Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
(ເນື່ອງໃນໂອກາດວັນຊາດໂຄຣອາຊີ 30 ພຶດສະພາ 2020)
ໂຄຣອາຊີ ຫຼື ຊື່ທາງການວ່າ: ສາທາລະນະລັດ ໂຄຣອາຊີ ຕັ້ງຢູ່ເຂດເອີຣົບກາງ ແລະ ເອີຣົບຕາເວັນອອກສ່ຽງໃຕ້, ມີເນື້ອທີ່ທັງໝົດ 56.594 ກິໂລ ແມັດມົນທົນ, ມີຊາຍແດນຕິດກັບ ສະໂລວານີ ທາງດ້ານເໜືອ, ຕິດກັບ ຮົງກາຣີ ທາງດ້ານຕາເວັນອອກສ່ຽງເໜືອ, ຕິດກັບ ບອດສະນີ ແລະ ເຮີຊີໂກວີນາ ທາງດ້ານຕາເວັນອອກສ່ຽງໃຕ້, ດ້ານຕາເວັນອອກຕິດກັບ ແຊັກບີ ແລະ ຕິດກັບ ມອນເຕນີໂກຣ ທາງດ້ານຕາເວັນອອກສ່ຽງໃຕ້. ມີນະຄອນຫຼວງຊື່ວ່າ: ຊາເກຣັບ.
ປະເທດໂຄຣອາຊີ ມີຖານະທາງເສດຖະກິດຢູ່ໃນເກນດີ, ລາຍໄດ້ສ່ວນໃຫຍ່ຂອງປະເທດ ແມ່ນມາຈາກການທ່ອງທ່ຽວ. ເນື່ອງຈາກໂຄຣອາຊີ ມີແຄມຝັ່ງທະເລຍາວ 5.000 ກວ່າກິໂລແມັດ ແລະ ເຕັມໄປດ້ວຍເກາະ, ແກ້ງຕ່າງໆເຖິງ 1.185 ແຫ່ງ ແລະ ມີໝູ່ເກາະທີ່ສວຍງາມ. ລວມຍອດຜະລິດຕະພັນພາຍໃນປະເທດ (GDP) 51,5 ຕື້ໂດລາ, ຄິດສະເລ່ຍລາຍໄດ້ຕໍ່ຫົວຄົນບັນລຸປະມານ 12.290 ໂດລາ.
ສະພາບລວມສິນຄ້າ ແລະ ອຸດສາຫະກໍາ ທີ່ເປັນນະໂຍ ບາຍເສດຖະກິດຂອງປະເທດ ໂຄຣອາຊີ ມີຄື: ດ້ານອຸດສະຫະກຳການທ່ອງທ່ຽວ, ໂຄຣອາຊີ ເປັນແຫຼ່ງທ່ອງທ່ຽວທີ່ສຳຄັນໃນເຂດທະເລເມດີແຕຣາເນ ເນື່ອງຈາກວ່າ ມີທະເລທີ່ສວຍງານ, ມີເກາະດອນທັງໝົດ 1.246 ເກາະ, ມີແຫຼ່ງມໍລະດົກໂລກ 7 ແຫ່ງຄື: ອຸທິຍານພຣິດວິເຊ, ກຸ່ມອາຄານປະຫວັດສາດທີ່ເມືອງ ສະປລິດ, ເມືອງເກົ່າ ດູບຣອຟນິກ, ບາຊິລິກາ ເມືອງໂປເຣຊ ເມືອງເກົ່າໂທຣເກຍ, ວິຫານ ເຊນເຈມ ເມືອງຊິເບນິກ ແລະ ສະຕາຣິຣາດ.
ອຸດສາຫະກຳການທ່ອງ ທ່ຽວ ມີຄວາມສຳຄັນຕໍ່ເສດຖະ ກິດຂອງໂຄຣອາຊີ ໂດຍສະ ເພາະການທ່ອງທ່ຽວທາງທະ ເລ, ການທ່ອງທ່ຽວສຳລັບການບໍລິການດ້ານການແພດ ແລະ ການທ່ອງທ່ຽວສຳລັບການປະຊຸມ. ສະນັ້ນ, ຈຶ່ງມີໂອກາດສໍາລັບການລົງທຶນ ສ້າງ ຫຼື ບໍລິ ຫານໂຮງແຮມ, ສະປາ, ຄລີນິກ ແລະ ສູນປະຊຸມ. ເມືອງທີ່ມີ ທ່າແຮງສູງ ແມ່ນເມືອງແຄມທະເລເຊັ່ນ: ສະປລິດ ດູບຣອຟນິກ ແລະ ປູລາ.
ສ່ວນດ້ານອຸດສາຫະກຳການຜະລິດມີອັດຕາສ່ວນເຖິງ 20,7% ຂອງ GDP. ອຸດສາ ຫະກຳທີ່ເປັນຈຸດແຂງຂອງໂຄຣອາຊີຄື: ການຕໍ່ເຮືອ, ຜະລິດຕະພັນຈາກປີໂຕຣລຽມ, ເຄື່ອງໃຊ້ໄຟຟ້າ, ເຄມີ, ອາຫານ, ເຄື່ອງຈັກ ແລະ ອຸປະກອນ. ອຸດສາຫະກຳທີ່ມີໂອກາດຂະຫຍາຍຕົວຄື: ICT, ໄມ້, ແຜ່ນແພ ແລະ ເຄື່ອງໜັງ, ໂລຫະ ແລະ ລົດໃຫຍ່.
ດ້ານການລົງທຶນຈາກຕ່າງ ປະເທດ, ນັກລົງທຶນຕ່າງປະ ເທດ 5 ອັນດັບທໍາອິດໃນ ໂຄຣ ອາຊີ ເປັນປະເທດໃນສະຫະ ພາບເອີຣົບຄື: ໂອຕຣິດກວມ 25%, ນູແວນເຊລັງ ກວມ 15%, ເຢຍລະມັນ ກວມ 11%, ຮົງກາຣີ ກວມ 9% ແລະ ລຸກຊໍາບວກ ກວມ 6%. ກິດຈະການ ລົງທຶນຕົ້ນຕໍ ແມ່ນການລົງທຶນທາງການເງິນ, ຍົກເວັ້ນການປະກັນໄພ ແລະ ເງິນບຳນານ ກວມ 33%, ການຂາຍສົ່ງ ກວມ 10%, ອະສັງຫາລິມະຊັບ ກວມ 7%, ໄປສະນີ ແລະ ໂທລະຄົມ ມະນາຄົມ ກວມ 6%, ຜະລິດຕະພັນປີໂຕຣລຽມ ກວມ 6%.
ສປປ ລາວ ແລະ ສ.ໂຄຣ ອາຊີ ສ້າງຕັ້ງສາຍພົວພັນທາງ ການທູດນຳກັນ, ໃນວັນທີ 4 ສິງຫາ ປີ 1996.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com