Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ກົມໃຫຍ່ການ ເມືອງ ປກສ ຄັ້ງທີ VI ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2020 ໂດຍການເປັນປະທານຂອງ ສະ ຫາຍ ພົຕ ວັນທອງ ກອງມະນີ ຄະນະປະຈຳພັກກະຊວງ ເລຂາຄະນະພັກ ຫົວໜ້າກົມໃຫຍ່ການເມືອງ ປກສ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງ ປກສ ພ້ອມດ້ວຍບັນດາແຂກຮັບເຊີນ ແລະ ຜູ້ແທນສົມບູນທີ່ເປັນຕົວແທນສະມາຊິກພັກທົ່ວອົງຄະນະພັກກົມໃຫຍ່ການເມືອງ ປກສ.
ສະຫາຍ ພົຕ ວັນທອງ ກອງມະນີ ໄດ້ຜ່ານບົດລາຍງານການເມືອງທີ່ໄດ້ຕີລາຄາຜົນສຳເລັດໃນການຊີ້ນຳ-ນຳພາການຈັດຕັ້ງປະຕິບັດແຕ່ລະຂົງເຂດວຽກງານ, ໃນໄລຍະປີ 2015-2020 ອົງຄະນະພັກກົມໃຫຍ່ການເມືອງ ປກສ ໄດ້ຊີ້ນຳ-ນຳພາຄະນະພັກແຕ່ລະຂັ້ນ ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ໃຫ້ມີຄວາມເປັນເອກະພາບ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ຢຶດໝັ້ນອຸດົມການສັງຄົມນິຍົມ, ເຊື່ອໝັ້ນຕໍ່ແນວທາງຂອງພັກ, ມີຄວາມອົດທົນເດັດດ່ຽວ, ໜຽວແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບທີ່ຜັນແປຕ່າງໆ, ຜ່ານການຈັດຕັ້ງປະຕິບັດເຫັນໄດ້ວ່າ ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ຮັກສາໄດ້ທັດສະນະຫຼັກໝັ້ນຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ນະໂຍບາຍຂອງພັກ-ລັດ, ມີຄວາມຈົງຮັກພັກດີຕໍ່ພັກ-ຕໍ່ປະເທດຊາດ, ຫ້າວຫັນໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ປັບປຸງພາຫະນະສື່ມວນຊົນ, ກິລາກາຍະກຳ, ສິລະປະວັນນະຄະດີ ຂອງກຳລັງ ປກສ ເຄື່ອນໄຫວຢ່າງແຂງແຮງ ກາຍເປັນທີ່ນິຍົມຊົມຊອບຂອງທົ່ວສັງຄົມ.
ອັນພົ້ນເດັ່ນແມ່ນ ວຽກງານກໍ່ສ້າງພັກ, ສາມາດຄັດເລືອກປະເພດສະມາຊິກພັກແຂງ ກວມ 86,55%, ປະເພດກາງ ກວມ 12,57%, ປະເພດອ່ອນ ກວມ 0,33%; ມີ 9 ໜ່ວຍພັກ ໄດ້ຖືກຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ 6 ໜ່ວຍພັກໄດ້ຫຼາຍປີຕິດຕໍ່ກັນກວມ 39%.
ໃນ 5 ປີຕໍ່ໜ້າ, ອົງຄະນະພັກກົມໃຫຍ່ການເມືອງ ປກສ ໄດ້ວາງຄາດໝາຍສູ້ຊົນຕັ້ງໜ້າປັບປຸງ ແລະ ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບໃຫ້ກາຍເປັນອາວຸດອັນແຫຼມຄົມຂອງພັກ ໃນການປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມ;
ກອງປະຊຸມໄດ້ປ່ອນບັດເລືອກເອົາຄະນະພັກຊຸດໃໝ່ 15 ສະຫາຍໃນຈຳນວນຜູ້ລົງສະໝັກ 17 ສະຫາຍ; ຜ່ານການປ່ອນບັດບັນດາຜູ້ແທນໄດ້ເປັນເອກະສັນກັນເລືອກເອົາສະຫາຍ ພົຕ ວັນທອງ ກອງມະນີ ເປັນເລຂາ, ສະຫາຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ເປັນຮອງເລຂາ, ສະຫາຍ ພົຈວ ຄຳສາຍ ຈັນທະວົງ ເປັນປະທານກວດກາ ແລະ 12 ສະຫາຍເປັນຄະນະ.
(ຂ່າວ: ບຸນເຫຼືອ ບຸນສົງ )
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com