Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ຜູ້ແທນສະຫະພັນນັກຮົບເກົ່າແຂວງ ສາລະວັນ ຄັ້ງທີ IV ໄດ້ເປີດຂຶ້ນ ແລະ ປິດລົງຢ່າງເປັນທາງການເມື່ອບໍ່ດົນຜ່ານມານີ້, ຢູ່ທີ່ສະໂມສອນໃຫຍ່ຂອງແຂວງໂດຍການໃຫ້ກຽດເປັນປະທານຂອງສະຫາຍ ພົວ ສົມພອນ ແກ້ວມີໄຊ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ສະຫາຍ ບຸນທຽມ ແກ້ວໄຊຍະວົງ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງສາລະວັນ, ມີພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພັທ ບຸນຖອງ ແກ້ວສຸມົນທາ ຮອງປະທານ ສະຫະພັນນັກຮົບເກົ່າແຂວງ ໃຫ້ກຽດຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດຫຼາຍດ້ານໃນໄລຍະຜ່ານມາ ຊຶ່ງມີທັງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ. ພ້ອມກັນນັ້ນ, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳຄິດ-ຄຳເຫັນໃສ່ຮ່າງບົດລາຍງານການເມືອງ, ບົດສໍາຫຼວດການຊີ້ນໍາ-ນໍາພາ ຂອງຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຂວງສະໄໝທີ III ໃນໄລຍະ 5 ປີ ແລະ ທິດທາງໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ໃນ 5 ປີຕໍ່ໜ້າ.
ນອກນັ້ນກອງປະຊຸມໄດ້ເປັນເອກະສັນກັນຮັບຮອງເອົາສະຫາຍ ພັທ ສໍາລີ ໂພທິສານ ເປັນປະທານສະຫະພັນນັກຮົບເກົ່າແຂວງສາລະວັນ, ສະຫາຍ ພັຕ ບົວແກ້ວ ລິນທາສອນ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ພັທ ພູວັນ ລົດຈານາ ເປັນຮອງປະທານ, ສະຫາຍ ຮທ ນ ສົມໃຈ ສຸກສະໄໝ ເປັນຮອງປະທານກວດກາ ແລະ 8 ສະຫາຍເປັນກໍາມະການຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຂວງສະໄໝທີ IV.
(ໂດຍ: ກິນດາວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com