Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທຫລ ຄັ້ງທີ VIII

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 03/06/2020 11:04:23 ຈຳ​ນວນ​​ຢ້ຽມ​ຊົມ 400 ຄັ້ງ

   ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທະນາຄານແຫ່ງ ສປປ ລາວ (ທຫລ) ຄັ້ງທີ VIII ໄດ້ສຳເລັດລົງ ໃນວັນທີ  30 ພຶດສະພາ ຜ່ານມານີ້  ທີ່ສະໂມສອນສະຖາບັນການທະນາຄານ  ພາຍໃຕ້ການເປັນປະທານຂອງສະຫາຍ ອາຄົມ ປຣະເສີດ ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມ ທຫລ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສິດພະໄຊ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ ຜູ້ວ່າການ ທຫລ ແລະ ສະຫາຍ ອາລຸນໄຊ  ສູນນະລາດ ກຳມະການສຳ ຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງ ຊປປລ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມ ຍັງຮັບຟັງຮ່າງລາຍງານການເມືອງໃນຕະຫຼອດໄລຍະ 5 ປີຜ່ານມາ ຊຶ່ງຄະນະບໍລິຫານງານຊາວໜຸ່ມ ທຫລ ໄດ້ຖືເອົາການສຶກ ສາອົບຮົມການເມືອງແນວຄິດ ເປັນບັນຫາສໍາຄັນຕົ້ນຕໍ ສອດຫ້ອຍເຂົ້າທຸກການເຄື່ອນໄຫວວຽກງານ, ເຊື່ອມຊຶມບັນດາແນວທາງ ແລະ ເອກະສານສໍາຄັນຕ່າງໆ ເປັນຕົ້ນປາຖະກະ ຖາວັນສໍາຄັນຕ່າງໆຂອງຊາດ, ຂອງພັກ ແລະ ສາກົນ, ມູນ ເຊື້ອຊາວໜຸ່ມ, ລະບຽບການຂອງຊາວໜຸ່ມ ອັນໄດ້ເຮັດໃຫ້ຖັນແຖວຊາວໜຸ່ມ ທຫລ ເຮັດສໍາເລັດໜ້າທີ່ການເມືອງ ແລະ ວິຊາສະເພາະ ດ້ວຍດີສະເໝີມາ;  ປັດຈຸບັນ ມີ 8 ຮາກຖານທີ່ຂຶ້ນກັບ ແລະ ມີສະມາຊິກເພີ່ມຂຶ້ນ 253 ສະຫາຍ; ການປັບປຸງການຈັດຕັ້ງ ໂດຍລວມນັບມື້ນັບເຂັ້ມແຂງທັງດ້ານປະລິມານ ແລະ ຄຸນນະພາບ. ພິເສດ ໃນໄລຍະທ້າຍສະໄໝກອງປະ ຊຸມໃຫຍ່ ສະຫາຍເລຂາຄະນະບໍລິຫານງານຊາວໜຸ່ມ ທຫລ ໄດ້ຮັບການແຕ່ງຕັ້ງເປັນຄະນະເລຂາທິການສູນກາງ ຊປປລ. ພ້ອມນັ້ນ, ສະມາຊິກຊາວໜຸ່ມ ຍັງໄດ້ຖືກເລືອກຕັ້ງເປັນຄະນະນໍາຕ່າງໆໃນການຈັດຕັ້ງເບື້ອງພັກ, ເບື້ອງລັດ ແລະ ອົງການຈັດຕັ້ງມະຫາຊົນ ຈໍານວນໜຶ່ງ.

   ຄະນະຊາວໜຸ່ມທຸກຂັ້ນ ສະມາຊິກຊາວໜຸ່ມ ທຫລ ຍັງໄດ້ເອົາໃຈໃສ່ປະຕິບັດຂໍ້ແຂ່ງ ຂັນ 4 ບຸກຢ່າງຕັ້ງໜ້າ ໂດຍຖືເອົາການສຶກສາອົບຮົມການເມືອງແນວຄິດເປັນວຽກງານແຖວໜ້າ. ຜ່ານການເຜີຍແຜ່ ເຮັດໃຫ້ສະມາຊິກມີຄວາມໜັກແໜ້ນທາງດ້ານການເມືອງ, ມີແບບແຜນວິທີຄົ້ນຄິດ ແລະ ປະ ຕິບັດວຽກງານວິຊາສະເພາະຢ່າງມີວິທະຍາສາດ ແລະ ຮັບນາມມະຍົດ 4 ບຸກ 3 ປີຕໍ່ເນື່ອງ ສາມາດຍາດໄດ້ທຸງໄຊນໍາໜ້າຈາກສູນກາງ ຊປປລ ໃນຕົ້ນປີ 2020 ແລະ ຮັບຫຼຽນໄຊພິລະອາດຫານ ຊັ້ນ III ຈໍານວນ 1 ຫຼຽນ, ໃບກຽດຕິຄຸນ ຈໍານວນ 1 ໃບ, ໃບຍ້ອງຍໍ ຈໍານວນ 5 ໃບ, ໃບສົມມະນາຄຸນ ຈໍານວນ 1 ໃບ ຈາກສູນກາງ ຊປປລ ແລະ ການຈັດຕັ້ງຂັ້ນເທິງທີ່ກ່ຽວຂ້ອງທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ.

ກອງປະຊຸມ ຍັງພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມ ທຫລ ຊຸດທີ VIII ປະກອບດ້ວຍ 17 ສະຫາຍ, ຍິງ 6 ສະຫາຍ ແລະ ກອງປະຊຸມ ໄດ້ເລືອກເອົາສະຫາຍ ບຸນທະວີ ສຸກດາວົງ ເປັນເລຂາ; ເລືອກເອົາຮອງເລຂາ 3 ສະຫາຍ ປະກອບດ້ວຍສະຫາຍ ສຸລິສັກ ທໍານຸວົງ ເປັນປະທານກວດກາ, ສະຫາຍນາງ ນະຄອນສີ ມະ ໂນທັມ ແລະ ສະຫາຍ ຈິນດາໄມ ວິໄລຫົງ ແລະ ເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ຊປປລ ທົ່ວປະ ເທດ ຄັ້ງທີ VIII.

   ກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຈາກສະຫາຍເລຂາຄະນະພັກ, ຜູ້ວ່າການ ທຫລ ແລະ ສະຫາຍເລຂາຄະນະບໍລິ ຫານງານສູນກາງ ຊປປລ ຊຶ່ງທັງ 2 ສະຫາຍ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການຊີ້ນໍານໍາພາຂອງຄະນະບໍລິຫານງານຊາວໜຸ່ມ ທຫລ ຊຸດເກົ່າໃນຕະຫຼອດ 5 ປີຜ່ານມາໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ສາມາດຍາດໄດ້ຜົນງານຫຼາຍດ້ານ. ພ້ອມນັ້ນ, ຍັງໄດ້ຮຽກຮ້ອງມາຍັງຄະນະບໍລິຫານງານຊາວໜຸ່ມ ທຫລ ຊຸດໃໝ່ ຈົ່ງເຊີດຊູມານະຈິດປະຕິວັດເຂົ້າໃນການເສີມຂະຫຍາຍຜົນ ງານທີ່ດີເດັ່ນຂອງຄະນະຊາວໜຸ່ມຊຸດເກົ່າ, ເອົາໃຈໃສ່ແກ້ໄຂຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທຫລ ຄັ້ງທີ VIII ໃຫ້ປະກົດຜົນເປັນຈິງ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

 (ຂ່າວພາບ: ຣັດສະໝີ ດວງສັດຈະ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com