Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ກະຊວງ ຖວທ ເຜີຍແຜ່ວຽກງານຮ່ວມມື ກັບຕ່າງປະເທດ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 12/06/2020 09:11:51 ຈຳ​ນວນ​​ຢ້ຽມ​ຊົມ 1501 ຄັ້ງ

   ກອງ​ປະຊຸມ​ເຜີຍແຜ່​ວຽກ​ງານ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ​ສໍາ​ລັບ​ຂະແໜງການ​ຖະແຫຼງ​ຂ່າວ, ວັດ​ທະ​ນະ​ທໍາ ແລະ ທ່ອງ​ທ່ຽວ(ຖວທ) ສົກ​ປີ 2019 ແລະ ແຜນການ​ປະ​ຈໍາ​ປີ 2020 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ມິຖຸນານີ້ ທີ່​ ກະຊວງ ຖວທ ໂດຍການເປັນປະ ທານ​ຂອງທ່ານ ສະຫວັນ​ຄອນ ຣາ​ຊ​ມຸນຕຣີ ຮອງ​ລັດຖະມົນຕີ ກະຊວງ  ຖວທ  ຜູ້​ຊີ້​ນຳ​ວຽກ​ງານ​ຮ່ວມ​ມື​ສາກົນ  ຊຶ່ງ​ມີ​ພະນັກງານ​ການ​ນຳ ຖວທ ພ້ອມ​ດ້ວຍ​ພາກ ສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.
  ຈຸດປະສົງ​ກອງ​ປະຊຸມ​ແມ່ນ  ເພື່ອ​ເປັນ​ການ​ເຜີຍແຜ່​ວຽກ​ງານ​ການ​ຮ່ວມ​ມື​ສາກົນ​ໃນ​ຂະແໜງການ ຖວທ ໃນ​ໄລຍະ​ຜ່ານ​ມາ ແລະ ​ແຜນການ​ຈຸດ​ສຸມ​ປີ 2020 ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ການ​ຕ່າງປະເທດ ໃນ​ຂະແໜງການ ຖວທ ໃຫ້​ດຳເນີນ​ໄປ​ຢ່າງ​ຖືກຕ້ອງ​ກັບ​ແນວທາງ​ການ​ຕ່າງປະເທດ​ຂອງ​ພັກ, ລັດ​ວາງ​ອອກ ພ້ອມ​ທັງ​ເປັນ​ການ​ເຜີຍແຜ່​ເນື້ອ​ໃນ​ຜົນ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ການ​ຕ່າງປະເທດ​ສະໄໝ​ສາມັນ ຄັ້ງ​ທີ V  ຊຶ່ງ​ກະຊວງການ ​ຕ່າງ​ປະເທດ​ໄດ້ເປັນ​ເຈົ້າພາບ​ຈັດ​ຕັ້ງ ໃນ​ເດືອນ​ທັນວາ 2019 ຊຶ່ງ​ໄດ້​ສະແດງ​ເຖິງ​ຄວາມ​ເອົາ ໃຈໃສ່​ຊີ້​ນຳ-ນຳພາ​ຂອງ​ຄະນະ​ນຳ​ກະຊວງ ຖວທ ເພື່ອ​ຜັນ​ຂະ ຫຍາຍ​ແຜນ​ພັດທະນາ​ວຽກ​ງານ ຖວທ 5 ປີ 2016-2020 ແລະ ແຜນ​ຈຸດ​ສຸມ​ວຽກ​ງານ​ຮ່ວມມືສາ ກົນ​ຂອງ​ຂະແໜງ ຖວທ ໃນ​ປີ 2020 ໃຫ້​ມີ​ຜົນ​ສຳ​ເລັດ. ພ້ອມ ​ນັ້ນ, ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບຟັງ​ ການ​ນຳ​ສະເໜີ​ຜົນສຳເລັດໃນ​ການ​ເຄື່ອນໄຫວ​ວຽກ​ງານຮ່ວມ​ມື​ສາກົນຂອງ​ຂະແໜງ ຖວທ ແລະ ການ​ປະກອບ​ຄຳ​ເຫັນ ແລະ ສະເໜີ​ບົດຮຽນ​ຂອງ​ບັນດາ​ກົມ​ກອງ​ອ້ອມ​ຂ້າງ​ກະຊວງ​  ເພື່ອ​ຈະ​ພ້ອມ​ກັນ​ເປັນ​ເອກະ​ພາບ​ໃນ​ດ້ານ​ຫຼັກການ​ໃນ​ການ​ປະຕິບັດ​ວຽກ​ໃນ​ຕໍ່​ໜ້າ. 
   ໃນ​ໂອກາດ​ດັ່ງກ່າວ, ທ່ານ ສະຫວັນ​ຄອນ   ຣາ​ຊ​ມຸນຕຣີ    ກໍໄດ້​ ມີ​ຄໍາ​ເຫັນ​ວ່າການ​ຮ່ວມ​ມືກັບ​ ພາກ​ພື້ນ ແລະ ສາກົນແມ່ນ​ມີທັງ ​ກາລະ​ໂອກາດ ແລະ ສິ່ງທ້າ​ ທາຍ, ສະນັ້ນ ສິ່ງ​ສຳຄັນ​ຕ້ອງ​ກຳ​ແໜ້ນ​ແນວທາງ​ນະໂຍບາຍ​ວຽກ​ງານ​ຂອງ​ພັກ​-​ລັດ ເຂົ້າ​ໃນ​ການ​ປະຕິບັດ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ແຫ່ງ​ຊາດ​ແຕ່ສູນ​ກາງຫາທ້ອງຖິ່ນໃຫ້​ຖືກ ເປົ້າ​ໝາຍ ພ້ອມ​ທັງ​ຮ່ວມ​ກັນ​ສູ້​ຊົນເດັດດ່ຽວ, ເພີ່ມ​ທະວີການ​ ປະສານ​ງານ​ຢ່າງ​ໃກ້​ຊິດ ພ້ອມ​ທັງ​ເປັນ​ເຈົ້າ​ການ ແລະ ມີ​ສະ ຕິ​ສູງ ໃນ​ການ​ປະຕິບັດພັນທະ ຕໍ່​ສາກົນຮູ້ຈັກ​ໄຈ້​ແຍກ​ມິດສັດ ຕູ ເພື່ອ​ຍາດ​ແຍ່ງ​ເອົາ​ຜົນ​ປະ ໂຫຍດ​ມາສູ່​ປະເທດ​ຊາດ. ພ້ອມ​ດຽວ​ກັນ​ນັ້ນ​ວຽກ​ສຳຄັນ​ອັນ​ຕົ້ນຕໍແມ່ນ​ຈະ​ຕ້ອງ​ໄດ້​ເອົາໃຈ​ໃສ່​ບໍາ​ລຸງ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ໃຫ້​ມີ​ຄວາມຊໍາ​ນິ​ຊໍາ​ນານ ມີ​ລະດັບ​ຄວາມ​ຮູ້​ພຽງພໍ ເຂົ້າ​ໃນ​ການ​ປະຕິບັດ​ວຽກ​ງານ​ວິຊາ​ສະເພາະ​ໃຫ້​ມີ​ອັນ​ຄ່ອງ​ແຄ້ວ ເປັນ​ຈຸດ​ປະສານ​ງານທີ່​ ເຂັ້ມແຂງ​ມີ​ຄວາມ​ສາມາດທາງ​ ດ້ານ​ພົວພັນ​ພາຍ​ໃນກໍ​ຄື​ສາກົນ ຢູ່​ໃນ​ສູນ​ກາງ​ເຖິງທ້ອງ​ຖິ່ນ ແລະ ​ເຊື່ອ​ໝັ້ນ​ວ່າດ້ວຍ​ຄວາມ​ເອົາໃຈໃສ່ ແລະ ການປະກອບ ​ຄໍາ​ຄິດ​ຄໍາເຫັນຂອງ​ບັນ​ຜູ້ເຂົ້າ ​ຮ່ວມ, ກອງ​ປະຊຸມ​ວຽກ​ງານ​ ຮ່ວມ​ມື​ສາກົນຂອງຂະແໜງ ການ ຖວທ ໃນ​ຄັ້ງນີ້ຈະ​ໄດ້​ຮັບ​ການ​ປັບປຸງ ແລະ ຂະ ຫຍາຍ​ໄປ​ໃນ​ທິດ​ທາງທີ່ຖືກຕ້ອງ​ຕາມ​ພັກ​-​ລັດ​ວາງ​ອອກ​ໃຫ້​ມີ​ບາດກ້າວ​ອັນ​ໃໝ່.       
   (ຂ່າວ: ຍຸ​ພິນ​ທອງ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com