Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ທ່ານ ສີຈິ້ນຜິງ ເນັ້ນສ້າງທ່າແຮງໃໝ່ຂອງຈີນ ໃຕ້ສະຖານະການໃໝ່

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 26/05/2020 09:18:35 ຈຳ​ນວນ​​ຢ້ຽມ​ຊົມ 484 ຄັ້ງ

  ຂ່າວສານ​ຊີ​ອາ​ໄອ​ລາຍ​ງານ​ວ່າ: ກອງ​ປະຊຸມ​ສະພາ​ປຶກສາ​ການເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ ປະຈຳ​ປີ​ພວມ​ດໍາ​ເນີນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ. ວັນ​ທີ 23 ພຶດສະພາ​ຜ່ານ​ມາ, ທ່ານ ສີ​ຈິ້ນ​ຜິງ ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໜ່ວຍ​ງານ​ປະສົມ​ຂອງ​ວົງ​ການ​ເສດຖະກິດ ກ່າວ​ວ່າ: ຈີນ ຕ້ອງ​ຖື​ການ​ຕອບ​ສະໜອງ​ຕາມ​ຄວາມ​ຕ້ອງການ​ພາຍ​ໃນ​ປະເທດ ເປັນ​ຈຸດ​ເລີ່ມ​ຕົ້ນ ແລະ ເປົ້າ​ໝາຍ​ຂອງ​ການ​ພັດທະນາ, ເລັ່ງ​ລັດ​ສ້າງ​ລະບົບ​ຄວາມ​ຕ້ອງການ​ພາຍ​ໃນ​ຄົບ​ຖ້ວນ​ສົມບູນ, ອອກ ແຮງ​ຊຸກຍູ້​ການ​ປະດິດ​ສ້າງ​ໃໝ່, ເລັ່ງ​ລັດ​ຊຸກຍູ້​ອຸດສາຫະກຳ​ໃໝ່ ທີ່​ມີ​ລັກສະນະ​ຍຸດທະສາດ​ເຊັ່ນ: ເສດຖະກິດ​ດີ​ຈີ​ຕອນ ແລະ ການ​ຜະລິດ​ແບບ​ອັດ​ສະ​ລິ​ຍະ​ເປັນຕົ້ນ, ເພື່ອ​ຈໍ່​ຕົວ​ເປັນ​ຈຸດ​ເພີ່ມ​ໃໝ່​ຫຼາຍ​ກວ່າ​ເກົ່າ ແລະ ຄ່ອຍໆ​ຈໍ່​ຕົວ​ເປັນ​ສະຖານະ​ການ​ໃໝ່​ດ້ານ​ການ​ພັດທະນາ​ທີ່​ຖື​ການ​ໝູນວຽນ​ພາຍ​ໃນ​ປະເທດ​ເປັນ​ຫຼັກ, ການ​ໝູນ​ເດີນ​ລະຫວ່າງ​ພາຍ​ໃນ​ປະເທດ​ກັບ​ຕ່າງປະເທດ​ນັ້ນ ຕ່າງ​ກໍຊ່ວຍ​ຊູ​ຍູ້​ໜູນ​ກັນ. ບົ່ມ​ເພາະ​ສ້າງ​ທ່າແຮງ​ໃໝ່​ຂອງ​ຈີນ ໃນ​ການ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື ແລະ ການ​ແຂ່ງຂັນ​ຂອງ​ໂລກ.
  ທ່ານ ສີ​ຈິ້ນ​ຜິງ ກ່າວ​ຢໍ້າ​ວ່າ: ປັດຈຸບັນ, ການ​ພັດທະນາ​ເສດຖະກິດ​ຈີນ ໄດ້​ປະ​ເຊີນໜ້າ​ ກັບ​ກຳລັງ​ກົດ​ດັນ​ຂ້ອນ​ຂ້າງ ຫຼາຍ, ຕ້ອງ​ສະແຫວງຫາ​ການ​ພັດທະນາ​ໃນ​ໂລກ ທີ່​ມີ​ຄວາມ​ບໍ່​ໝັ້ນ​ທ່ຽງ ແລະ ບໍ່​ແນ່ນອນ​ຢ່າງ​ຫຼວງຫຼາຍ, ແຕ່​ຈຸດ​ພິເສດ​ພື້ນຖານ​ຂອງ​ເສດຖະກິດ​ຈີນ​ເຊັ່ນ: ມີ​ກຳລັງ​ບົ່ມ​ຊ້ອນ​ອັນພຽງ ພໍ, ມີ​ຄວາມ​ທົນ​ທານ​ດີ, ມີຄວາມ​ ຄ່ອງ​ແຄ້ວ ແລະ ພາຫະນະ​ດ້ານ​ນະໂຍບາຍ​ຂ້ອນ​ຂ້າງ​ຫຼາຍ ນັ້ນ​ບໍ່​ໄດ້​ປ່ຽນ​ແປງ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com