Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ ຊຶ່ງແມ່ນຂອງຂວັນຈາກພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມມອບໃຫ້ພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວ.
ຫໍສະພາແຫ່ງຊາດຫຼັງໃໝ່ ໄດ້ຮັບການກໍ່ສ້າງຢູ່ໃຈກາງນະ ຄອນຫຼວງວຽງຈັນ ຊຶ່ງແມ່ນກິດ ຈະການທີ່ມີຄວາມໝາຍທາງ ດ້ານການເມືອງ-ການຕ່າງ ປະ ເທດ, ເປັນສັນຍາລັກໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນໍ້າໃຈສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງສອງພັກ, ສອງລັດຖະ ບານ, ສອງສະພາແຫ່ງຊາດ ແລະ ປະຊາຊົນສອງປະເທດລາວ-ຫວຽດນາມ.
ຫໍສະພາແຫ່ງຊາດຫຼັງໃໝ່ນີ້ ໂດຍແມ່ນແມ່ທັບນ້ອຍ 11 ຫວຽດນາມ ເປັນຜູ້ຮັບເໝົາກໍ່ ສ້າງດ້ວຍຄວາມຕັດສິນໃຈສູງທາງດ້ານການເມືອງ, ໜ່ວຍງານຮັບເໝົາກໍ່ສ້າງທີ່ມີສີມືສູງ ພ້ອມດ້ວຍອຸປະກອນກໍ່ສ້າງ ແລະ ເຕັກໂນໂລຊີທີ່ທັນສະໄໝ. ພາຍຫຼັງລົງມືກໍ່ສ້າງມາເປັນເວ ລາ 2 ປີ, ດ້ວຍບັນດາຜົນງານດ້ານວິທະຍາສາດ, ເຕັກໂນໂລ ຊີການກໍ່ສ້າງທີ່ມີຄວາມກ້າວ ໜ້າ ຊຶ່ງແມ່ທັບນ້ອຍ 11 ໝູນ ໃຊ້ ແລະ ຜັນຂະຫຍາຍໃນຂອບ ການຄຸ້ມຄອງຢ່າງເຂັ້ມງວດທາງ ດ້ານຄຸນນະພາບ. ຫໍສະພາແຫ່ງຊາດຫຼັງໃໝ່ນີ້ໃກ້ຈະສໍາເລັດ, ທຸກວຽກງານພາຍໃນສໍານັກງານພວມຢູ່ໃນຂັ້ນຕອນການຕົບແຕ່ງໃຫ້ສໍາເລັດໃນໄວໆນີ້.
ທ່ານ ພົນຈັດຕະວາ ຫງວຽນກວັກຢຸງ ຜູ້ບັນຊາການແມ່ທັບນ້ອຍ 11 ກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຮູ້ວ່າ: ຫໍສະພາແຫ່ງຊາດລາວຫຼັງໃໝ່ແມ່ນໜຶ່ງໃນບັນດາໂຄງ ການ ທີ່ແມ່ທັບນ້ອຍ 11 ກໍາລັງປະຕິບັດຜັນຂະຫຍາຍ ໂດຍນໍາໃຊ້ຜົນງານດ້ານວິທະຍາສາດ, ເຕັກໂນໂລຊີເຂົ້າໃນການກໍ່ສ້າງ. ຜະລິດຕະພັນອຸປະກອນການກໍ່ສ້າງທັງໝົດ ລ້ວນແຕ່ຜະລິດຕາມຂັ້ນຕອນຢ່າງເຂັ້ມງວດດ້ວຍອຸປະກອນທີ່ທັນສະໄໝ. ບັນດາກໍາມະກອນທີ່ເຮັດວຽກຢ່າງເຂັ້ມງວດ ໂຄງສ້າງ ແລະ ຂະໜາດທີ່ສວຍງາມ. ພ້ອມກັນນັ້ນ, ແມ່ທັບນ້ອຍ 11 ໄດ້ນໍາໃຊ້ເຕັກໂນໂລຊີ BIM ໃນການຄຸ້ມຄອງການກໍ່ສ້າງ, ຄຸ້ມຄອງຄຸນນະພາບ, ຄຸ້ມຄອງເອກະສານຊໍາລະບັນຊີ, ການຄິດໄລ່ ແລະ ຄຸ້ມຄອງດ້ານບໍາລຸງຮັກສາ. ນີ້ແມ່ນເຕັກໂນໂລຊີ ການກໍ່ສ້າງທີ່ກ້າວໜ້າ ແລະ ທັນສະໄໝທີ່ສຸດໃນໂລກ.
ທ່ານ ພົນຈັດຕະວາ ຫງວຽນ ກວັກຢຸງ ກ່າວຕື່ມວ່າ: ນີ້ແມ່ນ ໂຄງການທີ່ມີລັກສະນະເປັນສັນຍາລັກພິເສດ ຂອງນໍ້າໃຈສາ ມັກຄີ, ມິດຕະພາບ ລະຫວ່າງ ຫວຽດນາມ ແລະ ລາວ. ແມ່ທັບນ້ອຍ 11 ຮູ້ສຶກເປັນກຽດ ທີ່ກົມການເມືອງ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມໃຫ້ການເຊື່ອຖື ແລະ ມອບໝາຍໃຫ້ ເພື່ອຜັນຂະຫຍາຍດໍາເນີນໂຄງການ ກໍ່ສ້າງສະພາແຫ່ງຊາດລາວຫຼັງໃໝ່. ນັບແຕ່ມື້ໄດ້ຮັບໜ້າທີ່ມອບໝາຍ, ແມ່ທັບນ້ອຍ 11 ໄດ້ມີການກະກຽມທຸກແຫຼ່ງກໍາລັງຢ່າງຮອບຄອບ ເພື່ອຈັດຕັ້ງປະ ຕິບັດໃນການຜັນຂະຫຍາຍໂຄງການຮັບປະກັນຄຸນນະພາບ, ຄວາມປອດໄພ, ບັນລຸຄວາມຄືບໜ້າໂດຍໄວທີ່ສຸດ. ນີ້ແມ່ນໂຄງການພື້ນຖານໄດ້ສໍາ ເລັດ ແລະ ພວມກະກຽມຜັນຂະຫຍາຍການຕົບແຕ່ງ ເພື່ອໃຫ້ສໍາເລັດຕາມເປົ້າໝາຍທີ່ພັກ, ລັດຖະບານຂອງສອງປະ ເທດຕ້ອງການ.
ທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດລາວ ຫົວໜ້າຄະນະຊີ້ນໍາໂຄງ ການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ ກ່າວວ່າ: ວຽກງານກໍ່ສ້າງສະພາແຫ່ງຊາດຫຼັງໃໝ່ ໄດ້ຮັບການປະຕິບັດຕາມຈິດໃຈຊີ້ນໍາຂອງກົມການເມືອງສູນກາງພັກຂອງສອງປະເທດ, ໄດ້ຜັນຂະຫຍາຍຢ່າງຕໍ່ເນື່ອງ, ເຖິງຈະ ມີຄວາມຫຍຸ້ງຍາກ ຍ້ອນສະ ພາບອາກາດ ຫຼື ບາງບັນຫາ, ແຕ່ກໍໄດ້ຮັບການຜັນຂະຫຍາຍເປັນຢ່າງດີ, ບັນລຸຄວາມຄືບໜ້າ ແລະ ຮັບປະກັນຄຸນນະພາບ. ດ້ວຍລະດັບຄວາມຄືບໜ້າ ແລະ ຄຸນນະພາບທີ່ກໍາລັງປະຕິບັດໃນປັດຈຸບັນ, ໂຄງການນີ້ ສາມາດປະຕິບັດເຮັດສໍາເລັດຕາມແຜນການທີ່ວາງໄວ້.
ຕາມການລາຍງານຂອງຄະນະຮັບຜິດຊອບໂຄງການ ແລະ ທີ່ປຶກສາ ຕິດຕາມຢ່າງໃກ້ ຊິດຂອງທັງສອງຝ່າຍ, ເຖິງວ່າສະພາບອາກາດປີນີ້ມີຄວາມຜັນແປສັບສົນ, ຝົນຕົກຫຼາຍສ້າງຄວາມຫຍຸ້ງຍາກໃຫ້ແກ່ການເຮັດວຽກກໍ່ສ້າງ, ແຕ່ດ້ວຍ ກໍາລັງແຮງ ແລະ ຄວາມຮັບຜິດ ຊອບສູງຂອງບໍລິສັດຮັບເໝົາກໍ່ສ້າງ, ຮອດປັດຈຸບັນ, ໂຄງການນີ້ ໄດ້ມີຄວາມຄືບໜ້າທີ່ດີ ແລະ ມີຄຸນນະພາບຕາມມາດຖານເຕັກນິກ 100%. ບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດ ໄດ້ວາງເປົ້າໝາຍຈະສໍາເລັດ ແລະ ນໍາເຂົ້າເຄື່ອນໄຫວສະພາແຫ່ງຊາດຫຼັງໃໝ່ຂອງລາວ ໃນທ້າຍປີ 2020.
ໂຄງການຫໍສະພາແຫ່ງຊາດຫຼັງໃໝ່ນີ້, ມີມູນຄ່າການກໍ່ສ້າງ 100 ລ້ານກວ່າໂດລາ: ລວມມີ 5 ຊັ້ນ ແລະ ຊັ້ນໃຕ້ດິນ ຊຶ່ງສາມາດບັນຈຸ ບຸກຄະລາກອນແຕ່ 800-1.000 ຄົນ. ໃນນັ້ນ ມີສະໂມສອນໃຫຍ່, ມີລະບຽງກ້ວາງ, ບັນດາຫ້ອງປະຊຸມໃຫຍ່, ຫ້ອງປະຊຸມກາງ ແລະ ນ້ອຍ, ຫ້ອງເຮັດວຽກສໍາລັບບັນດາສະມາຊິກ ຄະນະກໍາມາທິການປະຈໍາການສະພາແຫ່ງຊາດ.
ພາຍຫຼັງສໍາເລັດ, ສະພາແຫ່ງຊາດຫຼັງໃໝ່ຂອງລາວ ຊຶ່ງບໍ່ພຽງຮັບປະກັນທຸກການ ເຄື່ອນໄຫວຂອງສະພາແຫ່ງຊາດ ໃນໄລຍະເວລາ 100 ກວ່າປີ, ແຕ່ຍັງປະກອບສ່ວນສໍາຄັນ ເພື່ອໃຫ້ສາຍພົວພັນພິ ເສດ ລາວ - ຫວຽດນາມນັບມື້ ພັດທະນາ, ສົມກັບເປັນສັນ ຍາລັກໃຫ້ແກ່ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ນໍ້າໃຈສາ ມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ: ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ຫວຽດນາມອ້າຍນ້ອງ.
19/05/2020 10:11:43
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
01/11/2020 12:08:51
23/09/2020 09:29:31
24/09/2020 09:02:48
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com