Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຮຽບຮຽງໂດຍ: ວິໄລພອນ ເພັດໄພບູນ
ອົງການການທ່ອງທ່ຽວໂລກ (World Tourism Organization) ຊຶ່ງເປັນໜ່ວຍງານພາຍໃຕ້ການຄວບຄຸມຂອງສະຫະປະຊາຊາດ (UN) ໄດ້ເປີດເຜີຍບົດລາຍງານການຄາດຄະເນຫຼ້າສຸດວ່າ: ຈໍານວນ ນັກທ່ອງທ່ຽວສາກົນ ໃນປີ 2020 ຈະຫຼຸດລົງຢ່າງຫຼວງຫຼາຍລະຫວ່າງ 60%-80% ຖືວ່າ ເປັນໂຕເລກທີ່ຕ່ຳກວ່າທີ່ເຄີຍ ຄາດຄະເນໄວ້ກ່ອນໜ້ານີ້.
ສະຖານະການທີ່ກ່າວມານັ້ນ, ເປັນຜົນມາຈາກການຈຳ ກັດການເດີນທາງຂອງປະເທດຕ່າງໆທົ່ວໂລກ. ການສັ່ງປິດສະໜາມບິນ ແລະ ຊາຍແດນ ເພື່ອປ້ອງກັນການລະບາດຂອງໂຣກ COVID-19, ເຮັດໃຫ້ຈໍານວນນັກທ່ອງທ່ຽວຫຼຸດລົງໃນລະດັບຕ່ຳທີ່ສຸດ ນັບຕັ້ງແຕ່ມີການເລີ່ມຈົດບັນທຶກໃນປີ 1950. ບົດລາຍງານສະບັບນີ້ ຂອງອົງການການທ່ອງທ່ຽວໂລກ ຊຶ່ງມີສຳນັກງານໃຫຍ່ຢູ່ໃນນະຄອນຫຼວງມາດຣິດຂອງແອັດສະປາຍ ລະບຸວ່າ: ການເດີນທາງມາຢ້ຽມຢາມຂອງນັກທ່ອງທ່ຽວຫຼຸດລົງ 22%, ໃນໄລຍະ 3 ເດືອນທຳອິດຂອງປີ ແລະ ສະເພາະໃນເດືອນມີນາ ປະມານ 57% ໂດຍພາກພື້ນອາຊີ ແລະ ເອີຣົບ ໄດ້ຮັບຜົນກະທົບຫຼາຍທີ່ສຸດ ຈາກການຫຼຸດລົງຂອງຈຳນວນນັກທ່ອງທ່ຽວ.
ທ່ານ ຊູຣາບ ໂພໂລລິຄາດວິລີ ເລຂາທິການໃຫຍ່ອົງການທ່ອງທ່ຽວໂລກກ່າວວ່າ: ທົ່ວໂລກກຳລັງປະເຊີນໜ້າກັບວິກິດດ້ານສຸຂະພາບ ແລະ ເສດ ຖະກິດ ຢ່າງທີ່ບໍ່ເຄີຍເກີດຂຶ້ນມາກ່ອນ. ການທ່ອງທ່ຽວໄດ້ຮັບ ຜົນກະທົບຫຼາຍທີ່ສຸດ ແລະ ເຮັດໃຫ້ຫຼາຍລ້ານຕຳແໜ່ງງານກຳລັງຕົກຢູ່ໃນຄວາມສ່ຽງ. ທັງ ນີ້, ອຸດສາຫະກຳການບິນທີ່ກ່ຽວກັບການທ່ອງທ່ຽວ ແລະ ການເດີນທາງ ໄດ້ຮັບຜົນກະທົບໜັກທີ່ສຸດຈາກການລະບາດຂອງໂຣກ COVID-19 ທີ່ພົບວ່າມີຜູ້ຕິດເຊື້ອລາຍທໍາອິດໃນຈີນ ເມື່ອຕົ້ນປີນີ້, ຖ້ຽວບິນເກືອບທັງໝົດຖືກຍົກເລີກ ແຕ່ກຸ່ມທຸລະກິດໂຮງແຮມ, ເຮືອສໍາລານ ແລະ ຜູ້ໃຫ້ບໍລິການນໍາທ່ຽວກໍາລັງຕໍ່ສູ້ເພື່ອເອົາຕົວລອດຈາກວິກິດຄັ້ງນີ້.
ອົງການການທ່ອງທ່ຽວໂລກ ເຄີຍຄາດຄະເນໄວ້ວ່າ: ໃນໄລຍະຕົ້ນປີນີ້, ການທ່ອງທ່ຽວທົ່ວໂລກຈະຂະຫຍາຍຕົວປະມານ 3%-4%, ແຕ່ໃນໄລຍະທ້າຍເດືອນມີນາຜ່ານມາ, ໄດ້ປັບໂຕເລກການຄາດຄະເນ ໃໝ່ ໂດຍຄາດວ່າ: ອຸດສາຫະກໍາການທ່ອງທ່ຽວ ຈະຫຼຸດລົງປະມານ 20%-30%. ພ້ອມທັງລະບຸວ່າ: ຈຳນວນນັກທ່ອງທ່ຽວທົ່ວໂລກ ຈະຫຼຸດລົງຫຼາຍເທົ່າໃດ ແມ່ນຂຶ້ນຢູ່ກັບໄລຍະເວລາຂອງການໃຊ້ມາດຕະການຄຸມເຂັ້ມດ້ານການເດີນທາງ ແລະ ການເປີດຊາຍແດນ ຈະໃຊ້ເວລາຫຼາຍເທົ່າໃດ. ຕາມການ ຄາດຄະເນ, ຖ້າຫາກຜ່ອນຄາຍກົດລະບຽບດ້ານການເດີນທາງເລີ່ມຂຶ້ນ ໃນໄລຍະຕົ້ນເດືອນກໍລະກົດນີ້, ຈຳນວນນັກທ່ອງທ່ຽວທົ່ວໂລກ ອາດຈະຫຼຸດລົງປະມານ 58%.
ຂະນະທີ່ການຄາດຄະເນໃນກໍລະນີທີ່ຮ້າຍແຮງທີ່ສຸດ, ຖ້າຫາກປະເທດຕ່າງໆ ຍົກ ເລີກການປິດຊາຍແດນໃນຕົ້ນເດືອນທັນວາປີນີ້, ຈໍານວນນັກທ່ອງທ່ຽວທົ່ວໂລກ ຈະຫາຍໄປປະມານ 78% ແລະ ຖ້າປະເທດຕ່າງໆ ຍົກເລີກມາດຕະການປິດເມືອງ ໃນໄລຍະຕົ້ນເດືອນກັນ ຍານີ້, ຈຳນວນນັກທ່ອງທ່ຽວທົ່ວໂລກຈະຫາຍໄປປະມານ 70%. ພາຍໃຕ້ການຄາດຄະເນເຫຼົ່ານີ້, ອຸດສາຫະກໍາການທ່ອງທ່ຽວທົ່ວໂລກອາດຈະສູນເສຍລາຍໄດ້ປະມານ 910.000 ລ້ານໂດລາ ເຖິງ 1,2 ລ້ານໆໂດລາ ແລະ ແຮງງານໃນອຸດສາຫະກຳນີ້ ຕ້ອງວ່າງງານປະມານ 100 - 120 ລ້ານຄົນ.
ໜ່ວຍງານດ້ານການ ທ່ອງທ່ຽວຂອງ UN ລະບຸວ່າ: ມີສັນຍານການຟື້ນຕົວຂອງອຸດສາຫະກໍາການທ່ອງທ່ຽວທົ່ວໂລກ ໃນໄລຍະໄຕມາດສຸດ ທ້າຍຂອງປີ 2020, ແຕ່ຈະຟື້ນຕົວເຕັມທີ່ໃນປີ 2021 ໂດຍພາກພື້ນອາຊີ-ປາຊີຟິກ ຈະເປັນພາກພື້ນທຳອິດ ທີ່ອຸດສາຫະ ກຳການທ່ອງທ່ຽວຟື້ນຕົວກ່ອນ ແລະ ຄາດວ່າ: ການທ່ອງທ່ຽວໃນປະເທດຈະຟື້ນຕົວກ່ອນການທ່ອງທ່ຽວ ລະຫວ່າງ ປະເທດ. ທັງນີ້, ການເຜີຍແຜ່ຂໍ້ມູນຖືວ່າເປັນເລື່ອງທີ່ສຳຄັນເຊັ່ນ: ກໍລະນີ ຄະນະກຳມະການສຸຂະພາບແຫ່ງຊາດ (NHC) ໄດ້ຮວບຮວມແຜນການ ແລະ ຮັກສາແຜນປ້ອງກັນ, ຄວບຄຸມ ລວມເຖິງເອກະສານທາງເຕັກ ນິກໃໝ່ຫຼ້າສຸດ ແລະ ແບ່ງປັນໃຫ້ 180 ປະເທດທົ່ວໂລກ ລວມເຖິງອົງການສາກົນ ແລະ ພາກພື້ນຫຼາຍກວ່າ 10 ແຫ່ງ ຮ່ວມຮັບຮູ້ໂດຍໄວ.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com