Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ປີນີ້ ຈີນຈະພະຍາຍາມບັນລຸເປົ້າໝາຍສ້າງສັງຄົມທີ່ອີ່ມໜຳສຳລານຮອບດ້ານ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 25/05/2020 10:27:01 ຈຳ​ນວນ​​ຢ້ຽມ​ຊົມ 396 ຄັ້ງ

  ຂ່າວສານຊີອາໄອລາຍງານວ່າ: ປີ 2020, ລັດ​ຖະ​ບານ​ຈີນ​ ຈະ​ໃຫ້​ບຸລິ​ມະ​ສິດ​ແກ່​​ວຽກ​ງານການ​ປະ​ກອບ​ອາ​ຊີບ ແລະ​ ການ​ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່, ເດັດ​ດ່ຽວ​ເອົາ​ຊະ​ນະ​ໃນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ, ພະ​ຍາ​ຍາມ​​ເຮັດສຳ​ເລັດ​ເປົ້າ​ໝາຍ​ໃນ​ການ​ສ້າງ​ສັງ​ຄົມ​​ທີ່​ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ.

  ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ຈີນ ​ທີ່​ສະ​ເໜີ​​ຕໍ່​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ ເພື່ອ​​ນຳ​ໄປ​ຄົ້ນ​ຄວ້າພິ​ຈາ​ລະ​ນາ​, ໃນ​ວັນ​ທີ 22 ພຶດ​ສະ​ພາຜ່ານມາ, ​ໄດ້​ກຳ​ນົດ​ເປົ້າ​ໝາຍ​ການ​ປະ​ກອບ​ອາ​ຊີບ​ໃຫ້ເພີ່ມ​ຂຶ້ນ​ໃໝ່​ໃນ​ຕົວ​ເມືອງ​ຂອງ​ຈີນ​ ໃຫ້​ເປັນ 9 ລ້ານ​ຄົນ​ຂຶ້ນ​ໄປ, ອັດ​ຕາ​ວ່າງ​ງານ​ຕາມ​ການ​ສຳ​ຫຼວດ​ໃນ​ຕົວ​ເມືອງ​ໃຫ້​ຢູ່​ໃນ​ລະ​ດັບປະ​ມານ 6%.

​  ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະ​ທົບ​​ຈາກສະ​ພາບ​ພະ​ຍາດ​ໃນ​ທົ່ວ​ໂລກ ​ແລະ ສະ​ຖາ​ນະ​ການ​ເສດ​ຖະ​ກິດ​ການ​ຄ້າ​ມີ​ຄວາມບໍ່​ແນ່​ນອນ, ການ​ພັດ​ທະ​ນາ​ຂອງ​ຈີນ​ ຈະ​ປະ​ເຊີນ​ກັບ​ປັດ​ໃຈ​​ຈາກ​ຜົນ​ກະ​ທົບ​ທີ່​ຍາກ​​ຈະ​ຄາດ​ຄະ​ເນ​ໄດ້. ສະ​ນັ້ນ, ລັດ​ຖະ​ບານ​ຈີນ ​ຈຶ່ງບໍ່​ໄດ້​ສະ​ເໜີ​ເປົ້າ​ໝາຍ​ລະ​ອຽດ​ກ່ຽວ​ກັບ​ການ​ເພີ່ມຄວາມ​​ວ່ອງໄວ​​ດ້ານເສດ​ຖະ​ກິດ​ໃນ​ປີ 2020.

  ບົດ​ລາຍ​ງານ​​ລະ​ບຸ​ວ່າ: ການ​ເຮັດ​ແນວນີ້​ ມີ​ຜົນ​ດີ​ຕໍ່​ການ​ຊັກ​ນຳ​ທຸກ​ຝ່າຍ​ໃຫ້​ສຸມ​ກຳ​ລັງ​ເຮັດ​ວຽກ​ຕາມ “6 ໝັ້ນ​ທ່ຽງ” “6 ຮັບ​ປະ​ກັນ”, ​ໂດຍ​ໄດ້ເນັ້ນ​ໜັກ​ວ່າ: ການ​ເຮັດ​ໃຫ້​ເສດ​ຖະ​ກິດ​ສາ​ມາດ​ເຄື່ອນ​ໄຫວ​ໄດ້​ຢ່າງ​ໝັ້ນ​ທ່ຽງ ​ແມ່ນ​ກ່ຽວ​ພັນ​ກັບ​ສະ​ພາບລວມ, ຕ້ອງ​ໃຊ້​ວິ​ທີ​ການ​ປະ​ຕິ​ຮູບ​ແລະ ​ເປີດ​ປະ​ຕູ​ສູ່​ພາຍນອກ, ​ຊອກ​ຫາ​ເສັ້ນ​ທາງໃໝ່​ ເພື່ອ​ຮັບ​ມື​ກັບ​​ຜົນ​ກະ​ທົບ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ​ແລະ​ ສາ​ມາດ​ບັນ​ລຸ​ການ​ໝູນ​ວຽນ​ໄດ້​ເປັນ​ຢ່າງ​ດີ.

  ບົດ​ລາຍ​ງານ​ຍັງ​ກ່າວ​ເນັ້ນ​ວ່າ: ໃນ​ໄລ​ຍະ​ຕໍ່​ໜ້າ ຕ້ອງ​ດຳ​ເນີນ​ການ​ປ້ອງ​ກັນ ​ແລະ​ ຄວບ​ຄຸມ​ພະ​ຍາດ​​ຢ່າງບໍ່​ລົດ​ລະ ​ແລະ ໃຫ້​​ດຳ​ເນີນເປັນ​​ປະ​ຈຳ​, ເຮັດ​ວຽກ​ຕ່າງໆ​ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ໃຫ້​ດີ. ສໍາລັບ “6 ໝັ້ນ​ທ່ຽງ” ໝາຍ​ເຖິງ: ເຮັດ​ໃຫ້​ການ​ປະ​ກອບ​ອາ​ຊີບ, ການ​ທະ​ນາ​ຄານ, ການ​ຄ້າ​ກັບ​ຕ່າງ​ປະ​ເທດ, ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ, ການ​ລົງ​ທຶນ​ພາຍ​ໃນ​ປະ​ເທດ, ແລະ​ ການ​ຄາດ​ຄະ​ເນ​ລ່ວງ​ໜ້າ ​ມີ​ຄວາມ​ໝັ້ນ​ທ່ຽງ. “6 ຮັບ​ປະ​ກັນ” ໝາຍ​ເຖິງ: ການ​ຮັບ​ປະ​ກັນ​ວຽກ​ງານ​ໃນ​ດ້ານ​ການ​ປະ​ກອບ​ອາ​ຊີບ​ຂອງ​ປະ​ຊາ​ຊົນ, ຊີ​ວິດ​ການ​ເປັນ​ຢູ່​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ, ພາກ​ສ່ວນ​ຕົ້ນ​ຕໍ​ໃນ​ຕະຫຼາດ, ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ​ ແລະ​ ພະ​ລັງ​ງານ, ຕ່ອງ​ໂສ້​ການ​ຜະ​ລິດ​ ແລະ​ ການ​ສະ​ໜອງ, ​ການ​ໝູນ​ເດີນ​ຂອງ​ຂັ້ນ​ຮາກ​ຖານ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com