Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ອາກຊັງຕິນ ຕິດອັນດັບ 5 ປະເທດຜະລິດອາຫານ ຂອງໂລກ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 26/05/2020 09:15:03 ຈຳ​ນວນ​​ຢ້ຽມ​ຊົມ 331 ຄັ້ງ

(ເນື່ອງ​ໃນ​ໂອກາດ​ວັນຊາດ ອາ​ກ​ຊັງ​ຕິນ 25 ພຶດສະພາ 2020)

ຮຽບຮຽງໂດຍ: ລຸ້ງ​ດາວ ບຸນ​ມີ

  ອາ​ກ​ຊັງ​ຕິນ ເປັນ​ປະເທດ​ໃຫຍ່​ອັນ​ດັບ 2 ຂອງ​ທະວີບ​ອາ​ເມ​ຣິ​ກາ​ໃຕ້ ຮອງ​ຈາກ​ປະເທດ​ບຣາ​ຊິນ  ແລະ ເປັນ​ປະເທດ​ໃຫຍ່​ອັນ​ດັບ 8 ຂອງ​ໂລກ. ມີ​ເນື້ອທີ່​ທັງ​ໝົດ 2.780.400 ກິໂລແມັດ​ມົນທົນ, ມີ​ຊາຍ​ແດນ​ທາງ​ດ້ານ​ເໜືອ​ຕິດ​ກັບ ປາ​ຣາກ​ວາຍ ແລະ ໂບ​ລີ​ວີ, ດ້ານ​ຕາເວັນ​ອອກ​ສ່ຽງ​ເໜືອ​ຕິດ​ກັບ  ບຣາ​ຊິນ ແລະ ອູ​ຣູກ​ວາຍ, ທາງ​ດ້ານ ໃຕ້ ແລະ ດ້ານ​ຕາເວັນຕົກ​ ຕິດກັບຈີ​ເລ. ມີ​ພົນລະເມືອງ​ ທັງ​ໝົດ 18 ລ້ານ​ຄົນ (ຂໍ້​ມູນ​ປີ  2018), ເມືອງ​ຫຼວງ​ຂອງ​ປະ ເທດ​ ແມ່ນ ບູ​ໂນ​ສ​ໄອ​ເຣັ​ສ.
  ສະພາບ​ພູມ​ອາກາດ​ຂອງ ອາ​ກ​ຊັງ​ຕິນ ມີ 4 ລະດູ​ເຊັ່ນ​ດຽວ​ກັບ​ເອີ​ຣົບ, ແຕ່​ລະດູ​ການ​ຈະ​ກົງກັນຂ້າມ ເນື່ອງ​ຈາກ​ຢູ່​ໃນ​ຂົ້ວ​ໂລກ​ໃຕ້. ລະດູ​ໃບ​ໄມ້​ປົ່ງ ແມ່ນ​ເລີ່ມ​ແຕ່​ເດືອນ​ກັນຍາ ຫາ ເດືອນ​ພະຈິກ ອຸນຫະພູມ​ຢູ່​ໃນ​ລະຫວ່າງ 15-20 ອົງສາເຊ, ລະດູ​ຮ້ອນ​ແຕ່​ເດືອນ​ທັນວາ ຫາ ເດືອນ​ກຸມພາ ອຸນຫະພູມ 25-35 ອົງ​ສາ​ເຊ. ລະດູ​ໜາວ​ແຕ່​ເດືອນ​ມີນາ​ຫາ​ເດືອນ​ສິງ ຫາ ອຸນຫະພູມ 1-15 ອົງ​ສາ ເຊ. ສຳລັບ​ນະຄອນຫຼວງ​ບູ​ໂນ​ສ​ໄອ​ເຣັສ ມີ​ຄວາມ​ໝາຍ ວ່າ ອາກາດ​ດີ, ອຸນຫະພູມໃນ ໄລຍະລະດູ​ໜາວ ແມ່ນ​ຢູ່​ລະ ຫວ່າງ 1-15 ອົງ​ສາເຊ. ແຕ່​ບໍ່ມີ​ຫິມະ​ຕົກ​ໃນ​ເມືອງ ແລະ ໃນ​​ໄລຍະລະດູຮ້ອນ ​ອຸນຫະພູມ​ຈະ​ຢູ່​ປະມານ 25-35 ອົງສາເຊ, ອາກາດ​ຈະ​ໜາວ​ເຢັນ​ເປັນ​ພິເສດໃນ​ແຖບ​ຕອນ​ໃຕ້​ຂອງ​ປະເທດ ແລະ ຢູ່​ພູ​ສູງ​ຈະ​ມີ​ຫິມະ​ປົກ​ຄຸມ​ເກືອບ​ຕະຫຼອດ​ປີ, ສຳລັບ​ພູມ​ອາກາດ​ສ່ວນ​ໃຫຍ່​ຂອງ​ປະເທດ​ຈະ​ຢູ່​ໃນ​ລະດັບ​ກາງ, ແຫ້ງແລ້ງ​ໃນ​ພາກ​ຕາເວັນ​ອອກສຽງ​ໃຕ້ ແລະ ເຄິ່ງ​ແອນ​ຕາກ​ຕິກ ໃນ​ພາກ​ຕາເວັນຕົກ​ສ່ຽງ​ໃຕ້. ຊັບພະຍາກອນ​ທຳ​ມະ​ຊາດ ທີ່​ເປັນ​ທ່າແຮງ​ໃຫ້​ກັບ​ປະເທດ​ແມ່ນ ກົ່ວ, ສັງກະສີ, ທອງແດງ, ເຫຼັກ, ມັງ​ກາ​ນັສ, ປີ​ໂຕ​ຣ​ລຽມ, ຢູ​ເຣ​ນຽມ. ນອກຈາກ​ນີ້ ຍັງ​ມີ​ທົ່ງ​ຫຍ້າ ແລະ ແຫຼ່ງ​ນຳ້​ທີ່​ອຸດົມສົມບູນ ຊຶ່ງ​ເໝາະ​ແກ່​ການ​ປູກຝັງ ແລະ ລ້ຽງສັດ​ຂະ   ໜາດ​ໃຫຍ່.
  ອາ​ກ​ຊັງ​ຕິນ ເປັນ​ປະເທດ ​ໃຫຍ່ ແລະ ມີ​ຄວາມ​ອຸດົມສົມ ບູນ​ທີ່​ສຸດ ຕິດ​ອັນ​ດັບ 5 ປະເທດ​ແຫຼ່ງ​ຜະລິດອາຫານຂອງ​ໂລກ ທີ່​ຜະລິດ​ສົ່ງ​ອອກ​ທັນ​ຍາ​ພືດ (grains), ມີ​ເນື້ອທີ່​ໃຫຍ່​ເປັນ​ອັນ​ດັບ 8 ຂອງ​ໂລກ. ນອກຈາກ​ນີ້, ຍັງ​ມີ​ຊັບພະຍາກອນ​ທຳ​ມະ​ຊາດ​ຈຳນວນ​ຫຼາຍ, ມີ​ຖານ​ການ​ຜະລິດ​ດ້ານ​ອຸດສາ ຫະກຳ​ທີ່​ຫຼາກ​ຫຼາຍ, ມີ​ພາກ​ບໍລິການ​ທີ່​ກ້າວໜ້າ, ເປັນ​ປະເທດ​ຜູ້​ຜະລິດ ແລະ ສົ່ງ​ອອກ​ສິນຄ້າ​ກະສິກຳ ແລະ ທັນ​ຍາ​ຫານ​ລາຍ​ໃຫຍ່​ຂອງ​ໂລກ, ມີ​ລະບົບ​ການ​ກະສິກຳ​ທີ່​ທັນ​ສະໄໝ ແລະ ໃຊ້​ເຄື່ອງ​ຈັກ​ຂະໜາດ​ໃຫຍ່, ມີ​ເຕັກ​ໂນ​ໂລ​ຊີ​ຊັ້ນ​ນຳ​ຂອງ​ໂລກ, ສາມາດ​ທຽບ​ໄດ້​ກັບ​ສະຫະລັດ​ອາ​ເມ​ຣິ​ກາ ຊຶ່ງ​ຈະ​ເຫັນ​ໄດ້​ວ່າ ມີ​ການ​ໃຊ້​ແຮງ​ງານ​ໃນ​ພາກ​ກະສິກຳ​ຂ້ອນ​ຂ້າງ​ນ້ອຍ, ແຕ່​ໃຫ້​ຜົນ​ຜະລິດ​ສູງ​ຕິດ​ກຸ່ມ​ຜູ້​ນໍາ​ ໂລກ, ມີ​ການ​ຫຼຸດ​ຕົ້ນ​ທຶນດ້ວຍ ​ວິທີ​ການ​ໃຊ້ GMO (ສິ່ງ​ທີ່​ມີ​ຊີວິດ​ເຊັ່ນ: ພືດ, ສັດ ແລະ ອື່ນໆ) ເປັນ​ອັນ​ດັບ 2 ຂອງ​ໂລກ​ຮອງ​ຈາກ ອາ​ເມ​ຣິ​ກາ, ສິນຄ້າ​ກະສິກຳ​ທີ່​ສຳຄັນ​ຂອງ​ປະເທດ​ແມ່ນ ຖົ່ວເຫຼືອງ  (ອັນ​ດັບ 3 ຂອງ​ໂລກ, ນ້ຳມັນ​ຖົ່ວເຫຼືອງອັນ ​ດັບ1), ສາລີ (ອັນ​ດັບ2 ຂອງ ໂລກ), ສິນຄ້າ​ກະສິກຳ​ປະ ເພດໝາກກ້ຽງ, ໝາກ​ນາວ  ແລະ  ນ້ຳເຜິ້ງ (ອັນດັບ 1 ຂອງ​ໂລກ), ເຂົ້າ​ຟ້າງ, ເຂົ້າ ສາລີ,ແກ່ນ ​ດອກ​ຕາເວັນ, ນ້ຳຕານ​ເປັນ​ຕົ້ນ. 
  ນອກຈາກ​ສິນຄ້າ​ກະສິກຳ, ສິນຄ້າ​ສົ່ງ​ອອກ​ປະເພດ​ອື່ນໆ​ທີ່​ສໍາ​ຄັນ​ຂອງ​ປະເທດ​ແມ່ນ ນໍ້າ​ມັນ, ແ​ກັສ​ທຳ​ມະ​ຊາດ, ຍານ ພາຫະນະ, ເຄ​ມີ, ວັດ​ສະ​ດຸ​ກໍ່ສ້າງ, ປຸຍ​ເຄ​ມີ, ຄຳ (80% ສົ່ງ​ອອກ​ໄປ​ສະ​ວິດ), ໂປ​ແຕ​ສ​ຊຽມ, ຫີນ, ນ້ຳມັນ (ຕິດ​ລະດັບ​ໂລກ) ແລະ ອັນຍະ​ມະນີ ທີ່​ມີ​ເອກະລັກ​ພິເສດ​ບໍ່​ຄື​ໃຜ ເພື່ອ​ໃຊ້​ສຳລັບ​ເຮັດ​ເຄື່ອງ​ປະດັບ ແລະ ຕົບແຕ່ງ​ເຮືອນ​ສໍາ​ລັບ​ຊົນ​ຊັ້ນ​ສູງ. ນອກຈາກ​ກຸ່ມ​ສິນຄ້າ​ດັ່ງກ່າວ​ແລ້ວ, ອາ​ກ​ຊັງ​ຕິນ ຍັງ​ເປັນ​ປະເທດ​ທີ່​ມີ​ການ​ເຮັດ​ຟາ​ມ​ລ້ຽງ​ງົວ​ຊີ້ນ, ງົວ​ນົມ ແລະ ມ້າ​ຂະໜາດ​ໃຫຍ່, ມີ​ການ​ລ້ຽງ​ງົວ​ຫຼາຍ​ກວ່າ 40 ລ້ານ​ໂຕ ມີ​ການ​ສົ່ງ​ອອກ​ຊີ້ນ ແລະ ຜະລິດ​ຕະ​ພັນ ໂດຍ​ຊີ້ນ​ສະ​ເຕັກ​ຄຸນ​ນະ​ພາບ​ສູງ​ສ່ວນ​ໃຫຍ່​ສົ່ງ​ອອກ​ໄປ​ເຢຍ​ລະ​ມັນ ທີ່​ມີ​ເຄື່ອງໝາຍ​ການ​ຄ້າ ຮິ​ວ​ຕັນ​ໂຄ​ຕາ ຂອງ EU (ອາ​ກ​ຊັງ​ຕິນ ເຄີຍ​ເປັນ​ຜູ້​ສົ່ງ​ອອກ​ອັນ​ດັບ 1 ຊີ້ນ​ສະ​ເຕັກ ສະຖິຕິ​ກີນ​ເນັສ). ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ປະເທດ​ບັນລຸ 911,5 ຕື້​ໂດ​ລາ (ຂໍ້​ມູນ​ປີ 2018). 
  ສປປ ລາວ ສ້າງຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ກັບ ອາ​ກ​ຊັງ​ຕິນ, ໃນ​ວັນ​ທີ  24 ກໍລະກົດ ປີ 1975.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com