Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນພິທີເປີດກອງປະຊຸມອະນາໄມໂລກຄັ້ງທີ 73 ທາງວີດີໂອ, ໃນວັນທີ 19 ພຶດສະພານີ້, ທ່ານ ສີຈິ້ນຜິງ ປະທານປະເທດ ສປ ຈີນ ກ່າວວ່າ: ກອງປະຊຸມອະນາໄມໂລກຄັ້ງນີ້ ຈັດຂຶ້ນໃນຈຸດເວລາສຳຄັນທີ່ມວນມະນຸດພວມຕ້ານກັບພະຍາດໂຄວິດ-19, ຈຶ່ງມີຄວາມໝາຍສຳຄັນຢ່າງຍິ່ງ. ມວນມະນຸດພວມປະເຊີນໜ້າກັບເຫດການສຸກເສີນດ້ານສາທາລະນະສຸກຂອງໂລກທີ່ຮ້າຍແຮງທີ່ສຸດນັບຕັ້ງແຕ່ສົງຄາມໂລກຄັ້ງທີ 2 ສິ້ນສຸດລົງເປັນຕົ້ນມາ. ການແຜ່ລະບາດຂອງພະຍາດ ໂຄວິດ-19 ເກີດຂຶ້ນຢ່າງກະທັນຫັນ, ປັດຈຸບັນ ໄດ້ກະທົບເຖິງ 210 ກວ່າປະເທດ ແລະ ເຂດແຄວ້ນ, ສົ່ງຜົນກະທົບເຖິງປະຊາຊົນ 7 ຕື້ກວ່າຄົນ, ເຮັດໃຫ້ມີຜູ້ເສຍຊີວິດ 3 ແສນກວ່າຄົນ. ຂະນະດຽວກັນ, ທ່ານ ສີຈິ້ນຜິງ ໄດ້ສະແດງຄວາມໄວ້ອາໄລເຖິງຜູ້ປະສົບເຄາະຮ້າຍ ແລະ ສະແດງຄວາມເຫັນໃຈມາຍັງຄອບຄົວຂອງເຂົາເຈົ້າ.
ປະຫວັດສາດແຫ່ງອະລິຍະທຳຂອງມະນຸດ ແມ່ນປະຫວັດສາດທີ່ຕໍ່ສູ້ກັບພະຍາດ ແລະ ໄພພິບັດ. ເຊື້ອພະຍາດບໍ່ມີພົມແດນ, ພະຍາດບໍ່ໄດ້ຈຳແນກເຊື້ອຊາດ. ເມື່ອປະເຊີນໜ້າກັບພະຍາດໂຄວິດ-19 ທີ່ແຜ່ລະບາດຢ່າງຮຸນແຮງ, ປະຊາຄົມໂລກບໍ່ໄດ້ທໍ້ຖອຍ, ປະຊາຊົນບັນດາປະເທດໄດ້ຕໍ່ສູ້ຢ່າງກ້າຫານ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ຮ່ວມແຮງຮ່ວມໃຈກັນ ຜ່ານຜ່າຄວາມຫຍຸ້ງຍາກ ຊຶ່ງສະແດງໃຫ້ເຫັນເຖິງຄວາມຮັກຄວາມມີເມດຕາຂອງມວນມະນຸດ ທີ່ໄດ້ເຕົ້າໂຮມກຳລັງແຮງທີ່ເຂັ້ມແຂງ, ໃຫຍ່ຫຼວງໃນການຕ້ານກັບພະຍາດ.
ຕາມແຫຼ່ງຂ່າວຊີອາໄອ, ໂດຍຜ່ານຄວາມພະຍາຍາມຢ່າງລຳບາກ ແລະ ເສຍຄ່າຕອບແທນຢ່າງມະຫາສານ, ຈີນ ໄດ້ປ່ຽນແປງສະພາບການແຜ່ລະບາດຂອງພະຍາດຢ່າງແຂງແຮງ ແລະ ໄດ້ປົກປ້ອງຄວາມປອດໄພດ້ານຊີວິດ ແລະ ສຸຂະພາບຮ່າງກາຍຂອງປະຊາຊົນ. ຈີນ ໄດ້ມີທ່າທີເປີດເຜີຍ, ໂປ່ງໃສ ແລະ ຮັບຜິດຊອບຢ່າງສະເໝີຕົ້ນສະເໝີປາຍ, ໄດ້ແຈ້ງຂໍ້ມູນກ່ຽວກັບພະຍາດໃຫ້ອົງການອະນາໄມໂລກ ແລະ ປະເທດທີ່ກ່ຽວຂ້ອງຢ່າງທັນເວລາ, ໄດ້ປະກາດລຳດັບແຊນເຊື້ອພະຍາດ ແລະ ຂໍ້ມູນອື່ນໆຢ່າງວ່ອງໄວທັນເວລາ, ໄດ້ແບ່ງປັນບົດຮຽນປ້ອງກັນ ແລະ ຄວບຄຸມພະຍາດ, ຊ່ວຍເຫຼືອ ແລະ ປິ່ນປົວຄົນເຈັບໃຫ້ກັບບັນດາຝ່າຍຢ່າງບໍ່ເຫັນແກ່ຕົວ, ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງຫຼວງຫຼາຍແກ່ປະເທດທີ່ມີຄວາມຕ້ອງການຕາມຄວາມສາມາດຂອງຕົນ.
ທ່ານ ສີຈິ້ນຜິງ ກ່າວວ່າ: ປັດຈຸບັນ, ພະຍາດຍັງພວມແຜ່ລະບາດ ຊຶ່ງຕ້ອງສຸມທຸກຄວາມພະຍາຍາມໃນການປ້ອງກັນ ແລະ ຄວບຄຸມພະຍາດ ໂດຍມີຂໍ້ສະເໜີດັ່ງນີ້: ໜຶ່ງ, ຄວນພະຍາຍາມຢ່າງສຸດຂີດໃນການດຳເນີນການປ້ອງກັນ ແລະ ຄວບຄຸມພະຍາດ. ນີ້ແມ່ນວຽກງານອັນຮີບດ່ວນທີ່ສຸດໃນປັດຈຸບັນ. ພວກເຮົາຕ້ອງຢຶດໝັ້ນການຖືເອົາປະຊາຊົນເປັນຫຼັກ ແລະ ຖືເອົາຊີວິດເປັນສິ່ງສຳຄັນກວ່າໝູ່, ຈັດສັນພະນັກງານແພດໝໍ ແລະ ອຸປະກອນທີ່ສຳຄັນຕາມຫຼັກວິທະຍາສາດ, ໃຊ້ມາດຕະການທີ່ເຂັ້ມແຂງໃນຂົງເຂດວຽກງານທີ່ສຳຄັນເຊັ່ນ: ປ້ອງກັນ, ກັກບໍລິເວນ, ກວດຫາເຊື້ອພະຍາດ, ປິ່ນປົວ ແລະ ຕິດຕາມເປັນຕົ້ນ, ສະກັດກັ້ນການແຜ່ລະບາດຂອງພະຍາດໃນຂອບເຂດທົ່ວໂລກໂດຍໄວ, ພະຍາຍາມຢ່າງສຸດຂີດເພື່ອປ້ອງກັນບໍ່ໃຫ້ພະຍາດແຜ່ລະບາດຂ້າມປະເທດ. ຕ້ອງເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນ ແລະ ວິທີການທີ່ມີປະສິດທິຜົນ, ດຳເນີນການຮ່ວມມືສາກົນໃນດ້ານວິທີການກວດຫາເຊື້ອພະຍາດ, ການປິ່ນປົວຄົນເຈັບ ແລະ ການຄົ້ນຄວ້າຢາວັກຊິນ, ທັງສືບຕໍ່ສະໜັບສະໜູນນັກວິທະຍາສາດຂອງປະເທດຕ່າງໆ ໃຫ້ດຳເນີນການຄົ້ນຄວ້າວິທະຍາສາດທົ່ວໂລກ ກ່ຽວກັບແຫຼ່ງກຳເນີດຂອງເຊື້ອພະຍາດ ແລະຊ່ອງທາງການແຜ່ລະບາດ. ສອງ, ເສີມຂະຫຍາຍບົດບາດນຳພາຂອງອົງການອະນາໄມໂລກ. ພາຍໃຕ້ການນຳພາຂອງທ່ານ ເທໂດຣສ ອາດານອມ ເກເບຣຊຸສ ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ ທີ່ໄດ້ປະກອບສ່ວນອັນສຳຄັນໃນການນຳພາ ແລະ ຊຸກຍູ້ການຮ່ວມມືສາກົນ ເພື່ອຕ້ານກັບພະຍາດ, ປະຊາຄົມໂລກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສູງຕໍ່ເລື່ອງນີ້. ປັດຈຸບັນ, ການຕ້ານກັບພະຍາດຂອງໂລກພວມຢູ່ໃນໄລຍະທີ່ສຳຄັນ, ການສະໜັບສະໜູນອົງການອະນາໄມໂລກ ກໍແມ່ນການສະໜັບສະໜູນການຮ່ວມມືສາກົນ ເພື່ອຕ້ານກັບພະຍາດ ແລະ ສະໜັບະສະໜູນການກອບກູ້ຊີວິດ. ຈີນ ຮຽກຮ້ອງໃຫ້ປະຊາຄົມໂລກ ເພີ່ມທະວີການສະໜັບສະໜູນດ້ານການເມືອງ ແລະ ໃຫ້ເງິນອຸດໜູນແກ່ອົງການອະນາໄມໂລກ, ຈັດສັນຊັບພະຍາກອນທົ່ວໂລກ ເພື່ອເອົາຊະນະໃນບັ້ນຕ້ານກັບພະຍາດ. ສາມ, ເພີ່ມທະວີການສະໜັບສະໜູນປະເທດອາຟຣິກາ. ປະເທດພວມພັດທະນາ ໂດຍສະເພາະແມ່ນປະເທດອາຟຣິກາ ທີ່ມີລະບົບສາທາລະນະສຸກທີ່ຍັງບໍ່ທັນເຂັ້ມແຂງ, ຊ່ວຍເຫຼືອເຂົາເຈົ້າເພື່ອສ້າງແນວປ້ອງກັນທີ່ເຂັ້ມແຂງ ຊຶ່ງແມ່ນສິ່ງສຳຄັນທີ່ສຸດໃນການຕ້ານກັບພະຍາດຂອງໂລກ. ພວກເຮົາຄວນຊ່ວຍເຫຼືອອຸປະກອນ, ເຕັກນິກ ແລະ ກຳລັງຄົນຫຼາຍກວ່າເກົ່າໃຫ້ແກ່ປະເທດອາຟຣິກາ. ຈີນ ໄດ້ຊ່ວຍເຫຼືອອຸປະກອນການແພດຢ່າງຫຼວງຫຼາຍ ແລະ ໄດ້ສົ່ງໜ່ວຍຜູ້ຊ່ຽວຊານແພດໝໍສະເພາະກິດ 5 ໜ່ວຍໃຫ້ແກ່ 50 ກວ່າປະເທດອາຟຣິກາ ແລະ ສະຫະພາບອາຟຣິກາ. ໃນ 70 ປີຜ່ານມາ, ໜ່ວຍແພດຈີນ ສົ່ງໄປອາຟຣິກາ ໄດ້ໃຫ້ການບໍລິການດ້ານການແພດແກ່ປະຊາຊົນອາຟຣິກາ 200 ລ້ານກວ່າເທື່ອຄົນ. ປັດຈຸບັນ, ໜ່ວຍແພດຈີນ 46 ໜ່ວຍ ທີ່ປະຈຳຢູ່ ອາຟຣິກາ ພວມເຂົ້າຮ່ວມການຕ້ານກັບພະຍາດຢູ່ ອາຟຣິກາ. ສີ່, ເພີ່ມທະວີການບໍລິຫານດ້ານສາທາລະນະສຸກຂອງໂລກ. ມະນຸດຍ່ອມຈະສາມາດເອົາຊະນະພະຍາດໃນທີ່ສຸດ, ແຕ່ເຫດການສຸກເສີນດ້ານສາທາລະນະສຸກທີ່ໜັກໜ່ວງສຳລັບມວນມະນຸດ ເກີດຂຶ້ນຈະບໍ່ແມ່ນຄັ້ງສຸດທ້າຍ. ເພື່ອແກ້ໄຂຈຸດອ່ອນ ແລະ ຂໍ້ບົກຜ່ອງທີ່ເກີດຂຶ້ນໃນເຫດການແຜ່ລະບາດຂອງພະຍາດຄັ້ງນີ້, ຄວນປັບປຸງລະບົບຄຸ້ມຄອງຄວາມປອດໄພດ້ານສາທາລະນະສຸກໃຫ້ສົມບູນຂຶ້ນ, ຍົກສູງຄວາມວ່ອງໄວໃນການຮັບມືກັບເຫດການສຸກເສີນດ້ານສາທາລະນະສຸກ, ສ້າງສູນສະສົມອຸປະກອນປ້ອງກັນພະຍາດຂອງທົ່ວໂລກ ກໍຄືຂອງພາກພື້ນ. ຈີນ ສະໜັບສະໜູນໃຫ້ມີການປະເມີນກ່ຽວກັບວຽກງານຕ້ານພະຍາດຂອງທົ່ວໂລກຢ່າງຮອບດ້ານ ພາຍຫຼັງການຄວບຄຸມພະຍາດໃນທົ່ວໂລກໄດ້ສິ້ນສຸດລົງ, ສະຫຼຸບບົດຮຽນ ແລະ ແກ້ໄຂຈຸດອ່ອນ. ວຽກງານນີ້ ຄວນມີທ່າທີໃນການປະຕິບັດຕາມຫຼັກວິທະຍາສາດ ແລະ ວິຊາການ, ຕ້ອງການໃຫ້ອົງການອະນາໄມໂລກ ເປັນຜູ້ນຳພາ, ຢຶດໝັ້ນໃນຫຼັກການພາວະວິໄສ ແລະ ທ່ຽງທຳ. ຫ້າ, ຟື້ນຟູການພັດທະນາເສດຖະກິດ-ສັງຄົມ. ປະເທດທີ່ມີເງື່ອນໄຂຄວນປະຕິບັດຕາມຄຳແນະນຳທາງວິຊາການຂອງອົງການອະນາໄມໂລກ ເພື່ອຟື້ນຟູການເຮັດວຽກ ການຜະລິດ ແລະ ການຮຽນການສອນຢ່າງເປັນລະບຽບ ພາຍໃຕ້ປະຖົມປັດໄຈທີ່ຄວນປະຕິບັດການປ້ອງກັນ ແລະ ຄວບຄຸມພະຍາດຢ່າງເປັນປະຈຳ, ຕ້ອງເພີ່ມທະວີການປະສານງານໃນດ້ານນະໂຍບາຍເສດຖະກິດມະຫາພາກໃນລະດັບສາກົນ, ຮັກສາຄວາມໝັ້ນທ່ຽງ ແລະ ຄວາມສະດວກສະບາຍຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງໃນທົ່ວໂລກ, ສຸມທຸກຄວາມພະຍາຍາມເພື່ອຟື້ນຟູເສດຖະກິດໂລກ. ຫົກ, ເພີ່ມທະວີການຮ່ວມມືສາກົນ. ມວນມະນຸດແມ່ນປະຊາຄົມຮ່ວມຊາຕາກຳ, ຄວາມສາມັກຄີ ແລະ ການຮ່ວມມື ແມ່ນອາວຸດເຂັ້ມແຂງທີ່ສຸດໃນການເອົາຊະນະພະຍາດ. ນີ້ແມ່ນບົດຮຽນທີ່ສຳຄັນຂອງປະຊາຄົມໂລກ ທີ່ໄດ້ຮັບຈາກການຕ້ານກັບພະຍາດຮ້າຍແຮງຕ່າງໆເຊັ່ນ: ພະຍາດເອດ, ອີໂບລາ, ໄຂ້ຫວັດສັດປີກ, ໄຂ້ຫວັດໃຫຍ່ສາຍພັນ H1N1 ແລະ ອື່ນໆ, ທັງແມ່ນເສັ້ນທາງທີ່ຖືກຕ້ອງສຳລັບປະຊາຊົນບັນດາປະເທດເພື່ອຮ່ວມມືກັນຕ້ານກັບພະຍາດ.
ນອກຈາກນີ້, ທ່ານ ສີຈິ້ນຜິງ ຍັງຊີ້ອອກວ່າ: ຈີນ ປະຕິບັດຕາມທັດສະນະສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢ່າງສະເໝີຕົ້ນສະເໝີປາຍ, ບໍ່ພຽງແຕ່ຮັບຜິດຊອບຕໍ່ຄວາມປອດໄພດ້ານຊີວິດ ແລະ ສຸຂະພາບຮ່າງກາຍຂອງປະຊາຊົນຈີນເທົ່ານັ້ນ, ແຕ່ຍັງໄດ້ປະຕິບັດຄວາມຮັບຜິດຊອບທີ່ມີຕໍ່ພາລະກິດສາທາລະນະສຸກຂອງໂລກ. ເພື່ອຊຸກຍູ້ການຮ່ວມມືຕ້ານກັບພະຍາດຂອງທົ່ວໂລກ, ທ່ານ ປະທານປະເທດຈີນ ໄດ້ປະກາດວ່າ: ຈີນ ຈະໃຫ້ການຊ່ວຍເຫຼືອສາກົນເປັນຈຳນວນເງິນ 2 ຕື້ໂດລາ ພາຍໃນໄລຍະເວລາ 2 ປີ, ເພື່ອສະໜັບສະໜູນປະເທດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19 ໂດຍສະເພາະແມ່ນປະເທດທີ່ກຳລັງພັດທະນາ ເພື່ອຕ້ານກັບພະຍາດ ແລະ ການຟື້ນຟູການພັດທະນາເສດຖະກິດ-ສັງຄົມ.
ຈີນ ຈະຮ່ວມມືກັບອົງການສະຫະປະຊາຊາດ ໂດຍຈະສ້າງຕັ້ງສາງຮັບມືສຸກເສີນ ແລະ ສູນຮັບມືສຸກເສີນ ເພື່ອມະນຸດສະທຳຂອງໂລກຢູ່ຈີນ. ຈີນ ຈະສຸມທຸກຄວາມພະຍາຍາມເພື່ອຮັບປະກັນຕ່ອງໂສ້ການສະໜອງອຸປະກອນຕ້ານພະຍາດ ທັງຈະໃຫ້ໄຟຂຽວສະເພາະໃນການຂົນສົ່ງ ແລະ ຜ່ານດ່ານທີ່ກ່ຽວຂ້ອງ.
ຈີນ ຈະສ້າງກົນໄກຈັບຄູ່ຮ່ວມມືຂອງໂຮງໝໍ 30 ແຫ່ງ ລະຫວ່າງ ສອງຝ່າຍຈີນ ແລະ ອາຟຣິກາ, ເລັ່ງລັດສ້າງສຳນັກງານໃຫຍ່ສູນຄວບຄຸມພະຍາດ ອາຟຣິກາ, ທັງຊ່ວຍເຫຼືອ ອາຟຣິກາ ຍົກສູງຄວາມສາມາດປ້ອງກັນ ແລະ ຄວບຄຸມພະຍາດ.
ພາຍຫຼັງຈີນ ໄດ້ຄົ້ນຄວ້າພັດທະນາຢາວັກຊິນສຳເລັດ ແລະ ໄດ້ນໍາໃຊ້ໃນການປ້ອງກັນພະຍາດCOVID-19 ໃນຕົວຈິງແລ້ວ, ຢາວັກຊິນດັ່ງກ່າວ ຈະກາຍເປັນຜະລິດຕະພັນສາທາລະນະຂອງໂລກ ຖືວ່າ: ເປັນການປະກອບສ່ວນຂອງຈີນ ໃນການບັນລຸເປົ້າໝາຍເຮັດໃຫ້ຢາວັກຊິນມີລາຄາທີ່ສາມາດແບກຫາບໄດ້ ແລະ ສາມາດເຂົ້າເຖິງປະເທດທີ່ກຳລັງພັດທະນາ. ພ້ອມກັນນັ້ນ, ຈີນ ຈະຮ່ວມກັບກຸ່ມ G20 ເພື່ອຈັດຕັ້ງປະຕິບັດ “ຂໍ້ລິເລີ່ມກ່ຽວກັບການໂຈະການຊຳລະໜີ້ສິນຂອງປະເທດທຸກຍາກທີ່ສຸດເປັນການຊົ່ວຄາວ” ແລະ ຍິນດີຮ່ວມກັບປະຊາຄົມໂລກ ເພີ່ມທະວີການສະໜັບສະໜູນຕໍ່ປະເທດທີ່ ພະຍາດ COVID-19 ແຜ່ລະບາດຢ່າງໜັກໜ່ວງທີ່ສຸດ ແລະ ໄດ້ຮັບຄວາມກົດດັນຫຼາຍທີ່ສຸດ, ເພື່ອຊ່ວຍເຫຼືອປະເທດເຫຼົ່ານີ້ໃຫ້ສາມາດຜ່ານຜ່າຄວາມຫຍຸ້ງຍາກໃນປັດຈຸບັນໂດຍໄວ.
ໃນຕອນທ້າຍ, ທ່ານ ສີຈິ້ນຜິງ ຮຽກຮ້ອງວ່າ: ພວກເຮົາຈົ່ງຮ່ວມມືກັນ, ຮ່ວມກັນປົກປ້ອງຊີວິດ ແລະ ສຸຂະພາບຂອງປະຊາຊົນບັນດາປະເທດ, ຮ່ວມກັນປ້ອງກັນໜ່ວຍໂລກ ທີ່ເປັນບ້ານເມືອງຮ່ວມຂອງມວນມະນຸດ, ຮ່ວມກັນສ້າງປະຊາຄົມສາທາລະນະສຸກຂອງມວນມະນຸດ.
ຮຽບຮຽງໂດຍ: ສີວັນ
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com