Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສປຊ ຫາລືການປົກປັກຮັກສາສິ່ງແວດລ້ອມໃນການປະທະກັນ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 03/06/2020 08:50:08 ຈຳ​ນວນ​​ຢ້ຽມ​ຊົມ 430 ຄັ້ງ

  ວິທະຍຸ​ກະຈາຍສຽງ​ຫວຽດ ນາມ​ລາຍ​ງານ​ວ່າ: ໃນ​ຂອບ​ເຂດ​ສັບປະດາ​ຂອງ ສປຊ ກ່ຽວ​ກັບ​ການ​ປົກ​ປ້ອງ​ສາມັນ​ຊົນ ໃນ​ການ​ປະ​ທະ​ກັນ​ດ້ານ​ອາວຸດ ປີ 2020 (27 ພຶດສະພາ - 1 ມິຖຸນາ 2020), ວັນ​ທີ 29 ພຶດສະພາ​ຜ່ານ​ມາ, ຄະນະ​ປະຕິບັດ​ງານ​ຫວຽດນາມ ປະຈຳ ສປຊ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ປະເທດ​ສະ​ວິດ, ຫ້ອງການ​ປະສານ​ງານ​ບັນດາ​ການເຄື່ອນໄຫວ​ມະນຸດສະທຳ​ຂອງ ສປຊ (OCHA), ໂຄງການ​ສິ່ງແວດລ້ອມ​ຂອງ ສປຊ (UNEP) ແລະ ອົງການ​ຈັດ​ຕັ້ງ​ອື່ນໆ ໄດ້​ຈັດ​ກອງ​ປະຊຸມ​ການ​ປຶກສາ​ຫາລື​ທາງ​ອອນ​ລາຍ​ທີ່​ມີ​ຊື່ວ່າ; “ປົກ​ປັກ​ຮັກສາ​ສິ່ງແວດລ້ອມ​ໃນ​ການ​ປະ​ທະ​ກັນ​ດ້ວຍ​ອາວຸດ ແມ່ນ ປົກ​ປ້ອງ​ສາມັນ​ຊົນ”.
  ຂ່າວ​ລະບຸ​ວ່າ: ຜ່ານ​ການ​ປຶກສາ​ຫາລື, ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ຕ່າງ​ກໍ​ໃຫ້​ທັດສະນະ​ວ່າ: ຄວນ​ຊຸກຍູ້​ການ​ປຶກສາ​ຫາລື​ຢູ່​ບັນດາ​ກົນ​ໄກ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ແລະ ອົງການ ສປຊ ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງແວດລ້ອມ​ໃນ​ການ​ປະ​ທະ​ກັນ, ມີ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນ ລະຫວ່າງ ການ​ປົກ​ປັກ​ຮັກສາ​ສິ່ງແວດລ້ອມ, ປົກ​ປ້ອງ​ສາມັນ​ຊົນ ແລະ ເປົ້າ​ໝາຍ​ການ​ພັດ​ທະ​ນາ. ບັນດາ​ຜູ້​ແທນ​ຊີ້​ແຈງ​ວ່າ: ໂຣກ​ລະບາດ Covid - 19 ໄດ້​ກໍ່​ຜົນ​ກະທົບ​ຕໍ່​ດ້ານ​ສາທາລະນະ​ສຸກ, ສຸຂະພາບ, ເຮັດ​ໃຫ້​ແຫຼ່ງ​ກຳລັງ​ຂອງ​ປະເທດ​ອ່ອນແອ​ລົງ​ໃນ​ການ​ຮັບ​ມື​ກັບ​ບັນດາ​ບັນຫາ​ສິ່ງ​ແວດ​ລ້ອມ.       
  ໃນ​ພິທີ​ປິດ​ກອງ​ປະຊຸມ​ການ​ປຶກສາ​ຫາລື, ທ່ານ ດັ້ງ​ດິ່ງ​ກຸ໊ຍ ເອກ​ອັກ​ຄັດ​ລັດ​ຖະ​ທູດ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ ສປຊ ໄດ້​ເນັ້ນ​ໜັກ​ວ່າ: ບັນດາ​ຝ່າຍ​ທີ່​ມີ​ການ​ປະ​ທະ​ກັນ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ປະຕິບັດ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ວ່າ​ດ້ວຍ​ມະນຸດ​ສະ​ທຳ. ໃນ​ໄລຍະ​ພາຍຫຼັງ​ໂຣກ​ລະບາດ, ບັນດາ​ປະເທດ​ຄວນ​ເອົາໃຈໃສ່​ເຖິງ​ການ​ຟື້ນ​ຟູ​ສິ່ງແວດລ້ອມ​ທີ່​ຖືກ​ທຳ​ລາຍ. ຈາກ​ນັ້ນ ຊ່ວຍ​ໃຫ້​ປະຊາຊົນ​ກັບ​ຄືນ​ສູ່​ການ​ດຳລົງ​ຊີວິດ​ທີ່​ເປັນ​ປົກກະຕິ​ໂດຍ​ໄວ, ຮັກສາ​ສັນຕິພາບ​ແບບ​ຍືນ​ຍົງ.
 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com