Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ລາວ ບໍ່ພົບຜູ້ຕິດເຊື້ອເພີ່ມ 51 ມື້ແລ້ວ

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 03/06/2020 11:08:26 ຈຳ​ນວນ​​ຢ້ຽມ​ຊົມ 440 ຄັ້ງ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະ ຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ໄດ້ຖະແຫຼງຂ່າວປະຈໍາວັນທີ 2 ມິຖຸນານີ້ ທີ່ກະຊວງສາທາລະນະສຸກ ວ່າ: ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 1 ມິຖຸນາ 2020, ໄດ້ຕິດຕາມຜູ້ເດີນທາງຢູ່ຈຸດຜ່ານແດນຕ່າງໆ ມີຜູ້ເດີນທາງເຂົ້າມາທັງໝົດ 1.496 ຄົນ, ຈຸດຜ່ານດ່ານລາວ-ໄທ 799 ຄົນ, ໃນນັ້ນ ຜ່ານດ່ານຂົວມິດຕະພາບ I ມີແຮງງານລາວ 61 ຄົນ ແລະ ຄົນເຈັບ ກັບມາແຕ່ປິ່ນປົວ 2 ຄົນ; ສ່ວນ ແຮງງານລາວ ທີ່ຜ່ານດ່ານຂົວ ມິດຕະພາບ II ມີ 5 ຄົນ, ເຫຼືອ  ນັ້ນແມ່ນຄົນຂັບລົດຂົນສົົ່ງສິນ ຄ້າ 731 ຄົນ, ຈຸດຜ່ານດ່ານລາວ - ຈີນ 25 ຄົນ, ຈຸດຜ່ານດ່ານ ລາວ-ຫວຽດນາມ 625 ຄົນ, ທັງ ສອງຈຸດໝົດ ແມ່ນຄົນຂັບລົດຂົນສົ່ງສິນຄ້າ, ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນ

ວັດໄຕ 47 ຄົນ. ໃນນັ້ນ, ມີແຮງງານຈີນກໍ່ສ້າງທາງລົດໄຟ 46 ຄົນ ແລະ ຄົນລາວ 1 ຄົນ ມີຜົວເປັນຄົນຈີນ, ທຸກຄົນໄດ້ແທກອຸນຫະພູມຮ່າງກາຍ ແລະ ກວດຫາອາການຜິດປົກກະຕິ, ບໍ່ພົບຜູ້ມີອາການເປັນໄຂ້, ທັງໝົດໄດ້ເກັບຕົວຢ່າງມາກວດແລ້ວນຳສົ່ງໄປຈຳກັດບໍລິເວນຢູ່ສະຖານທີ່ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

   ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 1 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 69 ຄົນ. ໃນນັ້ນ, ມີແຮງງານລາວທີ່ກັບມາແຕ່ໄທ 42 ຄົນ, ແຮງງານຈີນ 9 ຄົນ, ກໍລະນີສົງໄສ 15 ຄົນ ແລະ ຜູ້ຕິດເຊື້ອນອນປິ່ນປົວຢູ່ໂຮງໝໍມິດຕະພາບ 3 ຄົນ (ນໍ້າເບີ 7, 10 ແລະ 17).  ຜ່ານການກວດໃນວັນທີ 1 ມິຖຸນາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 01 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 7.249 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (51 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

   ປັດຈຸບັນນີ້ ທົ່ວປະເທດມີສູນຈໍາກັດບໍລິເວນ ທັງໝົດ 70 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 2.312 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ມີຜູ້ຕິດເຊື້ອ.

   ສະພາບການລະບາດຂອງປະເທດໃກ້ຄຽງ ແລະ ການລະບາດຢູ່ໃນໂລກ ເຫັນວ່າ: ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 2 ມິຖຸນາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 (ປະເທດ/ເຂດ), ມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 6.355.432 ຄົນ (96.641 ຄົນໃໝ່), ເສຍຊິວິດ 376.807 ຄົນ (3.130 ຄົນໃໝ່)  ກວມເອົາ 5,92% ຂອງຜູ້ຕິດເຊື້ອທັງໝົດ, ປີ່ນປົວຫາຍດີ 2.888.414 ຄົນ (103.243 ຄົນໃໝ່) ກວມເອົາ 45,4%  ຂອງຜູ້ຕິດເຊື້ອທັງໝົດ.

   ເລີ່ມແຕ່ວັນທີ 2 ເຖິງ ວັນທີ 30 ມິຖຸນາ 2020 ພວກເຮົາຈະໄດ້ຈັດຕັ້ງປະຕິບັດ ແຈ້ງການສະບັບໃໝ່ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 597/ຫສນຍ, ລົງວັນທີ 29 ພຶດສະພາ 2020 ຊຶ່ງແມ່ນການຜ່ອນຜັນໄລຍະທີ III, ສໍາລັບລາຍລະອຽດຂໍ້ມູນທີ່ເປັນທາງການ ທ່ານສາມາດຕິດຕາມໄດ້ຈາກເວັບໄຊ www.covid19.gov.la ແລະ ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ.

  (ຂ່າວ: ບຸນທົງ,ຮູບ:ພູວັນ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com