Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສາລະວັນ ຫວນຄືນມູນເຊື້ອວັນສ້າງຕັ້ງ ຊປປລ ຄົບຮອບ 65 ປີ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 04/06/2020 09:11:09 ຈຳ​ນວນ​​ຢ້ຽມ​ຊົມ 580 ຄັ້ງ

  ໃນ​ວັນ​ທີ 2 ມິຖຸນາ 2020, ຄະ ນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ແຂວງ​ສາ ລະ​ວັນ ໄດ້ຈັດ​ພິທີ​ປາຖະກະຖາ​ວັນ​ສ້າງຕັ້ງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ (ຊປປລ) ຄົບຮອບ 65 ປີ (14 ເມສາ 1955-14 ເມສາ 2020) ຢູ່​ທີ່​ສະໂມສອນ​ແຂວງ ໂດຍ​ການ​ບັນ​ລະ​ຍາຍ​ຂອງ ທ່ານ ນາງ ບຸນ​ທະວີ ດວງ​ລາສີ ຄະນະ​ປະຈຳ​ພັກ​ແຂວງ ປະທານ​ສະຫະພັນ​ແມ່ຍິງ​ແຂວງ ຜູ້​ຊີ້​ນຳ​ວຽກ​ງານ​ອົງການ​ຈັດ​ຕັ້ງ​ມະຫາຊົນ, ມີ​ທ່ານ ຈັນ​ເພັງ ສາຍ​ທຳ​ມະ​ວົງ ຮັກສາ​ການ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ແຂວງ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ຮັບ​ຟັງ.
  ທ່ານ ນາງ ບຸນ​ທະວີ ດວງ​ລາສີ ໄດ້​ເລົ່າຄືນ​ມູນເຊື້ອ​ການ​ກຳເນີດ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ຄະນະ ຊປປລ ໃນ​ໄລຍະ​ຜ່ານ​ມາ ປະເທດ​ຊາດ​ລາວ​ເຮົາ​ແມ່ນ​ມີ​ມູນເຊື້ອ​ອົງອາດ​ກ້າຫານ ແລະ ມີ​ປະຫວັດ​ຄວາມ​ເປັນ​ມາ​ຍາວ​ນານ ໃນ​ການ​ເຕົ້າໂຮມ​ຄວາມ​ສາມັກຄີ, ການ​ສ້າງຕັ້ງ ແລະ ປົກ​ປັກ​ຮັກສາ​ປະເທດ​ຊາດ ສືບຕໍ່​ກັນ​ມາ​ແຕ່​ດຶກ​ດຳ​ບັນ ບໍ່​ວ່າ​ໃນ​ປະຫວັດສາດ​ໃດ​ກໍຕາມ​ຊາວ​ໜຸ່ມ​ແມ່ນ​ມີ​ບົດບາດ​ສຳຄັນ​ໃນ​ການ​ຕໍ່ສູ້​ເພື່ອ​ປົກ​ປັກ​ຮັກສາ​​ບ້ານເມືອງ, ເສຍສະຫຼະ​ຊີວິດ​ເພື່ອ​ປົກ​ປັກ​ຮັກສາ​ເອກະລາດ ແລະ ຜືນ​ແຜ່ນດິນ​ອັນ​ແສນ​ຮັກ​ຂອງ​ຕົນ​ໄວ້  ຊຶ່ງ​ມີ​ບັນ​ພະ​ບູ​ລຸ​ດວິ​ລະ​ຊົນ​ທີ່​ລື​ຊື່​ຄື: ຂຸນ​ບູລົມ, ເຈົ້າຟ້າ​ງຸ່ມ, ເຈົ້າ​ສຸລິຍະ​ວົງສາ, ເຈົ້າ​ໄຊ​ເສດ​ຖາ, ເຈົ້າ​ອະ ນຸວົງ, ທ່ານ​ປະທານ ​ໄກສອນ ແລະ ຜູ້​ອື່ນໆ  ຊຶ່ງ​ເຄີຍ​ນຳພາ​ການ​ຕໍ່ສູ້​ຕ້ານການ​ຮຸກ​ຮານ​ຂອງ​ສັດຕູ​ພາຍ​ນອກ, ນຳ​ເອົາ​ປະເທດ​ຊາດ​ຜ່ານ​ພາຍຸ​ລົມແດງ ແລະ ສາມາດ​ຮັກສາ​ແຜ່ນດິນ​ໄວ້​ຢ່າງ​ໝັ້ນຄົງ. ພາຍຫຼັງ​ພັກ​ກອມ​ມູ​ນິດ​ອິນດູຈີນ​ໄດ້​ມີ​ການ​ສ້າງຕັ້ງ​ຂຶ້ນ​ໃນ​ວັນ​ທີ 13 ກຸມພາ 1930 ມາ​ຮອດ​ປີ 1932 ບັນດາ​ໜ່ວຍ​ພັກ​ຢູ່​ລາວ​ໄດ້​ຮັບ​ເຂົ້າ​ຢູ່​ໃນ​ຕາໜ່າງ​ການຈັດຕັ້ງ​ພັກ​ກອມ​ມູ​ນິດ​ອິນດູຈີນ, ມາ​ໃນ​ປີ 1934 ທົ່ວ​ແຄວ້ນ​ລາວ​ໄດ້​ມີ​ສະມາຊິກ​ພັກ​ກ​ອມ​ມູ​ນິດ​ຈຳນວນ 32 ຄົນ, ມີ 6 ໜ່ວຍ​ພັກ​ຂົນຂວາຍ​ມະຫາຊົນ ແລະ ສ້າງ​ໄດ້​ສະມາຊິກພັກ​ກອມ​ມູ​ນິດ 25 ຄົນ, ສະມາຊິກ​ຊາວ​ໜຸ່ມ​ນັກຮຽນ 20 ຄົນ ຄຽງ​ຄູ່​ກັນ​ນັ້ນ​ຢູ່​ໃນ​ຂະບວນ​ການ​ຕໍ່ສູ້​ຕ້ານ​ຈັກກະພັດ​ໃນ​ແຕ່​ລະ​ໄລຍະ​ກໍ່​ມີ​ກຳລັງ​ສູ້​ຮົບ​ຂອງ​ກອງ​ເຈົ້າ​ໄຊ​ຈັກກະພັດ, ກອງ​ເຈົ້າຟ້າ​ປັດໃຈ ແລະ ກຳລັງ​ອື່ນໆ. ນັ້ນ​ແມ່ນ​ຊາວ​ໜຸ່ມ​ມາ​ຈາກ​ກຳລັງ​ປະກອບ​ອາວຸດ​ເອີ້ນ​ວ່າ: ຄະນະ​ຊາວ​ໜຸ່ມ​ຕະລຸມບອນ ຊຶ່ງ​ມີ​ບົດບາດ​ຕະລຸມບອນ​ໄດ້ ບໍ່​ວ່າ​ແນວ​ໜ້າ ຫຼື ແນວ​ຫຼັງ ກໍລ້ວນ​ມີ​ກຳລັງ​ຂອງ​ຊາວ​ໜຸ່ມ. ສະນັ້ນ, ພາຍຫຼັງ​ພັກ​ໄດ້​ດຳເນີນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ I ໄດ້​ກໍາ​ນົດ​ເອົາ​ວັນ​ທີ 22 ມີນາ 1955 ເປັນ​ວັນ​ສ້າງຕັ້ງ​ພັກ ແລະ ຍ້ອນ​ເຫັນ​ໄດ້​ບົດ​ບາດ​ສໍາ​ຄັນ​ຂອງ​ຊາວ​ໜຸ່ມ ພັກ​ໄດ້​ກໍາ​ນົດ​ເອົາ​ວັນ​ທີ 14 ເມສາ 1955 ເປັນ​ວັນ​ສ້າງຕັ້ງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ​ຂຶ້ນ. ຄະນະ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ແມ່ນ​ພັກ​ປະຊາຊົນ​ປະຕິວັດ​ລາວ​ເປັນ​ຜູ້​ຈັດ​ຕັ້ງ​ນຳພາ​ໂດຍ​ກົງ ເປັນ​ບ່ອນ​ເຕົ້າໂຮມ​ກຳລັງ​ແຮງ​ໜຸ່ມ​ລາວ​ບັນດາເຜົ່າ, ສຶກສາ​ອົບຮົມ ແລະ ຝຶກ​ຝົນ​ຫຼໍ່​ຫຼອມ​ຊາວ​ໜຸ່ມ​ໃຫ້​ກາຍເປັນ​ກຳລັງ​ປະຈັນບານ​ທີ່​ຈົງ​ຮັກ​ພັັກ​ດີ​ຕໍ່​ຊາດ ໂດຍ​ພາຍ​ໃຕ້​ຄຳ​ຂວັນ​ທີ່​ວ່າ: “ບ່ອນ​ໃດ​ຍາກ​ຊາວ​ໜຸ່​ມບຸກ ບ່ອນ​ໃດ​ທຸກ​ຊາວ​ໜຸ່ມ​ມີໜ້າ ເມື່ອ​ໃດ​ຊາດ​ຕ້ອງການ​ຊາວ​ໜຸ່ມ​ຂານ​ອາສາ”. 
  ໃນ​ໂອກາດ​ນີ້, ໃນ​ພິທີ​ກໍໄດ້​ຈັດ​ກິດຈະກຳ​ບໍລິຈາກ​ເລືອດ​ເພື່ອ​ຊ່ວຍເຫຼືອ​ສັງຄົມ ຊຶ່ງ​ມີ​ຊາວ​ໜຸ່ມ​ອາສາ​ສະໝັກ ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ບໍລິຈາກ​ເລືອດ​ໄດ້ 20  ກວ່າ​ຄົນ.
(ພາບ​-​ຂ່າວ: ທິດ​ລາ​ນີ ໂຄດ​ໂຍທາ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com