Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຟີລິບປິນ ຈະບໍ່ເປີດຮຽນຈົນກວ່າຈະມີ ວັກຊິນປ້ອງກັນ COVID-19

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 28/05/2020 08:58:08 ຈຳ​ນວນ​​ຢ້ຽມ​ຊົມ 890 ຄັ້ງ

  ຂ່າວ​ຕ່າງປະເທດ​ລາຍ​ງານ ວັນ​ທີ 27 ພຶດສະພາ, ທ່ານ​ປະທານາທິບໍດີ ໂຣ​ດິ​ຣໂກ ດູ​ເຕີ​ເຕ ຂອງ​ຟີ​ລິບ​ປິ​ນ​ກ່າວ​ວ່າ ຈະ​ບໍ່​ອະນຸ​ຍາດ​ໃຫ້​ນັກຮຽນ​ໄປ​ໂຮງຮຽນ​ຈົນ​ກວ່າ​ຈະ​ມີ​ວັກ​ຊິນ​ຕ້ານ​ໄວ​ຣັສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ (COVID-19) ເຊັ່ນ​ດຽວ​ກັບ​ບາງ​ປະເທດ​ທີ່​ສັ່ງ​ໃຫ້​ມີ​ການ​ຮຽນ​ການ​ສອນ​ຜ່ານ​ອອນ​ລາຍ.
  ບັນດາ​ນັກຮຽນ​ຊັ້ນ​ອະນຸ​ ບານ​ໃນ​ຟີ​ລິບ​ປິ​ນ​ຈະ​ຕ້ອງ​ກັບ ​ໄປ​ໂຮງຮຽນ ຊຶ່ງ​ມີ​ກຳນົດ​ເປີດ​ ຮຽນ​ໃນ​ທ້າຍ​ເດືອນ​ສິງຫາ​ນີ້ ຫຼັງ​ຈາກ​ທີ່​ໂຮງຮຽນ​ລະດັບ​ປະຖົມ​ສຶກສາ ແລະ ມັດ​​ທະ​ຍົມ​ສຶກສາ​ຖືກ​ສັ່ງ​ໃຫ້​ປິດ​ຕັ້ງແຕ່​ເດືອນ​ມີນາ​ທີ່​ຜ່ານ​ມາ ເນື່ອງ​ຈາກ​ສະ ຖານະ​ການ​ ການ​ແຜ່​ລະບາດ ​ຂອງ​ໂຣກ COVID-19 ໂດຍ​ ທ່ານ​ປະທານາທິບໍດີ ດູ​ເຕີ​ເຕ ກ່າວ​ວ່າ ມີ​ຄວາມ​ສ່ຽງ​ເກີນ​ໄປ​ທີ່​ຈະ​ໃຫ້​ນັກຮຽນ​ກັບ​ໄປ​ສູ່​ລະບົບ​ໂຮງຮຽນ ແລະ ບໍ່​ໝັ້ນ​ໃຈ​ວ່າ ພວກ​ເຂົາ​ຈະ​ປອດ​ໄພ​ຢ່າງ​ແທ້​ຈິງ ຖ້າ​ຈະ​ໃຫ້​ເປີດ​ຮຽນ​ໃນ​ຕອນ​ນີ້. ເຖິງ​ຢ່າງໃດ​ກໍ​ຕາມ, ທ່ານ​ປະທານາ​ທິ​ບໍດີ ດູ​ເຕີ​ເຕ ກ່າວ​ເນັ້ນ​ວ່າ ສຳລັບ​ທ່ານ ວັກ​ຊິນ​ຕ້ອງ​ມາ​ກ່ອນ ຖ້າ​ມີ​ວັກ​ຊິນ​ຕ້ານ COVID-19 ທຸກ​ຢ່າງ​ກໍ​ຈະ​ດຳເນີນ​ການ​ຕາມ​ປົກ​ກະ​ຕິ.
  ຂ່າວ​ແຈ້ງວ່າ ລັດຖະບານ​ຟີ​ລິບ​ປິ​ນ​ ກຳລັງ​ພິຈາລະນາ​ຫຼຸດ​ລະດັບ​ມາດ​ຕະການ​ລັອກ​ດາວ​ພາຍ​ໃນ​ປະເທດ ຈາກ​ແຕ່​ ກ່ອນ​ທີ່​ຈະ​ຄວບ​ຄຸມ​ໃນ​ລະດັບ ​ພູມີພາກ​ລົງ​ເຫຼືອ​ພຽງລະດັບ ​ຊຸມ​ຊົນ ເພື່ອ​ເປັນ​ການ​ກຽມ​ຄວາມ​ພ້ອມ​ໃນ​ການ​ເປີດ​ເສດ ຖະ ກິດ​ປະເທດ ພາຍຫຼັງລັດຖະ ບານ​ຟີ​ລິບ​ປິ​ນ​ປະກາດ​ໃຊ້​ມາດ​ຕະ ການ​ລັອກ​ດາວ​ດົນ​ກວ່າ 2 ເດືອນ ​ຕັ້ງແຕ່​ວັນ​ທີ 16 ພຶດ ສະພາ​ທີ່​ຜ່ານ​ມາ, ທຸລະ​ກິດ​ສ່ວນ​ໃຫຍ່​ໃນ​ນະຄອນຫຼວງ​ມະນີລາ​ໄດ້​ຮັບ​ການ​ອະນຸ​ຍາດ​ໃຫ້​ເປີດ​ກິດຈະການ​ບາງ​ສ່ວນ ຂະນະ​ທີ່​ຍັງ​ໃຫ້​ຄວາມ​ສຳຄັນ​ກັບ​ມາດ​ຕະການ ​ການ​ຮັກສາ​ໄລຍະ​ຫ່າງ​ທາງ​ສັງຄົມ​ຢ່າງ​ ເຂັ້ມ​ງວດ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com