມາ​ຢ້ຽມ​ຢາມກອງ​ພັນ​ທີ​ສອງ   ແລະ   ໃຫ້​ຄຳ​ໝັ້ນ​ສັນ​ຍາວ່າ  ອ້າຍ​ເອື້ອຍ​ນ້ອງ​ພາຍ​ໃນ​ກອງ​ພັນ​ທຸກ​ຄົນ​ຈະເຊີດ​ຊ​ູ​ຄວາມມ​ີ​ສະ​ຕິ​ລະ​ວັງ ຕົວກຽມ​ພ້ອມ​ຢູ່​ທຸກ​ເວ​ລາ  ເພື່ອ ເຮັດ​ຫຼ້ອນ​ໜ້າ​ທີ່  ຊ​ຶ່ງ​ຊາດ  ແລະ ປະ​ຊາຊົນໄດ້​​ມອບ​ໝາຍ​ໃຫ້ສົມ​ ກັບ​​ເປັນລູກ​ຮັກ​ຫຼານ​ແພງ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ. ສະ ຫາຍ  ຈຳນຽນ  ເວົ້າດ້ວຍສຽງ ປາກ​ອັນ​ເສາະ​ໃສ​ຂອງ​ລູກ​ຊາຍ ລາວ​ໃຕ້, ພໍ​ສະ​ຫາຍ  ຈຳ​ນຽ​ນ​ ເວົ້າ​ສຸດ   ສະ​ຫາ​ຍ  ທ້າວ  ຕູ້  ກໍ​ ຖາມ​ດ້ວຍ​ພາສາ​ລາ​ວ​ສູງ ວ່າ: 
- ສ່ຽວ ລໍ​ບີ ແລະ ແມ່​ ມູ​ຊວ​າ ເຂົ້າ​ໃຈ​ຄຳ​ເວົ້າ​ຂອງ​ເພິ່ນ​ຕິ? ພໍ່​ເຖົ້າ ລໍ​ບີ ມືນ​ຕາ​ຂຶ້ນ​ເຕັມ​ວົງ​ຈັບ​ກອກ​ອອກ​ຈາກປາກ ແລ້ວ​ເວົ້າ​ດ້ວຍ​ພາ​ສາ​ລາວ​ສູງວ່າ:
- ບໍ່​ຮູ້​ຄວ​າມ​ເວົ້າ​ຄັກ​ປານ​ໃດ ແຕ່​ເຂົ້າ​ໃຈ​ຢູ່​ນີ້!  ພໍ່​ເຖົ້າ  ລໍ​ບີ ຊີ້ໃສ່ໜ້າ​ເອິກ​ຂອງ​ຕົນ​ແລ້ວ​ເວົ້າ​ຕໍ່,  ພວກ​ທ່ານ​ຢ່າ​ລືມ​ຕອນ​ດິນ​ບ່ອນຕົນ​ເຄີຍ​ຢູ່​ຢ່າ​ລືມ​ອູ່​ບ່ອນ​ຕົນ​ເຄີຍນອນມິດ​ຢູ່​ຄາວ​ໜຶ່ງ  ພໍ່​ເຖົ້າ  ລໍ​ບີ  ຈຶ່ງ​ສັກ​ສາຍ​ຕາ​ໃສ່​ສະ ຫາຍ​ທ້າວ ຕ​ູ້ ແລ້ວ​ວ່າ: ຄື​ໄດ້​ຍິນ​ຂ່າວ​ເປົົ່າ​ປີວ​ໄປ​ຮອດ​ບ້ານ​ພວກ ເຮົາ​ພຸ້ນ​ວ່າ  ພວກ​ທ່ານ​ຍັງ​ຈະ​ຮັບເອົາ​ແພ​ສີ​ເຫຼື້ອມ​ຄື​ກັບ​ຕີນ​ສິ້ນ​ຜູ້ສາວ​ໄທ​ພວນ​ມາ​ຕິດ​ໃສ່​ບ່າ​ຊັ້ນ​ບໍ?
ສະ​ຫາຍ ທ້າວ ຕູ້ ຍິ້ມ​ຫົວ ແລ້ວ ຖາມ​ດ້ວຍ​ສີ​ໜ້າຍິ້ມ​ແຍ້ມ ວ່າ:
- ສ່ຽວ ເຫັນ​ດີ​ໃຫ້​ພວກ​ເຮົາ ຮັບ​ເອົາ​ບໍ?
 (ອ່ານ​ຕໍ່​ສະ​ບັບ​ໜ້າ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 021336111, ແຟັກ: 021336113,ອີເມວ: pasaxonit@gmail.com, ຕູ້ ປ.ນ 1110