Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເມືອງຊໍາເໜືອ ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນໄດ້ຈັດພິທີປູກຕົ້ນໄມ້ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຊຶ່ງຈັດຂຶ້ນໃນວັນທີ 29 ພຶດສະພາ ຜ່ານມາ ທີ່ສວນສາທາລະນະ ຫົວພັນ-ກວາງນິງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພຸດພັນ ແກ້ວວົງໄຊ ເຈົ້າເມືອງໆຊໍາເໜືອ ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ, ບັນດາທ່ານການນໍາຂັ້ນແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພຸດພັນ ແກ້ວວົງໄຊ ເຈົ້າເມືອງໆຊໍາເໜືອໄດ້ກ່າວວ່າ: ໃນປີ 2019 ເມືອງຊໍາເໜືອໄດ້ປູກຕົ້ນໄມ້ປະດັບໃສ່ອ້ອມຂ້າງເທດສະບານເມືອງໃນຈຳນວນ 656 ຕົ້ນ ກວມເອົາເນື້ອທີ່ 1,15 ເຮັກຕາ, ຜ່ານການບົວລະບັດເຫັນວ່າມີຕົ້ນໄມ້ທີ່ບໍ່ຕາຍຈຳນວນ 533 ຕົ້ນ, ຕາຍ 123 ຕົ້ນ ສາເຫດຍ້ອນວ່າ: ມີບຸກຄົນຈຳນວນໜຶ່ງທີ່ມີດິນຢູ່ແຄມທາງໄດ້ຕັດ, ຖົມ, ຂາຍເຄື່ອງໃສ່ບ່ອນຕົ້ນໄມ້ທີ່ປູກ ແລະ ຍ້ອນມີບາງພາກສ່ວນມີການຂຸດຂຸມ, ການໃສ່ຝຸ່ນ, ການລ້ອມຮົ້ວບໍ່ໄດ້ມາດຕະຖານເຕັກນິກບວກໃສ່ການບົວລະບັດຮັກສາບໍ່ຄ່ອຍເອົາໃຈໃສ່ປານໃດ, ຕົ້ນໄມ້ທີ່ນຳມາປູກພັດຍັງເປັນເບ້ຍນ້ອຍ, ຄະນະຮັບຜິດຊອບທີ່ຕິດຕາມກວດກາປູກຕົ້ນໄມ້ບໍ່ໄດ້ແນະນຳໃຫ້ພາກສ່ວນທີ່ກ່ຽວຂ້ອງໄປປູກທົດແທນຄືນຈຳນວນຕົ້ນໄມ້ທີ່ຕາຍໄປ. ສະເພາະປີນີ້ຕົ້ນໄມ້ທີ່ນຳມາປູກມີ ໄມ້ໂລ່ງເລ່ງຈຳນວນ 1.186 ຕົ້ນ, ໄມ້ດູ່ລາຍ 314 ຕົ້ນ, ໄມ້ຄູນ 19 ຕົ້ນ, ໄມ້ດູ່ທຳມະດາ 100 ຕົ້ນ, ໄມ້ຂະຍຸງ 75 ຕົ້ນ, ໄມ້ຈວງ 5 ຕົ້ນ, ໄມ້ຝາງແດງ 38 ຕົ້ນ ແລະ ໄມ້ຄາຍປ່າຈຳນວນ 387 ຕົ້ນ ລວມທັງໝົດ 2 ພັນກວ່າເບ້ຍ ຊຶ່ງໄດ້ປູກຢູ່ 3 ຈຸດຄື: ຂອບເຂດວັດອົງຕື້ສີບຸນເຮືອງ, ຂອບເຂດຈຸດຊົມວິວມາຫາຄິວລົດເມ ແລະ ຂອບເຂດປ່າຊົມໃຊ້ບ້ານຫຼັກ 20, ລວມເນື້ອທີ່ທັງໝົດ 4 ເຮັກຕາກວ່າ, ນອກຈາກນີ້ຍັງໄດ້ປູກດອກບານທົດແທນເບ້ຍໄມ້ທີ່ຕາຍໃນປີ 2019 ຈຳນວນ 47 ເບ້ຍຢູ່ສວນສາທາລະນະຫົວພັນ-ກວາງນິງຕື່ມອີກ.
ທ່ານເຈົ້າເມືອງຊໍາເໜືອຍັງເວົ້າອີກວ່າ: ເພື່ອເຮັດໃຫ້ຕົ້ນໄມ້ທີ່ປູກໃນມື້ນີ້ໄດ້ຮັບໝາກຜົນຢ່າງເປັນຮູບປະທຳໃນອະນາຄົດອັນຍາວນານໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບພວກເຮົາທຸກຄົນຕ້ອງຮ່ວມແຮງຮ່ວມໃຈກັນປູກ, ເອົາໃຈໃສ່ບົວລະບັດ ແລະ ປົກປັກຮັກສາຕົ້ນໄມ້ ເພື່ອຄວາມອຸດົມສົມບູນ ແລະ ຍືນຍົງຂອງທຳມະຊາດດັ່ງຄຳຂວັນທີ່ວ່າ: “ປູກຕົ້ນໄມ້ໃນວັນນີ້ ເພື່ອຄວາມສຸຂີໃນວັນໜ້າ” “ປູກຕົ້ນໄມ້ ໃນວັນນີ້ເພື່ອຄວາມອຸດົມຮັ່ງມີ ແລະ ຄວາມຍືນຍົງຂອງຊາດໃນອະນາຄົດ” .
(ຂ່າວ-ພາບ: ນິດຖະໜອມ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com