Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ງານແຂ່ງຂັນສຽງແຄນເຊື້ອ ຊາດລາວກັບຮຸ່ນສືບທອດ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນຮອບຄັດເລືອກເທື່ອທີ 2 ໄດ້ຈັດຂຶ້ນໃນວັນທີ 15 ພຶດ ສະພາຜ່ານມາ ທີ່ໂທລະພາບແຫ່ງຊາດລາວ ໂດຍມີກຳມະການຕັດສິນ ພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງ ຂັນເຂົ້າຮ່ວມ.
ການຈັດງານແຂ່ງຂັນສຽງແຄນໃນຄັ້ງນີ້ເປັນຮອບຄັດເລືອກ ເທື່ອທີ 2 ທີ່ຕໍ່ເນື່ອງມາຈາກການແຂ່ງຂັນໃນຮອບຄັດເລືອກເທື່ອທີ 1 ທີ່ໄດ້ຈັດຂຶ້ນ ໃນ ວັນທີ 11 ມີນາຜ່ານມາ, ໃນການແຂ່ງຂັນຮອບຜ່ານມາ ມີຜູ້ເຂົ້າແຂ່ງ ຂັນທັງໝົດ 56 ຄົນ ປະກອບມີ 2 ຮຸ່ນອາຍຸ ຄື: ຮຸ່ນອາຍຸ 7-14 ປີ ແລະ ຮຸ່ນອາຍຸ 15-18 ປີ ທັງເພດຊາຍ-ຍິງ ຜົນການແຂ່ງຂັນ ແມ່ນຄັດເລືອກໄດ້ທັງໝົດ 37 ຄົນ,ໃນນັ້ນແຍກອອກເປັນ 4 ປະເພດຄື: ປະເພດຊາຍ ຮຸ່ນອາຍຸ 7-14 ປີ ແມ່ນຄັດເລືອກໄດ້ຈໍານວນ 8 ຄົນ, ປະເພດຍິງ ຮຸ່ນອາຍຸ 7 - 14 ປີ ແມ່ນຄັດເລືອກໄດ້ 7 ຄົນ, ປະເພດ ຊາຍຮຸ່ນອາຍຸ 15 - 18 ປີ ຄັດເລືອກ ໄດ້ຈໍານວນ 15 ຄົນ ແລະ ປະເພດຍິງຮຸ່ນ ອາຍຸ 15 - 18 ປີ ແມ່ນ ຄັດເລືອກໄດ້ 7 ຄົນ, ຈໍານວນທີ່ຄັດເລືອກໄດ້ຢູ່ໃນ 4 ປະເພດ ຈະໄດ້ເຂົ້າແຂ່ງຂັນໃນຮອບຄັດເລືອກເທື່ອທີ 2 ຕໍ່ໄປ ແລະ ຈະໄດ້ເລືອກເອົາຈໍານວນ 6 ຄົນ ຢູ່ໃນແຕ່ລະປະເພດ. ການແຂ່ງ ຂັນສຽງແຄນ ໃນຮອບຄັດເລືອກເທື່ອທີ 1 ຜ່ານມາ ແມ່ນໄດ້ຜະລິດເປັນລາຍ ການອອກອາກາດ ທາງໂທລະ ພາບແຫ່ງຊາດລາວ ຊ່ອງ ທຊລ 1 ຊຶ່ງໄດ້ອອກອາກາດທຸກໆວັນອາທິດ ເວລາ 8:45 ໂມງ ແລະ 16:10 ໂມງ, ການແຂ່ງຂັນຮອບຄັດເລືອກເທື່ອທີ 2 ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ໃນການແຂ່ງຂັນໃນຮອບຄັດເລືອກເທື່ອທີ 2ແມ່ນຈະໄດ້ແຂ່ງຂັນ ແຕ່ 2 ປະເພດກ່ອນ ຄື: ປະເພດຊາຍ ຮຸ່ນອາຍຸ 15-18 ປີ ມີຈໍານວນ 15 ຄົນ ແລະ ປະເພດຍິງ ຮຸ່ນອາຍຸ 15 - 18 ປີ ມີຈໍານວນ 7 ຄົນ, ສໍາລັບອີກ 2 ປະ ເພດ ທີ່ຍັງເຫຼືອ ຄື ປະເພດຊາຍຮຸ່ນອາຍຸ 7-14 ປີ ແລະ ປະເພດຍິງຮຸ່ນອາຍຸ 7-14 ປີ ແມ່ນຈະໄດ້ໄປແຂ່ງຂັນໃນຕໍ່ໜ້າ, ຫຼັງຈາກແຂ່ງຂັນຮອບຄັດເລືອກ ເທື່ອທີ 2 ແລ້ວ ຍັງຈະໄດ້ຈັດງານແຂ່ງຂັນຮອບຄັດເລືອກເທື່ອ ທີ 3 ຕື່ມອີກ ເພື່ອຄັດເລືອກເອົາປະ ເພດລະ 4 ຄົນ ຊຶ່ງຕາມແຜນການແມ່ນຈະຈັດຂຶ້ນໃນວັນທີ 16 ກໍລະ ກົດ 2020 ແລ້ວຈຶ່ງໄປຮອບຊີງຊະ ນະເລີດ ໃນວັນທີ 22 ພະຈິກ 2020. ກະຕິກາການແຂ່ງຂັນສຽງແຄນໃນຮອບຄັດເລືອກເທື່ອທີ 2, ສໍາລັບຮຸ່ນອາຍຸ 15 - 18 ປີ ທັງ ເພດຊາຍ- ຍິງ ແມ່ນຈະຕ້ອງເປົ່າແຄນໃຫ້ຄົບ 5 ລາຍຄື: ສຸດສະແນນ, ລາຍລ່ອງຂອງ, ເຕີ້ຍກ້ຽວ, ຈໍາປາເມືອງລາວ ແລະ ເປົ່າລາຍທ້ອງຖິ່ນຕາມ ໃຈການເປົ່າຕ້ອງເປົ່າໃຫ້ຄົບຖ້ວນຕາມລາຍແຄນທີ່ໄດ້ກໍານົດ, ຕ້ອງເປົ່າໃຫ້ຖືກລາຍເດີມ, ລາຍແຄນຕ້ອງ ຈະແຈ້ງຊັດເຈນດີ, ມ່ວນ ແລະ ຖືກຈັງ ຫວະ. ນອກຈາກນັ້ນ, ການແຕ່ງໂຕຂອງຜູ້ເຂົ້າແຂ່ງຂັນກໍຕ້ອງໃຫ້ສຸພາບຮຽບຮ້ອຍຖືກຕາມປະເພນີລາວເຮົາ, ນອກຈາກການເປົ່າແຄນແລ້ວ ຍັງຈະໄດ້ຕອບຄໍາຖາມສໍາພາດຂອງພິທີກອນຢູ່ເທິງເວທີ ແລະ ຄະນະກໍາມະການກໍຈະໄດ້ປະກອບຄໍາຄິດຄໍາເຫັນໃຫ້ກັບຜູ້ທີ່ເຂົ້າແຂ່ງຂັນ.
ການຈັດການແຂ່ງຂັນດັ່ງກ່າວເພື່ອເປັນການຊຸກຍູ້ປຸກລະດົມຂະ ບວນການສ້າງຜົນງານຂ່ໍານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ ລາວ, ວັນສ້າງຕັ້ງພັກປະ ຊາຊົນ ປະຕິວັດລາວ ຄົບຮອບ 65 ປີ, ວັນສ້າງຕັ້ງສື່ມວນຊົນລາວ ແລະ ພິມຈໍາໜ່າຍ ຄົບຮອບ 70 ປີ, ວັນສ້າງຕັ້ງ ສປປ ລາວ ຄົບຮອບ 45 ປີ ແລະ ວັນເກີດປະທານ ໄກສອນ ພົມ ວິຫານ ຄົບຮອບ 100 ປີ ໃຫ້ເຕັມໄປ ດ້ວຍບັນຍາກາດຟົດຟື້ນ ແລະ ມ່ວນ ຊື່ນ ເພື່ອສືບຕໍ່ເສີມຂະຫຍາຍຜົນສໍາເລັດທີ່ສຽງແຄນລາວໄດ້ຖືກຮັບຮອງຈາກອົງການອຸຍແນັສໂກໃຫ້ ເປັນມໍລະດົກໂລກທາງດ້ານນາມມະທໍາ ແລະ ເປັນການປຸກລະດົມກໍາລັງໃຈຂອງຂະບວນການສິລະປະວັດທະນະທໍາແຄນລາວ ເພື່ອພ້ອມກັນອະ ນຸລັກຮັກສາ ແລະ ສົ່ງເສີມໃຫ້ຮຸ່ນເຍົາວະຊົນ, ຊາວໜຸ່ມຄົນຮຸ່ນໃໝ່ໄດ້ສືບສານເສີມຂະຫຍາຍມູນມໍລະດົກແຄນລາວ, ປົກປັກຮັກສາ ແລະ ເສີມ ຂະຫຍາຍສຽງແຄນເຊື້ອຊາດລາວ ມໍ ລະດົກໂລກໃຫ້ຍືນຍົງຢູ່ກັບຄົນລາວ ແລະ ຊາດລາວຕະຫຼອດໄປ. ເພື່ອກະຕຸ້ນ, ຊຸກຍູ້, ສົ່ງເສີມ ແລະ ເປີດໂອ ກາດໃຫ້ເຍົາວະຊົນ ແລະ ຊາວໜຸ່ມ ໂຮງຮຽນປະຖົມ, ມັດທະຍົມໃນ 9 ຕົວເມືອງ ພາຍໃນນະຄອນຫຼວງວຽງຈັນ ໄດ້ສະແດງຄວາມສາມາດໃນການຫຼິ້ນດົນຕີພື້ນເມືອງລາວ ໂດຍສະເພາະແມ່ນການເປົ່າແຄນຜ່ານທາງລາຍການໂທລະພາບ ເພື່ອປູກຈິດສໍານຶກໃຫ້ເຍົາວະຊົນ, ຊາວໜຸ່ມ ກໍຄືຄົນຮຸ່ນໃໝ່ໄດ້ມີສ່ວນຮ່ວມໃນການປົກປັກຮັກສາຄຸນຄ່າຂອງສຽງແຄນລາວ ເຊື້ອຊາດລາວ ເພື່ອສ້າງຂະບວນການສະເຫຼີມສະຫຼອງໃຫ້ແກ່ວັນສໍາຄັນປະຫວັດສາດຂອງຊາດ ທີ່ໄດ້ກ່າວມາຂ້າງເທິງ ໂດຍສະ ເພາະແມ່ນວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ໃນທ້າຍປີ 2020 ນີ້ ໃຫ້ມີຄວາມໝາຍຄວາມສໍາຄັນ ແລະ ເປັນຂະ ບວນການຟົດຟື້ນ. (ຂ່າວ: ສຳນານ)
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
12/08/2020 11:39:01
05/02/2020 09:09:59
28/01/2020 09:23:24
13/08/2020 09:12:59
18/02/2020 17:36:57
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com