Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດທີ 1 ມິຖຸນາຂອງທຸກໆປີ ເຂື່ອນໄຟຟ້າຫ້ວຍ ລໍາພັນໃຫຍ່ ເມືອງທ່າແຕງ ແຂວງ ເຊກອງ ໄດ້ຈັດພິທີປູກຕົ້ນໄມ້ຂຶ້ນເມື່ອບໍ່ດົນຜ່ານມານີ້ ທີ່ເຂື່ອນໄຟຟ້າດັ່ງກ່າວ.ໂດຍມີທ່ານ ສົມເພັດ ວົງສາ ຜູ້ອໍານວຍການເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່ ພ້ອມຄະນະ ແລະ ພະນັກ ງານວິຊາການພາຍໃນເຄື່ອນໄຟຟ້າເຂົ້າຮ່ວມ.
ທ່ານ ສົມເພັດ ວົງສາ ຜູ້ອໍານວຍການເຂື່ອນໄຟຟ້າຫ້ວຍ ລໍາພັນໃຫຍ່ກ່າວວ່າ: ການຈັດກິດຈະກຳຄັ້ງນີ້ ເພື່ອເປັນການສະໜັບສະໜູນນະໂຍບາຍຂອງລັດຖະບານໃນການເພີ່ມ ເນື້ອທີ່ສີຂຽວໃຫ້ ສປປ ລາວ, ເຮັດໃຫ້ພະນັກງານລັດຖະກອນ, ລັດວິສາຫະກິດ ຕະຫຼອດຮອດປະ ຊາຊົນ, ຮູ້ຈັກປົກປັກຮັກສາ, ອະນຸລັກ ແລະ ຮັກສາທໍາມະຊາດ ພ້ອມກັນປູກຕົ້ນໄມ້ ເພື່ອເພີ່ມປ່າໃຫ້ເປັນສີຂຽວໃຫ້ໄດ້ 70% ຕາມແຜນການຂອງລັດ ຖະບານວາງອອກ ແລະ ເປັນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ. ຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ ມີຕົ້ນຊາຂຽວຈຳນວນ 300 ຕົ້ນ,ຕົ້ນໄມ້ຂະຍຸງ 170 ຕົ້ນ ແລະ ຕົ້ນໄມ້ຍາງ ຈໍານວນ 20 ຕົ້ນ, ຊຶ່ງສະຖານທີ່ປູກດັ່ງກ່າວແມ່ນປູກຕາມສໍານັກງານຫ້ອງການ,ບໍລິເວນເຂດເຮືອນຈັກ ແລະ ຢູ່ຕາມແຄມສາຍທາງພາຍໃນເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່ ຊຶ່ງແຜນການຕໍ່ໜ້າຈະລະດົມໃຫ້ແຕ່ລະຄອບຄົວຢູ່ພາຍໃນເຂື່ອນຂອງຕົນປູກຕົ້ນໄມ້ໃຫ້ໄດ້ຢ່າງໜ້ອຍຄອບຄົວລະ 1 ຕົ້ນ ເພື່ອເພີ່ມພື້ນທີ່ສີຂຽວຂຶ້ນຢ່າງບໍ່ຢຸດຢັ້ງ.
ກ່ອນໜ້ານີ້ຊາວໜຸ່ມຂອງໂຮງຮຽນ ມສ ກະປືເຂດຈຸດສຸມພັດທະນາທີ 3 ກໍໄດ້ຈັດພິທີປູກຕົ້ນໄມ້ໃສ່ຂອບເຂດບໍລິເວນໂຮງຮຽນດັ່ງກ່າວຈຳນວນ 100 ກ່ວາຕົ້ນ ຊຶ່ງປະກອບມີໄມ້ມ່ວງ, ໄມ້ຂາມ, ໄມ້ໝາກມີ້ ແລະ ໄມ້ອາໂວກາໂດ ໂດຍມີທ່ານ ສີສົມພາ ໄຊແກ້ວຍະວົງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງທ່າແຕງພ້ອມດ້ວຍຄູ-ອາຈານ ແລະ ອົງການປົກຄອງບ້ານເຂົ້າຮ່ວມຢ່າງເປັນຂະບວນ.
(ຂ່າວ: ພອນ ບຸນອຸທິດ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com