Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
(ເນື່ອງໃນໂອກາດວັນຊາດນ໋ອກແວ 17/5/1814-17/5/2020)
ປະເທດນ໋ອກແວ ມີຊື່ທາງ ການວ່າ: ຣາຊະອານາຈັກນ໋ອກ ແວ, ຕັ້ງຢູ່ເອີຣົບເໜືອໃນເຂດ ແຫຼມສະແກນດີນາວຽນ ທີ່ມີ ເນື້ອທີ່ທັງໝົດ 385.252 ກິໂລ ແມັດມົນທົນ. ມີພົນລະເມືອງທັງໝົດປະມານ 5.233.000 ຄົນ, ນະຄອນຫຼວງແມ່ນ ອົດສະໂລ. ມີຊາຍແດນສ່ວນທີ່ ຕິດກັບຊູແອດ ແລະ ຟິນແລນ ຍາວ 2.542 ກິໂລແມັດ ແລະ ມີຊາຍແດນສັ້ນໆຕິດກັບຣັດເຊຍ ທາງທິດຕາເວັນອອກ, ທາງ ທິດຕາເວັນຕົກ ແລະ ທິດໃຕ້ ຕິດກັບທະເລນໍເວຈ້ຽນ, ທະ ເລເໜືອ ແລະ ສະກາເກຣາກ (Skagerak) ທາງທິດເໜືອຕິດຕໍ່ກັບທະເລແບເຣນ. ມີພູນ້ຳກ້ອນປົກຄຸມຫຼາຍກ່ວາເຄິ່ງປະເທດ ໂດຍສະເພາະພື້ນທີ່ສູງ ແລະ ພູສູງ ຈະມີນ້ຳກ້ອນປົກຄຸມຕະຫຼອດປີ, ພື້ນທີ່ຫຼາຍແຫ່ງມີພູສະຫຼັບສັບຊ້ອນ, ບໍລິເວນແຄມຝັ່ງອາກາດເຢັນສະບາຍ ດ້ວຍອິດທິພົນຂອງກະແສນ້ຳອຸ່ນແອດແລນຕິກເໜືອລະດູຮ້ອນກໍມີອາກາດເຢັນ, ຝົນຕົກຕະຫຼອດປີ ໃນບໍລິເວນແຄມຝັ່ງຕາເວັນຕົກ.
ສປປ ລາວ ແລະ ຣາຊະອານາຈັກນອກແວ ສ້າງຕັ້ງສາຍພົວພັນທາງການທູດນຳກັນໃນວັນທີ 12/11/1991. ໃນໄລຍະທີ່ຜ່ານມາ ສອງປະ ເທດໄດ້ມີການພົວພັນທີ່ດີຕໍ່ກັນຕະຫຼອດມາ ຊຶ່ງໃນວັນທີ 29 ມີນາ 2019, ທີ່ໂຮງແຮມລາວພລາຊາ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ດັກອິນອຸນສະເຕນ (Dag-Inge Ulstein), ລັດຖະມົນຕີວຽກງານພັດທະນາສາກົນ, ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກນ໋ອກແວ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ການພົບປະດັ່ງກ່າວ ໄດ້ດຳເນີນໄປຢ່າງສ້າງສັນ ແລະ ກົງໄປກົງມາ ຊຶ່ງທ່ານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ກ່າວຕ້ອນ ຮັບ ແລະ ຕີລາຄາສູງຕໍ່ກັບການ ຮ່ວມມືຊ່ວຍເຫຼືອຂອງລັດຖະ ບານ ແລະ ປະຊາຊົນນ໋ອກແວ ໃຫ້ແກ່ ສປປ ລາວ ທັງໃນຂອບ ສອງຝ່າຍ ແລະ ຫຼາຍຝ່າຍໃນໄລຍະຜ່ານມາ ຈົນເຖິງປັດຈຸ ບັນເຊັ່ນ: ໂຄງການໄຟຟ້ານ້ຳຕົກ, ກົດໝາຍ, ການສຶກ ສາ, ສາທາລະນະສຸກຂັ້ນພື້ນ ຖານ, ການຄຸ້ມຄອງຊັບພະຍາ ກອນທຳມະຊາດ ແລະ ສິ່ງ ແວດ ລ້ອມ, ການພັດທະນາຊັບ ພະຍາກອນມະນຸດ ແລະ ການສະໜັບສະໜູນພາກລັດ ໂດຍສະເພາະ ແມ່ນການໃຫ້ຄວາມຊ່ວຍເຫຼືອໃນການເກັບກູ້ລະ ເບີດບໍ່ທັນແຕກທີ່ຍັງຢັ່ງຢາຍຢູ່ທົ່ວທຸກພາກຂອງ ສປປ ລາວ, ລວມມູນຄ່າ 26 ລ້ານໂດລາ ໃນໄລຍະປີ 2008-2013. ໃນໄລຍະປີ 2014-2016, ນ໋ອກແວ ໄດ້ໃຫ້ ການຊ່ວຍເຫຼືອເພື່ອມະນຸດສະທຳສາກົນ ໃນການເກັບກູ້ລະເບີດບໍ່ທັນແຕກໃນມູນຄ່າ 1,4 ລ້ານໂດລາ ແລະ ໃນໄລຍະປີ 2018-2020 ໃນມູນຄ່າ 4 ແສນໂດລາ ຢູ່ໃນແຂວງຈຸດສຸມຄື: ແຂວງຫຼວງພະບາງ ແລະ ແຂວງຊຽງຂວາງ.
ໃນໂອກາດເດີນທາງມາ ຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ທ່ານ ດັກອິນ ອຸນສະເຕນ ແລະ ຄະນະຍັງໄດ້ໄປຢ້ຽມຢາມໂຄງ ການຮ່ວມມືດ້ານການຜະລິດ ອົງຄະທຽມ ແລະ ເຄື່ອງຄ້ຳຊູ (ອົງຄະທຽມ), ທີ່ນະຄອນຫຼວງວຽງຈັນ ເພື່ອປຶກສາຫາລືກ່ຽວກັບໂຄງການເກັບກູ້ລະເບີດບໍ່ທັນແຕກ ແລະ ການຊ່ວຍເຫຼືອຕ່າງໆທີ່ໂຄງການມີຄວາມຈຳເປັນ ຊຶ່ງເປັນໂຄງການທີ່ນ໋ອກແວ ໃຫ້ການຊ່ວຍເຫຼືອໃນປັດຈຸບັນ. ນອກຈາກນັ້ນ, ຄະນະຜູ້ແທນ ຍັງໄດ້ເຮັດວຽກຮ່ວມກັບອົງການຊ່ວຍເຫຼືອຂອງປະຊາຊົນນ໋ອກແວ (NPA) ປະຈຳ ສປປ ລາວ ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວທີ່ສຳ ຄັນຕ່າງໆ ໃນນະຄອນຫຼວງວຽງຈັນ.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com