Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນ ໄດ້ຜ່ານບົດລາຍງານວຽກງານລັດຖະບານໃນປີ 2019 ຕໍ່ກອງປະຊຸມ, ໂດຍຈະວາງຂໍ້ສະເໜີຕໍ່ວຽກງານປີ 2020 ເພື່ອໃຫ້ກອງປະຊຸມຄົ້ນຄວ້າພິຈາລະນາ.
ໃນຖານະເປັນເວທີເປີດເຜີຍແຜນນະໂຍບາຍຂອງຈີນ, “ກອງປະຊຸມສອງສະພາ” ປະຈຳປີຂອງຈີນໄດ້ເປັນປະຕູສຳຄັນໃຫ້ກັບໂລກ ສາມາດສັງເກດຈີນໄດ້ດີ. ເນື່ອງໃນໂອກາດດໍາເນີນ “ກອງປະຊຸມສອງສະພາ” ໃນປີນີ້, ພະຍາດໂຄວິດ-19 ພວມແຜ່ລະບາດໃນຂອບເຂດທົ່ວໂລກຢ່າງໜັກໜ່ວງ, ປັດໄຈທີ່ບໍ່ແນ່ນອນຂອງໂລກກໍໄດ້ເພີ່ມຂຶ້ນ. ພາຍໃຕ້ສະພາບການພິເສດແບບນີ້, ຈີນ ຈະເຮັດແນວໃດເພື່ອໃຫ້ສຳເລັດໜ້າທີ່ເປົ້າໝາຍຂອງການພັດທະນາເສດຖະກິດ-ສັງຄົມ, ນີ້ແມ່ນໜຶ່ງໃນຫົວຂໍ້ຈຸດສຸມ “ກອງປະຊຸມສອງສະພາ”.
ພະຍາດໂຄວິດ-19 ແຜ່ລະບາດຢ່າງກະທັນຫັນຈະບໍ່ສາມາດສະກັດກັ້ນຄວາມພະຍາຍາມຂອງຈີນເພື່ອບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມໃນປີນີ້. ພາຍໃຕ້ການກະຕຸກຊຸກຍູ້ຈາກການຕັດສິນໃຈທີ່ເຂັ້ມແຂງຂອງພັກ, ທັງມີມາດຕະການຕົວຈິງ ແລະ ກຳລັງຊຸກດັນໃໝ່ທີ່ໄດ້ສະສົມມາເລື້ອຍໆນັ້ນ, ຈີນ ມີຄວາມໝັ້ນໃຈ, ມີເງື່ອນໄຂ ແລະ ມີຄວາມສາມາດພຽງພໍທີ່ຈະບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ໃນປີນີ້ຕາມເວລາກຳນົດ.
ກ່ອນອື່ນ, ພັກກຳອຳນາດຂອງຈີນ ໄດ້ຢຶດໝັ້ນຄໍາຂວັນ; “ຖືຄົນເປັນກົກ” ແລະ “ຖືປະຊາຊົນຢູ່ ເໜືອກວ່າທຸກສິ່ງທຸກຢ່າງ”, ໄດ້ຖືເອົາບັນຫາຫຼຸດພົ້ນອອກຈາກຄວາມທຸກຍາກໄວ້ຢູ່ໃນຖານະສຳຄັນໃນການປົກຄອງປະເທດຢ່າງສະເໝີຕົ້ນສະໝີປາຍ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນ ເປັນຕົ້ນມາ, ທ່ານ ສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນ ໄດ້ວາງແຜນດ້ວຍຕົນເອງ ແລະ ບັນຊາການດ້ວຍຕົນເອງ. ທ່ານ ໄດ້ກ່າວຄຳປາໄສສຳຄັນຕ່າງໆ ໂດຍໄດ້ຊີ້ທິດເຍືອງທາງ ແລະ ສະໜອງວິທີການໃຫ້ແກ່ການຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງຮອບດ້ານ. ທ່ານ ຍັງໄດ້ລົງເຄື່ອນໄຫວເຮັດວຽກຢູ່ເຂດທຸກຍາກພິເສດທີ່ຕິດຈອດກັນກວ້າງໃຫຍ່, ໄດ້ໄປກວດເບິ່ງບ້ານທຸກຍາກ 20 ກວ່າບ້ານ, ທ່ານ ໄດ້ໃຊ້ກຳລັງວັງຊາຫຼາຍທີ່ສຸດ ໃນບັນຫາຫຼຸດພົ້ນອອກຈາກຄວາມທຸກຍາກ.
ວັນທີ 6 ມີນາປີນີ້, ໃນເວລາກ່າວຄຳປາໄສທາງວິດີໂອ ໃນກອງປະຊຸມລັດຖະກອນທົ່ວປະເທດ, ທ່ານ ສີຈິ້ນຜິງ ກ່າວວ່າ: ເມື່ອຮອດທ້າຍປີ 2020 ຕ້ອງໃຫ້ປະຊາກອນຜູ້ທຸກຍາກຢູ່ຊົນນະບົດສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ທັງໝົດຕາມມາດຕະຖານໃນປັດຈຸບັນ. ນີ້ແມ່ນຄຳໝັ້ນສັນຍາອັນໜັກແໜ້ນເຄັ່ງຂຶມຂອງສູນກາງພັກ ທີ່ມີຕໍ່ປະຊາຊົນທົ່ວປະເທດ, ທີ່ຈະຕ້ອງໃຫ້ບັນລຸຕາມເວລາກຳນົດຢ່າງແນ່ນອນ.ໃນາະພາບການແຜ່ລະບາດຂອງພະຍາດໂຄວິດ-19, ການຮັບປະກັນການມີວຽກເຮັດງານທຳຂອງປະຊາກອນຜູ້ທຸກຍາກຖືວ່າ ເປັນຂອດສຳຄັນໃນການບຸກບືນສູ້ຊົນຂອງຈີນ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ. ພາຍໃຕ້ການສະໜັບສະໜູນດ້ານນະໂຍບາຍທີ່ກ່ຽວຂ້ອງຂອງລັດຖະບານຈີນ. ປັດຈຸບັນ, ຈຳນວນແຮງງານຜູ້ທຸກຍາກທີ່ໄປເຮັດວຽກຢູ່ຕ່າງຖິ່ນໄດ້ກວມ 95,4% ຂອງຍອດຈຳນວນແຮງງານທີ່ອອກໄປເຮັດວຽກຂອງປີກາຍ. ນອກນີ້, ອຳນາດການປົກຄອງຂັ້ນຕ່າງໆຂອງຈີນ ຍັງຕັ້ງໜ້າຊຸກຍູ້ການປະກອບອາຊີບຢູ່ກັບທີ່, ໃຫ້ຜູ້ທຸກຍາກເຂົ້າຮ່ວມການກໍ່ສ້າງໂຄງການພື້ນຖານໂຄງລ່າງທີ່ລັດລົງທຶນ ແລະ ແລກໄດ້ຄ່າແຮງງານ. ນັບແຕ່ຕົ້ນປີນີ້ມາ, ກະຊວງທີ່ກ່ຽວຂ້ອງ ແລະ ອົງການທຽບເທົ່າຂອງຈີນ ໄດ້ເບີກຈ່າຍງົບປະມານ 5,6 ຕື້ຢວນ ໃຊ້ເຂົ້າໃນການກໍ່ສ້າງໂຄງການພື້ນຖານໂຄງລ່າງ ແລະ ໃຫ້ຜູ້ທຸກຍາກເຂົ້າຮ່ວມການກໍ່ສ້າງ ເພື່ອແລກໄດ້ຄ່າແຮງງານ, ຄາດວ່າ: ຈະສາມາດຮັບເອົາແຮງງານຜູ້ທຸກຍາກຈຳນວນ 3 ແສນຄົນທີ່ບໍ່ສາມາດອອກໄປເຮັດວຽກຢູ່ຕ່າງຖິ່ນ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19, ໃຫ້ເຂົາເຈົ້າມີວຽກເຮັດງານທຳຢູ່ໃກ້ບ້ານຂອງຕົນ. ການລຶບລ້າງຄວາມທຸກຍາກດ້ວຍການບໍລິໂພກ ໄດ້ກາຍເປັນຈຸດເດັ່ນໃໝ່ ແລະ ຮູບແບບໃໝ່ ໃນການລຶບລ້າງຄວາມທຸກຍາກ ໂດຍອີງໃສ່ຂະແໜງການທຸລະກິດເອເລັກໂຕຣນິກ ແລະ ຂະ ແໜງການຈໍລະຈອນສິນຄ້າທີ່ຈະເລີນຂອງຈີນ.
ໃນໄລຍະການແຜ່ລະບາດຂອງພະຍາດ, ຫຼາຍຄອບຄົວຊາວກະສິກອນພາຍໃນປະເທດຈີນ ໄດ້ເປີດກວ້າງການຈຳໜ່າຍດ້ວຍວິທີການໂຄສະນາຂາຍສິນຄ້າດ້ວຍການຖ່າຍທອດສົດ, ສາມາດຫຼຸດຜ່ອນຜົນກະທົບທີ່ເກີດຈາກການແຜ່ລະບາດຂອງພະຍາດໂຄວິດ-19 ລົງຮອດລະດັບຕ່ຳສຸດ. ຜົນສຳເລັດດ້ານການຫຼຸດຜ່ອນຄວາມທຸກຍາກຂອງຈີນ ເປັນສິ່ງທີ່ປະຈັກຕາຕໍ່ຊາວໂລກ. ໂຕເລກຂອງທະນາຄານໂລກ ສະແດງໃຫ້ເຫັນວ່າ: ການຫຼຸດຜ່ອນຄວາມທຸກຍາກຂອງຈີນ ໄດ້ປະກອບສ່ວນຫຼາຍກວ່າ 70% ຕໍ່ການຫຼຸດຜ່ອນຄວາມທຸກຍາກຂອງໂລກ. ທ່ານ ແອັດເຮຍກາວິສ ຜູ້ຊ່ຽວຊານຂອງປະເທດເຄນຢາ ທີ່ຄົ້ນຄວ້າກ່ຽວກັບບັນຫາສາກົນໄດ້ຕີລາຄາສູງວ່າ: ຜົນສຳເລັດໃນການຫຼຸດຜ່ອນຄວາມທຸກຍາກຂອງຈີນ ເປັນພາລະກິດອັນຍິ່ງໃຫຍ່ແບບບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງມວນມະນຸດ.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com