Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໜ່ວຍພັກສະຖາບັນວິຈິດສິນແຫ່ງຊາດລາວ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VIII ຂອງຕົນຂຶ້ນໃນວັນທີ 25 ພຶດສະພານີ້, ທີ່ສະຖາບັນວິຈິດສິນແຫ່ງຊາດລາວ, ເປັນກຽດເຂົ້າຮ່ວມຂອງສະຫາຍ ບົວເງິນ ຊາພູວົງ ຮອງເລຂາພັກ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີບັນດາເລຂາໜ່ວຍພັກ, ສະມາຊິກພັກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ໄມ່ສິງ ຈັນບຸດດີ ເລຂາໜ່ວຍພັກ ສະຖາບັນວິຈິດສິນແຫ່ງຊາດລາວ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງ ແລະ ທິດທາງແຜນການຕໍ່ໜ້າ, ຜ່ານບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກຊຸດທີ VII ວ່າ: ໃນໄລຍະ 5 ປີຜ່ານມາຄະນະໜ່ວຍພັກໄດ້ເປັນເຈົ້າການຊີ້ນໍາໆພາຊຸກຍູ້ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຈຸດສຸມຂອງສະຖາບັນຢ່າງມີຜົນສຳເລັດ ແລະ ມີບາດກ້າວໃໝ່, ໃນໄລຍະທີ່ຜ່ານມາໄດ້ສຳເລັດກອງປະ ຊຸມກວດກາຕີລາຄາແບ່ງປະ ເພດໜ່ວຍພັກ-ສະມາຊິກພັກເຂັ້ມແຂງຮູ້ນໍາພາຮອບດ້ານປະຈຳປີ 2015- 2016- 2017 ໄດ້ປະເພດແຂງຮອບດ້ານ 2 ປີຊ້ອນ, ສ່ວນປີ 2018-2019 ໄດ້ໜ່ວຍພັກແຂງ, ໄດ້ສຳເລັດການຈັດຕັ້ງຝຶກອົບຮົມວິທະຍາການສິດສອນອາຊີວະສຶກສາໃຫ້ແກ່ຄູ-ອາຈານທີ່ສິດສອນວິຈິດສິນໃນທົ່ວປະເທດ, ໄດ້ຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງເພື່ອນໍາສະ ເໜີຂັ້ນເທິງອະນຸມັດ, ລົງຕິດ ຕາມຖອດຖອນບົດຮຽນການ ຈັດຕັ້ງປະຕິບັດຫຼັກສູດຢູ່ໂຮງ ຮຽນວິຈິດສິນທີ່ຂຶ້ນກັບແຂວງ, ນໍາພາກໍ່ສ້າງນັກສຶກສາຈົບຊັ້ນປະລິນຍາຕີວິຈິດສິນໄດ້ 5 ຮຸ່ນ, ນໍາພາການດຳເນີນສິດ ສອນຫຼັກສູດປະລິນຍາໂທວິຈິດສິນສາຂາບໍລິຫານຄຸ້ມຄອງສິລະປະ-ວັດທະນະທຳຮຸ່ນທີ I ໃກ້ຈະສຳເລັດ ແລະ ຮຸ່ນທີ II ກຳລັງເລີ່ມຕົ້ນ, ຄະນະໜ່ວຍພັກ, ຄະນະອຳນວຍການໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານ ທັງພາຍໃນ-ຕ່າງປະເທດ, ຕະ ຫຼອດໄລຍະຜ່ານມາ ຄະນະພັກໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາດຳເນີນຊີວິດການເມືອງເປັນປະຈຳ.
ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ຊຶ່ງມີຜູ້ສະໝັກທັງ ໝົດ 7 ສະຫາຍ, ເລືອກເອົາ 5 ສະຫາຍ, ຜ່ານການປ່ອນບັດຄັດເລືອກກອງປະຊຸມໄດ້ເປັນເອກະພາບເລືອກເອົາສະຫາຍ ຄຳສຸກ ແກ້ວວົງຊາຍ ເປັນເລຂາໜ່ວຍພັກຊຸດໃໝ່, ເລືອກເອົາສະຫາຍ ພອນສິດ ເຢີນຈັນສິລິ ເປັນຮອງເລຂາ ທັງເປັນປະທານກວດກາ, ສະຫາຍນາງ ພອນມະນີ ແກ້ວມະນີ, ສະຫາຍ ມິກ ສາຍລົມ ແລະ ສະຫາຍ ຕຽນ ໄຊຍະວົງ ເປັນຄະນະ.
ໃນພິທີສະຫາຍ ບົວເງິນ ຊາພູວົງ ໄດ້ໃຫ້ກຽດມີຄຳເຫັນຊຶ່ງກ່ອນອື່ນໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະ 5 ປີ ທີ່ຜ່ານມາ, ພ້ອມທັງເນັ້ນໃຫ້ ຄະນະພັກຊຸດໃໝ່ ຂໍໃຫ້ພ້ອມ ກັນສືບຕໍ່ຍົກສູງບົດຮຽນກໍ່ຄືຄວາມຮູ້-ຄວາມສາມາດເພື່ອ ພ້ອມກັນເສີມຂະຫຍາຍຜົນ ສຳເລັດທີ່ຍາດມາໄດ້ໃນໄລ ຍະທີ່ຜ່ານມາ ສິ່ງສຳຄັນຂໍໃຫ້ຄະນະໜ່ວຍພັກຊຸດໃໝ່ຈົ່ງເພີ່ມທະວີຄວາມສາມັກຄີເພື່ອພ້ອມກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້.
(ຂ່າວ-ພາບ: ພູວັນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com