Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ມອບ-ຮັບ ອຸປະກອນໂຄສະນາປູກຈິດສຳນຶກກ່ຽວກັບຄວາມປອດໄພທາງຫຼວງ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 04/06/2020 09:21:38 ຈຳ​ນວນ​​ຢ້ຽມ​ຊົມ 620 ຄັ້ງ

  ກົມ​ຂົນສົ່ງ ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ (ຍທຂ)ໄດ້​ຈັດ​ພິທີ​ມອບ​-​ຮັບ​ອຸປະກອນ​ຮັບ​ໃຊ້​ວຽກ​ງານ​ໂຄສະນາ​ປູກ​ຈິດ​ສຳນຶກ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ຫຼວງ​ພາຍ​ໃຕ້​ກອງ​ທຶນ​ພິເສດ ແມ່ນ້ຳ​ຂອງ​-​ແມ່ນ້ຳ​ລ້ານ​ຊ້າງ​ຂຶ້ນ​ໃນ​ວັນ​ທີ 2 ມິຖຸນາ​ຜ່ານ​ມາ ທີ່​ກະຊວງ ຍທຂ, ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ບຸນ​ຕາ ອ່ອນ​ນາ​ວົງ  ຫົວໜ້າ​ກົມ​ຂົນສົ່ງ​ກະຊວງ ຍທຂ, ມີ​ບັນດາ​ພະ​ແນກ ຍທຂ ແຂວງ 9 ແຂວງ​ຄື: ແຂວງ​ຜົ້ງ​ສາລີ, ແຂວງ​ຫົວພັນ, ແຂວງ​ໄຊ​ສົມບູນ, ແຂວງ​ຫຼວງ​ນ້ຳ​ທາ, ແຂວງ​ຫຼວງ​ພະ​ບາງ, ແຂວງ​ບໍ່​ແກ້ວ, ແຂວງ​ວຽງ​ຈັນ, ແຂວງ​ຊຽງ​ຂວາງ, ແຂວງ​ໄຊ​ຍະ​ບູ​ລີ​ເຂົ້າ​ຮ່ວມ.
  ເຄື່ອງອຸປະກອນ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້​ມີ​ທັງ​ໝົດ 34 ຊຸດ, ແຕ່​ລະ​ຊຸດ​ປະກອບ​ມີ ຄອມ​ພິວ​ເຕີ​ໂນ​ດ​ບຸກ 1 ເຄື່ອງ, LCD 1 ເຄື່ອງ, ຜ້າ​ຈໍ​ສາຍ​ສະ​ໄລ 1 ອັນ ແລະ ລໍາ​ໂພງ 1 ໜ່ວຍ ມອບ​ໃຫ້​ຂະ​ແໜງ​ຂົນສົ່ງ 1 ​​ແຂ​ວງ ແລະ ຫ້ອງການ ຍທຂ ເມືອງ 34 ເມືອງ, ທັງ​ໝົດ​ນັ້ນ​ແມ່ນ​ເພື່ອ​ຈຸດປະສົງ​ດຽວ ຄື​ຮັບ​ໃຊ້​ໃນ​ການ​ລົງ​ໂຄສະນາ​ເຜີຍ​ເ​ເຜ່​ກົດ​ລະບຽບ​ຈະລາຈອນ ແລະ ປູກ​ຈິດ​ສໍາ​ນຶກ​ຄວາມ​ປອດ​ໄພ​ທາງ​ຫຼວງ​ຕາມ​ສໍາ​ນັກ​ງານ, ອົງການ, ໂຮງງານ, ໂຮງຮຽນ ແລະ ຕາມ​ບ້ານ ແນ​ໃສ່​ເຮັດ​ໃຫ້ຜູ້​ນໍາ​ໃຊ້​ລົດ​-​ໃຊ້​ທາງ​ຫຼວງ ໄດ້​ຮັບ​ຮູ້​ກົດ​ລະບຽບ​ຈະລາຈອນ, ເຕັກນິກ​ການ​ຂັບ​ຂີ່​ທີ່​ປອດ​ໄພ ແລະ ຄຸນສົມບັດ, ມາລະຍາດ​ໃນ ການຂັບ​ຂີ່ ເພື່ອ​ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ມີ​ປະສິດ​ທິ​ຜົນທັງ​ເປັນ​ການ​ປະກອບສ່ວນ​ໃນ​ການ​ປະຕິ​ບັດ​ນະໂຍບາຍ​ຂອງ​ລັດຖະບານ​ໃນ​ການ​ຫຼຸດ ຜ່ອນ​ການ​ເກີດ​ອຸບັດ​ເຫດ​ລົງ​ເທື່ອ​ລະ​ກ້າວ​ໃຫ້​ກຽດ​ກ່າວ​ມອບຂອງ ​ທ່ານ ບຸນ​ຕາ ອ່ອນ​ນາ​ວົງ  ແລະ ຕາງໜ້າ​ຮັບ​ແມ່ນ​ພະແນກ ຍທຂ  ແຂວງ 9 ແຂວງ  ເພື່ອສ້າງຄວາມເຂັ້ມແຂງ​ໃຫ້​ແກ່​ວຽກ​ງານໂຄສະນາ​ປູກ​ຈິດ​ສຳ ນຶກ​ກ່ຽວ​ກັບ​ຄວາມ​ປອດໄພ​ ທາງ​ຫຼວງ​ໃຫ້​ບັນດາ​ແຂວງ ເພື່ອ​ນຳ​ເອົາ​ອຸປະກອນ​ດັ່ງກ່າວ​ໄປນຳ​ ໃຊ້​ໃຫ້​ເກີດ​ຜົນ​ປະໂຫຍດ​ສູງ​ສຸດ.
  ໃນ​ໄລຍະ​ທີ່​ຜ່ານ​ມາສະ​ພາບການ​ເກີດ​ອຸບັດເຫດຕາມ ທາງ​ຫຼວງ​ໃນ​ ສປປ​ ລາວ ​ຢູ່​ໃນ​ຂັ້ນ​ໜັກໜ່ວງ​ສົມຄວນ, ທົ່ວ ສປປ​ ລາວ​ ມີ​ພົນ​ລະ​ເຮືອນ 7 ລ້ານ​ກວ່າ​ຄົນ, ມີ​ຍານພາຫະນະ 2 ລ້ານ​ກວ່າ​ຄັນ, ໃນ​ແຕ່​ລະ​ປີ​ມີ​ຜູ້​ເສຍ​ຊີວິດ​ຈາກ​ການ​ເກີດ​ອຸບັດເຫດ​​ຕາມທາງ​ຫຼວງ 1 ພັນ​ຄົນ, ມີ​ຜູ້​ບາດເຈັບ​ຫຼາຍ​ກວ່າ 8 ພັນ​ຄົນ​ຕໍ່​ປີ, ມູນ​ຄ່າ​ການ​ເສຍ​ຫາຍ​ຫຼາຍ​ກວ່າ 500 ລ້ານ​ໂດ​ລາ​ ຊຶ່ງ​ຖືວ່າ​ເປັນ​ການ​ສູນ​ເສຍ​ທີ່​ສົ່ງ​ຜົນ​ສະທ້ອນ​ຕໍ່​ການ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ຂອງ​ຊາດ, ຜ່ານ​ມາ​ກົມ​ຂົນສົ່ງ​ໃນ​ນາມ​ທີ່​ເປັນ​ແກນ​ຫຼັກ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ທາງ​ຫຼວງ​ກໍໄດ້​ປະສານ​ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຕ່າງໆ ຫາ​ວິທີ​ຫຼຸດຜ່ອນ ແລະ ສະກັດ​ກັ້ນ​ການ​ເກີດ​ອຸບັດເຫດ ລວມ​ທັງ​ການ​ໂຄສະ​ນາປູກ​ຈິດ​ສຳນຶກ​ໃຫ້​ແກ່​ຜູ້ນຳ​ໃຊ້​ລົດ, ນຳ​ໃຊ້​ທາງ​ຫຼວງ​ໃຫ້​ຮູ້ຈັກ ແລະ ເຄົາລົບ​ກົດ​ລະບຽບ​ການ​ຈະລາ​ຈອນ ແລະ ເຫັນ​ເຖິງ​ຜົນ​ກະທົບ​ຈາກ​ການ​ເກີດ​ອຸ​ບັດເຫດ​ຂອງ​ຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ການ​ເກີດ​ອຸບັດເຫດ​ທາງ​ຫຼວງ,  ເນື່ອງ​ຈາກ​ຜ່ານ​ມາ​ຍັງ​ຂາດເຂີນທາງ ​ດ້ານ​ວັດຖຸ​ອຸປະກອນ​ໃນການ ​ລົງ​ເຮັດ​ວຽກ​ໂຄສະນາ​ດັ່ງກ່າວ, ສະນັ້ນ​ໃນ​ປີ 2017 ຈຶ່ງ​ໄດ້​ນຳ​ສະເໜີ​ບົດ​ໂຄງການ​ໂຄສະນາ​ປູກ​ຈິດ​ສໍາ​ນຶກ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ຫຼວງ​ທີ່​ມີ​ມູນ​ຄ່າ 498.600 ໂດ​ລາ ​​ຕໍ່​ກອງ​ທຶນ ພິເສດ ແມ່ນ້ຳ​ຂອງ​-​ແມ່ນ້ຳ​ລ້ານ​ຊ້າງ ແລະ ໂຊກ​ດີ​ທີ່​ໂຄງການ​ດັ່ງກ່າວ​ໄດ້​ຮັບ​ການ​ອະນຸມັດ ແລະ ໄດ້​ຈັດ​ພິທີ​ມອບ​-​ຮັບ​ຢ່າງ​ເປັນ​ທາງ​ການ​ຂຶ້ນ​ໃນ​ມື້​ນີ້.
 (ຂ່າວ: ພູ​ວັນ, ພາບ: ບຸນ​ອູ້ມ)
 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com