Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເມື່ອທ້າຍອາທິດຜ່ານມາ, ທ່ານ ຈ່ຽງ ຈາຍດົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ຕອບສຳພາດສື່ມວນຊົນລາວກ່ຽວກັບລັດຖະບານສູນກາງຈີນ ຊຸກຍູ້ການສ້າງກົດໝາຍວ່າດ້ວຍຮັກສາຄວາມໝັ້ນຄົງແຫ່ງຊາດຂອງຮົງກົງ
ຄຳຖາມ 1. ເປັນຫຍັງໃນເວລານີ້ຝ່າຍຈີນຕ້ອງສົ່ງ ເສີມການສ້າງ ແລະ ປັບປຸງລະບຽບກົດໝາຍ ແລະ ກົນໄກປະຕິບັດກົດໝາຍຂອງເຂດປົກຄອງພິເສດຮົງກົງໃນການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ ?
ຕອບ: ພາຍຫຼັງຮົງກົງກັບຄືນສູ່ປະເທດຈີນ ຈີນໄດ້ຈັດຕັ້ງປະຕິບັດທິດທາງນະໂຍບາຍ “ປະເທດດຽວສອງລະບອບ” “ຊາວຮົງກົງປົກຄອງຮົງກົງ” ແລະ ປົກຄອງຕົນເອງໃນລະດັບສູງ ແລະ “ປະເທດດຽວສອງລະບອບ” ໄດ້ປະສົບຜົນສໍາເລັດທີ່ບໍ່ເຄີຍມີມາກ່ອນໃນຮົງກົງ. ປັດຈຸບັນ, ບັນຫາທີ່ພົ້ນເດັ່ນແມ່ນຄວາມສ່ຽງທີ່ມີອັນຕະລາຍເຖິງຄວາມໝັ້ນຄົງແຫ່ງຊາດໃນຮົງກົງ ໂດຍສະ ເພາະນັບຕັ້ງແຕ່ເຫດການປັ່ນປ່ວນທີ່ເກີດຂຶ້ນຢູ່ຮົງກົງ ໃນປີ 2019, ການກໍ່ການຮ້າຍສືບຕໍ່ຍົກລະດັບສູງຂຶ້ນ ແລະ ອິດທິກຳລັງພາຍນອກໄດ້ແຊກແຊງເຂົ້າເລິກວຽກງານຮົງກົງຢ່າງຜິດກົດໝາຍ. ທັງໝົດເຫຼົ່ານີ້ລ້ວນແຕ່ໄດ້ທຳລາຍຄວາມໝັ້ນຄົງແຫ່ງຊາດຂອງຈີນຢ່າງໜັກໜ່ວງ, ຍັງເປັນການຂົ່ມຂູ່ຢ່າງໃຫຍ່ຫຼວງຕໍ່ຮົງກົງໃນການຮັກສາຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບ ຂະນະທີ່ຊຸກຍູ້ນະໂຍບາຍ “ປະເທດດຽວສອງລະບອບ”, ຈຳເປັນຕ້ອງປະຕິບັດມາດຕະການເຂັ້ມແຂງ ເພື່ອປ້ອງກັນ, ສະກັດກັ້ນ ແລະລົງໂທດ.
ສັງລວມແລ້ວ, ການຮັກ ສາຄວາມໝັ້ນຄົງຂອງຊາດ ແມ່ນໜ້າທີ່ຂອງອົງການປົກ ຄອງສູນກາງ. ລັດຖະບານກາງມີຄວາມຮັບຜິດຊອບສູງສຸດແລະ ສຸດທ້າຍ ສຳລັບຄວາມໝັ້ນຄົງແຫ່ງຊາດ ຂອງບັນດາທ້ອງຖິ່ນ ພ້ອມທັງສາມາດຊົມ ໃຊ້ທຸກສິດທີ່ຈຳເປັນ ນີ້ແມ່ນທິດສະດີພື້ນຖານ ແລະ ຫຼັກການຂອງອະທິປະໄຕແຫ່ງຊາດແລະ ກໍແມ່ນມູນເຊື້ອຂອງທຸກໆປະເທດໃນໂລກ. ລັດຖະບານກາງຂອງຈີນມີຄວາມເປັນຫ່ວງທີ່ສຸດຕໍ່ຄວາມຈະເລີນຮຸ່ງເຮືອງແລະ ສະຖຽນລະພາບຂອງຮົງກົງ ແລະ ສະຫວັດດີການຂອງພີ່ນ້ອງຮົງກົງ, ບໍ່ອະນຸຍາດໃຫ້ອິດທິກຳລັງສັດຕູທັງພາຍໃນ ແລະ ພາຍນອກດໍາເນີນກິດຈະການຕ່າງໆ ທີ່ຫວັງແຊກແຊງເຂົ້າໃນວຽກງານ ຮົງກົງ.
ຄຳຖາມ 2. ຝ່າຍຈີນຈະສ້າງ ແລະ ປັບປຸງລະບຽບກົດໝາຍ ແລະ ກົນໄກປະຕິບັດກົດໝາຍຂອງເຂດປົກຄອງພິເສດຮົງກົງໃຫ້ສົມບູນ ເພື່ອປ້ອງກັນຄວາມປອດໄພແຫ່ງຊາດຄືແນວໃດ?
ຕອບ: ໃນຂະບວນການສ້າງ ແລະ ປັບປຸງລະບຽບກົດ ໝາຍ ແລະ ກົນໄກປະຕິບັດກົດໝາຍຂອງເຂດປົກຄອງພິເສດຮົງກົງ ເພື່ອປ້ອງກັນຄວາມປອດໄພແຫ່ງຊາດ ໃນຂັ້ນຊາດໃນສະຖານະການໃໝ່ ພວກຂ້າພະເຈົ້າຈະຢຶດໝັ້ນການຊີ້ນຳ ນຳພາ ໂດຍທິດສະດີສັງຄົມນິຍົມ ຕາມສີສັນພິເສດຈີນໃນຍຸກສະໄໝໃໝ່ຂອງ ທ່ານ ສີຈິ້ນຜິງ ຈັດຕັ້ງປະຕິບັດທັດສະນະຄວາມປອດໄພແຫ່ງຊາດໃຫ້ລົງເລິກ ຢຶດໝັ້ນ ແລະ ປັບປຸງລະບົບຈີນດຽວ ສອງລະບອບໃຫ້ສົມບູນ ໃຫ້ການປ້ອງກັນສິດປົກຄອງຮອບດ້ານຕໍ່ເຂດປົກຄອງພິເສດຂອງສູນກາງສົມທົບກັບການປ້ອງກັນສິດປົກຄອງຕົວເອງຢ່າງສູງຂອງເຂດປົກຄອງພິເສດໃຫ້ດີ ປ້ອງກັນຄວາມໝັ້ນຄົງ ແລະ ຄວາມຈະເລີນຂອງຮົງກົງໃນໄລຍະຍາວ ແລະ ຮັບປະກັນຫຼັກການ ຈີນດຽວ ສອງລະບອບ ບໍ່ປ່ຽນ ບໍ່ສັ້ນ ຮັບປະກັນພຶດຕິກຳການຈັດຕັ້ງປະຕິດບັດ ຈີນດຽວ ສອງລະບອບ ບໍ່ປ່ຽນຮູບ ບໍ່ປ່ຽນແບບ.
ອີງຕາມແນວຄິດດັ່ງກ່າວນີ້ ພວກຂ້າພະເຈົ້າຈະນຳໃຊ້ຮູບແບບທີ່ ການຕັດສິນຂໍ້ຕົກລົງ ບວກ ການສ້າງນິຕິກຳ ແລະ ດຳເນີນຕາມສອງຂັ້ນຕອນ. ຂັ້ນຕອນທີໜຶ່ງ ກອງປະຊຸມສະພາຜູ້ແທນປະຊາຊົນທົ່ວປະເທດຈະອີງຕາມລັດຖະທຳມະນູນ ແລະ ກົດໝາຍພື້ນຖານຂອງຮົງກົງ ຕັດສິນຂໍ້ຕົກລົງກ່ຽວກັບການສ້າງ ແລະ ປັບປຸງລະບຽບກົດໝາຍ ແລະ ກົນໄກປະຕິບັດກົດໝາຍຂອງເຂດປົກ ຄອງພິເສດຮົງກົງໃຫ້ສົມບູນ ແລະ ຮ່າງກົດລະບຽບພື້ນຖານໃຫ້ແກ່ບັນຫາທີ່ກ່ຽວຂ້ອງ. ໃນເວລາດຽວກັນ ມອບສິດໃຫ້ແກ່ຄະນະກຳມະການປະຈຳຂອງກອງປະຊຸມສະພາຜູ້ແທນປະຊາຊົນທົ່ວປະເທດ ເພື່ອສ້າງນິຕິກຳກ່ຽວກັບການສ້າງ ແລະ ປັບປຸງລະບຽບກົດໝາຍ ແລະ ກົນໄກປະຕິບັດກົດໝາຍຂອງເຂດປົກຄອງພິເສດຮົງກົງໃຫ້ສົມບູນ. ຂັ້ນຕອນທີ່ສອງ ຄະນະກຳມະການປະຈຳຂອງກອງປະຊຸມສະພາຜູ້ແທນປະຊາຊົນທົ່ວປະເທດຈະອີງຕາມລັດຖະທຳມະນູນ ກົດໝາຍພື້ນຖານຂອງຮົງກົງ ແລະ ສິດທີ່ມອບໂດຍຂໍ້ຕົກລົງຂອງກອງປະຊຸມສະພາຜູ້ແທນປະຊາຊົນທົ່ວປະເທດ ແລະ ສົມທົບສະພາບຕົວຈິງຂອງເຂດປົກຄອງພິເສດຮົງກົງ ມາຮ່າງກົດໝາຍທີ່ກ່ຽວຂ້ອງ ແລະ ເອົາກົດໝາຍນີ້ເຂົ້າໃນເອກະສານໝາຍເຫດເລກທີ່ສາມທີ່ຂັດຕິດນຳກົດໝາຍພື້ນຖານ ເພື່ອໃຫ້ຈັດຕັ້ງປະຕິບັດໃນເຂດປົກຄອງພິເສດຮົງກົງ.
ຄຳຖາມ 3. ທ່ານມີຄວາມເຫັນແນວໃດ ຕໍ່ການຕີລາຄາຈາກປະຊາຄົມໂລກ ໂດຍສະ ເພາະແມ່ນການຕີລາຄາທາງລົບຈາກບາງປະເທດຕໍ່ມະຕິຕົກລົງຂອງຝ່າຍຈີນ?
ຕອບ: ນັບຖືສິດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ບໍ່ແຊກແຊງກິດຈະການພາຍໃນຊຶ່ງກັນ ແລະ ກັນ ແມ່ນຫຼັກການຂອງສາຍພົວພັນສາ ກົນທີ່ທຸກຝ່າຍກໍເຫັນດີເຫັນພ້ອມ, ການສ້າງກົດໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດຂອງຮົງກົງ ແມ່ນກິດຈະການພາຍໃນຂອງຈີນ ປະເທດອື່ນໆກໍບໍ່ຄວນ ແລະ ບໍ່ມີສິດມາແຊກແຊງ. ພວກຂ້າ ພະເຈົ້າຍິນດີທີ່ໄດ້ເຫັນວ່າ ມີຫຼາຍປະເທດລວມເຖິງປະເທດລາວກໍໄດ້ສະແດງຄວາມເຫັນຂອງຕົນທີ່ວ່າ ສະໜັບສະໜູນປະເທດຈີນໃນການຮັກສາສິດອະທິປະໄຕ ຄວາມເອກະພາບແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນ, ຢຶດໝັ້ນຫຼັກການປະເທດຈີນດຽວ, ເນັ້ນໜັກວ່າ ຮົງກົງເປັນເຂດບໍລິຫານພິເສດຂອງຈີນ ພາຍໃຕ້ຂອບປະເທດດຽວສອງລະບອບ, ພ້ອມທັງໄດ້ປະກອບຄວາມເຫັນວ່າ ມະຕິຕົກລົງຂອງຝ່າຍຈີນ ສອດຄ່ອງກັບສະພາບຄວາມຈິງ ແລະລະບຽບກົດໝາຍ ເປັນສິດອັນຊອບທໍາໃນການຮັກສາຄວາມໝັ້ນຄົງ ແລະ ຜົນປະໂຫຍດຂອງຊາດ.
ພ້ອມນັ້ນ ພວກຂ້າພະເຈົ້າກໍຮູ້ສຶກເສຍດາຍທີ່ໄດ້ເຫັນວ່າ ໃນໂລກນີ້ ຍັງມີອິດທິກໍາລັງອັນໜຶ່ງ ຢຶດໝັ້ນລັດທິເຈົ້າອໍານາດ ຢຽບຢໍ່າຫຼັກການພື້ນຖານຂອງສາຍພົວພັນສາກົນ ແຊກແຊງການເມືອງຂອງປະເທດອື່ນຢ່າງຮ້າຍແຮງ.
ຂ້າພະເຈົ້າຕ້ອງເນັ້ນໜັກອີກວ່າ ຮົງກົງເປັນຮົງກົງຂອງປະເທດຈີນ ການສ້າງກົດໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດຂອງຮົງກົງເປັນກິດຈະການພາຍໃນຂອງຈີນ. ລັດຖະບານຈີນມີຄວາມຕັດສິນໃຈຢ່າງເດັດດ່ຽວໃນການປ້ອງກັນສິດອະທິປະໄຕ ຄວາມໝັ້ນຄົງ ແລະ ຜົນປະໂຫຍດການພັດທະນາຂອງຊາດ, ມີຄວາມຕັດສິນໃຈຢ່າງເດັດດ່ຽວໃນການປະຕິບັດເຂັມທິດ ປະເທດດຽວສອງລະບອບ, ມີ ຄວາມຕັດສິນໃຈຢ່າງເດັດດ່ຽວໃນການຄັດຄ້ານອິດທິກໍາລັງພາຍນອກໃດໆທີ່ມາແຊກແຊງກິດຈະການຂອງຮົງກົງ. ເຈດຈໍານົງທີ່ຢາກແຊກແຊງກິດຈະການຂອງຮົງກົງ ແລະ ກົດໜ່ວງການພັດທະນາຂອງຈີນ ແນ່ນອນຈະປະລາໄຊຢ່າງຮາບຄາບ.
ຄຳຖາມ 4. ລັດຖະບານສູນກາງຈີນຊຸກຍູ້ການສ້າງກົດໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດຂອງຮົງກົງ ຈະມີຜົນສະທ້ອນແນວໃດ ຕໍ່ການພັດທະນາຂອງຮົງກົງ?
ຕອບ: ຍ້ອນວ່າ ປະຊາຊົນຮົງກົງໄດ້ເຫັນເຖິງເປົ້າໝາຍແລະ ຮູ້ສຶກວ່າ ການສ້າງກົດ ໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດຂອງຮົງກົງຈະເສີມສ້າງເງື່ອນໄຂທີ່ດີກວ່າເກົ່າໃຫ້ແກ່ການສຶກສາ ເຮືອນຢູ່ ການປະກອບອາຊີບແລະ ການດໍາລົງຊີວິດຂອງປະຊາຊົນຮົງກົງ, ສະນັ້ນ ຫຼັງຈາກກິດຈະກໍາລົງລາຍເຊັນສະໜັບສະໜູນສ້າງກົດໝາຍນີ້ ເລີ່ມຂຶ້ນພຽງແຕ່ສາມມື້ ກໍໄດ້ມີປະຊາຊົນຮົງກົງຈໍານວນ 1,1 ລ້ານຄົນ ໄປລົງລາຍເຊັນຢູ່ພາກສະໜາມ ຫຼື ຜ່ານອິນເຕີເນັດແລ້ວ ຊຶ່ງໄດ້ສະແດງໃຫ້ເຫັນວ່າ ການສ້າງກົດໝາຍນີ້ເປັນຄວາມຫວັງຂອງປະຊາຊົນທັງປວງ. ຄຽງຄູ່ກັນກັບການຊຸກຍູ້ຂັ້ນຕອນສ້າງກົດໝາຍ ຮົງກົງຈະມີລະບົບກົດໝາຍທີ່ຄົບຖ້ວນກວ່າເກົ່າ ລະບຽບສັງຄົມທີ່ໝັ້ນຄົງກວ່າເກົ່າ ສະພາບປະຕິບັດກົດໝາຍ ແລະ ດໍາເນີນທຸລະກິດທີ່ດີກວ່າເກົ່າ ຊຶ່ງຈະຊ່ວຍຮັກສາເຂັມທິດພື້ນຖານ ປະເທດດຽວສອງລະບອບ ຊ່ວຍຮັກສາຖານະທີ່ເປັນຈຸດໃຈກາງທາງດ້ານການຄ້າ ການທະນາຄານ ແລະ ການເດີນເຮືອຂອງຮົງກົງ. ປະຊາຊົນກໍຄອງຄອຍຢາກໃຫ້ ຮົງກົງມີອະນາຄົດທີ່ສົດໃສຕື່ມອີກ.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com